ຂ່າວກິລາ

ບານ​ສົ່ງ​ລາວ ໃຫ້ຄວາມສຳຄັນໃນການພັດທະນາບຸກຄະລາກອນ

*ນັກ​ກິລາ​ບານ​ສົ່ງ​ລາວ ​ເມື່ອ​ທຽບ​ກັບ​ລະ​ດັບ​ພາກພື້ນ​ແລ້ວຕ້ອງ​ໄດ້​ປັບປຸງ​ຫລາຍ​ດ້ານໂດຍ​ສະ​ເພາະ​ການ​ສ້າງ​ບຸກ ຄະລາ​ກອນ​ໃຫ້​ມີ​ ຄວາມ​ສາມາດຮອບດ້ານ​ກວ່າ​ທີ່​ເປັນ​ດັ່ງ​ປະຈຸ​ບັນ ເຊິ່ງຈຸດ​ນີີ້,​ໄດ້​ເຮັດ​ໃຫ້​ສະຫະພັນບານ​ສົ່ງ​ແຫ່ງ​ຊາດ​ລາວ ຈຳ​ເປັນ​ຕ້ອງໄດ້​ສືບຕໍ່​ພັດທະ ນາ​ເພື່ອ​ໃຫ້ສີ​ມືີ​ດີ​ຂຶ້ນກວ່າ​ເກົ່າ ​ໂດຍ​ການສ້າງ​ແຜນການ​ເຄື່ອນ​ໄຫວ​ແຂ່ງຂັນ​ໃນ​ ລະດັບ​ພາກ ພື້ນ ກໍ​ຄື​ພາຍ​ໃນ​ປະ​ເທດ.ທັງ​ນີ້, ​ຜ່ານ​ຈາກການ ​ເຂົ້າ ​ຮ່ວມ​ແຂ່ງຂັນ ໃນຊີ​ເກ​ມຄັ້ງທີ 25 ຈຶ່ງ ຮູ້ໄດ້ເຖິງວ່າ: ລະຫວ່າງນັກ​ກິລາ​ລາວກັບລະດັບ​ພາກພື້ນແຕກ​ໂຕນ​ກັນຫລາຍ​ເຊິ່ງກໍ​ຍອມຮັບນຳ​ກັນວ່າການ​ ສ້າງ​ ນັກ​ກິລາ​ບານ​ສົ່ງ​ລາວທັງ​ປະ​ເພດໃນ​ຮົ່ມ ​ແລະ ຫາດຊາຍ ​ໃຫ້​ມີ​ຄວາມ​ສາມາດ​ ເທົ່າ​ ທຽ​ມ ກັບ ລະ​ດັບ​ພາກ ພື້ນ ນັ້ນ ມັນ​ບໍ່​ແມ່ນ​ເລື່ອງ​ງ່າຍ ​​ໂດຍ​ຄວາມຫຍຸ້ງຍາກ​ ທີ່​ ສະຫະພັນພົບ​ພ້ໍ​ໃນ​ ປະຈຸ​ ບັນ​ກໍ​ຄືການ​ຄົ້ນ​ຫາ​ນັກ​ກິລາ​ທີ່​ມີ​ພອນ​ສະຫວັນ​ມາ​ຮ່ວມ​ທີ​ມ ​ຫລື ຫລິ້ນ​ເປັນ​ນັກ​ກິລາ​ທີ​ມຊາດ​ ເພາະ​ ສ່ວນ​ຫລາຍບໍ່​ໄດ້​ມາ​ດຕະຖານ​ດ້ານ​ຄວາມ​ສູງ ​ແລະ ອື່ນໆ.
ຕາມ​ການ​ຕີ​ລາຄາ​ແລ້ວ,ນັກ​ກິລາ​ລາວ ຍັງ​ຂາດ​ປະສົບ​ການ​ທາງ​ດ້ານ​ເຕັກນິກ,ການ​ປະສານ​ງານ ​ກັນ​ພາຍ​ໃນ​ທີ​ມ,ໂອກາດ ​​ອອກ​ໄປ ​ເຄື່ອນ​ໄຫວ ​ແຂ່ງຂັນໃນ​ລະດັບ​ພາກພື້ນກໍ​ຄື​ສາ ກົນມີ​ຫນ້ອຍ ບວກ​ໃສ່​ໄລຍະ​ການ​ຝຶກ​ຊ້ອມ​ກໍ​ສັ້ນ ຈຶ່ງ​ເຮັ​ດ​ໃຫ້​ນັກ​ກິລາ​ລາວ​ບໍ່​ປະສົບ​ຜົນສຳ ​ເລັດ​ໃນຊີ​ເກ​ມ ຄັ້ງທີ 25 ຜ່ານ​ມາ.ແຕ່​ເຖິງ​​ແນວໃດ​ກໍ​ດີ,ເມື່ອ​ທຽບ​ໃສ່ເມື່ອ​ກ່ອນ ນັກ​ກິລາ​ ລາວ ກໍ​ມີ​ການ​ພັດທະນາ ຂຶ້ນ ກວ່າ​ເກົ່າ ​ເຊິ່ງສະຫະພັນບານ​ສົ່ງ​ແຫ່ງ​ຊາດຈະ​ ໄດ້​ນຳ​ເອົາປະສົບ​ການ ແລະ ບົດຮຽນທີ່​ຖອດ ​ຖອນ ​ມາ​ໄດ້ ໃນຊີ​ເກ​ມ ຄັ້ງທີ 25 ຜ່ານ​ມາ​ເປັນ​ບົດ ຮຽນ​ສຳ ຄັນ​ສຳ ລັບ​ການປັບປຸງ​ໃຫ​້​ເກີດ​ປະ​ໂຫຍ​ດສູງ​ສຸດ ​ໂດຍ​ສະ​ເພາະຈະ​ເປ​ີດ​​ໂອກາດ​ໃຫ້​ນັກ​ກິລາ ​ໄດ້​ຝຶກ​ຊ້ອມ​ຢ່າງ​ຕໍ່​ເນື່ອງ ແລະ ເປັນລະບົບ​ດີ.
ເມື່ອ​ໃດ​ໄດ້​ປັບປຸງ​ຂອດ​ດັ່ງກ່າວ​ນີ້​ແລ້ວ,​ແນ່ນອນກໍ​ຈະ​ເຮັດ​ໃຫ້​ນັກ​ກິລາ​ບານ​ສົ່ງ​ລາວ​ເຮົາກ້າວຫນ້າ​ເທົ່າ​ທຽມ​ກັບ​ລະດັບ​ພາກພື້ນ​ເທື່ອ​ລະ​ກ້າວໂດຍສະ​ເພາະນັກ​ກິລາ​ບານ​ສົ່ງຫາດ​ຊາຍ ຍິງ-ຊາຍ ທີ່ມີ​ທ່າ​ກ້າວ ​ເຖິງ​​ວ່າ​ນັກ​ກິລາ​ລາວ​ ​ຫາ​ກໍ​ຫລິ້ນປະ​ເພດ​ນີ້ກໍ​ຕາມ” ຄະນະ​ຄູ​ຝຶກ​ທີ​ມ ຊາດ ບານ​ສົ່ງລາວ ກ່າວ./.

ກັບສາລະບານ

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446