ໄດ້ອີກແລ້ວ 2 ຫລຽນຄຳ ຈາກເຕະດອກຂົນໄກ່ (15/12/2009) 19:25ມ
* ນັກກິລາລາວຫລາຍປະເທດທີ່ລົງແຂ່ງຂັນໃນມື້ວານນີ້ໄດ້ພ້ອມກັນກວາດເອົາໄດ້ຫຼາຍຫຼຽນ, ຂະນະທີ່ບາງປະເພດເຂົ້າສູ່ຮອບຊີງຫລຽນ ໂດຍສະເພາະ ກິລາເຕະດອກ ຂົນໄກ່ ທີ່ສາມາດໄດ້ ເຖິງ 2 ຫລຽນຄຳ ແລະ 1 ຫລຽນເງິນ. ຫລຽນຄຳທີສອງຂອງກິລາປະເພດນີ້ໄດ້ແກ່ຄູ່ຊາຍທີ່ປະກອບມີທ້າວ ສຸດທິສອນ ທອນມະນີວົງ (ເຈົ້າຂອງ ຫລຽນຄຳ ປະເພດດ່ຽວຊາຍ )ແລະ ທ້າວ ຄຳຜົງ ພູທອງ, ສ່ວນ ຫລຽນ ຄຳຫລຽນທີສາມ ໄດ້ຈາກຄູ່ປະ ສົມ ທີ່ປະກອບມີ ນາງ ປະທຸມພອນ ພົມມະຈັນ ແລະ ທ້າວ ໂພເງິນ ກອງມະນີ .ນອກຈາກນີ້ຍັງໄດ້ອີກໜຶ່ງຫລຽນ ເງິນຈາກປະ ເພດຄູ່ຍິງ ທີ່ປະກອບມີນາງ ມະໄລທອງ ແລະ ນາງ ຄຳຄູນ. ກິລາເຕະດອກຂົນໄກ່ລາວ ເປັນອີກໜຶ່ງປະເພດກິລາຂອງລາວເຮົາ ທີ່ປະສົບຜົນສຳເລັດເກີນ ຄາດໝາຍ ຄືໄດ້ 3 ຫລຽນຄຳ ແລະ 1 ຫລຽນເງິນ./.
ໄດ້ຫລຽນຄຳອີກແລ້ວຈາກກິລາເຕະດອກຂົນໄກ່ (14/12/2009) 9:47 ມ
* ສອງນັກເຕະດອກຂົນໄກ່ຊາຍຄູ່ທີມຊາດລາວ ທ້າວ ສຸດທິສອນ ແລະ ທ້າວ ຄຳຜົງ ພູທອງ ສາມາດ ຊະນະນັກເຕະດອກຂົນໄກ່ຊາຍຄູ່ທີມຊາດໄທຢ່າງງົດງາມ 2-0 ເຊັດ 21-17 ແລະ 21-19 ໃນມື້ນີ້ ສົ່ງ ຜົນເຮັດໃຫ້ໄດ້ຫລຽນຄຳ,ຂະນະທີ່ການແຂ່ງຂັນປະເພດດ່ຽວກໍໄດ້ອີກ 1 ຫລຽນຄຳ. ທ້າວ ສຸດທິສອນ ກ່າງພາຍຫລັງໄດ້ຫຼຽນຄຳວ່າ:ພູມໃຈທີ່ສຸດທີ່ເຮັດໄດ້ໃນມື້ນີ້ ແລະ ຈາກຜົນ ງານດັ່ງກ່າວ ຈຳເປັນຕ້ອງໄດ້ສືບ ຕໍ່ ຝຶກ ຝົນໃຫ້ຫລາຍກວ່າເກົ່າ ເພື່ອອະນາຄົດຈະພາທີມໃຫ້ກ້າວ ສູ່ຄວາມສຳເລັດໃນລະດັບໂລກ.ສຸດທິສອນ ກ່າວວ່າ:ກ່ອນໜ້ານີ້ເຄີຍເປັນນັກເຕະກະຕໍ້ທີມຊາດ ລາວ,ແຕ່ໄດ້ຫັນ ໂຕ ເອງມາ ຫລິ້ນກິລາເຕະດອກຂົນໄກ່ ແລະ ເຖິງວ່າະມີເວລາໜ້ອຍໃນການຝຶກ ຊ້ອມກໍຕາມ,ແຕ່ກໍສາມາດ ປະສົບຜົນສຳເລັດໂດຍ ໄດ້ຫລຽນຄຳ ໃນຊີເກມຄັ້ງທີ 25.ນອກຈາກ ໄດ້ຫລຽນຄຳໃນປະເພດຄູ່ຊາຍແລ້ວ,ທ້າວ ສຸດທິສອນ ຍັງໄດ້ແຂ່ງຂັນປະ ເພດ ດ່ຽວ ໂດຍໄດ້ອີກ 1 ຫລຽນຄຳ ພາຍຫລັງຊະນະ ອະພິສັກ ຈາກໄທ 21-18 ແລະ 21-16.ສ່ວນກຳປູເຈຍ ໄດ້ຫຼຽນ ທອງ. ສ່ວນທ່ານ ບໍ່ວຽງຄຳ ປະທານສະຫະພັນເຕະດອກຂົນໄກ່ແຫ່ງຊາດລາວ ນອກຈາກສະແດງ ຄວາມດີໃຈຕໍ່ຜົນສຳເລັດ ຂອງ ນັກກິລາຕົນເອງແລ້ວ,ຍັງ ໄດ້ກ່າວສະແດງຄຳຂອບໃຈຕໍ່ປະຊາຊົນ ລາວທັງຊາດທີ່ໄດ້ມີສ່ວນຮ່ວມໃນການເປັນເຈົ້າພາບທີ່ດີທັງ ສົ່ງ ກຳລັງໃຈມາໃຫ້ນັກກິລາລາວເຮົາ ພ້ອມທັງຢືນຢັນວ່າ ຈະພະຍາຍາມໃຫ້ໄດ້ຫລຽນຫລາຍເທົ່າທີ່ຈະເຮັດໄດ້ ເຊິ່ງໃນວຽງຈັນ ເກມ,ກິ ລາປະເພດນີ້ຈະຊີງກັນຕື່ມອີກ 5 ຫລຽນຄຳ./.
ກັບສາລະບານ