ນັກຍົກນ້ຳຫນັກຄົນພິການລາວ ຈະເຂົ້າແຂ່ງຂັນໃນອາຊຽນ ພຣາເກມ
* ບັນດານັກຍົກນ້ຳຫນັກຄົນພິການລາວ ໄດ້ຝຶກແອບຢ່າງຫນັກ ຢູ່ສູນຝຶກຊ້ອມ ເພື່ອກຽມເຂົ້າຮ່ວມການແຂ່ງຂັນ ອາຊຽນ ພຣາລາເກມ ໂດຍມີນັກຍົກນ້ຳ ຫນັກຊາຍ 11 ຄົນ ແລະ ຍິງ 3 ຄົນ ໄດ້ຍົກລະດັບທາງດ້ານທິດສະດີ ໃນເດືອນ ກຸມພາ ເປັນຕົ້ນໄປເພື່ອສ້າງ ຄວາມເຂັ້ມແຂງ ກ່ອນຈະເຂົ້າຮ່ວມການແຂ່ງຂັນ ພຣາລາເກມ ຢູ່ ກວາງໂຈ ສປ ຈີນ ໃນທ້າຍປີນີ້. ບັນດານັກກິລາ ໄດ້ຮຽນຮູ້ຈາກຊ່ຽວຊານປະເທດ ໄທ ກ່ຽວກັບວິທີການຫລິ້ນກິລາ ກໍຄືການນຳໃຊ້ອຸປະກອນ ແລະ ການຝຶກອົບຮົມດັ່ງກ່າວໄດ້ຮັບການ ສະ ຫນັບ ສະຫນູນຈາກ ຄະນະກຳມະການ ພຣາລາລິມປິກລາວ ແລະ ອົງການ ພັດທະນາຄົນພິການ ອາຊຽນ ເຊິ່ງຕາມແຜນການແລ້ວ, ສະຫະພັນຈະ ສົ່ງນັກ ກິລາໄປ ຮ່ວມແຂ່ງຂັນ 20 ຄົນ, ຍິງ 10 ຄົນ, ແຕ່ຍັງຂາດເຂີນນັກກິລາເພດຍິງທີ່ສົນໃຈກິລາຍົກນ້ຳຫນັກ.ຮອງປະທານ ຄະນະກຳມະການ ພຣາລາລິມປິກ ລາວ ກ່າວວ່າ:ມັນເປັນໂອກາດດີ ສຳລັບນັກກິລາຍົກນ້ຳຫນັກພິການລາວ ທີ່ໄດ້ເຂົ້າຮ່ວມຝຶກອົບຮົມ ແລະ ພາຍຫລັງສຳເລັດການຝຶກອົບຮົມແລ້ວ,ຜູ້ທີ່ໄດ້ຮັບ ການຄັດເລືອກ ຈະໄດ້ຮັບການຍົກລະດັບ ແລະ ລົງຝຶກແອບພາກຕົວຈິງກ່ຽວກັບວິທີການ ຫລິ້ນກິລາຍົກນ້ຳຫນັກໃຫ້ຊຳນານຫລາຍຂຶ້ນ.ຈາກນັ້ນຜູ້ທີ່ມີປະສົບ ການດັ່ງກ່າວນີ້ກໍຈະກາຍເປັນຄູຝຶກ ເພື່ອສິດສອນລຸ້ນສືບທອດຕໍ່ໄປ.ເຖິງແນວໃດກໍດີ,ເຮົາໄດ້ເນັ້ນໃສ່ການເຂົ້າ ຮ່ວມແຂ່ງຂັນໃນອາຊຽນພຣາລາເກມທີ່ຈະມາເ ຖິງນີ້ກ່ອນ ແລະ ໄດ້ລະດົມບັນດານັກກິລາໃຫ້ເຊື່ອຫມັ້ນຕົນເອງໃນການຍາດແຍ່ງຫລຽນມາຄອງ./.
ກັບສາລະບານ