ຂ່າວກິລາ

ສະຫະພັນ ເປ​ຕັງ​ແຫ່ງ​ຊາດ ​ຄົ້ນ​ ຫາ ນັກ​ກິລາ​ ​ເຂົ້າ​ຮ່ວມ​ແຂ່ງຂັນ​ໃນ​ລະດັບ​ສາກົນ

* ສະຫະພັນ ເປ​ຕັງ​ແຫ່ງ​ຊາດ ກຽມ​ຊອກ​ຄົ້ນ​ນັກ​ກິລາ​ທີ່​ມີ​ພອນ​ສະຫວັນ​ລຸ້ນ​ໃຫມ່ ມາ​ເປັນ​ນັກ​ກິລາ​ທີ​ມຊາດ ​ເພື່ອ​ກຽມ​ເຂົ້າ​ຮ່ວມ​ແຂ່ງຂັນ​ໃນ​ລະດັບ​ສາກົນ ເຊິ່ງ ໃນ​ ຊີ​ເກ​ມ ຄັ້ງທີ 25 ຜ່ານ​ມາ ​ເຖິງ​​ວ່າ ບໍ່​​ບັນລຸ​ເປົ້າ​ຫມາຍ​​ໃນ​ການ​ຍາດ​ແຍ່ງ ​ຫລຽນ​ຄຳ ມາ​ຄອງກໍ​ຕາມ, ແຕ່​ເພື່ອ​ເປັນ​ການ​ສືບຕໍ່​ພັດທະນາ​ກິລາ​ປະ​ເພດ​ນີ້ ໃຫ້​ ກ້າວ ຫນ້າ​ຂຶ້ນທາງ​ສະຫະພັນ ໄດ້​ກຽມ​ຈັດການ​ແຂ່ງຂັນ​ລາຍການ​ສຳຄັນ​ຕ່າງໆ ເພື່ອ​ຊອກ​ຄົ້ນ​ນັກ​ກິລາ​ທີ່​ມີ​ພອນ​ສະຫວັນ.
ທ່ານ ຄຳ​ຫລ້າ ວິນ​ໄລ​ທອງ ຮອງ​ປະທານ​ສະຫະພັນ ເປ​ຕັງ ອາຊີ-ປາຊີ​ຟິກ ທັງ​ເປັນ​ເລຂາທິການ ສະຫະພັນ ເປ​ຕັງ​ແຫ່ງ​ຊາດ​ລາວ ກ່າວ​ວ່າ:​ ເພື່ອ​​ຄັດ​ເລືອກ​ ເອົາ ​ນັກ​ກິລາ​ທີ່​ມີ​ພອນ​ສະຫວັນ ແລະ ມີຄວາມ​ສາມາດ​ສູງ ​ເຂົ້າມາ​ເປັນ​ນັກ​ກິລາ​ທີມຊາດ ​ເພື່ອເປັນ​ຕົວ​ແທນ​ໃຫ້​ແກ່​ປະ​ເທດ ​ໄປ​ແຂ່ງຂັນໃນ​ດັບ​ສາກົນ ໂດຍ​ສະ ​ເພາະ ກຽມ​ເຂົ້າ​ຮ່ວມ​ແຂ່ງຂັນ ເປ​ຕັງ ຊີງ​ແຊ໋ມ ອາຊີ-ປາຊີ​ຟິກ ຢູ່ປະ​ເທດ ອົດສະຕຣາລີ ໃນ​ທ້າຍ​ເດືອນ ພະຈິກ 2010 ນີ້ ແລະ ຮ່ວມ​ແຂ່ງຂັນ ເປ​ຕັງ ຊີງ​ ແຊ໋ມ​ ໂລກຢູ່ ສປ ຈີນ ໃນ​ທ້າຍ​ເດືອນ ຕຸລາ ປີ​ດຽວ​ກັນ, ພວກ​ເຮົາຈະ​ໄດ້​ຈັດການ​ແຂ່ງຂັນ ເປ​ຕັງ ​ທົ່ວ​ປະ​ເທດ ຊີງ​ຂັນ​ທ່ານ ລັດຖະມົນຕີ​ປະຈຳ ສນຍ, ປະທານ​ ຄະນະ​ ກຳມະການ​ກິລາກາ​ຍະ​ກຳ ​ແຫ່ງ​ຊາດ ​ເທື່ອທີ 2 ຂຶ້ນ ເຊິ່ງຈະ​​ແຂ່ງຂັນ ໃນ​ວັນ​ທີ 5-6 ມີນາ ນີ້ ຢູ່ສະຫນາມ ​ເປ​ຕັງ ​ເຂື່ອນ​ໄຟຟ້າ​ນ້ຳ​ງື່ມ 1 ເມືອງ​ແກ້ວ​ອຸດົມ ແຂວງ ວຽງ​ຈັນ.
ສຳລັບ​ນັກ​ກິລາ​ທີ່​ມີ​ຜົນງານ ເມື່ອ​ຈົບ​ການ​ແຂ່ງຂັນ​ ນອກຈາກ​ຈະ​ໄດ້​ຮັບ​ສິດ​ເຂົ້າ​ຮ່ວມ​ທີ​ມຊາດ​ແລ້ວ ຍັງ​ມີ​ລາງວັນ​ເຊັ່ນ: ຊະນະ​ເລີດ ​ຈະ​ໄດ້​ຮັບຂັນ​ກຽດຕິຍົດ 1 ໜ່ວຍ, ເງິນສົດ 3 ລ້ານ​ກີບ ພ້ອມ ​ຫລຽນ​ຄຳ,​ ທີ 2 ຈະ​ໄດ້​ຮັບ​ເງິນສົດ 2 ລ້ານ​ກີບ ພ້ອມ​ຫລຽນ​ເງິນ ແລະ ​ທີ 3 ຈະ​ໄດ້​ຮັບ ​​ເງິນສົດ 1 ລ້ານ​ກີບ ພ້ອມ ​ຫລຽນ​ທອງ./.

ກັບສາລະບານ

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446