ລາຍງານຜົນການແຂ່ງຂັນກິລາປະຈຳວັນ

 

 







ກິລາດຳນ້ຳຂອງລາວສູ້ຊົນເປັນຜົນສຳເລັດຄວ້າໄດ້ 2 ຫລຽນຄຳ

(17/12/2009) 9:19 ມ

ການແຂ່ງຂັນດຳນ້ຳໃນມະຫະກຳກິລາຊີເກມ ຄັ້ງທີ 25; ສາວປອດເຫລັກ ນັກກິລາດຳ ນ້ຳຂອງລາ ວຄວ້າມາ ໄດ້ 2 ຫລຽນຄຳ ຈາກການແຂ່ງຂັນດຳນ້ຳໃນວັນທີ 16 ທັນ ວາ 2009ທີ່ສະຫນາມກິລາແຫ່ງ ຊາດຫລັກ 16 ເຊິ່ງກ່ອນນັ້ນຫນຶ່ງວັນຄື ວັນທີ 15 ທັນວາ ກໍຄວ້າໄດ້ ຫລຽນ ທອງໃນກິລາປະເພດນີ້.
ນາງ ຄຼິດຈິນາ ສິງດາລາ ແລະ ນາງ ອຳດາວັນ ພັນມີບຸນກອງ ສອງສາວປອດເຫລັກ ຂອງລາວສາມາດ ຄວ້າ ມາໄດ້ຄົນລະ 1 ຫລຽນຄຳຈາກດຳນ້ຳ ໄລຍະ 50 ແມັດແລະ 400 ແມັດ ຕາມລຳດັບໃນມື້ວານນີ້ທີ່ສະ ຫນາມ ຫລັກ16, ເລື່ອນອັນດັບໃນຕາຕະລາງຫລຽນກິລາດຳນ້ຳໃຫ້ລາວກ້າວຂຶ້ນມາຢູ່ອັນດັບ 3 ໃນຈຳນວນ 4 ປະ ເທດ ທີ່ໄດ້ຫລຽນ (ເວລາ 18:45 ໂມງ, ວັນທີ 16 ທັນວາ 2009), ມີ 2 ຫລຽນ ຄຳ, 2 ຫລຽນ ທອງ.
ການແຂ່ງຂັນກິລາດຳນ້ຳໃນຊີເກມຄັ້ງທີ 25ມີການຊີງໄຊກັນທັງຫມົດ 16 ຫລຽນຄຳ, ມາເຖິງວານນີ້ ສະ ຫລຸບ ຕາຕະລາງຫລຽນລາງວັນອັນດັບຫນຶ່ງ ສສ ຫວຽດນາມ ມີ 6 ຫລຽນຄຳ, 3ຫລຽນເງິນ ແລະ 1 ຫລຽນ ທອງ, ອັນ ດັບສອງອິນໂດເນເຊຍ ມີ 2 ຫລຽນຄຳ, 2 ຫລຽນເງິນແລະ 3 ຫລຽນທອງ.
ນອກຈາກ​ນີ້, ໜຸ່ມ​ດຳນ້ຳປອດ​ໃຫຍ່​ຂອງ​ລາວ​ເຮົາກໍ​ໄດ້ 1 ຫລຽນ​ທອງ ​ໃນ​ໄລຍະ 50 ແມັດ ຈາກ​ທ້າວ ພູ ທອນ.


 

 

 

 

 

 

 

 

 

 

 

 

 

 

 

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446