9 ເດືອນທ່ີຝຶກຊ້ອມ ຫລຽຕຳ ເປັນຫລຽນທ່ີພິສູດການເຮັດເພື່ອຊາດ
* ຕ້ອງບອກວ່າ ມາເຖິງເວລານີ້ ຄວາມພູມໃຈຂອງຄົນລາວທັງຊາດຍັງບໍ່ທັນຈາງ ຫາຍໄປຈາກ ຜົນ ສຳ ເລັດຂອງນັກກິລາລູກຫລານຂອງຕົນ ເຊິ່ງມີຫລາຍ ປະ ເພດກິລາສົ່ງເຂົົ້າ ຮ່ວມແຂ່ງຂັນເທື່ອທຳອິດສາມາດນຳເອົາຫລຽນມາໃຫ້ຊາດ ເຊິ່ງໜຶ່ງໃນນີ້ກໍແມ່ນກິລາດຳນ້ຳໂດຍບໍ່ນຶກບໍ່ຝັນເລີຍວ່າປະເທດລາວເຮົາ ສາ ມາດ ຍາດມາໄດ້ເຖິງ 3 ຫລຽນຄຳ , 4 ຫລຽນທອງ ແລະ 1 ໃນ 7 ນັກກິລາທີ່ໄດ້ຮ່ວມກັນຍາດໄດ້ຫລຽນຄຳມາ ໃຫ້ຊາດເທື່ອນີ້ກໍມີນາງ ຄຣິດຊີນາ ສິງດາ ລາ. ຮູ້ສຶກຕື້ນຕັນໃຈຈົນເວົ້າບໍ່ອອກ ເມື່ອໄດ້ ຫລຽນຄຳ ຫລຽນແຫ່ງກຽດສັກສີຂອງຊາດລາວເຮົາ ນາງ ຄຣິດ ຊີນາ ສິງດາລາ ກ່າວ. ຂະໜາດວ່າເວົ້າ ບໍ່ອອກໄດ໋ນີ້ ແລະ ຖ້າເວົົ້າອອກ ຊິບໍ່ຊາບຊຶ້ງກັບຄວາມສຳເລັດ ຂອງຕົນເອງ ແລະ ຂອງ ຊາດບໍ່? ແນ່ນອນເປັນດັ່ງນາງເວົ້າແທ້, ຂະໜາດວ່າຜູ້ຂຽນເອ ງບໍ່ໄດ້ແຂ່ງ ຂັນເມື່ອຮູ້ ວ່າ ນັກກິລາຊາດຕົນໄດ້ ຫລຽນຄຳ,ຫລຽນເງິນ ແລະ ຫລຽນ ທອງ ກໍອົດກັ້ນນ້ຳຕາໄວ້ບໍ່ໄດ້ຄືກັນ. ນາງ ຄຣິດຊີນາ ສິງດາລາ ເວົ້າສູ່ຟັງ ອີກວ່າ: ປີນີ້ຂ້ອຍມີ ອາຍຸ 17 ປີ, ສຶກສາຮ່ຳຮຽນຢູ່ສະຖານທູດ ຣັດເຊຍ, ຂ້ອຍກັບໝູ່ຄູ່ນັກກິລານຳກັນ ບໍ່ມີໃຜຄາດຄິດວ່າຈະເອົາ ຫລຽນນັ້ນຫລຽນ ນີ້ດອກ ເພາະມັນເປັນ ເທື່ອ ທຳອິດທີ່ເຂົ້າ ຮ່ວມ ແຂ່ງຂັນໃນລະ ດັບພາກ ພື້ນ ເຊິ່ງທຽບກັບນັກກິລາປະເທດອື່ນແລ້ວ ຕ່າງກັນຫລາຍ, ແຕ່ພວກ ຂ້ອຍກໍໄດ້ ລວບ ລວມສະມາທິ ແລະ ບົດ ຮຽນທີ່ໄດ້ຝຶກແອບມາແຕ່ ສສ ຫວຽດນາມ ພຽງແຕ່ 9 ເດືອນເທົ່ານັ້ນ. ຄວາມຈິງແລ້ວ, ບໍ່ວ່າໃຜກໍຕາມ ເມື່ອຈາກບ້ານເກີດເມືອງນອນ ເປັນເວລາ ດົນນານຍ່ອມຄິດຮອດຄິດເຖິງມັນກໍ ເປັນເລື່ອງທຳມະດາ ດັ່ງ ຄຣິດຊີນາ ເລົ່າວ່າ: ການຝຶກແອບນັ້ນສັ້ນ,ແຕ່ຕ້ອງໄດ້ຮຽນຮູ້ທຸກສິ່ງຢ່າງ ຈຶ່ງເປັນເລື່ອງ ທີ່ໜັກ ໜ່ວງທີ່ສຸດ ທັງຄິດຮອດພໍ່ແມ່ໝູ່ເພື່ອນ, ແຕ່ເມື່ອ ພັກ-ລັດ ໃຫ້ໂອກາດ ຍ້ອນເພິ່ນ ເຊື່ອໝັັ້ນ, ສຳຄັນຄືຢາກຮັບ ໃຊ້ຊາດຢ່າງໝົດຈິດໝົດໃຈ ຈຶ່ງບໍ່ທໍ້ຖອຍ ແລະ ຕັ້ງໜ້າຕັ້ງຕາຝຶກຊ້ອມໃຫ້ດີທີ່ສຸດ.ການທີ່ໄດ້ ຫຼຽນຄຳ ນັ້ນ ໃນ ເວລານີ້ ຈຶ່ງຊວາດ ຮູ້ວ່າການຝຶກຊ້ອມໜັກນັ້ນຄືຜົນໄດ້ຮັບຂອງຊີວິດທີ່ຄິດຢູ່ຕະຫລອດເວລາວ່າ ເພື່ອຊາດ ຕ້ອງອົດ ທົນ ຕ້ອງຕໍ່ສູ້ ແລະເຮັດໃຫ້ດີທີ່ສຸດ./.
ກັບສາລະບານ