ລາຍງານຜົນການແຂ່ງຂັນກິລາປະຈຳວັນ

 


ກິລາແລ່ນ-ລານໄດ້ຊິງກັນເຖິງ 45 ຫລຽນຄຳ
(17/12/2009) 19:04 ມ


*(ຂປລ): ຕາມການສະຫລຸບຜົນ ຂອງການແຂ່ງຂັນກິລາ ແລ່ນ-ລານ ຕະຫລອດໄລຍະ 5 ວັນ ໃນມະຫະກຳກິລາຊີເກມ ຄັ້ງທີ 25 ຢູ່ສະໜາມກິລາແຫ່ງຊາດຫລັກ 16 ເມືອງໄຊທານີ, ນະຄອນ ຫລວງວຽງຈັນ ໄດ້ຊິງກັນທັງໝົດ 45 ຫລຽນຄຳ, 46 ຫລຽນເງິນ ແລະ 44 ຫລຽນທອງ, ໃນນີ້ ນັກ ກິ ລາໄທ ສາມາດຍາດໄດ້ 14 ຫລຽນຄຳ, 20 ຫລຽນເງິນ ແລະ 14 ຫລຽນທອງ, ອິນໂດເນເຊຍ ໄດ້ 7 ຫລຽນຄຳ, 7 ຫລຽນເງິນ ແລະ 7 ຫລຽນທອງ, ຫວຽດນາມ ໄດ້ 7 ຫລຽນຄຳ, 4 ຫລຽນເງິນ 11 ຫລຽນທອງ ແລະ ຟີລິບປິນຍາດໄດ້ 7 ຫລຽນຄຳ, 3 ຫລຽນເງິນ, 4 ຫລຽນ ທອງ, ມາເລເຊຍໄດ້ 6 ຫລຽນຄຳ, 6 ຫລຽນເງິນ, 4 ຫລຽນທອງ, ມຽນມາ ໄດ້ 2 ຫລຽນຄຳ, 5 ຫລຽນເງິນ, 2 ຫລຽນທອງ ແລະ ສິງກະໂປ ໄດ້ 2 ຫລຽນຄຳ, 1 ຫລຽນເງິນ. ສ່ວນ ລາວ ແລະ ກຳປູເຈຍ ໄດ້ໄປ 1 ຫລຽນທອງ.
ສຳລັບຜົນການແຂ່ງຂັນມື້ວານນີ້ (17 ທັນວາ) ໄດ້ຊິງກັນ 12 ຫລຽນຄຳ ໃນ 14 ລາຍການ ຊຶ່ງເລີ່ມຈາກແລ່ນ 10.000 ແມັດ ຍິງໃນຮອບຊິງຊະນະເລີດ ອັນດັບໜຶ່ງ ແມ່ນອິນໂດເນເຊຍ ໃຊ້ເວ ລາ 32:49 ນາທີ ໄດ້ຫລຽນຄຳ, ຫລຽນເງິນ ແມ່ນຟີລິບປິນ ໃຊ້ເວລາ 36:15 ນາທີ ແລະ ຫລຽນທອງ ແມ່ນຫວຽດນາມ ໃຊ້ເວລາ 36:57 ນາທີ, ຄ້ຳທໍ່ຍິງ ມາເລເຊຍ ໄດ້ຫລຽນຄຳ ຄ້ຳສູງເຖິງ 4,15 ແມັດ, ຫວຽດນາມໄດ້ຫລຽນເງິນ ຄ້ຳສູງເຖິງ 3,90 ແມັດ ແລະ ໄທ ຄ້ຳສູງເຖິງ 3,75 ແມັດ ໄດ້ຫລຽນທອງ. ສຳລັບລາຍການຊັດຫລາວຊາຍ ຟີລິບປິນຊັດໄດ້ 72,93 ແມັດ ໄດ້ຫລຽນຄຳ, ສ່ວນໄທ ໄດ້ຫລຽນ ເງິນ ແລະ ຫລຽນທອງ ຊັດໄດ້ 67,68 ແມັດ ແລະ 67,43 ແມັດ. ແລ່ນ1.500 ແມັດຊາຍ ຫວຽດ ນາມ ໄດ້ຫລຽນຄຳ ໃຊ້ເວລາ 3:46 ນາທີ, ມາເລເຊຍ ໄດ້ທັງຫລຽນເງິນ ແລະ ຫລຽນທອງ ໃຊ້ເວລາ 3:4 ນາທີ ແລະ 3:48ນາທີ. ແລ່ນ 1.500 ແມັດຍິງ ຫວຽດນາມ ແລ່ນໃຊ້ເວລາ 4:19 ນາທີໄດ້ ຫລຽນຄຳ, ຫລຽນເງິນມຽນມາ 4:20 ນາທີ ສ່ວນຫວຽດນາມ ຍັງໄດ້ອີກຫລຽນທອງເຮັດໄດ້ 4:38 ນາທີ.
ນອກນີ້ ການແຂ່ງຂັນເຕັ້ນສູງ ມາເລເຊຍ ໄດ້ຫລຽນຄຳ ເຕັ້ນສູງເຖິງ 2,18 ແມັດ, ໄທ ໄດ້ ທັງຫລຽນເງິນ ແລະ ຫລຽນທອງ ເຕັ້ນສູງເຖິງ 2,14 ແມັດ ແລະ 2,10 ແມັດ. ຊຸກນ້ຳໜັກຍິງ ສິງກະ ໂປ 17,12 ແມັດ, ໄທ ໄດ້ທັງຫລຽນເງິນ ແລະ ຫລຽນທອງ 15,77 ແມັດ ແລະ 14,08 ແມັດ. ພ້ອມ ນີ້ ຍັງມີການແຂ່ງຂັນລາຍການແລ່ນ 400 ແມັດຊາຍ ມາເລເຊຍ ໄດ້ຫລຽນຄຳ ໃຊ້ເວລາ 47,11 ນາທີ, ອິນໂນເນເຊຍ ໃຊ້ເວລາ 47,35 ນາທີ ໄດ້ຫລຽນເງິນ ແລະ ໄທໄດ້ຫລຽນທອງ ໃຊ້ເວ ລາ 47,53 ນາທີ. ແລ່ນ 400 ແມັດຍິງ ໄທ ໄດ້ຫລຽນຄຳໃຊ້ເວລາ 54,16 ນາທີ, ຫລຽນເງິນ ແມ່ນ ມຽນມາ ໃຊ້ເວລາ 54,25 ນາທີ ແລະ ຫລຽນທອງແມ່ນມາເລເຊຍ ໃຊ້ເວລາ 54,32 ນາທີ. ແລ່ນ 4X100 ແມັດປ່ຽນໄມ້ຊາຍ ໄທໃຊ້ເວລາ 39,34 ນາທີ, ສິງກະໂປ ໄດ້ຫລຽນເງິນ ໃຊ້ເວລາ 39,82 ນາ ທີ ແລະ ອິນໂດເນເຊຍ ແມ່ນ ໄດ້ຫລຽນທອງໃຊ້ເວລາ 40,16 ນາທີ, ຫລຽນ 4X100 ແມັດ ປ່ຽນໄມ້ຍິງ ໄທຍັງໄດ້ຫລຍນຄຳ ໃຊ້ເວລາ 44,54 ນາທີ, ຫວຽດນາມໄດ້ຫລຽນເງິນ ໃຊ້ເວລາ 44,82 ນາທີ ແລະ ອິນໂດເນເຊຍໄດ້ຫລຽນທອງ ໃຊ້ເວລາ 45,32 ນາທີ ແລະ ສຸດທ້າຍແມ່ນລາຍ ການແຂ່ງຂັນປະເພດສະສົມຄະແນນເພດຍິງ ຮອບຊິງຊະນະເລີດອັນດັບໜຶ່ງແມ່ນໄທ ໄດ້ຄະແນນ 5,644 ຄະແນນ ໄດ້ຫລຽນຄຳ, ຫລຽນເງິນແມ່ນຟີລິບປິນ ໄດ້ 5,167 ຄະແນນ ແລະ ຫວຽດນາມ ໄດ້ຫລຽນທອງ ມີ 5,166 ຄະແນນ./.

ການແຂ່ງຂັນແລ່ນ- ລານເປີດສະໜາມມື້ນີ້
(13/12/2009) 12:42 ມ


*(ຂປລ):ການແຂ່ງຂັນແລ່ນ-ລານໃນງານມະຫະກຳຊີເກມຄັ້ງທີ 25 ທີນະຄອນຫລວງວຽງຈັນໄດ້ເລີ່ມແຂ່ງ ຂັນແຕ່ເວລາ 9:00 ທີ່ສະໜາມກິລາຫລັກ 16 ເປັນມື້ທຳອິດໂດຍມີ 11 ປະເທດ ເຂົ້າຮ່ວມ ແຂ່ງຂັນໃນປະເພດແລ່ນ 100 ແມັດຊາຍ, ເຕັ້ນຍາວຊາຍ, ຂ້າມຮົ້ວ 400 ແມັດ ຍິງ-ຊາຍ, ຊຸກນ້ຳໜັກຊາຍ, ແກ່ວງຄ້ອນຊາຍ, ເຕັ້ນສູງຊາຍ, ເຕັ້ນສາມກ້າວ,ຊັດຫຼາວຍິງ,ແລ່ນ 5.000 ຊາຍ ແລະ ແລ່ນ 400 ແມັດຊາຍ.
ທ່ານ ສາຍທອງ ແກ້ວດວງດີ, ຫົວໜ້າສະຫະພັນແລ່ນ-ລານແຫ່ງຊາດລາວໄດ້ເປີດເຜີຍໃຫ້ຮູ້ວ່າ :ໃນກອງ ປະຊຸມປຶກສາຫາລືດ້ານເຕັກນິກຂອງກິລາແລ່ນ-ລານຈາກ 11 ຊາດເຂົ້າຮ່ວມທີ່ໄດ້ຈັດ ຂຶ້ນ ມື້ວານນີ້ ແມ່ນຕົກລົງ ເປັນ ເອກະພາບການໃນການຕັດສິນຊີ້ຂາດການ ແຂ່ງຂັນກິລາປະເພດດັ່ງກ່າວດ້ວຍ ກົດ ກະຕິກາສາກົນຊຶ່ງມີນັກກິລາທີມຊາດລາວລົງ ແຂ່ງຂັນ ຈຳນວນ 41 ຄົນ ຍິງ 15 ຄົນ ປະ ກອບມີ 45 ປະເພດກິ ລາ, ຜ່ານການຝຶກຊ້ອມຕົວຈິງເຫັນວ່ານັກກິລາຂອງລາວ ມີຄວາມພ້ອມສູງກວ່າຖ້າທຽບໃສ່ໄລຍະຜ່ານມາ ໂດຍ ສະເພາະໄດ້ມີອຸປະກອນທັນສະໄໝ ເພື່ອ ນຳໃຊ້ໃນ ການ ຝຶກຊ້ອມຫລາຍຂຶ້ນ ແລະໄດ້ຮຽນຮູ້ເຕັກນິກ ອັນ ໃໝ່ ຊຶ່ງສະແດງອອກໃນການສະຖິທິຜົນການຝຶກຊ້ອມຢູ່ສູນສີເກີດນັບມື້ດີຂຶ້ນ.ນອກນີ້ບັນດານັກກິລາ ທີ່ລົງແຂ່ງຂັນ ກໍ ລ້ວນແຕ່ ໄດ້ຜ່ານການແຂ່ງ ຂັນ ຫລາຍຄັ້ງເຖິງແມ້ນວ່າຜົນງານຈະບໍ່ໂດດເດັ່ນ ປານໃດກໍຕາມແຕ່ກໍເຊື່ອ ວ່າ ການລົງແຂ່ງຂັນຄັ້ງນີ້ບັນດານັກກິລາລາວຈະນຳໃຊ້ເຕັກນິກອັນໃໝ່ ແລະປະສົບການຕົວ ຈິງ ເຮັດໃຫ້ດີທີ່ສຸດ ເພື່ອ ຍາດເອົາຫລຽນໃຫ້ໄດ້.
ທ່ານ ຫົວໜ້າສະຫະພັນແລ່ນ-ລານແຫ່ງຊາດລາວ ຍັງໄດ້ເນັ້ນຕື່ມອີກວ່າ:ການຝຶກຊ້ອມແບບມີວິທະຍາສາດ ດ້ານກິລາ ກໍມີຄວາມສຳຄັນທີ່ສຸດທີ່ຈະເຮັດໃຫ້ນັກກິລາມີການພັດທະນາໄວ້ຂຶ້ນ ໂດຍ ສະ ເພາະອຸປະກອນທັນ ສະໄໝ ແລະຄູຝຶກທີ່ມີປະສົບການສູງກໍສາມາດເຮັດໃຫ້ນັກກິລາສ້າງສະຖິຕິໃໝ່ຂຶ້ນໄດ້ ເປັນຕົ້ນ ແລ່ນ 100 ແມັດຜ່ານມາ ສະຖິ ຕິ ເກົ່າຂອງນັກກິລາທີມ ຊາດລາວແລ່ນໄດ້ 11 ກວ່ານາທີ ແຕ່ໄລຍະຝຶກຊ້ອມສາ ມາດ ເຮັດສະຖິຕິໃໝ່ ໄວ້ຂຶ້ນພຽງແຕ່ 10 ນາທີເທົ່ານັ້ນ, ກິລາຊັດຫລາວບໍ່ກາຍ 36​-37 ແມັດ ແຕ່ດຽວນີ້ພັດທະນາຂຶ້ນ 40 ກວ່າແມັດ, ນັກກິລາ ກິລາ ຄ້ຳ ທໍ່ເຮັດໄດ້ 4 ແມັດກວ່າ ແລະກິລາປະເພດອື່ນໆເຫັນວ່າກະໂດດຂັ້ນດີຂຶ້ນກວ່າເກົ່າ.
ຂະນະດຽວກັນກໍຍັງມີບາງລາຍການຂອງກິລາແລ່ນ-ລານຂອງລາວບໍ່ໄດ້ສົ່ງນັກກິລາລົງແຂ່ງຂັນ ໄດ້ເປັນຕົ້ນ ປະເພດເຕັ້ນຂ້າມສິງກີດຂວາ, ເຕັ້ນສູງ, ເຕັ້ນຍາວ ແລະອື່ນໆອີກເນື່ອງຈາກ ສະຖິຕິ ທີ່ ເຮັດໄວຍັງບໍສູງຖ້າທຽບກັບ ນັກກິ ລາ ປະເທດອື່ນ ຊຶ່ງຈຳເປັນຕ້ອງຝຶກຊ້ອມຕື່ມອີກ./.


ລາວຫວັງສູງ​ຈະ​ໄດ້​ຫລຽນ ໃນກິລາ​ແລ່ນ-ລານ

ນັກ​ກິລາ​ແລ່ນ-ລານ​ລາວ​ຕັ້ງຄວາມ​ຫວັງ​ສູງທີ່​ຈະ​ໄດ້​ຫລຽນ​​ໃດ​ຫລຽນ​ໜຶ່ງ​ໃນ​​ມະຫະກຳ​ກິລາຊີ​ເກມຄັ້ງ ທີ 25ນີ້ ​ເນື່ອງ​ຈາກບັນດາ​ນັກ​ກິລາ​ທີ່​ກຽມ​ລົງ​ແຂ່ງຂັນທັງ​ໝົດ 41 ຄົນ, ຍິງ 15 ຄົນ ນັ້ນພວມ ​ຝຶກ​ຊ້ອມ​ ຢ່າງ ​ໜັກ ມາແຕ່​ຕົ້ນປີ 2009 ​ນີ້ ​​ໂດຍ​ຄູ​ຝຶກ​​ລາວ ​ແລະ​ໄທ ຮ່ວມ​ກັນ​ຝຶກ​​ໃຫ້​ນັກ​ກິລາ ດ້ານ​ພະລະກຳລັງ ​ແລະ​ ເຕັກນິກ​ ອື່ນໆ.ຂະນະ ດຽວກັນກໍ​ມີ​ຫລາຍ​ບໍລິສັດສະໜັບສະໜູນ​ເປັນຕົ້ນ ບໍລິສັດເບຍ​ລາວ, ບໍລິສັດ​ລາວ​ໂຕ​ໂຍຕາ​ຈຳກັດ ​​ແລະບໍລິສັດ​ອື່ນ​ໆ ສົ່ງຜົນເຮັດ​ໃຫ້​ນັກ​ກິລາ​ມີ​ຄວາມ​ພ້ອມທີ່​ຈະ​ລົງ​ແຂ່ງຂັນ​ ໃນ​ລະຫວ່າງ ​ວັນ​ທີ 13-17 ທັນວາ 2009 ​ເພື່ອ​ຊີງ​ໄຊ​ເອົາ 41 ຫລຽນ​ຄຳ.
ທ່ານ ສຸດທິ​ໄຊ ສັກ​ປະ​ເສີດ ຄູ​ຝຶກ​ນັກ​ກິລາ​ແລ່ນ -ລານ​ລາວ​ໄດ້​ເປີດ​ເຜີຍ​ຕໍ່​ນັກ​ຂ່າວ​ໃນ​ວັນ​ທີ 3 ທັນວາ 2009 ​ວ່າ:​ ພາຍຫລັງ​ນັກ​ກິລາ​​ແລ່ນ-ລານ​ຂອງລາວ​ໄດ້​ເຂົ້າຮ່ວມ​ ການ​ແຂ່ງຂັນ​ກິລາ ອິນ​ດໍ​ ເກ​ມ ຢູ່​ ສສ ຫວຽດນາມ​ເມື່ອ​ບໍ່ດົນ​ມາ​ນີ້ ​​ເຖິງ​​ວ່າ​ຈະ​ບໍ່​ສາມາດ​​ໄດ້​ຫລຽນ ​ແຕ່​ກໍ​ສາມາດ​ສ້າງ​ ສະຖິຕິ​ໃໝ່​ທີ່​ດີກ​ວ່າ​ເກົ່າ ພ້ອມ​ທັງ​ໄດ້​ມີ​ການຄົ້ນຄວ້າຊອກ​ຫາ​ວິທີ​ແກ້​ໄຂ​ບາງ​ຈຸດ​ທີ່​ຍັງ​ ບໍ່​ທັນ​ເຮັດ​ ໄດ້​ດີ​ເພື່ອ​​ປັບປຸງ​ແກ້​ໄຂ​ໃຫ້​ດີ​ຂຶ້ນ.ຈາກນີ້ຈຶ່ງ​ເຮັດ​ໃຫ້​ມີ​ຄວາມ​ໝັ້ນ​ໃຈ​ທີ່​ຈະ​ສາ ມາດ​ຍາດເອົາ​ຫລຽນ​ໃດ​ໜຶ່ງ​ຈາກ​ການ​ແຂ່ງຂັນ​ໃນ​ຊີເກມຄັ້ງທີ 25 ນີ້ ​ໂດຍ​ສະ​ເພາະ​ແມ່ນ​ກິລາ 10 ປະ​ເພດລານ​ເປັນ ຕົ້ນ: ຊັດຫລາວ ​ແລະເຕັ້ນ ທີ່​ມີ​ການ​ເສີມສ້າງ​ດ້ານ ພະລະ ​ກຳລັງ ​ທີ່​ດີກ​ວ່າ​ເກົ່າ ພ້ອມ​ທັງ​ບັນດາ​ນັກ​ກິລາ​ກໍ​ມີ​ກຳລັງ​ໃຈທ່ີຈະເຮັດ​ໃຫ້​ດີ​ທີ່​ສຸດ ./.

 

 

 

 

 


 

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446