ລາຍງານຜົນການແຂ່ງຂັນກິລາປະຈຳວັນ

 

 








ລາວ​ໄດ້ 1 ຄຳ 2 ເງິນ ແລະ 1 ທອງ ຈາກ​ກິລາ​ຢູ​ໂດ
(16/12/2009) 19: 15 ມ

* ພາຍຫລັງ​ນັກ​ກິລາ​ຢູ​ໂດ​ທີ​ມຊາດ​ລາວ ສ້າງ​ຜົນງານ​ໄດ້ໂດຍ​ການຍາດ​ໄດ້ 1 ຫລຽນ​ເງິນ ແລະ 2 ຫລຽນ​ທອງ ​ໃນ​ວັນ​ທີ 15 ທັນວາ ​ແລະ ​ໃນ​ມື້ນີ້,ນັກ​ກິລາ​ຍອດ​ ນັກ​ສູ້​ ລາວ ​ເຮົາ ກໍ​ສາມາດ ຊະນະ​ເໜືອ​ຄູ່​ຕໍ່​ສູ້​ໃນ​ຫລາຍ​ລຸ້ນ ໂດຍ​ຍາດ​ມາ​ໄດ້​ຕື່​ມອີກ 1 ຫລຽນ​ຄຳ 2 ຫລຽນ​ເງິນ ແລະ 1 ຫຼຽນທອງ,ຂະນະ​ທີ່​ມວຍ ​ປ້ຳກໍ​ໄດ້​ມາ​ອີກ 1 ຫລຽນ​ທອງ.
​ໃນ​ການ​ແຂ່ງຂັນ​ເຂົ້າຮອບ ​ແລະ ຊີງ​ຊະນະ​ເລີດກິລາ ຢູ​ ໂດ ມື້​ນີ້,ນັກ​ກິລາ​ລາວ​ເຮົາ ​ໄດ້ ພ້ອມ​ ກັນ​ໃຈ​ ຍາດ​ ເອົາ​ຫລຽນ ​ມາ​ໄດ້​ອີກ 4 ຫລຽນ,​ ໃນ​ນີ້ ຫລຽນ ​ຄຳ ​ໄດ້​ຈາກ​ນາງ ​ພອນ ​ນະລີ ​ໃນ​ລຸ້ນ ນ້ຳໜັກ​ບໍ່​ເກີນ 52 ກິ​ໂລ, ນາງ ​ເພັດ​ທິດາ ​ໃນ​ລຸ້ນນ້ຳໜັກ​ບໍ່​ເກີນ 48 ກິ​ໂລ ແລະ ນາງ ຈິບ​ ຈິນດາ ​ໃນ​ລຸ້ນນ້ຳໜັກ​ບໍ່​ເກີນ 57 ກິ​ໂລ ໄດ້​ ຫລຽນ​ເງິນ ແລະ ທ້າວ ຈິນດາ​ວອນ ໄດ້​ ຫລຽນ​ ທອງ ​ໃນ​ລຸ້ນນ້ຳ ໜັກ​ບໍ່​ເກີນ 60 ກິ​ໂລ.
ມາ​ຮອດ​ມື້​ນີ້ ລາວ​ເຮົາ ​ໄດ້ 1 ຫລຽນ​ຄຳ,3 ຫລຽນ​ເງິນ ແລະ 3 ຫລຽນ​ທອງ ​ໃນ​ກິລາ​ຢູ​ໂດ, ຂະນະ​ ທີ່​ກິລາ​ ມວຍ​ປ້ຳ ໄດ້​ຕື່ມ​ອີກ 1 ຫລຽນ​ທອງ ຈາກ​ນາງ ​ໂອ​ໄດ ​ໃນ​ລຸ້ນ ນ້ຳໜັກ​ບໍ່​ເກີນ 55 ກິໂລ ເຊິ່ງກິລາ​ມວຍ​ປ້ຳ ມາ​ຮອດ​ມື້ນີ້ ລາວ​ເຮົາຍາດ​ໄດ້ 2 ຫລຽນ​ຄຳ ​ແລະ 1 ຫລຽນ​ ທອງ​.
​ ໃນມື້ດຽວ​ກັນ,ນັກ​ກິລາ​ໂດດ​ນ້ຳລາວ​ເຮົາ ກໍ​ສະ​ແດງ​ຄວາມ​ສາມາດຍາດ​ໄດ້ 1 ຫລຽນ​ຄຳ​ ແລະ 1 ຫລຽນ​ທອງ .
/.


 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446