ຂ່າວກິລາ

ນັກ​ກິລາ​ຍິງ​ປືນ​ລາວ ຫວັງສ້າງຜົນງານໃນອາຊຽນເກມ  

* ນັກ​ກິລາ​ຍິງ​ປືນ​ລາວ ຜູ້​ທີ່​ຍາດ​ໄດ້​ຫລຽນ​ ໃນຊີ​ເກ​ມ ຄັ້ງທີ 25 ຜ່າ​ນມາ ປະຈຸ​ບັນ​ໄດ້​ກຽມ​ຄວາມ​ພ້ອມ​ເພື່ອ​ສ້າງ​ຜົນງານ​ໃນ ອາ​ຊຽນ​ເກ​ມ ຄັ້ງທີ 16 ຢູ່ກວາງ​ໂຈ ສປ ຈີນ.ບັນດາ​ນັກ​ກິລາ​ທີ​ມ ຊາດທີ່​ມີ​ຜົນງານກຽມ​ຈະ​ເຂົ້າ​ສູນ​ຝຶກ​​ແອບ​ທີ່​ໄດ້​ມາດຕະຖ​ານສາກົນ ໃນ​ເດືອນ ພຶດສະພາ ນີ້ ຢູ່ຫລັກ 16 ເມືອງ ​ໄຊ​ທານີ ເຊິ່ງປະ ຈຸ​ບັນ, ທາງ​ສະຫະພັນ ພວມ​ລໍຖ້າ​ງົບປະມານ​ຈາກ​ລັດຖະບານ ເພື່ອ ຊື້ອຸປະກອນ​ການ​ແຂ່ງຂັນ​ໃຫ້​ແກ່​ນັກ​ກິລາ. ທ່ານ ດຣ ຄຳ​ຂັນ ນາ​ຜາ​ວົງ ຮອງ​ປະທານ​ ສະ ຫະພັນ ຍິງ​ປືນ​ແຫ່ງ​ຊາດ ກາ​່ວວ່າ: ສະຫະພັນ​ໄດ້​ກຽມ​​​ແຜນການເຄື່ອນ​ໄຫວ​ໄວ້​ແລ້ວ ​ໂດຍ​ສະ​ເພາະ ບັນດາ​ນັກ​ກິລາ​ທີ່​ມີ​ຜົນງານ​ໃນ ຊີ​ເກ​ມ ຄັ້ງທີ່​ຜ່ານ​ມາ ກໍ​ຄື​ ນັກ​ກິລາ​ຫນຸ່ມ​ນ້ອຍ ​ທີ່​ມີ​ພອນ​ສະ​ຫວັນ ເພື່ອ​ມາ​​ຝຶກ​ແອບກໍ​ຄື​ການ​ຈັດ​ແຂ່ງຂັນ​ໃນ​ລະດັບພາກ ພື້ນ.​ ແນວ​ໃດ​ກໍ​ດີ, ​ເພື່ອ​ເຮັດ​ໃຫ້​ວົງ​ ການ​ກິລາ​ຍິງ​ປືນ​ຂະຫຍາຍ ກວ້າງ ອອກນັ້ນ, ສະຫະພັນ ໄດ້​ ເປີດ​ກວ້າງ​ ໂດຍຂະຫຍາຍ​ສາຂາ​ອອກ​ໄປ​ຕ່າງ​ແຂວງ ​ໂດຍ​ສະເພາະ ແຂວງ ສະຫັວນນະ​ເຂດ ​ແລະ ຈຳ​ປາ​ສັກ ​ທີ່ມີ​ສະຫະ ພັນ​ ຍິງປືນ​ແລ້ວທັງນຳ​​ເອົາກິລາ​ຍິງ​ປືນ ໄປ ເຜີຍ​ແຜ່​ໃຫ້​ແກ່​ນັກຮຽນ​ປະຖົມ ​​ໄດ້​ມາ​ຝຶກ​​ແອບ​ ​ເຊິ່ງໝັ້ນ​ໃຈ​ວ່າຈະ​ໄດ້​ນັກ​ກິລາ​ທີ່​ເກັ່ງ​ມາ​ເຂົ້າ​ຮ່ວມ​ທີ​ມ ຊາດ​ຢ່າງ ​ແນ່ ນອນ.
ທ່ານ ກ່າວ​ຕື່ມ​​ວ່າ:ຈຸດຕົ້ນຕໍ​ຂອງ​ການ​ຫລິ້ນກິລາ​ປະ​ເພດ​ນີ້, ບັນດາ​ຜູ້​ຫລິ້ນ​​ຕ້ອງ​ເຂົ້າ​ໃຈ ​ແລະ ປະ​ຕິ​ບັດ​ຕາມ​ກົດ​ລະບຽບຂອງ​ສະ ຫະພັນ ວາງ​ອອກ​ຢ່າງ​ເຄັ່ງ​ ຄັດ. ນອກ​ນີ້, ຍັງຈະ​ສົມ​ທົບ​ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ເພື່ອ​​ຄັດ​ເລືອກ​ເອົາ​ນັກ​ກິລາ​ຍິງ​ປືນ​ຕາມ​ແຂ​ວງຕ່າງໆ​ພາຍ​ໃນ​ທົ່ວ​ປະ​ເທດ ​ໃຫ້​ມາ​ຫລິ້ນ​ໃນ​ລະດັບ​ທີ​ມ ຊາດ.
ຜ່ານ​ມາ, ສະຫະພັນ ​ຍິງ​ປືນ ສາ​ ມາດ​ຍາດ​ໄດ້ ຫລຽນ​ຄຳ​ ໃນຊີເກມ ຄັ້ງທີ 25 ຜ່ານ​ມາ ​ໂດຍ​ສະ​ເພາະ ປະ​ເພດ​ຍິງ ​​ມີ​ຜົນງານ​ທີ່​ໂດດ​ເດັ່ນ​ທີ່​ສຸດ​ ​ແລະ ສະຫະ ພັນ​ກໍ​ຫວັງ​ຈະ​ຊອກ​ຄົ້ນ​ເອົາ​ນັກ​ກິລາ​ເພດ​ຍິງ​ມາ​ຕື່ມ​ອີກ ​ເຊິ່ງ​ໃນຊີ​ເກ​ມ,ທີ​ມຍິງ​ປືນ​ຂອງລາວທັງຄູ່​ປະສົມ ​ແລະ ປະ​ເພດ​ດ່ຽວຍາດ​ໄດ້ ຫລຽນ​ຄຳ ຈາກປະ​ເພດ ຍິງ ​ເປົ້າ​ເລື່ອນ 10 ແມັດ, ຍາດ​ໄດ້​ຫລຽນ​ເງິນ​ຈາກ ທີ​ມ ປະສົມປະ​ເພດ​ຍິງ​ເປົ້າ​ເລື່ອ​ນ 10 ແມັ​ດ​ເຊັ່ນດຽວ​ກັນ.ຕໍ່​ຜົນງານ​ດັ່ງ​ກ່າວ, ສະຫະພັນ ໄດ້​ຮັບ​ເງິນ​ອັດ ​ສີດ​ ຈາກ ສັງຄົມ​ລວມ​ເຖິງ 500 ລ້ານ​ກີບ. ​ແນວ​ໃດ​ກໍ​ດີ, ພາຍຫລັງ​​ສຳ​ເລັດ​ການ​ແຂ່ງຂັນ ອາ​ຊຽນ​ເກ​ມ​ແລ້ວ,ສະຫະພັນ ຈະ​ສືບຕໍ່​ພັດທະນາ​ຄວາມ​ສາ ມາດ​ຂອງ​ນັກ​ ກິ ລາ ເພື່ອ​ຮອງ​ຮັບ​ການ​ແຂ່ງຂັນ ຊີ​ເກ​ມ ຄັ້ງທີ 26 ຢູ່ ອິນ​ໂດ​ເນ​ເຊຍ ຕໍ່​ເລີຍ./.

ກັບສາລະບານ

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446