ຂ່າວພາຍໃນປະເທດ
 

 

ເສີມ​ຂະຫຍາຍ​ສາຍ​ພົວພັນ​ອົງການ​ໄອ​ຍະ​ການ ລາວ-​ໄທ

*(ຂປລ): ຄະນະ​ນຳ​ຜູ້​ແທນ​ ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ແຫ່ງ ສປປ ລາວ ຊຶ່ງ​ນຳ​ໂດຍ​ ທ່ານ ສົມ​ພັນ ແພງ​ຄຳ​ມີ, ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ໄດ້​ ຕ້ອນ ຮັບຄະນະ​ຜູ້​ແທນ​ ສຳນັກງານ​ໄອ​ຍະ​ການ​ສູງ​ສຸດ ​ແຫ່ງ ຣາຊະ​ອານາ ຈັກ ​ໄທ ຊຶ່ງ​ນຳ​ໂດຍທ່ານ ອັດຖະ​ພົນ ໃຫຍ່​ສະຫວ່າງ, ຮອງ​ໄອ​ຍະ​ການ​ສູງ​ສຸດ ​ແຫ່ງ ຣາຊະ​ອາ ນາຈັກ​ໄທ ໃນ​ວັນ​ທີ 5 ມີນາ 2010 ໃນ​ໂອກາດ​ທີ່​ຄະນະ​ຜູ້​ແທນ​ດັ່ງກ່າວ​ ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ສປປ ລາວ ​​ແຕ່ວັນ​ທີ 5-7 ມີນາ 2010.
​ ທ່ານ ສົມ​ພັນ ແພງ​ຄຳ​ມີ ໄດ້​​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ຕໍ່​ການ​ມາ​ຢ້ຽມຢາມ ຂອງ​ຄະນະ​ຜູ້​ແທນ​ດັ່ງກ່າວ ຊຶ່ງເປັນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ ມິດຕະ ພາບ​ຖານ​ບ້ານ​​ໃກ້​ເຮືອນ​ຄຽງ ຂອງ​ປະຊາຊົນ​ສອງ​ຊາດ ລາວ-​ໄທ ໂດຍ​ສະ​ເພາະ​ແມ່ນ​ຄວາມ​ມັກ​ຄີຂອງ​ສອງ​ອົງການ​ໄອ​ຍະ​ການ ແລະ ​ເປັນ​ໂອກາດ​ອັນ​ດີ​ ໃຫ້​ທັງ ​ສອງ​ພາກ ສ່ວນ​ໄດ້​ມີ​ການ​ແລກ ປ່ຽນບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ໃຫ້​ມີ​ປະສິດທິ​ຜົນ​ສູງ​ສຸດ.
​ ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ ຄະນະ​ຜູ້​ແທນ​ທັງ​ສອງ​ຝ່າຍ ​ໄດ້​ຈັດ​ກິດຈະກຳ​ເຕະບານ​ມິດຕະພາບ​ຮ່ວມ​ກັນ ຢູ່​ທີ່​ສະໜາມກິລາ​ແຫ່ງ​ຊາດ​ເຈົ້າອານຸວົງ ຊຶ່ງ​ກິດຈະ ກຳ ​ດັ່ງກ່າວ​ ທັງ​ສອງ​ຝ່າຍ​ຈະໄດ້​ຜັດ​ປ່ຽນ​ກັນ​ເປັນ​ເຈົ້າພາບ​ ຈັດ​ຂຶ້ນ​ໃນ​ທຸກໆ​ຄັ້ງ ​ແລະ ​ໃນ​ຕອນ​ຄ່ຳ ທາງ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ແຫ່ງ ສປປ ລາວ ​ໄດ້​ ຈັດ ​ງານ​ລ້ຽງ​ຕ້ອນຮັບ ຄະ ນະ​ຜູ້​ແທນ ພ້ອມ​ນັກ​ກິລາ ຂອງ​ສອງ​ປະ​ເທດ ຢູ່​ທີ່​ໂຮງ​ແຮມ​ລ້ານ​ຊ້າງ ​ນະຄອນຫລວງ​ວຽງ​ຈັນ./.

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446