ລາວລີກ 1 ແລະ ລາວລີກ 2 ການແຂ່ງຂັນ ພິສູດການພັດທະນາກິລາລາວ
*ການສືບຕໍ່ສ້າງຄວາມເຂັ້ມແຂງ ໃຫ້ແກ່ນັກກິລາບານເຕະລາວ ໃນເວລານີ້ກໍເພື່ອເປັນການພັດ ທະນາວົງການກິລາ ປະເພດນີ້ກ້າວ ຂຶ້ນມາສູ່ການ ເປັນລະ ດັບອາຊີບ ເຊິ່ງຈຸດນີ້, ສະຫະພັນບານເຕະແຫ່ງຊາດ ຈຶ່ງໄດ້ກຽມຈັດການແຂ່ງຂັນ ໃນລະດັບພາກພື້ນກໍຄືການ ເຂົ້າ ຮ່ວມແຂ່ງຂັນໃນລາຍການຕ່າງໆ ໂດຍ ສະເພາະການຈັດການແຂ່ງ ຂັນກິລາປະຈຳປິ ຫລື ລາວລີກ ລວມທັງຊອກຄົ້ນນັກ ກິລາບານ ເຕະ ລຸ້ນໃໝ່ເຂົ້າມາເພີ່ມ ແລະ ສ້າງໃຫ້ກາຍເປັນນັກ ກິລາທີມ ຊາດ. ສຳລັບລະດູການນີ້ ຮັບຮອງວ່າຈະມີບັນຍາກາດຄຶກຄື້ນຢ່າງແນ່ນອນ ໂດຍສະເພາະນັກກິລາ ຈະມີກຳລັງໃຈສູງໃນການບືນຂຶ້ນ ບັນ ລັງແຫ່ງຄວາມເປັນໜຶ່ງ. ທັງນີ້ກໍເນື່ອງຈາກວ່າທາງສະຫະພັນ ບານເຕະແຫ່ງຊາດ ໄດ້ເພີ່ມເງິນລາງວັນຂຶ້ນອີກເພື່ອກະຕຸກຊຸກ ຍູ້ສະໂມ ສອນຕ່າງໆດັ່ງທ່ານ ຄຳໃສ ແພງມະນີພອນ ຄະນະກຳມະການເຕັກນິກຈັດການແຂ່ງຂັນລາວລີກ ກ່າວວ່າ: ສະຫະພັນບານເຕະ ແຫ່ງ ຊາດ ພວມຢູ່ໃນໄລຍະກະກຽມຈັດ ການແຂ່ງຂັນກິລາປະຈຳປີ ຫລື ລາວລີກ 1 ແລະ 2 ຂຶ້ນ ເຊິ່ງໃນສົກປີ 2008-09 ຜ່ານມາ, ບໍ່ໄດ້ຈັດ ການແຂ່ງຂັນ ເພາະຕ້ອງໄດ້ເລັ່ງໃສ່ວຽກງານກະກຽມການເປັນເຈົ້າພາບ ຊີເກມ ຄັ້ງທີ 25, ແຕ່ພາຍຫລັງປະສົບຜົນສຳເລັດໃນຊີເກມ ສະຫະພັນ ຈຶ່ງຈຳເປັນ ຕ້ອງໄດ້ສືບຕໍ່ພັດທະນານັກກິລາບານເຕະລາວ ໃຫ້ກ້າວຂຶ້ນເປັນ ນັກກິລາລະດັບອາຊີບ ພ້ອມທັງສ້າງນັກ ກິ ລາລຸ້ນສືບທອດຜູ້ມີພອນສະຫວັນເຂົ້າມາເປັນນັກກິລາທີມ ຊາດແທນນັກກິລາ ທີ່ກະສຽນອາ ຍຸໄປແລ້ວນັ້ນ. ພະເສດສຳລັບການ ແຂ່ງຂັນ ລາວລີກ ໃນລະດູການນີ້ ໄດ້ເພີ່ມເງິນລາງວັນໃຫ້ທີມຊະນະເລີດໃນລາວລີກ 1 ຂຶ້ນເປັນ 30 ລ້ານກີບ ພ້ອມຂັນ 1 ຫນ່ວຍ, ສ່ວນ ທີ 2 ໄດ້ 20 ລ້ານ ກີບ ແລະ ທີ 3 ໄດ້ 10 ລ້ານກີບ, ພ້ອມນີ້ແຕ່ລະທີມ ທີ່ເຂົ້າຮ່ວມແຂ່ງຂັນກໍຈະໄດ້ຮັບ ເງິນບຳລຸງທີມໆລະ 10 ລ້ານກີບ, ຂະນະ ທີ່ລາງວັນທີມຊະນະເລີດ ໃນ ລາວ ລີກ 2 ຈະໄດ້ຮັບຂັນ 1 ຫນ່ວຍ ພ້ອມເງິນສົດ 10 ລ້ານກີບ, ທີ 2 ໄດ້ 8 ລ້ານກີບ ແລະ ທີ 3 ໄດ້ 6 ລ້ານກີບ ເຊິ່ງການຈັດການແຂ່ງຂັນບານເຕະ ປະຈຳ ປີນີ້ແມ່ນອີກຫນຶ່ງໃນແຜນການເຄື່ອນໄຫວຂອງສະຫະພັນ ແລະ ກໍເປັນຄວາມ ຫວັງ ຢາກໃຫ້ວົງການບານເຕະລາວ ພັດທະນາກ້າວຫນ້າຂຶ້ນອີກລະ ດັບຫນຶ່ງ ເພື່ອຮອງຮັບການເປັນເຈົ້າພາບ ຊີເກມ ຄັ້ງທີ 26 ຢູ່ ປະເທດ ອິນໂດເນເຊຍ ໃນທ້າຍປີໜ້າໂດຍສູ້ຊົນໃຫ້ເຂົ້າເຖິງຮອບ 4 ທີມ ສຸດທ້າຍ ຫລື ສາມາດໄດ້ ຫລຽນມາຄອບຄອງໃຫ້ໄດ້. ປະຈຸບັນມີ 10 ທີມ ກຽມເຂົ້າ ຮ່ວມແຂ່ງຂັນໃນລາວລີກ 1 ຄື ກອງທັບ (ແຊ໋ມເກົ່າ), ກະຊວງໂຍທາທິການ ແລະ ຂົນ ສົ່ງ (ຮອງແຊ໊ມ), ທະນາຄານແຫ່ງ ສປປ ລາວ, ນະຄອນຫລວງ, ກະຊວງ ປ້ອງກັນຄວາມສະຫງົບ, ວິທະຍາໄລ ລາວ-ອາເມລິກາ, ເອສ ຣາ, ກົມພາສີ, ຫາຍໂສກ ແລະ ທີມ ມູນເດີໄນ ໂດຍການ ແຂ່ງຂັນນັ້ນ ຈະມີທັງຮອບຂາໄປ ແລະ ຂາກັບ ເຊິ່ງ ຮອບຂາໄປ ຈະເລີ່ມ ຂຶ້ນ ແຕ່ວັນທີ 20 ກຸມພາ ຫາ 11 ເມສາ ແລະ ຮອບຂາກັບ ແຕ່ວັນທີ 1 ພຶດສະພາ ຫາວັນທີ 20 ມິຖຸນາ, ສ່ວນ ລາວລີກ 2 ຈະມີ13 ທີມ ເຂົ້າ ຮ່ວມ ແລະ ຈະເລີ່ມແຂ່ງຂັນໃນເດືອນມີນາເປັນຕົ້ນໄປ ເມື່ອສຳເລັດການແຂ່ງ ຂັນແລ້ວ, ທີມອັນ ດັບທີ 1 ຫາ 3 ຈະໄດ້ເລື່ອນຊັ້ນ ຂຶ້ນມາ ຫລິ້ນ ໃນ ລາວລີກ 1./.
ກັບສາລະບານ