ຂ່າວກິລາ

ແຂ່ງຂັນ​ກ໊ອຟ ຊິງ​ຂັນ​ນາຍົກລັດຖະມົນຕີ

*(ຂປລ)ເພື່ອ​ເປັນ​ການ​ສ້າງ​ຂະ​ບວນການຄຳນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ II ຂອງ​ອົງຄະ​ນະ​ພັກ​ຫ້ອງ​ວ່າການ​ລັດຖະບານ ທີ່​ຈະ​ຈັດ​ຂຶ້ນ​ໃນໝໍ່ໆນີ້ ພ້ອມ​ທັງ​ສ້າງ​ບັນຍາກາດ​ສົ່ງ​ທ້າຍ​ປີ​ເກົ່າ-ຕ້ອນຮັບ​ປີ​ໃໝ່ສາກົນ 2012, ຫ້ອງ​ວ່າການ​ລັດຖະບານ ຈຶ່ງ​ໄດ້​ຈັດການ​ແຂ່ງຂັນ​ກ໊ອຟ ຊິງ​ຂັນ​ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 24 ທັນວາ 2011 ທີ່​ສະໜາມກ໊ອຟ ຊີ​ເກ​ມ ( ບູຢອງ ຫຼັກ 18 ) ​ໂດຍ​ເປັນກຽດ​ເຂົ້າຮ່ວມ ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ ພ້ອມ​ນີ້ ກໍມີ​ບັນດາ​ທ່ານ​ຮອງ​ນາຍົກລັດຖະມົນຕີ,ລັດຖະມົນຕີ​ຊ່ວຍ, ກົມ​ກອງ​ອ້ອມຂ້າງ ​ແລະ ນັກທຸລະກິດ​ເຂົ້າຮ່ວມ​ການ​ແຂ່ງຂັນ.

ການ​ແຂ່ງຂັນ​ແບ່ງ​ອອກ​ເປັນ 5 ປະ​ເພດ ຄື : ສາຍ​ກິ​ຕິ​ມະ​ສັກ, ສາຍ (ກ), ສາຍ (ຂ), ສາຍ (ຄ) ​ແລະ ສາຍ​ສຸພາບ​ສະຕຣີ, ນອກ​ນີ້ ຍັງ​ມີ​ຂັນ​ຄະ​ແນນ​ລວມ, ລາງວັນ​ຕີ​ໃກ້​ທຸງ ​ແລະ ລາງວັນ​ຕີ​ໄກ ຊຶ່ງ​ຜົນ​ການ​ແຂ່ງຂັນ​ປາກົດ​ວ່າ : ຊະນະ​ເລີດ​ຄະ​ແນນ​ລວມ ທ່ານ ຄຳ​ແພງ ຄຳ​ປະ​ເສີດ ຈາກ​ເຂດ​ເສດຖະກິດ​ພິ​ເສດບໍ່​ແຕນ​ແດນ​ຄຳ, ຊະນະ​ເລີດສາຍ​ກິ​ຕິ​ມະ​ສັກ ທ່ານ ພູ​ເພັດ ​ຄຳ​ພູນ​ວົງ, ຮອງ​ຊະນະ​ເລີດ ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ, ​ແລະ ອັນ​ດັບ 3 ທ່ານ ບຸນ​ປອນ ບຸດ​ຕະນະ​ວົງ; ຊະນະ​ເລີດສາຍ (ກ) ທ່ານ ພູທອນ, ຮອງ​ຊະນະ​ເລີດ ທ່ານ ທວນ​ທາລາ ແລະ ອັນ​ດັບ 3 ທ່ານ ຄຳ​ແພງ ວົງ​ຂັນຕີ; ຊະນະ​ເລີດສາຍ (ຂ) ທ່ານ ​ເພັດ​ສາຄອນ ຫຼວງອາ​ໄພ, ຮອງ​ຊະນະ​ເລີດ ທ່ານ ຄຳ​ປະ​ເສີດ ຈາກ​ໄຟຟ້າ​ລາວ ແລະ ອັນ​ດັບ 3 ທ່ານ ບຸນ​ສີ ນັນທະ​ວົງ; ຊະນະ​ເລີດສາຍ (ຄ) ທ່ານ ສາຄອນ ພົງ​ທິລາ, ຮອງ​ຊະນະ​ເລີດ ທ່ານ ພົມ​ມະ​ລີ ແລະ ອັນ​ດັບ 3 ທ່ານ ສູນ​ທອນ ພົມມະ​ຈັກ ​ແລະ ຊະນະ​ເລີດສາຍ​ສຸພາບ​ສະຕຣີ ທ່ານ​ນາງ ​ໄຊ​ທານີ ຈັນທະ​ວົງສາ, ຮອງ​ຊະນະ​ເລີດ ທ່ານນາງ ສາຍ​ສະຫວັນ ສິນ​ບັນດິດ ແລະ ອັນ​ດັບ 3 ທ່ານນາງ ​ແສງ​ມະນີ ວິ​ຍາ​ເກດ.  

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446