ຂ່າວກິລາ

ສະຫະພັນ​ເຕະ​ດອກ​ຂົນ​ໄກ່ ຍ້ອງຍໍ​ຜູ້​ມີ​ຜົນງານ​ຮັບ​ໃຊ້​ ວຽງ​ຈັນ​ເກ​ມ  

*ພິທີ​ສະຫລຸບ​ການ​ເຄື່ອນ​ໄຫວ​ຊີ​ເກ​ມຄັ້ງທີ 25 ຂອງ​ສະຫະພັນ​ກິລາ​ເຕະ​ດອກ​ຂົນ​ໄກ່​ແຫ່ງ​ຊາດ​ລາວ​ ໄດ້​ຈັດ​ຂຶ້ນ​ໃນ ​ວັນ​ທີ 3​ ກຸມພານີ້ຢູ່​ຮ້ານ​ອາຫານ ​ດາວວຽງ ນະຄອນຫລວງ​ວຽງຈັນ ໂດຍມີ​ທ່ານ ດຣ. ພູ​ທອງ ​ແສງ​ອາຄົມ ລັດຖະມົນຕີ​ປະຈຳສຳ ນັກງານ​ນາຍົກລັດຖະມົນຕີ, ປະ ທານ​ຄະນະ​ກຳມະການ​ກິລາ-ກາຍະ​ ກຳແຫ່ງ ​ຊາດ, ຮອງປະ​ທານ ​ຄະນະ​ກຳມະການ​ຈັດ​​ມະຫະກຳ ​ກິລາ​ຊີ​ເກ​ມ, ທ່ານ ສຈ ດຣ. ບໍ່ວຽງ ຄຳ ວົງ​ດາ​ລາ ຫົວ ຫນ້າຫ້ອງວ່າການ​ສຳນັກງານ​ນາຍົກລັດ ຖະມົນຕີ, ປະ ທານ​ຄະນະສະຫະພັນ​ເຕະ​ດອກ​ຂົນ​ໄກ່​ແຫ່ງ​ຊາດ​ລາວ ເຂົ້າຮ່ວມ. ສະຫະພັນ​ເຕະ​ດອກ​ຂົນ​ໄກ່​ແຫ່ງ​ຊາດ​ລາວໄດ້​ ຈັດ​ລ້ຽງດັ່ງກ່າວ ​ເພື່ອ​ຊົມ​ເຊີຍ​, ຍ້ອງ ຍໍຄູ​ຝຶກ, ນັກ​ກິລາ, ກຳມະການແລະ ຜູ້​ສະໜັບສະໜູນຕົ້ນຕໍໃນ​ການ​ເຄື່ອນ ໄຫວ​ຮັບ ​ໃຊ້ກິລາຊີ​ເກ​ມ ຄັ້ງທີ 25 “ວຽງ ຈັນ ເກມ”ທີ່ ສປປ ລາວ ​ໄດ້​ ຮັບ ​ກຽດ​ເປັນເຈົ້າພາບຜ່ານມາ. ທ່ານ ອານຸສອນ ເຄນ​ກິ​ຕິ​ສັກ, ເລຂາສະ ຫະພັນ ເຕະ​ດອກ​ຂົນ​ໄກ່ ແຫ່ງຊາດ ​ໄດ້​ລາຍ​ງານ​ວ່າ: ສະຫະພັນພວກ​ເຮົາ ​​ສາມາດ​​ ໄດ້ ທັງ​ຫມົດ 7​ ຫລຽນ ຄື 3 ຫລຽນຄຳ, 3 ຫລຽນ​ເງິນ​ ແລະ 1​ ຫລຽນທອງ​ ໃນ​ການ​ແຂ່ງຂັນ​ກີລາ​ຊີ​ເກ​ມດັ່ງກ່າວ. ທັງ​ນີ້​ກໍ​ຍ້ອນຄະນະ​ສະຫະພັນ​, ຄູ​ຝຶກ​ແລະ​ ນັກ​ ກິ ລາ​ໄດ້​ຕັດສິນ​ໃຈ​ສຸມ​ທຸກ​ເຫື່ອ​​ແຮງ​ສະຕິ​ປັນຍາ​ປະຕິບັດ​ການ​ຝຶກ​ແອບ​ຢ່າງ​ຕັ້ງຫນ້າ​ເຊັ່ນ​ດຽວກັນ​ກໍ​​ໄດ້​ຮັບ​ການ​ສະ​ຫນັບ​ສະຫນູນ,​ ຊ່ວຍ​ເຫລືອ​ຈາກ​ພາກ-ລັດ​ ໂດຍ ​ສະ​ເພາະ​ ຄກຊ​, ກະຊວງ​ແຜນການ​ ແລະກາ​ນ ລົງທຶນ ​ທີ່ໄດ້​ ຊ່ວຍ​ເຫລືອສະຖານ​ທີ່​ຝຶກ​​ແອບ ​ແລະ ​ພັກ​​ເຊົາກໍ​ຄື​ການ​ປະກອບສ່ວນ​ທາງ ດ້ານທຶນ ຮອນ​ ຂອງ​ບັນດາ​ບໍລິ ສັດ, ຫ້າງ​ຮ້ານ... ເຂົ້າ​ໃນ​ການ​ແຂ່ງ ຂັນ​ດັ່ງກ່າວອັນ​ເຮັດ​ໃຫ້​ສະຫະພັນ​ພວກ​ເຮົາ​ສາມາດ​ຍາດ​ໄດ້ ຜົນ ​ສຳ​ເລັດ. ສະ​ເພາະ ນັກ​ກິລາ​ທີ່​ໄດ້​​ ຫລຽນ ​ໄດ້​ຮັບ​ເງິນ​ສະຫນັບສະຫນູນ​ຈາກ​ພາກ​ລັດ-​ເອກະ​ຊົນ​ແລະ​ສະຫະ ພັນ​ທັງໃນ​ການ​ແຂ່ງຂັນ​ກິລາ​ອິນ​ດໍ​ເກ​ມ​ແລະມະຫ​ະກຳ​ກິລາ​ ຊີ​ເກ​ມ ຄັ້ງທີ 25​ ທັງ​ ຫມົດ 794 ລ້ານກວ່າ​ກີບ, ສ່ວນ ​ຄູ​ຝຶກ 2 ທ່ານ​ໄດ້​ຮັບ​ເງິນ 55,8 ລ້ານກວ່າ​ກີບ./.

ກັບສາລະບານ

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446