ຂ່າວພາຍໃນປະເທດ
 

 

ຫາລື​ການ​ສ້າງ​ສວນ​ອຸ​ທິ​ຍານ​ມໍລະດົກ​ທຳ​ມະ​ຊາດ​ບຶງທາດຫລວງ

*(ຂປລ): ກອງ​ປະຊຸມ​ປຶກສາ​ຫາລືຮ່ວມ​ ລະ​ຫວ່າງ​ ກະຊວງ​ທະ​ແຫລ​ງຂ່າວ ​ແລະ ວັດທະນະທຳ ກັບ​ອົງການ​ອາຫານ​ ​ແລະ ກະ​​ເສດ (FAO) ໄດ້​ຈັດ​​ຂຶ້ນ​ໃນ​ວັນ​ທີ 5 ມີນາ 2010 ນີ້, ທີ່​ນະຄອນຫລວງ​ວຽງ​ຈັນ ເພື່ອ​ປຶກສາ​ຫາລື ແລກ ປ່ຽນ​ຄຳ​ຄິດ​ຄຳ​ເຫັນ ໃນ​ການ​ຄົ້ນຄວ້າ​ວິ​ໃຈ ຄຸນຄ່າ ຄວາມ​ໝາຍ ​ແລະ ຄຸນ​ປະໂຫຍ​ດອັນ​ແທ້​ຈິງ​ ຂອງ​ບຶງ​ທາດຫລວງ ເພື່ອ​ນຳ​ໄປ​ສູ່ການ​ວາງ​ແຜນຈັດຕັ້ງປະຕິ​ບັດ​ ໂຄງການສ້າງ​ສວນ​ອຸທິຍານ​ມໍລະດົກ​ແຫ່ງ​ຊາດ ​ແລະ ວັດທະນະທຳ ຢູ່​ເຂດ​ບຶງ​ທາດຫລວງ ​ແນ​ ໃສ່​ ນຳ​ຜົນ​ປະ​ໂຫຍ​ດອັນ​ສູງ​ ມາ​ສູ່ປະຊາຊົນ​ລາວ ​ໃນ​ປະຈຸ​ບັນ ​ແລະ​ ອະນາຄົດ.
​ ໃນ​ວາລະ​ກອງ​ປະຊຸມ ຊຶ່ງ​ມີ​ພະ​ເຖ​ລານຸ​ເຖລະ ​ໃນ​ນາມ​ຄະນະ​ປະທານ​ ອພສ ນະຄ​ອນຫລວງ​ວຽງ​ຈັນ ໄດ້​ຮັບ​ການ​ນິມົນ​ເຂົ້າ​ຮ່ວມ ​ໂດຍ​ການ​ເປັນ​ປະທານ ​ຮ່ວມ ຂອງ ທ່ານ ໝູນ​ແກ້ວ ອໍລະ​ບູນ, ລັດຖະມົນຕີວ່າການ​ກະຊວງ​ຖະ​ ແຫລ​ງຂ່າວ ​ແລະ ວັດທະນະທຳ ​ແລະ ທ່ານ ແຊັກ​ແວັກ​ໂຍ (Serge verniau), ຜູ້ຕາງ​ໜ້ອົງ ການ​ອາຫານ ແລະ ການ​ກະ​ເສດ ປະຈຳ​ລາວ ພ້ອມ​ມີ​ບັນດາ​ພະນັກງານ​ວິຊາ​ການ ຈາກ​ພາກ​ສ່ວນ​ຕ່າງໆທີ່​ກ່ຽວຂ້ອງ ​ໄດ້​ຮັບ​ເຊີນ​ເຂົ້າ​ຮ່ວມ ຊຶ່ງ​ທ່ານ​ລັດຖະມົນ ຕີ ວ່າການກະຊວງ​ຖະ​ແຫລ​ງຂ່າວ ​ແລ​ພ ວັດທະນະທຳ ​ມີ​ຄຳ​ເຫັນຕໍ່​ການ​ຄົ້ນຄວ້າ​ປຶກສາ​ຫາລື ຄັ້ງນີ້ ​ໂດຍ​ທ່ານ​ໄດ້​ເນັ້ນວ່າ: ​ມື້ນີ້ ພວກ​ເຮົາ​ຈະ​ໄດ້​ພ້ອມ​ກັນ ​ສຶກສາ​ຄົ້ນ ຄວ້າ​ວ່າ: ​ໂຄງການ​ດັ່ງກ່າວ​ນີ້ ຈະເປັນ​ໂຄງການ​ແບບ​ໃດ ມີ​ກິດຈະ ກຳ​ຫຍັງ​ແດ່ ຈິ່ງ​ບໍ່​ເປັນ​ການ​ທຳລາຍ​ບຶງ​ທາດຫລວງ ​ແຕ່​ຫາກ​ເປັນ​ການ​ທະນຸ​ບຳລຸງ ຄຸນຄ່າ​ທີ່​ມ ີ​ຢູ່​ ແລ້ວ ​ແລະ ສືບ​ຕໍ່ພັດທະ ນາ ​ຄຸນຄ່າ​ເຫລົ່ານັ້ນ​ໃຫ້​ສູງ​ຍິ່ງໆຂຶ້ນ. ພ້ອມ​ນີ້ ທ່ານລັດ​ຖະມົນຕີ ຍັງ​ໄດ້​ຮຽກຮ້ອງ​ບັນດາ​ນັກ​ຄົ້ນ​ຄວ້າ ຕາມ​ສາຂາ​ວິຊາ ວິທະຍາສາດ, ທຳ ​ມະ ​ຊາດ ​ແລະ ສັງຄົມ, ນັກ​ບໍລິຫານ​ລັດ, ຜູ້​ຊົງ​ຄຸນ​ວຸດ​ທິອື່ນໆທີ່​ເຂົ້າ​ຮ່ວມ ພ້ອມ​ກັນ​ປະກອບສ່ວນ​ສະຕິ​ປັນຍາ​ ແລະ ​ແນວ​ຄິດ​ທິດ​ສະ​ດີ​ຕ່າງໆ ​ເຂົ້າ​ໃນ​ການ​ປຶກ ສາ​ ຫາລືໂດຍ​​ເນັ້ນ​ໃສ່ 3 ບັນຫາ​ໃຫຍ່ ເປັນຕົ້ນ ລົງ​ເລິກ​ເຖິງຄວາມ​ຮັບ​ຮູ້ ແລະ ຄວາມ​ເຂົ້າ​ໃຈ​ ກ່ຽວ​ກັບ​ບຶງ​ທາດຫລວງ ພ້ອມ​ກັບ​ຄຸນຄ່າ​ຕ່າງໆຂອງ​ບຶງທາດຫລວງ ໂດຍ​ ສະ​ເພາະ​ທາງ​ດ້ານ​ເສດຖະກິດ, ປະຫວັດສາດ, ວັດທະນະທຳ, ນິ​ເວດ​ວິທະຍາ ​ແລະ ອື່ນໆ, ໃນ​ນີ້ ສິ່ງ​ສຳ​ຄັນ ທ່ານ​ລັດຖະມົນຕີ ຍັງ​ໄດ້​ເນັ້ນ​ໃຫ້​ຜູ້​ເຂົ້າ​ຮ່ວມ​ ລົງ​ ເລິກ ຕື່ມວ່າ: ​ພວກ​ເຮົາ​ຈະ​ລົບ​ລ້າງ​ບຶງ​ທາດຫລວງ ຫລື​ ຈະ​ຮັກສາ ​ແລະ ພັດທະນາ​ ສົ່ງ​ເສີມ​ໃນ​ທາງ​ທີ່​ດີ​ທີ່​ສຸດ ​ເ​ພື່ອຄົນ​ລຸ້ນນີ້ ແລະ ລຸ້ນໜ້າ. ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ວັດ​ທະນະ​ທຳ ໃນ​ນາມ​ທີ່​ໄດ້​ຮັບ​ມອບ​ໝາຍ​ຈາກ​ລັດຖະບານ ໃຫ້​ເປັນ​ເຈົ້າ​ການດ້ານ​ການ​ຄຸ້ມ​ຄອງ ​ແລະ ພັດທະນາ​ມໍລະດົກ ວັດທະນະທຳ ​ແລະ ທຳ​ມະ​ຊາດ​ ຂອງ​ ຊາດ ມີ​ຄວາມ​ເປັນ​ຫ່ວງ​ຕໍ່​ບຶງ​ທາດຫລວງ ​ແລະ ຄວາມ​ອຸດົມ​ຮັ່ງມີ​ຕ່າງໆ ທີ່​ຕິດ​ພັນ​ກັບ​ບຶງ​ທາດຫລວງ ​ແລະ ມີເຈດຕະນາ​ຢາກ​ໃຫ້​ບຶງ​ທາດຫລວງ​ ກາຍ​ເປັນ​ມໍລະດົກ​ ອັນ​ລ້ຳ​ຄ່າ ຄົງ​ຢູ່​ຄູ່​ກັບ​ຊາດ​ລາວ​ຕະຫລອດ​ໄປ.
ສະ​ເພາະ​ຢູ່​ໃນ​ຄຳ​ເຫັນ​ ຂອງ​ທ່ານ​ຜູ້ຕາງໜ້າ​ອົງການ​ອາຫານ ແລະ ​ກະ​ເສດ ປະຈຳ​ລາວ ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ສຳຄັນ ​ກ່ຽວ​ກັບ​ອະ​ດີດ ​ແລະ ອະນາ​ຄົດ ຂອງ​ເຂດ ​ບຶງ​ທາດຫລວງ ທີ່​ນອນ​ຢູ່​ໃນ​ໃຈກາງ​ນະຄອນຫລວງ​ວຽງ​ຈັນ ປີ 2010 ​​ເປັນ​ປີ​ທີ່​ຂີດ​ໝາຍປະຫວັດສາດ ​ແຫ່ງ​ການສະ​ເຫລີ​ມສະຫລອງ ວັນ​ສ້າງຕັ້ງນະຄອນ ຫລວງ​ ວຽງ​ຈັນ ​ຄົບຮອບ 450 ປີ, ຢັ້ງ ຢືນ​ໃຫ້​ເຫັນ​ວ່າ: ​ໄດ້​ຜ່ານ​ໄລຍະ​ເວລາ​ຂອງ 20 ລຸ້ນຄົນ​ໂດຍ​ປະມານ, ລຸ້ນຄົນ​ໃນ​ປະຈຸ​ບັນ ​ກໍໄດ້​ສຸມ​ໃສ່​ພັດທະນາ​ຕົວ​ເມືອງ​ ຂອງຕົນ​ ດ້ວຍ​ຄວາມ​ຮັບ​ຜິດ​ຊອບ ​ຄົນ​ລຸ້ນນີ້ ຈິ່ງ​ຈະ​ຮັບ​ເອົາ​ການ​ພັດທະນາ​ຕົວ​ເມືອງ​ໃນ​ທາງ​ທີ່​ຖືກຕ​້ອງ ບໍ່​ຖ້າ​ໄປ​ທຳລາຍ​ມໍລະດົກ​ທຳ​ມະຊາດ ​ແລະ ມໍລະດົກ​ຂອງ​ຕົວ​ເມືອ​ງ ຂອງ​ຕົນ ຫລື​ ຄົນ​ລຸ້ນນີ້ ປາຖະໜາ​ຢາກ​ເຫັນ​ການ​ພັດທະນາ​ຕົວ​ເມືອງ​ນັ້ນ ຄຽງ​ຄູ່​ກັບ​ການ​ເຜີຍ​ໃຫ້ເຫັນ​ຮາກ​ເຫງົ້າ​ປະຫວັດ​ອັນ​ເລິກ​ເຊິ່ງ ​ແລະ ຄວາມ​ສວຍ​ສົດ​ງົດ ​ງາມ ​ທາງ​ທຳ​ມະ​ຊາດ​ ຂອງ​ນະຄອນຫລວງ​ວຽງ​ຈັນ​ແຫ່ງ​ໜຶ່ງ​ແຫ່ງດຽວ​ ທີ່​ນອນ​ຢູ່​ໃນ​ເຂດ​ອ່າງ​ແມ່ນ້ຳ​ຂອງ​ແຫ່ງ​ນີ້./.

ກັບສາລະບານ

 

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446