ທ່ານຜູ້ປະຈຳການລັດຖະບານໃຫ້ທິດຊີ້ນຳສຳຄັນ ຕໍ່ການນຳຂອງແຂວງບໍ່ແກ້ວ
*(ຂປລ): ເມື່ອທ້າຍອາທິດຜ່ານມາ, ທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກລັດຖະມົນຕີ, ຜູ້ປະ ຈຳການລັດ ຖະບານ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມ ຢາມ ແລະ ເຮັດວຽກຢູ່ແຂວງບໍ່ແກ້ວ ຊຶ່ງທ່ານຍັງໄດ້ຮັບຟັງການລາຍງານຫຍໍ້, ສະພາບການກໍ່ສ້າງຂອງໂຄງການ ຂອງກຸ່ມບໍລິສັດດອກງິ້ວຄຳ ຈາກທ່ານ ອຳ ພອນ ຈັນທະສົມບູນ, ຮອງເຈົ້າແຂວງບໍ່ແກ້ວ ເປັນຕົ້ນແມ່ນ: ໂຄງການກໍ່ສ້າງເຮືອນພັກ-ໂຮງແຮມ, ສູນກາຊີໂນ, ໂຄງການກັນຕະຝັ່ງເຈື່ອນແຄມນ້ຳຂອງ, ການກໍ່ ສ້າງເສັ້ນທາງແຕ່ນ້ຳເກັງຮອດບ້ານມອມ, ການໄກ່ເກຍເນື້ອທີ່ດິນທົດແທນດິນຊົມໃຊ້ ໃຫ້ແກ່ປະຊາຊົນບ້ານຄວ້ານ ທີ່ຢູ່ໃນໂຄງການໄປຢູ່ບ່ອນທີ່ເໝາະສົມ ເຊັ່ນ: ດິນສວນ, ດິນປຸກສ້າງ ແລະ ອື່ນໆ ພ້ອມດ້ວຍບັນຫາທີ່ຄົງຄ້າງແກ່ຍາວ ໄດ້ສະເໜີຕໍ່ລັດຖະບານຊ່ວຍຊີ້ນຳ ແລະ ແກ້ໄຂ. ໂອກາດນີ້ ທ່ານ ສົມສະຫວາດ ເລັ່ງສະຫວາດ ໄດ້ເນັ້ນໜັກໃຫ້ການຳຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຕໍ່ບັນຫາປະກົດການຫຍໍ້ທໍ່ ທີ່ຈະເກີດ ຂຶ້ນທຸກຮູບການ, ມີສະຕິລະວັງຕົວສູງຕໍ່ກຸ່ມຄົນບໍ່ດີ ທີ່ຫວັງທຳລາຍລະ ບອບໃໝ່ ສືບຕໍ່ຊີ້ນຳການພັດທະນາດ້ານຕ່າງໆ ຂອງ ໂຄງການກໍ່ສ້າງກຸ່ມ ບໍລິສັດດອກ ງິ້ວຄຳ ເມືອງຕົ້ນເຜິ້ງ ໄດ້ດຳເນີນໄປຢ່າງຖືກຕ້ອງ ຕາມແນວທາງນະໂຍບາຍຂອງພັກ-ລັດ, ພ້ອມນີ້ ທ່ານຍັງໄດ້ແນະນນຳໃຫ້ການນຳແຂວງບໍ່ແກ້ວ ຮີບຮ້ອນຈັດ ຕັ້ງ ຄະ ນະຮັບຊິດຊອບບໍລິຫານເຂດເສດຖະກິດພິເສດ 3 ຫລ່ຽມທອງຄຳ, ເພື່ອນເຮັດໃຫ້ໂຄງການດັ່ງກ່າວ ມີແຜນລະອຽດ ໃນການເຄື່ອນໄຫວໃຫ້ຖືກ ຕ້ອງ ສອດຄອງ ກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງຈັດສັນບ້ານໃໝ່ທີ່ເໝາະສົມ ໃຫ້ແກ່ປະຊາຊົນບ້ານຄວ້ານ, ຈັດ ຕັ້ງຄະນະຮັບຜິດຊອບ ເພື່ອອຳນວຍຄວາມສະດວກ ໃຫ້ກຸ່ມບໍລິສັດດອກງິ້ວຄຳ ແລະ ການພັດທະນາດ່ານສາກົນ ໃຫ້ເປັນຈຸດເຂົ້າ-ອອກ ໃຫ້ຖືກຕ້ອງຕາມລະ ບຽບ ແລະ ເຂົ້າ-ອອກ ພຽງຈຸດດຽວ./.
ກັບສາລະບານ