ລາຍງານຜົນການແຂ່ງຂັນກິລາປະຈຳວັນ

 

 







ປິດ​ສາກ​​ເປ​ຕັງ​ວຽງຈັນ​ເກ​ມ ລາວ​ໄດ້​ຕື່ມ​ອີກ 1 ​ຫລຽນຄຳ
(18/12/2009) 19:04ມ

ການ​ແຂ່ງຂັນ​ກິລາ​ເປ​ຕັງ​​ໃນ​ວຽງຈັນ​ເກ​ມມື້​ສຸດ​ທ້າຍ​ໃນ​ວັນ​ທີ 18​ ທັນວາ​ນີ້ ທີ່​ສະຫນາມກິ ລາ​ເປ​ຕັງ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ນະຄອນຫລວງ​ວຽງຈັນ ນັກ​ກິລາ​ເປ​ຕັງ​ລາວ​ ຍາດ​ໄດ້​ ຕື່ມ ອີກ 1​ ຫລຽນ ຄຳ​ຈາກ​ປະ​ເພດ​ທີ​ມຊຸດ​ຊາຍ​ຊຶ່ງ​ປະກອບ​ມີ​ທ້າ​ວສາຍສະຫມອນ ແສງ​ດາວ,ທ້າວ ສົມ​ອົກ ​ເລັ່ງສະຫວັດ,ທ້າວ ສອນ​ໄຊ ມະນີ​ວັນ​ ແລະ​ ທ້າວ​ສຸລະ​ສິດ ຄຳ​ວົງ ຫລັງ​ຈາກ​ເອົາ​ຊະນະ ​ຫວຽດນາມ​ໄປ13-7​,ຫວຽດນາ​ມໄດ້ຫລຽນ​ເງິນ,ຂະນະ​ທີ່​ທີ​ມຊຸດ​ຍິງ​ຊຶ່ງ​ປະກອບ​ມີນາ​ງອັນ​ສະ​ນີ ດາ​ລາ​ວັນ,ນາງ ມິ​ມີ ວົງ​ສະຫວັດ,ນາງ​ອຸ​ເດດ ສົມ​ສຸກ​ແລະ​ນາງ​ສຸກ​ສາຄອນ​ໄດ້​ພຽງຫລຽນທອງ ຮ່ວມ​ກັບປະ​ເທດ ກຳປູ​ເຈຍ​,​ ໄທ​ໄດ້​ຫລຽນຄຳ​​ແລະ ຫວຽດນາມ​ໄດ້​ຫລຽນ​ເງິນ.
ສະຫລຸບ​ການ​ແຂ່ງຂັນ​ກິລາ​ເປ​ຕັງ​ໃນ​ວຽງຈັນ​ເກ​ມນັບ​ແຕ່​ວັນ​ທີ10-18/12/09,ປະ​ເທດ​ໄທອັນ​ດັບ​ຫນຶ່ງ​​ໄດ້ 5 ຫລຽນຄຳ,1 ຫລຽນ​ເງິນ,5 ຫລຽນທອງ,ອັນ​ດັບ​ສອງ​ ກຳປູ​ເຈຍ ​ໄດ້ 2​ ຫລຽນຄຳ,4 ຫລຽນ ​ເງິນ, 5 ຫລຽທອງ​ແລະ​ອັນ​ດັບ​ສາມ ສປປລາວ ​ໄດ້ 2 ຫລຽນ ຄຳ,1 ຫລຽນ​ເງິນ ​ແລະ 6​ຫລຽນທອງ​./.

ຄວາ​ມຫວັງຫລຽນ​ຄຳ​​​ເປ​ຕັງລາວບັງ​ເກີດ​ຜົນ​ແລ້ວຫລັງ​ໄທ​ຍອມຮັບ​ສະພາບ

(14/12/2009) 21:01 ມ

* ການ​ແຂ່ງຂັນກິລາ​ເປ​ຕັງ​ໃນ​ມະຫະກຳ​ກິລາ​ຊີ​ເກ​ມຄັ້ງທີ 25,ສະຫະພັນ​ເປ​ຕັງ​ແຫ່ງ​ຊາດ​ ລາວ​ຕັ້ງຄວາມ​ຫວັງ​ໃຫ້​ໄດ້​ຢ່າງ​ໜ້ອຍ 5 ຫລຽນ​ຄຳ,​ແຕ່​ຜ່ານ​ຈາກ​ການ​ແຂ່ງຂັນ​ມາ 7 ລາຍການ ​ແຕ່​ວັນ​ທີ 10 ທັນວາຈົນ​ເຖິງ​ວານ​ນີ້,ນັກ​ກິລາ​ປະ​ເພດ​ນີ້ກໍໄດ້​ເຮັດ​ໃຫ້​ປວງ​ຊົນລາວ​ທັງ​ຊາດ ​ພູມ​ໃຈ ຫລັງ ຄອງ​ ຄອຍ​ມາ 5 ມື້,​ໃນ​ທີ່​ສຸດ​ນັກ​ກິລາ​ເປ​ຕັງ​ລາວ ກໍ​ຍາດໄດ້​ 1​ ຫລຽນ​ຄຳ​.
ມື້​ນີ້ ຢູ່ສະຫນາມກິລາ​ເປ​ຕັງ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ນະຄອນຫລວງ​ວຽງຈັນ ນາງ ມະນີ​ວັນ ສຸລິຍາ​ ແລະ ນາງ ນ້ອຍ​ຕາວັນ ປະ​ເສີດ ນັກ​ກິລາ​ເປ​ຕັງ​ທີ​ມຊາດ​ລາວ​ ຄູ່​ຍິງ​ບໍ່​ໄດ້​ ເຮັດ ​ກອງ​ເຊຍ​ ຜິດ​ຫວັງ​ຕໍ່​ໄປ​ອີກ​ແລ້ວ ​ເມື່ອໄດ້ຫລຽນຄຳ​ ຫລັງຈາກ​ນັກ​ກິລາ​ເປ​ຕັງໄທຍອມຮັບ​ ສະພາບ​ຈາກ​ການ ​ມີ​ ຄະ ​ແນນ​ຕາມ​ຫລັງ 6-12 ໄດ້​ພຽງ​ຫລຽນ​ເງິນ,ຂະນະ​ທີ່ຫວຽດນາມ​ແລະ​ ກຳປູ​ ເຈຍ ​ໄດ້​ ຫລຽນ ທອງ​.ສ່ວນ​ປະ​ເພດ​ຄູ່​ຊາຍ,​ນັກ​ກິລາ​ເປ​ຕັງ​ລາວ ​ທ້າວ ​ອຸ່ນ​ເຮ​ືອນ​ ເດດ​ແສງ​ຈັນ​ ແລະ​ ທ້າວສຸ​ທິນາ ນອງ​ທິບ​ ໄດ້​ຫລຽນທອງ​ຮ່ວມ​ກັບ​ເມ​ລາ​ເຊຍ​ຫລັງ​ຈາກ​ເສຍ​ ໃຫ້​ຫວຽດ ນາມ ​11 :13, ​ໄທ​ໄດ້​ ຫລຽນ ຄຳ ​ແລະ ຫວຽດນາມ​ໄດ້​ຫລຽນ​ເງິນ ເຊັ່ນ​ດຽວກັນ,ປະ​ເພດ​ ຄູ​່ປະສົມ​ ຊາຍ-ຍິງ​ນັກ​ກິລາ​ເປ​ຕັງ​ລາວ ທ້າວ​ ວັດທະນາ​ໄຊ ຄຳ​ພາ​ວົງ ​ແລະ ນາງ ​ຈັນ​ ສະຫມອນ ວົງ​ສະ ຫວັດ ​ໄດ້​ຫລຽນທອງ ຮ່ວມ​ ກັບ ຫວຽດນາມ​ຫລັງ​ເສຍ​ໃຫ້​ກຳປູ​ເຈຍ3 :13,​ໄທ​ໄດ້​ຫລຽນຄຳ ​ແລະ ກຳປູ​ເຈຍ​ໄດ້​ຫລຽນ​ເງິນ.
ປະຈຸບັນສະຫະພັນເປຕັງແຫ່ງຊາດລາວໄດ້​ແລ້ວ 6 ຫລຽນຄື 1 ຫລຽນຄຳ,1 ຫລຽນ​ເງິນ ​ແລະ 4 ຫລຽນທອງ.ສຳລັບ​ການ​ແຂ່ງຂັນ​ມື້ອື່ນຈະ​ເປັນ​ຮອບ​ຄັດ​​ເລືອກ​ປະ​ເພດທີ​ມຊຸດ​ປະສົມ1​ ຊາຍ 2 ​ຍິງ​ ແລະ​ ທີ​ມຊຸດ​ປະສົມ1 ​ຍິງ ​2 ຊາຍ ​ແລະ ​ຈະ​ຊີງ​ຊະນະ​ເລີດ​ໃນ​ວັນ​ທີ 16 ທັນວາ 2009./.

 

 

 

 

 

 

 

 

 

 

 

 

 

 

 

 

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446