ລາຍງານຜົນການແຂ່ງຂັນກິລາປະຈຳວັນ
ນັດ
ວັນທີ
ເວລາ
ກຸ່ມ
ປະເທດ
ເດີນ
1
02/12/2009
15:00
A
    ມາເລເຊຍ     11     VS     0      ຕີມໍເລດສະເຕ
ຫຼັກ 16
2
02/12/2009
17:45
A
                      ໄທ     1     VS     1      ຫວຽດນາມ
ຫຼັກ 16
3
04/12/2009
15:00
A
                      ໄທ     4     VS     0      ກຳປູເຈຍ
ເຈົ້າອານຸວົງ
4
04/12/2009
17:45
A
         ຫວຽດນາມ      4     VS     0      ຕີມໍເລດສະເຕ
ເຈົ້າອານຸວົງ
5
05/12/2009
15:00
B
            ສີງກະໂປ      2    VS     2      ອິນໂດເນເຊຍ
ຫຼັກ 16
6
05/12/2009
17:45
B
                   ລາວ      1     VS     1      ມຽນມາ
ຫຼັກ 16
7
06/12/2009
15:00
A
          ຫວຽດນາມ     3     VS     1      ມາເລເຊຍ
ຫຼັກ 16
8
06/12/2009
17:45
A
      ຕີມໍເລດສະເຕ     1     VS     4      ກຳປູເຈຍ
ຫຼັກ 16
9
07/12/2009
15:00
B
           ມຽນມາ         1     VS     2      ສີງກະໂປ
ເຈົ້າອານຸວົງ
10
07/12/2009
17:45
B
      ອິນໂດເນເຊຍ     0     VS     2     ລາວ
ເຈົ້າອານຸວົງ
11
08/12/2009
15:00
A
      ຕີມໍເລດສະເຕ     0     VS     9     ໄທ
ເຈົ້າອານຸວົງ
12
08/12/2009
17:45
A
             ກຳປູເຈຍ     0     VS     4     ມາເລເຊຍ
ເຈົ້າອານຸວົງ
13
102/12/2009
15:00
B
             ມຽນມາ      3      VS     1      ອິນໂດເນເຊຍ
ຫລັກ 16
14
10/12/2009
17:45
B
                 ລາວ      0       VS     0      ສີງກະໂປ
ຫລັກ 16
15
11/12/2009
15:00
A
             ກຳປູເຈຍ    1      VS     6      ຫວຽດນາມ
ເຈົ້າອານຸວົງ
16
11/12/2009
15:00
A
             ມາເລເຊຍ   2      VS     1      ໄທ
ຫຼັກ 16
ກຸ່ມ A

1. ໄທ
2. ກຳປູເຈຍ
3. ຫວຽດນາມ
4. ມາເລເຊຍ
5. ຕີມໍເລດສະເຕ

ກຸ່ມ B
1. ລາວ
2. ສີງກະໂປ
3. ມຽນມາ

4. ອິນໂດເນເຊຍ
ກຸ່ມ A
ປະເທດ
ແຂ່ງ
ຊະນະ
ສະເໝີ
ເສຍ
ຄະແນນ
1. ຫວຽດນາມ
2. ມາເລເຊຍ
3. ໄທ
4. ກຳປູເຈຍ
5. ຕີມໍເລດສະເຕ
4
4
4
4
4
3
3
2
1
0
1
0
1
0
0
0
1
1
3
4
10
9
7
3
0
ກຸ່ມ B
ປະເທດ
ແຂ່ງ
ຊະນະ
ສະເໝີ
ເສຍ
ຄະແນນ
1. ລາວ
2. ສີງກະໂປ
3. ມຽນມາ
4. ອິນໂດເນເຊຍ
3
3
3
3
1
1
1
0
2
2
1
2
0
0
1
1
5
5
4
1
     ຮອບສອງ
ນັດ
ວັນທີ
ເວລາ
ກຸ່ມ
ປະເທດ
ເດີນ
17
14/12/2009
15:00
SF1
ຫວຽດນາມ        4    VS   1   ສິງກະໂປ
ເຈົ້າອານຸວົງ
18
14/12/2009
18:00
SF2
ມາເລເຊຍ    3    VS   1    ລາວ
ຫລັກ 16
      ຮອບສາມ
ນັດ
ວັນທີ
ເວລາ
ກຸ່ມ
ປະເທດ
ເດີນ
  19
    17/12/2009
  15:00
  3rd / 4th
                                             ສິງກະໂປ     3   VS     1  ລາວ
 ເຈົ້າອານຸວົງ        
20
17/12/2009
17:00
ຊະນະເລີດ
   ຫວຽດນາມ      0   VS     1  ມາເລເຊຍ
ຫຼັກ 16

 

 







 

 

 

 

 

 

 

 

 

 

 

 

 

 

 



ຫວຽດນາມ​ໄດ້​ພຽງ​ອັນ​ດັບ​ສອງບານ​ເຕະຊາຍ​ໃນວຽງ​ຈັນ​ເກ​ມ
(1712/2009) 20: 02 ມ


*ການ​ແຂ່ງຂັນ​ກິລາ​ເຕະບານ ຮອງ​ຊີງ​ຊະນະ​ເລີດໃນ​ເວລາ 17​ :00 ໂມງຂອງ​ວັນ​ທີ 17 ທັນ ວາ ຢູ່ສະໜາມກິລາ​ແຫ່ງ​ຊາດ​ຫລັກ16 ​ເປັນ​ການໂຄຈອນ​ມາ​ພົບ​ກັນ​ຂອງ​ສາຍ A ລະຫວ່າງ ທີມ ຊາດ ຫວຽດນາມ ​ແລະ ທີ​ມຊາດ​ມາ​ເລ​ເຊຍ ທ່າມ​ກາງ​ກອງ​ເຊຍ​ຫວຽດນາມ ​​ແລະ ມາ​ເລ​ເຊ​ຍມາ​ ໃຫ້​ກຳລັງ​ໃຈ​ເຖິງ​ຂອບ ​ສະ ໜາມ ນັບ​ເປັນ​ໝື່ນຄົນ​ ​ໃນ​ທີ່​ສຸດ​ແລ້ວ,ມາ​ເລ​ເຊຍ ກໍ​ປະກາດ​ຄວາມ​ຍິ່ງ​ໃຫຍ່​ ບົນ​ດິນ​ແດນ​ລ້ານ​ຊ້າງ​ ໂດຍ​​ໄດ້ຄອງ​ຄວາມ ​ເປັນ​ໜຶ່ງພາຍຫລັງ​ຊະນະ​ຫວຽດນາມ 1-0.
ເກ​ມການ​ແຂ່ງຂັນ​ໃນເຄິ່ງ​ເວລາ​ທຳ​ອິດ,ຫວຽດນາມ​ມີ​ໂອກາດ​ຫລາຍກວ່າ​ໃນ​ການ​ຍິງ​ປະຕູ,​ແຕ່​ກ​ເຮັດ​ຫຍັງ​ກັນ​ບໍ່​ໄດ້ ຈົບ 45 ນາທີ ສະ​ເໝີ​ກັນ 0-0.​ໃນ​ເຄິ່ງ​ເວລາ​ທີ ,ທັງ​ສອງ​ ​ໄດ້​ຜັດປ່ຽນ​ກັນ​ບຸກ ​ແລະ ຮັບ ທັງຫລິ້ນບານ​ກັບ​ໄວ ​ເຊິ່ງກໍ​ມີ​ໂອ ກາດ ​ໄດ້​ປະຕູ​ງາມໆ​ຂອງ​ທັງ​ສອງ​ທີ​ມ.​ເກ​ມທຳທ່າ​ວ່າ​ຈະ​ສະ​ເໝີ​ກັນ ແລະຈະ​ໄປ​ແຂ່ງຂັນ​ໃນ 30 ນາທີ​ພິ​ເສດ,​ແຕ່​ຈາກ​ກາກ​ ການ​ ບຸກໜັກ ​ແລະ ຕໍ່​ເນື່ອງ ​ຂອງ​ມາ​ເລ​ເຊຍ ຈົນ​ມາ​ເຖິງນາທີໆ 83 ມາ​ເລ​ເຊຍ ພາດ​ລູກ​ຍິງ​ທຳ​ອິດ,​ແຕ່​ກັບ​ໄ​ດ້ບານ​ເປີດ ​ເຂົ້າມາ​ໜ້າ​ປະຕູ ຊຶິ່ງ ທີ່​ສຸດ​ແລ້ວ,ມາ​ເລ​ເຊຍ ກໍ​ໄດ້​ປະຕູ ຈາກ​ການ​ສະກັດ​ກັ້ນບານ​ຜິດພາດ​ຂອງ​ກອງ​ ຫລັງ​ ຫວຽດນາມ ​ເຮັດ​ ໃຫ້ມາ​ເລ​ເຊຍ ຂຶ້ນນຳ 1-0 ແລະ ກໍ​ເປັນ​ປະຕູ​ໄຊ ໜຶ່ງ​ດຽວ ​ທີ່​ເຮັດ​​ໃຫ້​ບານ​ເຕະ​ທີ​ມຊາດ​ມາ​ເລ​ເຊຍ ຄອງ​ຄວາມ ​ເປັນ​ໜຶ່ງ​ບານ​ເຕະ​ຊາຍ​ ​ແລະ ​ໄດ້​ຫລຽນ​ຄຳ​ມາ​ຄອງໃນ ​ມະຫະກຳ​ ກິລາ​ຊີ​ເກ​ມຄັ້ງທີ 25 ນີ້, ສ່ວນ ​ຫວຽດນາມ ​ໄດ້​​ຫລຽນ​ເງິນ ຂະນະ​ທີ່ ສິງກະ​ໂປ ​ໄດ້​ຫລຽນ​ທອງ./.

ບານ​ເຕະ​ໜຸ່ມລາວ ​ເຮັດ​ໄດ້​ດີ​ພຽງ​ຢູ່​ອັນ​ດັບ​ທີ 4 ຫລັງພາດ​ທ່າ​ເສຍສິງກະ​ໂປ
(1712/2009) 17: 35 ມ

​ *ໃນ​ນັດ​ສຸດ​ທ້າຍ​ຂອງ​ຮອບ​ຄັດ​ເລືອກ​ບານ​ເຕະ​ຊາຍ,ທີ​ມຊາດ​ລາວ ​ແລະ ສິງກະ​ໂປ ພົບ​ກັບ ​ມາ ​ແລ້ວ ​ໂດຍ​ທັງ​ສອງ​ທີ​ມສະ​ເໝີ​ກັນ ແລະ ກໍ​ກອດ​ຄໍ​ກັນ​ເຂົົ້າສູ່​ຮອບ​ກ່ອນ​ຮອງ​ຊະ ນະ​ເລີດ​ແລະ ​ໃນ​ນັດ​ ກ່ອນ​ຮອງ​ຊະນະ​ເລີດ​ນັ້ນ ລາວ​ເສຍ​ມາ​ເລ​ເຊຍ,ຂະນະ​ທີ່​ສິງກະ​ໂປ ກໍເສຍ​ໃຫ້ຫວຽດນາມ ຈາກ​ຜົນ​ອອກ​ມາ​ດັ່ງກ່າວ,ທີ​ມຊາດ​ລາວ ​ແລະ ສິງກະ​ໂປ ກໍ​ໂຄຈອນ​ມາ​ພົບ​ກັນ​ອີກ​ເພື່ອ​ຊີງ​ທີ 3 ໃນ ແລງມື​້ນີ້ ເວລາ 15​:00 ໂມງ ຢູ່ເດີ່ນ​ກິລາ​ບານ​ເຕະ​ເຈົ້າ​ອະນຸວົງ ຊຶ່ງ​​ເກ​ມການຫລິ້ນບານ​ ຂອງ​ ປະ​ເທດ​ເຈົ້າພາບ ລ້ວນ​ແຕ່ມາ​ຈາກ​ຄວາມ​ສາມາດ​ສະ​ເພາະ​​ໂຕ​ລວມທັງ​ການມີ​ຈິດ​ໃຈ​ສູ້ ແຕ່ກໍ​ ພາດ ​ທ່າ ​ເສຍ ​ໃຫ້​ສິງກະ​ໂປ 1-3 ໄດ້​ພຽງ​ອັນ​ດັບ 4,​ແຕ່​ກໍ​ເປັນອັນ​ດັບ​ທີ່​ປວງ​ຊົນ​ລາວ​ທັງ​ຊາດ​ພູມ ​ ໃຈ.
ເຖິງ​ວ່າຄູ​ຝຶກ​ຂອງ​ທັງ​ສອງ​ທີ​ມຕ່າງ​ກໍເຫັນ​ໄດ້​ຢ່າງ​ຈະ​ແຈ້ງ ກ່ຽວ​ກັບ​ຈຸດ​ແຂງຂອງ​ກັນ ແລະ ກັນ ກໍ​ຕາມ,​ແຕ່ລູກ​ທີ​ມຂອງຄູ​ຝຶກ ອານ​ເຟດ ຣີດ ​​ໄດ້​ພະຍາຍາມ​ຫລິ້ນໃຫ້​ດີ​ທີ່​ສຸດ ​ເພື່ອ​​ເອົາ​ຫຼຽນ ​ທອງ​ຫຼຽນ ​ແຫ່ງ​ກຽດ​ສັກ​ສີທ່າມກາງ​ສາຍຕາ ​ຂອງ ກອງ​ເຊຍ​ນັບ​ຫຼາຍ​ພັນ​ຄົນ​ໄປ​ຕິດຕາມ​​ເບິ່ງ ແລະ​ໃຫ້ກຳ​ລັງ​ໃຈ​ເຖິງຂອບ​ສະໜາມມາ​ໃຫ້​ໄດ້​.​ໃນ​ເຄິ່ງ​ເວ​ລາ​ທຳ​ອິດ,​ລາວ​ເດີນ​ເກ​ມບຸກຢ່າງສຸດ​ ຂີດ​​ແຕ່​ເກ​ມ​ເດີນທາງ​ ມາ​ເຖິງນາທີໆ 21ລາວ​ມາ​ເສຍ​ປະຕູຈາກ​ການ​ຫລິ້ນກັບໄວ ​ແລະໃນ ທີ່​ສຸດ ກໍ​ມາ​ໄດ້​ປະຕູ​ຈາກການ​ຍິງ​ໄກ​ທີ່​ສຸດ​ງາມ​ຂອງ​ໝາຍ​ເລກ 15 ສິງກະ​ໂປ ຂຶ້ນນຳ​ລາວ 1-0. ພາຍ ຫຼັງ​ ຖື​ກນຳ,ລາວກໍ​ໄດ້​ມີ​ໂອ ກາດບຸກ​ຫຼາຍ​ຂຶ້ນ​ແຕ່​ຈັງຫວະ​ສຸດ​ທ້າ​ຍບໍ່​ແນ່ນອນ​ທັງຫຼິ້ນສ່ວນ ໂຕ ​ຫຼາຍ ກວ່າຈຶ່ງ​ພາດໂອກາດ​ງາມໆ ຈົບ​ 45 ນາທີ ສິງກະ​ໂປ ນຳ 1-0.​ໃນຕົ້ນ​ເກ​ມ ຂອງ​ເຄິ່ງ​ເວລາ​ ຫຼັງ,ລາວ​ເຮົາ​ຫຼິ້ນດີກ​ວ່າ​ເກົ່າແລະ ມ ີ​ໂອ ກາດ​ໄດ້​ປະຕູ​ຫລາຍ​ເທື່ອ,​ແຕ່​ກໍ​ບໍ່​ເປັນ​ຜົນ​ປະການ​ໃດ.​ສຸດ​ທ້າຍ​ແລ້ວ ກໍເປັ​ນ​ສິງກະ​ໂປທີ່​ໄດ້​ປະຕູ​ໜີ​ຫ່າງ​ເປັນ 2-0 ຈາກ​ການ​ຍິງ​ຂອງ​ໝາຍ​ເລກ 11.ນາທີໆ 57,ລາວ​ເຮົາເກືອບ​ ໄດ້​ປະຕູ​ ຈາກ​ ການ​ ຍິງ​ບານ​ໄໝ,​ແຕ່​ບານ​ພັດ​ໄປຕຳ​ຄານ​ເທິງ.ລາວ​ບຸກຕໍ່​ເນື່ອງ,​ແຕ່​ຈັງຫວະສຸດ​ທ້າຍບໍ່​ດີ,ຂະນະ​ທີ່​ການ​ສົ່ງຕໍ່​ບານກໍ​ຜິດພາດ​ເປັນ​ສ່ວນ​ຫລາຍ,ນັກ​ກິລາ​ກໍ​ຫຼິ້ນພໍ​ໃຜ​ພໍລາວ.ນີ້ຄື​ຈຸດ​ປ່ຽນ​ທີ່​ເຮັດໃຫ້​ສິງກະ​ໂປ​ໜີ​ຫ່າງ​ເປັນ 3-0.​ແນວ​ໃດ​ກໍ​ດີ,ລຳ​ເນົາ ສິງ​ໂຕ ກໍ​ໄດ້​ເຮັດ​ ໃຫ້​ແຟນບານ​ທັງ​ສະໜາມ​ດີ​ໃຈ ​ໂດຍ​ການ​ໄລ່​ຂຶ້ນມາ​ເປັນ 1-3 ,​ແຕ່​ກໍ​ເຮັດ​ໄດ້​ພຽງ​ເທົ່າ​ນີ້ ຈົບ 90 ນາທີ ສິງກະ​ໂປ ຊະນະ ລາວ 3-1 ໄດ້​ຫລຽນ​ທອງ​​ໃນ​ຊີ​ເກ​ມຄັ້ງທີ 25 ຢ່າງ​ສົມ​ໃຈ.
​ແນວ​ໃດ​ກໍ​ດີ,ບານ​ເຕະ​ລາວ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃນ​ຫລາຍຕໍ່​ຫລາຍ​ນັດ ​ແລະ ນັ້ນກໍ​ແມ່ນ ຜົນສຳເລັດ​ອັນ​ພາກພູມ​ໃຈ​ແລະ​ກໍ​ພໍ​ໃຈກັບ​ອັນ​ດັບ​ທີ 4 ເຊິ່ງອັນດັບ​ນີ້ຄືກຽດ​ສັກ​ສີຄື​ຄວາມ​ກະຕືລື
ລົ້ນຂອງ​ປວງ​ຊົນ​ລາວ​ທັງ​ຊາດ​ທີ່​ເຫັນ​ວົງ​ການ​ບານ​ເຕະ​ຂອງ​ຕົນ​ພັດທະນາ​ເກີນ​ຄວາມ​ຄາດໝາຍ ໃນ​ການ​ເຂົ້າຮ່ວມ​ແຂ່ງຂັນ​ກິລາ​ຊີ​ເກ​ມຄັ້ງທີ 25 ./.

ຄວາມ​ຍິ່ງ​ໃຫຍ່​ຂອງບານ​ເຕະທີ​ມຊາດ​ລາວ​​ ​ ໄດ້ເຂົ້າ​ຊີງພຽງ​ຫລຽນ​ທອງ​ກັບ​ສິງກະ​ໂປ
(14/12/2009) 22 01 ມ

*ມາ​ເຖິງ​ເວລາ​ນີ້,​ຄວາມ​ແຂງ​ແກ່ນ​ຂອງ​ນັກ​ເຕະບານ​ໜຸ່ມ​ລາວ​ເຮົາ ​ໃນ​ວົງ​ການ​ບານ ​ເຕະ ອາ​ຊຽນ ຖືກຢຸດ​​ໄວ້ໄດ້ແລ້ວພາຍຫລັງ​ລູກ​ທີ​ມ ຂອງ ອານ​ເຟດ ຣີດ ​ແຜງ​ລິດບໍ່​ອອກ ຖືກ​ທີ​ມ ຊາດ ​ມາ​ເລ​ ເຊຍ​ ຊະນະ​ຂາດ 3-1 ໃນ​ມື້ວານນີ້ຢູ່​ສະໜາມກິລາແຫ່ງ​ຊາດຫລັກ 16 ເວລາ 19:00 ໂມງ ແລະ ຈາກ​ຜົນ​ການ​ແຂ່ງຂັນ​ນັດ​ນີ້ ສົ່ງ ເຮັດ​ ໃຫ້​ເຂົ້າ​ໄປ​ຊີງ ທີ​ສາມ ກັບ​ທີ​ມຊາດ​ສິງກະ​ໂປ ທີ່​ໄປ ​ເສຍ​ ໃຫ້​ຫວຽດນາມ 1-4 ໃນ​ມື້ດຽວ​ກັນ​ຢູ່​ໜາມ​ກິລາ​ເຈົ້າອະນຸວົງ.
​ແຟນບານ​ທັງຄົນ​ລາວ ​ແລະ ຕ່າງປະ​ເທດ​ນັບ​ເປັນ​ໝື່ນໆ ທີ່​ພາກັນ​ເຂົ້າສະໜາມ​ແຕ່​ເວັນໆ ຕ່າງ​ກໍ​ພາກັນ ​ດີ​ໃຈ​ທົ່ວ​ສະໜາມ ກິລາ​ ແຫ່ງ​ຊາດ​ຫຼັກ 16 ໄດ້​ໂຮ​ກັນຢ່າງ​ຕໍ່​ເນື່ອງ ເມື່ອ​ໃນ​ນາທີ​ຕົ້ນໆ ນັກ​ເຕະບານ​ໜຸ່ມ​ລາວ​ເຮົາ​ທັກ​ທາຍ​ທີ​ມຊາດ​ມາ​ເລ​ເຊຍ 2 ເທື່ອ,​ແຕ່​ມາ​ຮອດ​ນາທີ 4 ເກືອບເປັນ ປະຕູ​ຂອງ​ມາ​ເລ​ເຊຍ ແລະ ​ໃນ​ນາທີໆ9 ໝາຍ​ເລກ 9 ຂອງ​ມາເລ​ເຊຍ ຍິງ​ໄກ,​ ແຕ່​ສຸ ວັນ​ເພັງ ຜູ້​ຮັກສາ​ປະ​ລາວ​ເຮົາ​ປັດ​ບານ​ອອກ​ໄດ້​ຢ່າງ​ສຸດ​ງາມ.​ໃນນາທີໆ 12 ມາ​ເລ​ເຊຍ ຫລິ້ນກັບ​ໄວ ​​ໂດຍ ຜ່ານ​ບານ​ຈາກ ​​ແດນ​ຫລັງ​ລາວ​ເຮົາ​ເຂົ້າມາ​ໜ້າ​ປະຕູ​ໃຫ້​ໝາຍ​ເລກ 23 ມາ​ເລ​ເຊຍ ຍິງ​ຢ່າງ​ແຮງ ບານ​ເຂົົ້າຕຳຕາ​ໜ່າງຢ່າງ​ສຸດ​ງາມ ມາ​ເລ​ເຊຍ​ ນຳ​ ລາວ 1-0.​ເຖິງ​ວ່າ​ຈະ​ຖືກນຳ​ໄປ​ກ່ອນ,​ແຕ່​ນັກ ​ ເຕະບານ​ລາວ ບໍ່​ໄດ້​ຖອນ​ໃຈ ​ໂດຍ​​ມີ​ໂອກາດ​ໄດ້​ປະຕູ​ຫລາຍ ​ເທື່ອ,​ ແຕ່​ ແດນ​ກາງ​ຍັງ​ເປັນ​ຈຸດ​ບອດ ​ ແລະ ຄວາມ​ບໍ່​ເຂົ້າ​ໃຈ​ເກມການ​ຫລິ້ນຂອງ​ກອງ​ໜ້າ​ນຳ​ກັນ ຈົບ​ເຄິ່ງ​ເວລາ​ທຳ​ອິດ ມາ​ເລ​ເຊຍ ຍັງ ນຳ​ລາວ 1-0.​ໃນ​ເຄິ່ງ​ເວລາ​ຫລັງ,ບໍ່​ເຖິງ​ຮອດ​ນາທີ​ຊ້ຳລາວ​ເຮົາ​ກໍ​ເກ​ືອບ​ເສຍ​ປະຕູ​ທີ​ສອງ​ໃຫ້​ມາ​ເລ ​ ເຊຍ,ຂະນະ​ທີ່​ທີ​ມ ຊາດ​ ລາວ​ກໍເກືອບ​ໄ​ດ້ປະຕູ​ຫລາຍ​ເທື່ອ ​ແລະ ຈາກ​ຄວາມ​ພະຍາຍາມ​ຂອງ​ນັກ ​ ເຕະບານ​ລາວ​ເຮົາ ​ໃນ​ທີ່​ສຸດ​ກໍ​ປະສົບ​ຜົນສຳ​ເລັດ ​ເມື່ອ​ດາວ​ໂຄດ​ໄຊ​ຍາ ໝາຍ​ເລກ 10 ຍິງ​ໄລຍະ ​ ໄກ​ກວ່າ 30 ແມັດ ​ເຂົ້າປະຕູ​ໄປ​ຢ່າງ​ສຸດ​ງາມ​ໃນ​ນາທີໆ 63 ເຮັດ​ໃຫ້​ລາວ​ ເຮົາ ຕີ​ສະ​ເໝີ 1-1.ກອງ ​ ເຊຍ​ລາວ​ດີ​ໃຈ​ໄດ້​ບໍ່​ເທົ່າ​ໃດ​ນາທີ,ມາ​ເລ​ເຊຍ ກໍ​ຂຶ້ນນຳ​ລາວ​ເຮົາ ​ເປັນ 2-1 ແລະ ​ເກ​ມດຳ​ເນີນ​ໄປ ​ ເຖິງ 5 ນາທີ​ສຸດ​ທ້າຍ​ຂອງ​ເຄິ່ງ​ເວລາ​ຫລັງ ມາ​ເລ​ເຊຍ ກໍ​ໄດ້​ປະຕູ​ໜີ​ຫ່າງ​ເປັນ 3-1 ຈົນ​ຈົບ​ການ ​ ແຂ່ງຂັນ 90 ນາທີ ມາ​ເລ​ເຊຍ ຊະນະ ລາວ 3-1.
​ ໃນ​ມື້ດຽວ​ກັນ,ການ​ແຂ່ງຂັນ​ບານ​ເຕະ​ຊາຍຮອບ​ຮອງ​ຊະນະ​ເລີດ​ ລະຫວ່າງ​ ທີ​ມ ຊາດ ຫວຽດ ນາມ ພົບ​ກັບ ທີ​ມຊາດ ສິງກະ​ໂປ ​​ຢູ່ສະໜາມ​ເຈົ້າ​ອະນຸວົງ ຊຶ່ງ​ທີ​ມຊາດ​ຫວຽດນາມ​ ຊະນະ ສິງກະ​ໂປ 4-1 ເຂົ້າ​ໄປຊີງ​ຊະນະ​ເລີດ ​ໃນ​ວັນ​ທີ 18 ທັນວາ 2009 ຢູ່ສະໜາມກິລາ​ແຫ່ງ​ ຊາດ ​ຫລັກ 16 ນະຄອນຫລວງ​ວຽງ​ຈັນ./.

 

 

 

ນັກເຕະບານທີມຊາດລາວພ້ອມສູ້ກັບທີມຊາດມາເລເຊຍໃນຮອບ 4 ທີມ
(13/12/2009) 13: 01 ມ


*ປະຈຸບັນສະພາບນັກກິລາເຕະບານທີມຊາດລາວຢູ 23ມີຄວາມພ້ອມສູງໃນການລົງແຂ່ງຂັນໃນນັດສຳຄັນນີ້ ເນື່ອງຈາກນັກກິລາບໍ່ໄດ້ຮັບບາດເຈັບຈາກການ ແຂ່ງຂັນໃນຮອບທີ່ຜ່ານມາ ແລະຈະ ຫລີ້ນ ແບບເກົ່າ ໃນຮູບແບບເບີກ ບານຕະຫລອດ ບໍພຽງແຕ່ຫລີ້ນຕ້ານ ສະນັ້ນເກມການແຂ່ງຂັນ ລະຫວ່າງ ທີມຊາດລາວ ພົບ ທີມຊາດມາເລຍ ທີ່ ຈະມີ ຂຶ້ນໃນວັນທີ 14 ທັນວາ ທີ່ສະໜາມຫລັກ 16 ແມ່ນຈະແຕກຕາງຈາກນັດທີ່ລາວ ພົບກັບສິງກະໂປ ຢ່າງແນ່ນອນ ເປົ້າ ໝາຍເພື່ອເຂົ້າຊີງເອົາຫລຽນຄຳໃຫ້ໄດ້.
ທ່ານ ວີເພັດ ສີຫາຈັກ, ຜູ້ຈັດການທີມຢູ 23 ລາວ ຍັງໄດ້ເນັ້ນຕື່ມອີກວ່າ: ບັນດານັກກິລາເຕະບານທີມຊາດ ລາວ ໄດ້ມີການ ຫລິ້້ນທີ່ດີຂຶ້ນກວ່າເກົ່າ ພາຍຫລັງທີ່ໄດ້ຮັບຝຶກຊ້ອມຢ່າງໜັກ. ຄູຝຶກ ແອລເຟຼດ ຣຽດ (ALFED RIEDL) ຊຶ່ງໄດ້ເອົາໃຈໃສ່ ຕໍ່ ການຝຶກຊ້ອມຢ່າງຈິງຈັງ ພ້ອມທັງມີການພັດທະນາດ້ານເຕັກນິກ ແລະມີແຜນການຫລີ້ນ ທີດີໃນ ການປັບເກມ ການຕໍ່ສູ້ຢ່າງ ເໜາະສົມ ພ້ອມ ນີ້ກໍຍັງໄດ້ຮັບການສະໜັບສະໜູນຈາກຫລາຍພາກສ່ວນ ເຮັດໃຫ້ ການຝຶກ ຊ້ອມຍິງມີປະສິ ທິພາບສູງຍິ່ງຂຶ້ນ ຂະນະດຽວກັນກໍໄດ້ຮັບກຳລັງໃຈຈາກຜູ້ຊົມທີ່ຢູ່ຂອບສະໜາມ ແລະຜູ້ຊົມທີ່ຢູ່ ບ້ານ ທັງ ພາຍໃນ ແລະຕ່າງປະເທດຢ່າງຕໍ່ເນື່ອງ ເຮັດໃຫ້ນັກກິລາບານເຕະ ຢູ 23 ລາວພ້ອມທີ່ຈະປະຖະຝີຕີນກັບຕໍ່ສູ້ ກັບ ນັດທີ່ຈະມາເຖິງນີ້.
ພ້ອມນີ້ທາງຄູຝຶກ ຢູ 23 ລາວ ໄດ້ຍົກໃຫ້ເຫັນເຖິງສະພາບລວມໃນການເຂົ້າຮອບ 4 ທີມຂອງລາວ ຖືກວ່າ ບໍ່ແມ່ນເລື່ອງ ແປກ ປານໃດຖ້າທຽບໃສ່ກັບການຖືກຊ້ອມຢ່າງໜັກຂອງທີມ ແຕ່ກໍບໍໄດ້ປະ ມາດ ຄູ່ຕໍ່ສູ້ ເນື່ອງຈາກ ແຕ່ລະ ທີມ ທີ່ໄດ້ເຂົ້າຮອບນີ້ລ້ວນແຕ່ ເປັນມີການຫລິ້ນທີ່ດີ, ສະນັ້ນ ນັກກິລາແຕ່ລະ ຄົນກໍຈະໃຊ້ທຸກ ຄວາມພະຍາຍາມ ແລະ ມີຄວາມຕັ້ງໃຈສູງໃນການຝຶກຊ້ອມ ແນ່ໃສ່ ປັບປຸງດ້ານເຕັກນິກຕ່າງໆ ທີ່ເຫັນວ່າ ຕ້ອງໄດ້ຮັບການແກ້ໄຂ ເພື່ອນຳ ທີມ ຜ່ານເຂົ້າຮອບຊີງຊະນະເລີດ./.


ບານເຕາະທີມຊາດລາວ ພໍໃຈຕໍ່ຜົນສະເໝີສິງກະໂປ ເຂົ້າຮອບສຸດທ້າຍ

(1012/2009) 20: 37 ມ

* ໃນ​ສາຍ B ທີ​ມຊາດ​ລາວ​ລົງ​ສະໜາມນັດ​ນີ້​ເປັນ​ນັດ​ສຸດ​ທ້າຍ ​ແລະ ກໍ​ເປັນ​ນັດ​ທີ່​ທັງ 2 ຫວັງ​ເຂົ້າຮອບ​ ກ່ອນຮອງ​ຊະນະ​ເລີດ, ຂະນະ ທີ່ສອງ​ນັດຜ່ານ​ມາ ຊະນະ ອິນ​ໂດ​ເນ​ເຊຍ 2-0 ​ແລະ ສະໝີ ມຽນມາ1-1 ເຊິ່ງຜົນ​ການ​ແຂ່ງຂັນ​ທັງ​ສອງ​ນັດສະ ແດງໃຫ້ເຫັນໄດ້​ເຖິງ​ການ​ພັດທະນາ​ສີຕີນຂຶ້ນ​ຢ່າງ​ວ່ອງ​​ໄວ​ຂອງ​ທີ​ມ ​ແລະ ມີ​ຄວາມ​ກະຕືລື​ລົ້ນ ທີ່​ຈະ​ເຮັດ​ໃຫ້​ເກີດ​ການ​ສັ່ນ​ສະ​ເທືອ​ນ ວົງ​ການ ​ບານ ​ເຕະ​​ໃນ ​ອາ​ຊຽນ ໂດຍ​ສະ​ເພາະ​ໃນ ຊີ​ເກມ ​ຄັ້ງທີ 25 ໃນ​ຖານະ​ເປັນ​ປະ​ເທດ​ເຈົ້າພາບ.
ການ​ແຂ່ງຂັນ​ທ່າມກາງ​ມວນ​ຊົນ​ນັບ​ໝື່ນໆຄົນ​ເຂົ້າ​ໄປ​ໃຫ້​ກຳລັງ​ໃຈ​ນັກ​​ເຕະ​ບານ​ໜຸ່ມ​ ທີ​ມຊາດ​ລາວ ​ເຊິ່ງ​ໃນ​ ເຄິ່ງ​ເວລາ​ທຳ​ອິດ ​ເຖິງ​ ວ່າ​ທັງ​ສອງ​ຈະ​ຮູ້​ແລ້ວ​ວ່າ ພຽງ​ສະ​ເໝີ ກໍ​ຈະ​ໄດ້ກອດ​ຄໍ​ກັນ​ເຂົ້າສູ່​ຮອບ ກ່ອນ​ຮອງ ​ຊະ ນະ​ເລີດ​. ຕະຫລອດ​ໄລຍະ 45 ນາທີ​ ທຳ ​ອິດ ​ທີມ ຊາດ ​ສິງກະ​​ໂປ ຫລິ້ນບານ​ຄ່ອຍ​ເປັນ​ ຄ່ອຍ​ໄປ ຫລື ຫລິ້ນ ​ແບບ​ແນ່ນ​ອນຫລາຍ​ ກວ່າ,ຂະນະ​ທີ່​ນັກ​ເຕະ ບານ​ທີ​ມ ຊາດ ລາວ ຫລິ້ນບານ ​ເພື່ອ​ເອົາ​ຊະນະ​ໃຈ​ບັນດາ​ ກອງ​ເຊຍ ​ທີ່​ເຂົ້າມາ​ໃຫ້​ກຳລັງ​ໃຈ​ຈົນ​ຄັບຄາ​ແໜ້ນ​ສະໜາມ ​ໂດຍ​​ເນັ້ນການ ບຸກ ຫລາຍ ​ກວ່າ ​ແລະ ກໍ​ໄດ້​ມີ​ໂອກາດ ​ຍິງ​ ປະຕູ​ແບ​ບງາມ​ໆ ຫລາຍ​ຕໍ່​ຫລາຍ​ເທື່ອ,​ ແຕ່​ກໍ​ບ ໍ່​ເປັນ ​ຜົນ​ປະຕູ​ແຕ່​ປະການ​ໃດ.​ ໃນ​ ເຄິ່ງ​ເວລາ​ທີ 2 ເກ​ມການ; ຫຼິ້ນ ຂອງ​ ທັງ​ສອງ ທີ​ມຍັງ​ບໍ່​ມີ​ການ​ປ່ຽນ​ແປງ​ຮູບ​ການຫລິ້ນ​ແຕ່​ຢ່າງ​ໃດ,​ ແຕ່​ທີ​ມຊາດ​ລາວ ກໍ​ພະຍາ ຍາມ ​ຫລິ້ນ ​ໃຫ້​ສົມ​ສັກ​ສີ ເຊິ່ງກໍ​ມີ​ໂອກາດ ​ຍິງ​ ປະ ຕູ​ຫລາຍ​ເທື່ອ ຈົບ​ການແຂ່ງຂັນ ທີ​ມຊາດ​ລາວ ສະ​ເໝີ ສິງກະ​ໂປ 0-0 ສົ່ງ​ ຜົນ​ໃຫ້​ທັງ​ສອງ​ທີ​ມ ​ເຂົ້າຮອບກ່ອນຮອງ​ຊະນະ​ເລີດ​ຢ່າງ​ພາກພູມ​ໃຈ.
ສຳລັບ​ຜົນ​ຂອງ​ອີກ​ຄູ່​ໜຶ່ງ ​ເຊິ່ງທັງ​ມຽນມາ ​ແລະ ອິນ​ໂດ​ເນ​ເຊຍ ຕ້ອງການ​ໄຊຊະນະ ຫວັງ​ໄປ​ນັບ​ປະຕູ​ ໄດ້ ​ເສຍ​ ບໍ່​ວ່າ​ ຈະ​ເປັນ ​ທີ​ມຊາດ​ ລາວ ​ແລະ ສິງກະ​ໂປ ​ເສຍ​ກໍ​ຕາມ, ​ແຕ່​ໃນ​ທີ່​ສຸດ​ແລ້ວ ມຽນມາ ກໍ​ສາມາດ​ ຊະນະ ​ອິນ​ໂດ​ເນ​ເຊຍ 3-1 ມີ 4 ຄະ​ແນນ ໂດຍມີ​ປະຕູ​ໄດ້​ບວກ 2. ​ແຕ່​ເຖິງ​ຊະນະ​ໃນ​ນັດ​ນີ້, ມຽນມາ ກໍ​ຕ້ອງ ​ຕົກ​ ຮອບ​ຕາມ​ອິນ​ໂດ​ເນ​ເຊຍ. 5 ຄະ​ແນນ ຈາກ​ສາມນັດ , ທີ​ມຊາດ​ລາວ ​ໄດ ້​ເພີ່ມ​​ ຄວາມເຊື່ອ​ໝັ້ນ​​ໃຫ້​ແກ່​ ກອງ​ເຊຍ ຕໍ່​ກັບ​ການ​ ພັດ ທະ ນາ​ເຕັກນິກອັນ​ໜ້າ​ຍົກຍ້ອງ ຂອງ​ບັນດາ​ນັກ​ເຕະ​ລາວ ແລະ ​ມາ​ເຖິງ​ຈຸດ​ນີ້, ການ​ກະ ກຽມ ​ຂອງ​ ຄະນະ​ເຕະບານ​ແຫ່ງ​ຊາດ​ລາວ ​ແລະ ຄູ​ຝຶກ ​ອ​ານ​ເຟດ ຣີດ ຄົນໂອ​ຕຣິດ ສາມາດ​ປະສົບ​ຜົນສຳ ​ເລັດ ​ເປັນ​ຢ່າງ​ສູງ. ບັນດາລູກທີມຂອງທ່ານ ອານເຟດ ຣີດ ສາມາດຜ່ານເຂົ້າສູ່ຮອບກ່ອນຮອງຊະນະເລີດ ແມ່ນຜົນ ງານໜຶ່ງທີ່ເອກອ້າງທະ ນົງໃຈ ຂອງບັນດານັກເຕະບານລາວ ທີ່ໄດ້ແຂ່ງຂັນເຕະ ບານໃນ ມະຫະກຳ ກິລາ ຊີເກມ ​ແລະ ມາເຖິງມື້ນີ້ ທີມເຈົ້າພາບບານເຕະທີມຊາດລາວ ບໍ່ແມ່ນທີມບານທີ່ອ່ອນອີກແລ້ວ ແລະ ພະຍາມສູງສຸດ ເພື່ອນຳຄວາມສຸກ ມາໃຫ້ແກ່ປວງ​ຊົນລາວທັງ​ຊາດ./.

ມຽນມາ ​ເອົາຊະນະ ອິນ​ໂດ​ເນ​ເຊຍ 3-1 ແຕ່ຕົກຮອບ
(1012/2009) 20: 33 ມ

(ຂປລ) ​ການ​ແຂ່ງຂັນ​ບານ​ເຕະ​ຊາຍ ​ໃນ​ວຽງ​ຈັນ​ເກ​ມ ​ໃນ​ຮອບ​ຄັດ​ເລືອກ​ນັດ​ສຸດ​ທ້າຍ​ຂອງ​ສາຍ B ລະຫວ່າງ​ທີ​ມຊາດ ມຽນມາ ພົບກັບ ທີ​ມຊາດອິນ​ໂອ​ເນ​ເຊຍ ​ໃນຕອນ​ບ່າຍ​ຂອງ​ວັນ​ທີ 10 ທັນວາ 2009 ຢູ່​ສະ​ໜາມກິລາ​ແຫ່ງ​ຊາດ​ຫລັກ 16. ຊຶ່ງສອງທີ​ມຕ່າງມີ​ທີ​ມ​ລະ 1 ຄະ​ແນນຈາກ​ການ​ລົງ​ສອງ​ນັດ.
​ເລີ່​ມ​ການ​ແຂ່ງຂັນ​ໄປໄດ້ພຽງແຕ່ 6 ນາທີ ທີມຊາດມຽນມາ ກໍຍິງປະຕູຂຶ້ນນຳໄປກອນ 1-0 ຈາກ ການຍິງຈຸດໂທດ ຂອງໝາຍເລກ 10 ທູ່ນ ທູ່ນ ວິນ (ກອງກາງ), ຕໍ່ມາໃນນາທີໆ 52 ກໍເປັນໝາຍເລກ 19 ປ່າຍ ໂຊ (ກອງໜ້າ) ກໍຍິງໃຫ້ ທີມຊາດ ມຽນມາ ຂຶ້ນນຳເປັນ 2-0, ​ແລະ ​ໃນ​ນາທີໆ 74 ທີ​ມຊາດ ອິດ​ໂດ​ເນ​ເຊຍ ກໍ​ຍິງ​ປະຕິ​ໄລ່​ຄືນ​ມາ ​ເປັນ 1-2 ຈາກ​ໝາຍ​ເລກ 9 ແອນ​ດີ ກ໋າ ຢູດິສທີຣາ ລູບິ​ສ (ກອງ​ໜ້າ) ແລະ ​ໃນ​ນາທີໆ 80 ໝາ​ມ​ເລກ 4 ຂອງ​ທີ​ມ ມຽນມາ ກໍ​ມາ​ຍິງ​ປະຕິ​ປິດ​ທ້າຍ​ໃຫ້​ທີ​ມຊາດມຽນມາ ​ເອົາ​ຊະນະ ທີ​ມອິນ​ໂດ​ເນ​ເຊຍ 3-1. ລວມສາມ​ນັດ ມຽນມາ​ມີ 4 ແຕ້​ມ, ສ່ວນ​ອິນ ​ໂອ​ເນ​ເຊຍ ມີ 1 ຄະ​ແນນ./.

ທີມຊາດ​ລາວ ຊະນະ ທີມຊາດ ອິນໂດເນເຊຍ 2-0
(6/12/2009) 22:03ມ

*(ຂປລ): ຄູ່ທີສອງ ສຳລັບເຕະບານຊາຍ ໃນ​ວັນ​ທີ 7 ທັນວາ 2009 ທີ່​ສະໜ​າມກິລາ​ເຈົ້າ​ອານຸວົງ ໄດ້​ມີການ​ແຂ່ງຂັນ ລະຫວ່າງ​ເຈົ້າພາບ ທີ​ມຊາດລາວ ແລະ ທີ​ມຊາດອິນໂດເນເຊຍ ຊຶ່ງ​ທັງສອງທີມນີ້ ຕ່າງກໍ ລົງ ສະໜາມເປັນນັດທີສອງ. ໃນນັດນັດ​ທຳ​ອິດ​ນັ້ນ ທັງ​ສອງ​ທີ​ມ ​ເຮັດ​ໄດ້​ພຽງສະເໝີ ໄດ້​ທີ​ມລະ 1 ​ຄະ​ແນ​ນ.
ເກ​ມການແຂ່ງຂັນ ໃນ​ເຄິ່ງ​ເວລາ​ທຳອິດ ດຳເນີນໄປດ້ວຍບັນຍາກາດຄຶກຄື້ນມ່ວນ​ຊື່ນ ດ້ວຍສຽງຮ້ອງ ສຽງ​ເຊຍ ທີ່​ເປັນ​ການ​ສ້າງ ​ບັນຍາກາດບໍ່​ຂາດ​ໄລຍະຂອງກອງເຊຍທີ່ເຕັມສະໜາມ ເກ​ມການ​ຕໍ່ສູ້ດຳ​ເນີນ​ໄປ ​ຢ່າງ​ດຸ​ເດືອດ​ ໂຕ້ກັນໄປກັນມາ ຊຶ່ງ​ຕ່າງ ​ຝ່າຍ​ ຕ່າງ​ກໍ​ມີ​ຄວາມ​ຫວັງ​ທີ່​ຈະ​ເຈາະ​ປະຕູ ຂອງ​ກັນ ແລະ ກັນ ຕ່າງ ຝ່າຍກໍຕ່າງເປີດເກມບຸກ ເຮັດໃຫ້ເກມນີ້ມີຄວາມປະທັບໃຈ ແກ່ຜ ູ້ຊົມ ຜູ້ເຊຍ ເປັນຢ່າງດີ. ຈົນໝົດເວລາການແຂ່ງ ຂັນ ໃນເຄິ່ງເວລາທຳອິດ ທັງສອງທີມຍັງຮັກສາ ປະຕູໄວ້ 0 ປະຕູຕໍ່ 0..
ສ່ວນເກມການແຂ່ງຂັນ ໃນເຄິ່ງເວລາທີ 2 ທີມຊາດທັງລາວ ແລະ ອິນໂດເນເຊຍ ຕ່າງກໍໄດ້ເລີ່ມ ເປີດສາກບຸກແຕ່ຫົວທີ ຊຶ່ງຕ່າງ ຝ່າຍກໍຕ່າງມີໂອກາດ ແຕ່ທີມຊາດລາວມີໂອກາດຄອງບານຫລາຍ ກວ່າ ແລະ ດ້ວຍແຮງໃຈ ແຮງເຊຍ ຂອງກອງເຊຍ ໃນສະ ໜາມ ກໍຄື ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ເຮັດໃຫ້ທີມ ຊາດລາວ ມີພະລັງບຸກຕື່ມ ໃນທີ່ສຸດກໍບໍ່ເໜືອຄວາມ ພະຍາ ຍາມ ມາເຖິງນາ ທີໆ 65 ທີມຊາດລາວກໍສາມາດ ເຈາະປະຕູທີມຊາດອິນໂດເນເຊຍໄດ້ສຳເລັດ ນຳໄປເປັນ 1 ປະຕູຕໍ່ 0 ໂດຍ ໝາຍເລກ 8 ລຳເນົາ ສິງໂຕ ກອງ ໜ້າ ທີມຊາດລາວເປັນຜູ້ສັງຫານ. ຈາກນັ້ນ ທີມຊາດ ອິນໂດເນເຊຍຍິ່ງເພີ່ມພະລັງບຸກ ເພື່ອຫວັງຈະຕີສະເໝີ ແລະ ກ້າວໄປເຖິງຍາດເອົາໄຊຊະນະໃຫ້ໄດ້. ແຕ່ອີກ 10 ນາທີຕໍ່ມາຄືໃນນາທີໆ 75 ໝາຍເລກ 8 ລຳ ເນົາ ສິງໂຕຄົນ ເກົ່າກໍຍິງປະຕູ ທີມຊາດ ອິນໂດເນເຊຍ ໄດ້ຕື່ມອີກ ເຮັດໃຫ້ທີມຊາດລາວນຳຫ່າງໄປເປັນ 2 ປະຕູຕໍ່ 0. ເກມ ການ ແຂ່ງຂັນຍັງສືບຕໍ່ດຸເດືອດ ບຸກກັນໄປມາ ຈົນເຖິງນາທີສຸດທ້າຍ. ຈົບເກມການແຂ່ງຂັນ ທີມຊາດ ລາວ ຊະນະ ທີມຊາດ ອິນໂດເນເຊຍ 2 ປະຕູຕໍ່ 0.
ຜ່ານການລົງສະໜາມ 2 ນັດ ທີມຊາດລາວ ເກັບຄະແນນໄດ້ ມີ 4 ຄະແນນ ແລະ ອິນໂດເນເຊຍ ມີ 1 ຄະແນນ. ສຳລັບ ທີມຊາດລາວຊາຍຈະໄດ້ລົງສະໜາມເປັນນັດທີ 3 ຊຶ່ງຈະພົບກັບ ທີມ ຊາດສິງກະໂປ ໃນເວລາ 17:45 ໂມງ ຂອງວັນທີ 10 ທັນວາ 2009 ທີ່ສະໜາມກິລາເຈົ້າອະນຸວົງ ແລະ ທີມຊາດອິນໂດເນເຊຍ ຈະ ພົບກັບ ທີມຊາດມຽນມາ ໃນເວລາ 15 :00 ໂມງ ຂອງວັນທີ ແລະ ສະ ໜາມດຽວກັນ./.

ທີມຊາດ​ສິງກະ​ໂປ ຊະນະ ທີມຊາດ ມຽນມາ 2-1
(7/12/2009) 22:00 ມ

*(ຂປລ) ໃນ​ວັນ​ທີ 7 ທັນວາ 2009 ທີ່​ສະໜ​າມກິລາ​ເຈົ້າ​ອານຸວົງ ໄດ້​ມີການ​ແຂ່ງຂັນ​ເຕະບານ ຊາຍ​ ໃນ​ງານ​ ມະຫາຊີ​ເກ​ມຄັ້ງທີ 25 ທີ່ ສປປ ລາວ ​ເປັນ​ເຈົ້າພາບ, ລະຫວ່າງ​ ທີ​ມຊາດສິງກະ​ໂປ ກັບ ທີ​ມ ຊາດ ມຽນມາ, ຊຶ່ງ​ນັດ​ທຳ​ອິດ​ທັງ​ສອງ​ທີ​ມ​ເຮັດ​ໄດ້​ພຽງ​ທີ​ມລະ 1 ​ຄະ​ແນ​ນ. ຊຶ່ງ​ສອງ​ທີ​ມຖ້າ​​ທີ​ມ​​ໃດຊະນະ ​ກໍ​ມີ ໂອ​ກາດ​ເຂົ້າ​ຮອບ​ຕໍ່​ໄປ​ມີ​ສູງ.
ເລີ່​ມການ​ແຂ່ງຂັນ​ໃນເຄິ່ງເວລາທຳອິດ ທັງ​ສອງ​ທີ​ມ ຕ່າງກໍ​ເປີດ​ເກ​ມບຸກ​ໃສ່​ກັນ ​ເພື່ອໃຫ້​ໄດ້​ປະຕູ​ຂຶ້ນ ນຳ​ກ່ອນ, ​ແຕ່​ໃນ​ນາທີໆ 14 ​ທີ​ມຊາດ​ສິງກະ​ໂປ ກໍໄດ້ປະຕູຂຶ້ນນຳ ຈາກ​ການ​ຍິງ​ປະຕູ​ຂອງ ຫມາຍ​ ເລກ 21 ມູ ຮັມ ມັດ ຊາ​ຟູ​ວັນ ບິນ ບາຣາຣູດິນ (ກອງ​ ຫລັງ) ​ເປັນ 1 ປະຕູຕໍ່ 0 ແລະ ​ໃນ​ນາທີໆ 28 ຫມາຍ​ເລກ 17 ຮາຣິນ ຮາຣູນ (ກອງ​ກາງ) ຂອງ​ທີ​ມຊາດສິງ​ກະ​ໂປ ກໍ​ມາຍິງ​ ປະຕູ​ ທີ​ສອງໄດ້ ​ເຮັດ​ໃຫ ້ຈົບ​ເຄິ່ງ​​ເວລາທຳ​ອິດ ທີ​ມຊາດສິງ​ກະ​ໂປ ນຳທີ​ມມຽນມາ 2 ປະຕູຕໍ່ 0.
​​ສ່ວນການແຂ່ງຂັນໃນເຄິ່ງ​ເວລາທີສອງ ທີ​ມຊາດມຽນມາ ເລີ່ມມີ​ການປ່ຽນ​ເຕັກ​ນິການ​ຫລິ້ນ​ ແລະ ປ່ຽນຜູ້ຫລິ້ນ ເພື່ອ​ທວງປະຕູ​ ຄືນໃຫ້ໄດ້​ ຈົນມາຮອດ​ທ້າຍ​ເກ​ມ​ ນາທີໆ 90 ທີມຊາດມຽນມາ ກໍສາມາດຕີຕື້ນ ຂຶ້ນ ມາ​ເປັນ 1 ປະຕູຕໍ່ 2 ຈາກ​ການ​ຍິງ​ ຂອງ ໝາຍ ​ເລກ 15 ​ໂສ ມິນ​ອູ (ກອງ​ໜ້າ) ແຕ່​ໄລ່ບໍ່​ທັນ ຈົນຈົບ ການ ​ແຂ່ງຂັນ ເປັນ​ອັນວ່າ ທີ​ມຊາດສິງກະ​ໂປ ​ເອົາ​ຊະນະທີ​ມ ຊາດ ມຽນມາ 2 ປະ ຕູ ຕໍ່ 1 ເກັບ​ໄດ້​ 3 ຄ​ະ​ແນ​ນ ລວມ ສອງ​ນັດ ທີ​ມ ຊາດສິງ​ກະໂປ ມີ 4 ຄະ​ແນ​ນ. ທີມຊາດມຽນມາ ມີ 1 ຄະແນນ.
ສ່ວນ​ນັດ​ທີສາມ​ ທີ​ມຊາດ​ສິງກະ​ໂປ ຈະ​ພົບ​ເຈົ້າ​ພາບ ສປປ ລາວ ​ໃນ​ວັນ​ທີ 10 ທັນວາ 2009 ທີ່​ສະ ໜາມ​ເຈົ້າ​ອານຸວົງ ​ເວລ 17: 45 ໂມງ ແລະ ທີມຊາດມຽນມາ ຈະພົບກັບ ທີມຊາດອິນໂດເນເຊຍ ໃນເວລາ 15 :00 ໂມງ ໃນວັນທີ ແລະ ສະໜາມ ດຽວ ກັນ./.

ຫວຽດນາມ ຊະນະ ມາເລເຊຍ 3-1
(6/12/2009) 21:00 ມ

*(ຂປລ): ການ​ລົງ​ສະໜາມຂອງທີມເຕະບານຊາຍ ສາຍ A ໃນມະຫະກຳກິລາຊີເກມ ຄັ້ງທີ 25 (ວຽງຈັນ ເກມ) ລະຫວ່າງ ທີມຊາດຫວຽດນາມ ຊຶ່ງລົງສະໜາມເປັນເທື່ອທີ 3 ແລະ ທີມຊາດມາເລເຊຍ ລົງສະໜາມເປັນເທື່ອທີ 2 ແລະ ໄດ້ລົງສະໜາມເປັນຄູ່ທຳອິດ ຂອງວັນທີ 6 ທັນວາ 2009 ໃນເວລາ 15:00 ໂມງ ທີ່ສະໜາມກິລາ ແຫ່ງຊາດ ຫລັກ 16 ເມືອງໄຊທານີ ນະຄອນຫລວງວຽງຈັນ.
​ ເກ​ມການແຂ່ງຂັນ ໃນ​ເຄິ່ງ​ເວລາ​ທີ​ໜຶ່ງ ດຳເນີນໄປ ດ້ວຍບັນຍາກາດທີ່​ຕ່າງ​ຝ່າຍ​ຕ່າງ​ກໍ​ມີ​ຄວາມ ​ຫວັງ​ທີ່​ຈະ​ເຈາະ​ປະຕູ ຂອງ​ກັນ ແລະ ກັນ ຕ່າງຝ່າຍກໍຕ່າງເປີດເກມບຸກ. ມາໃນນາທີໆ 19 ໝາຍເລກ 18 ຟານ ແທັງບິງ ທິມຊາດຫວຽດນາມ ກໍເຈາະປະຕູ ຂອງ ທີມຊາດມາເລເຊຍ ນຳໄປເປັນ 1 ປະຕູຕໍ່ 0. ຫ່າງ ກັນ ພຽງ 5 ນາທີ ໝາຍເລກ 13 ໝາຍ ຕຽນແທັງ ທີມຊາດຫວຽດນາມກໍຍິງ ປະຕູໃຫ້ ຫວຽດ ນາມ ອີກ ນຳໄປເປັນ 2 ປະຕູຕໍ່ 0. ຫລັງຈາກນັ້ນ ໃນນາທີໆ 26 ທີມຊາດມາເລເຊຍກໍຍິງບານໄປ ຕຳຂາຂອງຜູ້ ຫລິ້ນທີມຊາດຫວຽດນາມ ບານເຂົ້າປະຕູໄປ ເຮັດໃຫ້ທີມຊາດມາເລເຊຍ ໄລ່ຂຶ້ນມາເປັນ 1 ປະຕູຕໍ່ 2. ຈົບ ເກມເຄິ່ງເວລາທຳອິດ ທີມຊາດຫວຽດນາມຍັງນຳຢູ່ 2 ປະຕູຕໍ່ 1.
ສ່ວນເກມການແຂ່ງ ຂັນ ໃນເຄິ່ງເວລາທີ 2 ທີມຊາດທີມຊາດມາເລເຊຍ ກໍໄດ້ເລີ່ມເປີກສາກບຸກ ແຕ່ ຫົວທີ ເພື່ອຕີ ປະຕູໃຫ້ສະເໝີ ແລະ ຄາດຫວັງຈະເອົາຊະນະ ທີມຊາດຫວຽດນາມໃຫ້ໄດ້ ແຕ່ມາຮອດ ເວລາ ທ້າຍຂອງເກມ ທີມຊາດ ຫວຽດນາມໝາຍເລກ 8 ຫງວຽນ ຈອງຮວາງກໍຍິງປະຕູໄຊຕື່ມອີກ ເປັນ 3 ປະຕູຕໍ່ 1./.


ກຳປູເຈຍ ຊະນະ ຕີມໍເລັສເຕ 4-1
(6/12/2009) 21:04 ມ

*(ຂປລ): ການ​ລົງ​ສະໜາມຄູ່ທີ 2 ຂອງການແຂ່ງຂັນເຕະບານຊາຍ ສາຍ A ໃນວັນທີ 6 ທັນວາ 2009 ລະຫວ່າງ ທີມຊາດກຳປູເຈຍ ແລະ ທີມຊາດຕີມໍເລັສເຕ ໄດ້ເລີ່ມຂຶ້ນໃນເວລາ 17:45 ໂມງ ທີ່ສະໜາມ ກິລາ ແຫ່ງຊາດ ຫລັກ 16 ເມືອງໄຊທານີ ນະຄອນຫລວງວຽງຈັນ.
​ ເກ​ມການແຂ່ງຂັນ ໃນ​ເຄິ່ງ​ເວລາ​ທີ​ໜຶ່ງດຳເນີນໄປ ດ້ວຍບັນຍາກາດຄຶກຄື້ນ ຊຶ່ງ​ຕ່າງ​ຝ່າຍ​ຕ່າງ​ ກໍ​ມີ​ ຄວາມ​ຫວັງ​ທີ່​ຈະ​ເຈາະ​ປະຕູ ຂອງ​ກັນ ແລະ ກັນ ຕ່າງຝ່າຍກໍຕ່າງເປີດເກມບຸກ. ຜ່ານການແຂ່ງຂັນ ໃນເຄິ່ງເວລາທຳອິດນີ້ ທີມຊາດ ກຳປູເຈຍ ກໍສາມາດຍິງປະຕູຂອງທິມຊາດຕີມໍເລັສເຕ ນຳໄປເປັນ 2 ປະຕູຕໍ່ 0.
ສ່ວນເກມການແຂ່ງຂັນ ໃນເຄິ່ງເວລາທີ 2 ທີມຊາດຕີມໍເລັສເຕ ກໍໄດ້ເລີ່ມເປີກສາກບຸກແຕ່ຫົວທີ ເພື່ອເຈາະປະຕູ ຂອງທີມຊາດກຳປູເຈຍໃຫ້ໄດ້ ແຕ່ຖືກທີມຊາດກຳປູເຈຍຕອບໂຕ້ ສວນກັບ ແລະ ຍິງປະຕູ ໄດ້ຕື່ມອີກ 2 ປະຕູ ນຳໄປເປັນ 4 ປະຕູຕໍ່ 0. ແຕ່ທີມຊາດ ຕີມໍເລັສເຕ ກໍບໍ່ໄດ້ລົດລະຄວາມພະຍາຍາມ ຊຶ່ງມີຄວາມຫວັງຈະເຈາະປະຕູຄູ່ຕໍ່ສູ້ໃຫ້ໄດ້ ຈົນ ມາຮອດໄລຍະທ້າຍຂອງເກມການ ແຂ່ງ ຂັນ ທີມຊາດຕີ ມໍເລັສ ເຕ ກໍສາມາດຕີໄຂ່ແຕກ ເປັນ 1 ປະຕູຕໍ່ 4. ຈົບເກມ ທີມຊາດກຳປູເຈຍ ຊະນະ ທີມຊາດຕີມໍເລັສເຕ 4 ປະຕູຕໍ່ 0./.
ໃນວັນທີ 7 ທັນວາ 2009 ນີ້ ຈະມີການແຂ່ງຂັນເຕະບານຊາຍ 2 ຄູ່ຂອງກຸ່ມ B ຊຶ່ງຄູ່ທີ 1 ເປັນ ການພົບກັນ ລະຫວ່າງ ທີມຊາດສິງກະໂປ ແລະ ທີມຊາດມຽນມາ ເວລາ 15:00 ໂມງ ແລະ ເວລາ 17:45 ໂມງ ລະຫວ່າງ ທີມຊາດລາວ ແລະ ທີມຊາດອິນໂດເນເຊຍ ຊຶ່ງທັງສອງຄູ່ຈະລົງສະໜາມ ກິລາ ເຈົ້າອະນຸວົງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ./.

ທີມເຕະບານຊາຍ ສາຍ B ລາວ-ມຽນມາ ສະເໝີ 1-1
(5/12/2009) 20:15 ມ

*(ຂປລ): ການ​ລົງ​ສະໜາມນັດທຳອິດ ຂອງການແຂ່ງຂັນເຕະບານຊາຍ ສາຍ B ໃນມະຫະກຳກິລາຊີເກມ ຄັ້ງທີ 25 (ວຽງຈັນ ເກມ) ລະຫວ່າງ ທີມຊາດລາວ ແລະ ທີມຊາດມຽນມາ ໄດ້ເລີ່ມ ຂຶ້ນໃນເວລາ 17:45 ໂມງ ໃນ ວັນທີ 5 ທັນວາ 2009 ທີ່ສະໜາມກິລາ ແຫ່ງຊາດ ຫລັກ 16 ເມືອງໄຊທານີ ນະຄອນຫລວງວຽງຈັນ.
ເກ​ມການແຂ່ງຂັນ ໃນ​ເຄິ່ງ​ເວລາ​ທີ​ໜຶ່ງດຳເນີນໄປ ດ້ວຍບັນຍາກາດຄຶກຄື້ນ ມ່ວນ​ຊື່ນ ດ້ວຍສຽງຮ້ອງ ສຽງ ​ເຊຍ ທີ່​ເປັນ​ການ​ສ້າງ​ບັນຍາກາດ ບໍ່​ຂາດ​ໄລຍະຂອງກອງເຊຍ ຊຶ່ງ​ບາງ​ເທື່ອ​ກໍ​ມີຽງວ່າ: ” ລາວ​ສູ້ໆ ” ແລະ ” ມຽນມາ​ ສູ້ໆ ” ດັງ​ກ້ອງ​ກັງວານ ປະສານ​ກັນ​ໄປມາ ພ້ອມ​ທັງ​ມີ​ການ​ໂບກທຸງຊາດ ຂອງ​ທັງ​ສອງ​ປະ​ເທດ ຈາກ​ກອງ​ ເຊຍ​ ຢູ່​ ຂອບ ​ສະໜາມ ທີ່​ເປັນ​ໜ້າ​ເບິ່ງ​ໜ້າ​ຊົມ ​ແລະ ໜ້າ​ປະ​ທັບ ​ໃຈ. ເກ​ມການ​ຕໍ່ສູ້ດຳ​ເນີນ ​ໄປ​ຢ່າງ​ດຸ​ເດືອດ​ ຂ້ຽວ ຂາດ ຊຶ່ງ​ຕ່າງ ​ຝ່າຍ ​ຕ່າງ ​ກໍ​ມີ​ຄວາມ​ຫວັງ​ທີ່​ຈະ​ເຈາະ​ປະຕູ ຂອງ​ກັນ ແລະ ກັນ ຕ່າງຝ່າຍກໍຕ່າງເປີດເກມບຸກ ເຮັດໃຫ້ເກມນີ້ ມີ ຄວາມ ປະທັບໃຈແກ່ຜູ້ ຊົມ ຜູ້ເຊຍເປັນຢ່າງດີ. ຈົນມາເຖິງນາທີໆ 41 ໝາຍເລກ 30 ຈໍຕີຮະ ທິມຊາດມຽນມາກໍສາ ມາດ ເຈາະປະຕູຂອງທິມຊາດ ລາວ ນຳໄປເປັນ 1 ປະຕູຕໍ່ 0 ຈົນໝົດເວລາການແຂ່ງຂັນ ໃນເຄິ່ງ ເວລາ ທຳອິດ.
ສ່ວນເກມການແຂ່ງຂັນ ໃນເຄິ່ງເວລາທີ 2 ທີມຊາດລາວໄດ້ກໍໄດ້ເລີ່ມເປີກສາກບຸກແຕ່ຫົວທີ ເພື່ອເຈາະປະຕູ ຂອງທີມຊາດ ມຽນ ມາໃຫ້ໄດ້ ແຕ່ໃນທີ່ສຸດກໍບໍ່ເໜືອຄວາມພະຍາຍາມ ມາເຖິງນາທີໆ 69 ໝາຍເລກ 25 ຄຳແພງ ທີມ ຊາດລາວ ກໍສາ ມາດໃຊ້ຫົວຕີ ເຈາະປະຕູທີມຊາດມຽນມາໄດ້ສຳເລັດ ຊຶ່ງຕີສະເໝີໄດ້ 1 ປະຕູຕໍ່ 1. ຫລັງຈາກນັ້ນ ຕ່າງ ຝ່າຍກໍຕ່າງບຸກ ແຕ່ ປະ ກົດວ່າ ຝ່າຍທີມຊາດລາວ ຈະເປັນຝ່າຍບຸກຫລາຍກວ່າ ແລະ ມີໂອກາດທີ່ຈະໄດ້ປະຕູຕື່ມ ຫລາຍ ເທື່ອ ເຮັດໃຫ້ຜູ້ຊົມ ຜູ້ເຊຍ ນັ່ງຈົນບໍ່ຕິດຕັ່ງ. ແຕ່ໃນທີ່ສຸດກໍບໍ່ສາມາເຈາະປະຕູຕື່ມໄດ້ ໝົດເວລາ ສະເໝີກັນ 1 ປະຕູຕໍ່ 1 ແລະ ໄດ້ໄປຝ່າຍລະ 1 ຄະແນນ.
ສຳລັບທີມຊາດລາວຊາຍຈະໄດ້ລົງສະໜາມເປັນນັດທີ 2 ຊຶ່ງຈະພົບກັບທີມຊາດ ອິນໂດເນເຊຍ ເວລາ 17:45 ໂມງ ຂອງວັນທີ 7 ທັນວາ 2009 ທີ່ສະໜາມກິລາເຈົ້າອະນຸ.
ວັນທີ 6 ທັນວາ 2009, ເຕະບານຍິງ ທີມຊາດໄທ ພົບທີມຊາດມຽນມາ ເວລາ 13:00 ໂມງ ແລະ ເວລາ 15:45 ໂມງ ລະຫວ່າງ ມາເລເຊຍ ກັບ ຫວຽດນາມ ທີ່ສະໜາມກິລາ ມະຫາວິທະຍາໄລ ແຫ່ງ ຊາດ (ດົງໂດກ). ສ່ວນ ເຕະ ບານຊາຍເລີ່ມ 15:00 ໂມງ ລະຫວ່າງ ທີມຊາດຫວຽດນາມ ແລະ ທີມຊາດ ມາເລເຊຍ ແລະ ເວລາ 17:45 ໂມງ ລະຫວ່າງທີມຊາດຕີມໍເລັສເຕ ກັບ ທີມຊາດກຳປູເຈຍ ທີ່ສະໜາມກິລາ ແຫ່ງຊາດ ຫລັກ 16./.


ເຕະບານຊາຍ ສາຍ B ນັດທຳອິດ ສິງກະໂປ-ອິນໂດເນເຊຍ ສະເໝີ 2-2
(5/12/2009)
17:20 ມ

*(ຂປລ): ນັດທຳອິດຂອງການແຂ່ງຂັນເຕະບານຊາຍ ສາຍ B ໃນມະຫະກຳກິລາຊີເກມ ຄັ້ງທີ 25 (ວຽງຈັນເກມ) ໃນວັນທີ 5 ທັນວາ 2009 ທີ່ສະໜາມກິລາ ແຫ່ງຊາດ ຫລັກ 16 ເມືອງໄຊທານີ ນະຄອນ ຫລວງ ວຽງຈັນ ຊຶ່ງມີການແຂ່ງຂັນສອງຄູ່ ໂດຍຄູ່ທຳອິດ ເລີ່ມຂຶ້ນໃນເວລາ 15:00 ໂມງ ລະ ຫວ່າງ ທີມ ຊາດສິງກະໂປ ແລະ ທີມຊາດອິນ ໂດເນເຊຍ.
ການແຂ່ງຂັນດຳເນີໄປດ້ວຍບັນຍາກາດຟົດຟື້ນດ້ວຍສຽງຄ້ອງ, ສຽງກອງ, ສຽງແກ, ສຽງ ຮ້ອງ ໂຮແຊວ ຂອງກອງເຊຍ ທີ່ຕິດ ຢູ່ກັບຂອບສະໜາມ ຢ່າງບໍ່ຂາດໄລຍະຂອງການແຂ່ງຂັນ. ເກມການ ແຂ່ງ ຂັນ ໃນເຄິ່ງເວລາທຳອິດ ດຳເນີນໄປໄດ້ ພຽງແຕ່ 7 ນາທີເທົ່ານັ້ນ ໝາຍເລກ 21 ໂມຮາເມັດ ຊາຟູ ວານດິນ ທີມຊາດສິງກະໂປ ກໍໄດ້ມີໂອກາດ ເຈາະປະຕູ ຂອງທີມຊາດ ອິນ ໂດເນເຊຍໄດ້ ເຮັດໃຫ້ທີມຊາດ ສິງ ກະໂປ ເປັນຜູ້ນຳປະຕູໄປ 1 ປະຕູຕໍ່ 0. ຕໍ່ມາ ນັກກິລາແຕ່ ລະທີມຕ່າງກໍໄດ້ ເປີດ ເກມ ບຸກ ໃສ່ກັນ ແລະ ກັນຢ່າງດຸເດືອດ, ມາໃນນາທີໆ 23 ໝາຍເລັກ 5 ໂມຮາເມັດ ຟູເຊຍ ທີມຊາດສິງກະໂປ ກໍໄດ້ ຍິງປະຕູ ຂອງ ຝ່າຍ ກົງກັນຂ້າມ ທີມຊາດອິນໂດເນເຊຍ ເຮັດໃຫ້ທີມຊາດສິງກະໂປນຳຫ່າງໄປ ເປັນ 2 ປະຕູຕໍ່ 0. ແຕ່ທີມຊາດ ອິນໂດເນເຊຍ ກໍໄດ້ເພີ່ມພະລັງບຸກຄືນ ຈົນມາຮອດນາທີໆ 41 ໝາຍເລກ 18 ເດ ວິດ ບອນ ເຊເຟຍ ຈິ່ງສາມາດ ຍິງປະຕູຕີ ຕື້ນຂຶ້ນມາ ເປັນ 1 ປະຕູຕໍ່ 2. ຈົບແຂ່ງຂັນ ເຄິ່ງທຳອິດ ສິງກະໂປ ຍັງນຳຢູ່ 2 ປະຕູຕໍ່ 1. ສຳລັບເກມການແຂ່ງຂັນ ໃນເຄິ່ງ ເວລາທີ 2 ອິນໂດເນຍເຊຍ ເປີດເກມບຸກຢ່າງໜັກ ແລະ ການແຂ່ງຂັນ ດຳເນີນໄປເຖິງນາທີໆ 64 ໝາຍເລກ 2 ເລັນດີ ທີມ ຊາດອິນໂດເນເຊຍ ກໍເອົາ ຫົວໂມ່ງ ບານ ເຂົ້າ ປະຕູ ຂອງທິມຊາດສິງກະໂປ ເຮັດ ໃຫ້ທີມຊາດອິນໂດເນເຊຍ ຕີສະເໝີ 2 ປະຕູຕໍ່ 2. ຫລັງຈາກນັ້ນຕ່າງຝ່າຍຕ່າງບຸກ ແຕ່ບໍ່ສາມາດຍິງປະຕູກັນໄດ້ຕື່ມ. ໝົດເວລ່ການແຂ່ງຂັນ ສະເໝີກັນ 2 ປະຕູຕໍ່ 2 ເກັບໄປໄດ້ ທີມລະ 1 ຄະແນນ.
ສ່ວນຄູ່ທີສອງ ໄດ້ເລີ່ມຂຶ້ນໃນເວລາ 17:45 ໂມງ ລະຫວ່າງ ທີມຊາດລາວ ເຈົ້າພາບ ແລະ ທີມຊາດ ມຽນມາ ທີ່ສະໜາມ ກິລາແຫ່ງຊາດ ຫລັກ 16 ເມືອງໄຊທານີ ນະຄອນຫລວງວຽງຈັນ./.

ທີມເຕະບານຊາຍ ສາຍ A ຫວຽດນາມ ແລະ ໄທ ຊະນະ ເກັບ 3 ຄະແນນ
(4/12/2009)


*(ຂປລ): ນັດທີສອງຂອງການແຂ່ງຂັນເຕະບານຊາຍ ສາຍ A ໃນມະຫະກຳກິລາຊີເກມ ຄັ້ງທີ 25 (ວຽງ ຈັນເກມ) ໃນວັນທີ 4 ທັນວາ 2009 ທີ່ສະໜາມກິລາເຈົ້າອະນຸວົງ ມີການແຂ່ງຂັນສອງຄູ່ ໂດຍຄູ່ທຳອິດ ເລີ່ມຂຶ້ນ ໃນເວລາ 15:00 ໂມງ ລະຫວ່າງທີມຊາດໄທ ແລະ ທີມຊາດກຳປູເຈຍ. ຜ່ານການແຂ່ງຂັນ ທີມຊາດໄທ ສາມາດ ເອົາຊະນະທີມ ຊາດກຳປູເຈຍ 4 ປະຕູຕໍ່ 0 ເກັບຄະແນນໄດ້ 3 ຄະແນນ.
ສ່ວນຄູ່ທີສອງ ໄດ້ເລີ່ມຂຶ້ນໃນເວລາ 17:45 ໂມງ ລະຫວ່າງ ທີມຊາດ ຫວຽດນາມ ແລະ ທີມຊາດ ຕີມໍເລັສເຕ ຊຶ່ງເປັນ ທີມ ນ້ອງໃໝ່ ໃນການແຂ່ງມະຫະກຳກິລາຊີເກມ. ຜ່ານການແຂ່ງຂັນ ຈົນເຖິງນາທີສຸດທ້າຍ ທີມຊາດຫວຽດ ນາມກໍສາມາດ ເອົາ ຊະ ນະ ທີມຊາດຕີມໍເລັສເຕ 4 ປະຕູຕໍ່ 0 ແລະ ເກັບຄະແນນໄດ້ 3 ຄະແນນເຊັ່ນດຽວກັນ ກັບທີມຊາດ ໄທ ເຮັດໃຫ້ຕາ ຕະລາງຂອງສາຍ A ນີ້ ທີມຊາດຫວຽດນາມ ແລະ ທີມຊາດໄທ ມີຄະແນນນຳໜ້າ ດ້ວຍ 4 ຄະແນນ ເທົ່າກັນ ແລະ ປະຕູ ໄດ້-ເສຍກໍເທົ່າກັນ, ຖັດລົງມາແມ່ນທິມຊາດມາເລເຊຍ ທີ່ຫາກໍລົງສະໜາມພຽງນັດດຽວ ກໍສາມາດ ເກັບຄະ ແນນໄດ້ 3 ຄະ ແນນ ດ້ວຍການເອົາຊະນະ ທີມຊາດຕີມໍເລັສເຕ 11 ປະຕູຕໍ່ 0.
ສຳລັບການແຂ່ງຂັນເຕະບານຊາຍ ສາຍ B ນັດທຳອິດ ໄດ້ລົງສະໜາມໃນຕອນບ່າຍວັນທີ 5 ທັນວາ 2009 ນີ້ ທີ່ສະໜາມ ກິລາແຫ່ງຊາດ ຫລັກ 16 ເມືອງໄຊທານີ ນະຄອນຫລວງວຽງຈັນ ໃນເວລາ 15:00 ໂມງ ລະຫວ່າງ ທີມ ຊາດສິງກະໂປ ແລະ ທີມຊາດອິນໂດເນເຊຍ ແລະ ເວລາ 17:45 ເປັນການລົງສະໜາມ ນັດທຳ ອິດຂອງ ທີມ ຊາດລາວ ພົບກັບທີມຊາດມຽນມາ./.

ເລີ່ມການແຂ່ງຂັນບານເຕະຊາຍໃນມະຫະກຳກິລາຊີເກມຄັ້ງທີ 25
(2/12/2009)

ຂປລ: ການ​ແຂ່ງຂັນບານ​ເຕະ​ຮອບຄັດ​ເລືອກ​ໃນ​ກຸ່ມ A ນັດ​ທຳ​ອິດ ​ໃນ​ວັນທີ 2 ທັນວາ ຢູ່​ສະໜາມ ​ກິລາ ​ແຫ່ງ​ຊາດຫລັກ 16 ທີ​ມຊາດຫວຽດນາມ ສະ​ເຫມີ ທີ​ມຊາດ​ໄທ 1​​​​-1​​ , ຂະນະ​ ທ່ີທີມ ຊາດ​ມາ​ເລ​ເຊຍ​ ​ໄດ້ 3 ​ຄະ​ແນນ​ທຳ​ອິດພາຍຫລັງ​ຊະນະ​ທີ​ມຊາ​ດຕີ​ມໍ​ເລ​ສ​ເຕ 11​​​-0.
ທີ​ມຊາດ​ຫວຽດນາມ​ແລະ ​ໄທ ລົງ​ແຂ່ງຂັນ ​ເປັນ​ຄູ່​ທີ 2 ​ໃນ​ການ​ແຂ່ງຂັນ​ບານ​ ເຕະ​ ຮອບຄັດ​ເລືອກ​ກຸ່ມ A ​ເຊິ່ງ​ເປັນ​ຄູ່​ທີ່ ກອງ​ເຊຍຫມື່ນ​ກວ່າ​ຄົນຈາກ 3 ຊາດ: ລາວ, ຫວຽດ ນາມ ​ແລະ ​ໄ​ທ ​ໃຫ້​ ຄວາມ​ສົນ ​ໃ​ຈມາ​ຮ່ວມ​ ຊົມ​ເກືອບ​ເຕັມ​ສະຫນາມ ​ໂດຍ​ສະ​ເພາະ​ ກອງ​ເຊຍ​ຫວຽດນາມທ່ີ​ໃສ່​ ເສື້ອສີ​ແດງນັ່ງຢູ່​ເປັນ​ ຈຸດໆແລ້ວ​ ແກວ່ງ ທຸງຊາດ ພ້ອມ​ສົ່ງ​ ສຽງ​ ເຊຍ​ດັງ​ຄັບ​ສະຫນາມ ​ເປັນ​ໄລ ຍະໆ.ພໍ​ເລີ່​ມການ​ແຂ່ງຂັນ ​ທີ​ມຊາດ ​ໄທ​ເປັນ​ຝ່າຍ ​ບຸກ ຫລາຍ ກວ່າ,ແຕ່​ບໍ່​ຜ່ານ ​ກອງ​ຫລັງກໍ​ ຄື​ຜູ້​ຮັ​ກ ສາ​ປະຕູ ຂອງ​ຫວຽດນາມ​ໄດ້ ​ແລະ ​ມາ​ເຖິງນາທີໆ 35 ຫວຽດ ນາມ ​ເກືອບ​ໄດ້​ປະຕູ ​ໃນ​ຈັງຫວະ ​ທີ່ກອງ​ຫນ້າ​ຫວຽດນາມ ຫລອກ​ບານ​ຜ່ານ​ກອງ​ຫລັງ​ຂອງ ​ໄທ ​​ແລ້ວ​ຫລຸ​ດ​ດ່ຽວ​​ໃນ​ຂອບ​ເຂດ​ໂທ​ດ.ແຕ່​ຈັງ ຫວະ ການ​ຍິງບານ​ບໍ່​ດີ ບານ​​ໄປຕຳ ກາ​ວິນ ​ຜູ້​ຮັກສາ​ປະຕູ​ຂອງ​ໄທ​​ ຢ່າງ​ຫນ້າ​ເສຍດາຍ ​ແລະ ຈົບ​ເຄິ່ງທຳ​ອິດ ສ ​ເຫມີ​ກັນ 0​​​-0.
​ ໃນ​ເຄິ່ງ​ເວ​ລາ​ທີ 2 ຕ່າງ​ຝ່າຍ​ຕ່າງ​ບຸກ​ເພື່ອ​ຫວັງ​ປະຕູ ​ແລະ ຫລາຍ​​ເທື່ອທີ່​ທັງ​ຄູ່ ​ໄດ້​ໂອກາດ​ຫລຸດ ​ດ່ຽວ​​ເຂົ້າ​ໄປ​ຍິງ ​ປະຕູ​ໃນ​ ຂອບ​ເຂດ​ໂທດ, ແຕ່​ກໍບໍ່​ສາມາດ​ຍິງ ​ປະຕູ​ກັນ​ໄດ້ ເຊິ່ງ​ເຮັດ​ໄດ້ພຽງ ສ້າງ​ ຄວາມ​ຕື່ນ​ ເຕັ້ນ​ ໃຫ້ແກ່​ກອງ​​ເຊຍ​ເທົ່າ​ ນັ້ນ.ການ​ແຂ່ງ ຂັນດຳ​ເນີນ​ມາ​ຮອດ​ນາທີ​ໆ 72 ​ໄທ ກໍ​ມາ​ໄດ້​ປະຕູ​ຂຶ້ນ​ນຳ ​ຈາກ ​​ເຕະ ​ແຈ ບານ​ດົ່ງ​ເຂົ້າມາ​ຫນ້າ​ປະຕູ ​ແລະ ບຸນ ຕັນ ​ເຈືອງ ຜູ້​ ຮັກ ສາ​ປະຕູ​ ຂອງ​ ຫວຽດນາມ ຂຶ້ນ​ຮັບ​ບານ. ​ແຕ່​ບານ ​ຫລຸດ​ມື ​ແລ້ວ ກິ​ລະຕິ ​ແກ້ວ​ສົມບັດ ຫມາຍ​ເລກ 9 ຂອງ ​ໄທ ຍິງ​ບານ​ ເຕັມ​ຕີນ ​ເຂົ້າ​ປະຕູ​ໄປ​ ຢ່າງ​ສວຍ ​ງາມ.​ໃນ​ນາທີ ສຸດ​ທ້າຍ​ຂອງ​ເກ​ມ ຫວຽດນາມ​ ມາ​ໄດ້​​ ລູກ​ໂທ​ດ ຈາກການ​​ເຮັດ​ຜິດ​ກະ ຕິ​ກາຂອງ​ຜູ້​ຫລິ້ນ ​ຂອງ​ໄທ ​ແລະ ກໍ​ເປັນ ຮວາງ ດິງ ຕຸ​ງ ຫມາຍ​ເລກ 9 ຍິງ​ປະຕູ​ຕີສະ​ເຫມີ​ໃຫ້ ຫວຽດນາມ ​ໄດ້​ສຳ​ເລັດ ​ເປັນ 1​​-1.ຈົບ​ການ​ແ​ຂ່ງຂັນສະ ​ ເຫມີ​ກັນ 1​​-1 ​ແບ່ງ​ກັນ​ໄປ​ທີ​ມລະ 1 ຄະ​ແນນ. ​
ສຳລັບການ​ແຂ່ງຂັນ​ລະ ຫວ່າງທີມຊາດ​ມາ​ເລ​ເຊຍ​ກັບ​ທີມຊາດ​ຕີ​ມໍ​ເລັສ​ເຕ​ນັ້ນ,​ ທີມຊາດ​ ມາ​ເລ​ເຊຍ ​ຊະນະ ທີ​ມຕີ​ມໍ​ເລ​ສ​ເຕ​ເຖິງ 11​​-0 ​ໄດ້ 3 ຄະ​ແນນ​ສຳຄັນ​ ໃນນັດ​ທຳ​ອິດ ​ແລະ ກໍ​​ເປັນ​ທີ 1 ຂອງກຸ່ມ​ໃນ​ຕາຕະ ລາງ​ທັນທີ.​/.່

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446