ຂ່າວກິລາ

ປິ່ງ​ປ່ອງ ​ເຈ​ົ້າພາບ​ຮວບ 9 ຫລຽນຂະນະ​ທີ່​ອີກ 3 ​ແຂວງ​ກັບບ້ານ​ໂຕ​ເປົ່າ

(ຂປລ)ນັກ​ກິລາ​ປິ່ງປ່ອງ ​ແຂວງ​ຫລວງ​ພະ​ບາງ ສ້າງ​ຜົນງານ​ໄດ້​ຢ່າງ​ໂດດ​ເດັ່ນ ​ໂດຍ​ຍາດ​ມາ​ໄດ້ 9 ຫລຽນ​ໃນ​ຂະນະ​ທີ່​ ຜົ້ງ​ສາ​ລີ, ຫົວພັນ, ສະຫວັນ​ນະ​ເຂດ ຕ້ອງ​ກັບ​ບ້ານ​ໂຕ​ເປົ່າ.

ການ​ແຂ່ງຂັນ​ກິລາ​ປ່ິ່ງປ່ອງ ​ໃນ​ງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ IX ​ເຊິ່ງ​ໄດ້​ແຂ່ງຂັນ​ແຕ່​ວັນ​ທີ 14​ ​ເປັນ​ຕົ້ນ​ມາ ​ໂດຍ​ໄດ້​ແຂ່ງຂັນ​ຢູ່ 5​ ລາຍການ, ມາ​ຮອດ​ວັນ​ທີ 19 ທັນວາ​ເປັນ​ການ​ແຂ່ງຂັນ ຮອບ​ຊິງ​ຊະນະ​ເລີດ ປະ​ເພດ​ດ່ຽວ​ຍິງ-ຊາຍ.

ດ່ຽວ​ຍິງ ​ເປັນ​ການ​ລົງ​ແຂ່ງຂັນ​ພົບ​ກັນ​ລະຫວ່າງ ​ນາງ ​ແສງ​ດາວ​ວຽງ ນັກ​ກິລາ​ຈາກ​ນະຄອນຫລວງ​ວຽງ​ຈັນ ​ແລະ ນາງ ສຸພາ​ວັນ ນັກກິລາ​ຈາກ ​ແຂວງ​ຄຳ​ມ່ວນ ​ເຊິ່ງຜົນ​ການ​ແຂ່ງຂັນ ຂອງ​ຄູ່​ນີ້ ​ແມ່ນ​ແສງ​ດາວ​ວຽງ ​ເປັນ​ຜູ້​ຊະນະ 4-0 ​ເປັນ​ເຈົ້າ​ຂອງ​ຫລຽນ​ຄຳ. ສ່ວນ​ດ່ຽວ​ຊາຍ ສາຍ A ​ເປັນ​ການ​ລົງ​ແຂ່ງຂັນ​ຂອງ​ນັກ​ກິລາ ​ເຈ​ົ້າພາບ​ທັງ​ສອງ​ຄົນ​ຄື ທ້າວ ຈັນ​ສະຫມອນ ກັບ ທ້າວ ທະວີ​ສັກ ຜົນ​ການ​ແຂ່ງ​ຂັນ ປະກົດ​ວ່າ​​ ທ້າວ ທະວີ​ສັກ ​ເອົາ​ຊະນະ​ໄປດ້ວຍ​ຄະ​ແນນ 4-2 ​ໄດ້​ຫລຽນ​ຄຳ​ໄປ​ຄອງ, ສ່ວນ​ຫລຽນ​ເງິນ​ປິ່ງ​ປ່ອງ ດ່ຽວ​ຍິງ ​​ເປັນ​ຂອງ​ແຂວງ​ຄຳ​ມ່ວນ, ຫລຽນ​ທອງ ຮ່ວມ​ເປັນ​ຂອງ​ແຂວງ​ອຸດົມ​ໄຊ ​ແລະ ​ແຂວງ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ແລະ ປະ​ເພ​ດດ່ຽວ​ຊາຍ ສາຍ A ຫລຽນ​ເງິນ​ເປັນ​ຂອງ​ເຈົ້າພາບ, ຫລຽນ​ທອງ​ເປັນ​ຫລຽນ​ຮ່ວມ​ຂອງ​ເຈົ້າພາບ ​ແລະ ບໍລິ​ຄຳ​ໄຊ.

ສະຫລຸບ​ຫລຽນ​ການ​ແຂ່ງຂັນ​ກິລາ​ປິ່ງ​ປ່ອງ ​ໃນ​ງານ​ກິລາ​ແຫ່ງ​ຊາດ, ​ແຂວງ​ຫລວງ​ພະ​ບາງ 5 ຫລຽນ​ຄຳ 2 ຫລຽນ​ເງິນ 2 ຫລຽນ​ທອງ; ນະຄອນຫລວງ​ວຽງ​ຈັນ 2 ຫລຽນ​ຄຳ 1 ຫລຽນ​ທອງ; ຄຳ​ມ່ວນ 2 ຫລຽນ​ເງິນ 2 ຫລຽນ​ທອງ; ບໍລິ​ຄຳ​ໄຊ 2 ຫລຽນ​ເງິນ 1 ຫລຽນ​ທອງ; ອຸດົມ​ໄຊ 1 ຫລຽນ​ເງິນ 2 ຫລຽນ​ທອງ; ກະຊວງ​ສຶກສາ​ທິການ ​ແລະ ກິລາ 4 ຫລຽນ​ທອງ ​ແລະ ຈຳປາ​ສັກ 2 ຫລຽນ​ທອງ.

ຕາຕະລາງສະຫຼຸບຫຼຽນມະຫາກຳກິລາແຫ່ງຊາດ ຄັ້ງທີ IX ເປັນທາງການ, ວັນທີ 19/12/2011

ລຳດັບ

​ແຂວງ ​ແລະ ກະຊວງ

ປະ​ເພດ​ຫລຽນ

ລວມຫລຽນ

ອັນ​ດັບ

ຄຳ

​ເງິນ

ທອງ

1

​ ​ນະຄອນຫລວງວຽງຈັນ

47

35

52

134

1

2

​ ແຂວງ ຫລວງພະບາງ

36

29

53

118

2

3

ກະຊວງ ປ້ອງ​ກັນ​ປະ​ເທດ

35

18

17

53

3

4

​ ກະຊວງປ້ອງກັນຄວາມສະຫງົບ

26

26

25

77

4

5

​ ແຂວງບໍລິຄຳໄຊ

21

20

25

66

5

6

​ ແຂວງ ຈຳປາສັກ

21

19

35

75

6

7

​ ແຂວງ ສະຫວັນນະເຂດ

12

29

26

67

7

8

ແຂວງວຽງຈັນ

8

6

15

29

8

9

ກະຊວງສຶສາທິການ-ກິລາ

6

15

15

36

9

10

​ ແຂວງ ຄຳມ່ວນ

5

7

15

27

10

11

ແຂວງ ຊຽງຂວາງ

4

6

8

18

11

12

ແຂວງ ໄຊຍະບູລີ

3

5

7

15

12

13

​ ​ ແຂວງອັດຕະປື

3

0

3

6

13

14

ແຂວງຫລວງນ້ຳທາ

2

4

5

11

14

15

ແຂວງ ຫົວພັນ

1

0

1

2

15

16

​ ແຂວງ ບໍ່ແກ້ວ

0

3

9

12

16

17

​​ ແຂວງ ສາລະ​ວັນ

0

2

3

5

17

18

ແຂວງ ອຸດົມ​ໄຊ

0

1

1

2

18

19

​ ແຂວງ​ຜົ້ງ​ສາ​ລີ

0

1

2

3

1​8

20

​ ແຂວງ ເຊ​ກອງ

0

0

5

5

20

ລວມ ຫລຽນທັງ​ໝົດ

230

230

325

774

 

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446