ຂ່າວພາຍໃນປະເທດ
 

 

ສຳ​ຫລວດ​​ສະໝາ​ມບິນ​ 3 ແຫ່ງ​ຢູ່ພາກ​ເໜືອ ​ເພື່ອ​ປັບປຸງ​ຄືນ​ໃໝ່

*(ຂປລ): ລັດຖະບານ ກຳລັງ​ດຳ​ເນີນ​ການສຳ​ຫລວດ ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ເລີ່​ມຕົ້ນ​ກໍ່ສ້າງ ແລະ​ ປັບປຸງ​ສະໜາມ​ບິນ​ແຫ່ງ​ໃໝ່​ ໃນ 3 ແຂວງ​ພາກ​ເໜືອຂອງ ສປປ ລາວ ຄື: ແຂວງຫົວພັນ, ແຂວງຊຽງ​ຂວາງ ​ແລະ ແຂວງບໍ່​ແກ້ວ ເພື່ອ​ຍົກ​ລະດັບ​ຂີດ​ຄວາມ​ສາມາດ ​ແລະ ການ​ຕອບ​ສະໜອງ​ການ​ບໍລິການ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ ​ເນື່ອງ​ຈາກ​ວ່າ​ສະໜາມ​ບິນ​ໃນ 3 ແຂວງ​ດັ່ງກ່າວ ​ມີ​ຂະໜາດຈຳກັດ​ ໃນ​ການ​ຮອງ​ຮັບ​ການ​ຂຶ້ນ​ລົງ​ຂອງ​ເຮືອບິນ ແລະ ຍັງ​ເຫັນ​ວ່າ​​ເປັນ​ສະໜາມ​ບິນເກົ່າ ທີ່​ມີ​ການ​ກໍ່ສ້າງ​ມາ​ໄດ້​ຫລາຍ​ປີ​ແລ້ວ.

ທ່ານ ຢາ​ກົວ ລໍ​ປາງ​ກາວ, ຫົວໜ້າ​ກົມ​ການບິນ​ພົນລະ​ເຮືອ ​ແຫ່ງ ສປປ ລາວ​ໄດ້​ໃຫ້​ ສຳພາດ ຕໍ່​ນັກ​ຂ່າວ ​ຈາກ​ສຳນັກ​ຂ່າວສານ​ປະ​ເທດ​ລາວ ​ ໃນ​ຕົ້ນເດືອນມີນາ 2010 ນີ້​ວ່າ: ປະ​ຈຸບ​ັນນີ້ ​ກົມ​ການບິນ​ພົນລະ​ເຮືອ​ ໄດ້​ຮ່ວມ​ມື​ກັບ​ຫລາຍ​ອົງການ​ຈັດ​ ຕັ້ງ​ທີ່​ກ່ຽວ​ຂ້ອງ​ ຂອງລັດ ລົງ​ດຳ​ເນີ​ນການ​ສຳ​ຫລວດ​ຄວາມ​ເປັນ​ໄປ​​ໄດ້ໃນ​ການ​ກໍ່ສ້າງ ​ແລະ ປັບປຸງ​ສະ ໜາມ​ບິນ​ຄືນ​ໃໝ່​ ໃນ​ຫລາຍ​ແຂວງ​ຂອງ ສປປ ລາວ ​ໂດຍ​ສະ​ເພາະ​​ໃນ 3 ແຂວງດັ່ງກ່າວ ຊຶ່ງ​ແຜນ​ການດັ່ງກ່າວ​ນີ້​ ແມ່ນ​ຄວາມ​ພະຍາ​ຍາມ​ຂອງ​ລັດຖະບານ​ລາວ ​ເພື່ອ​ຍົກ​ລະດັບ ແລະ ມາດຕະຖານ​ຂອງ​ສະໜາມ​ບິນ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ​ ໃນ​ການ​ຮອງ​ສິ່ງ​ທ້າຍຫລາຍ​ ຢ່າງ​ໃນ​ອະນາຄົດ​ ແລະ ​ມີ​ພຽງ​ແຂວງ​ຊຽງ​ຂວາງ​ເທົ່າ​ນັ້ນ ​ຫາ​ກໍ່​ໄດ້​ສຳ​ເລັດ​ວຽກ​ງານ​ການ​ສຳ​ຫລວດ ຂະນະ​ນີ້ ທາງ​ກົມ​ການບິນ​ພົນລະ​ເຮືອ​ ກຳລັງ​ຈະ​ ສະ​ເໜີລາຍ​ລະອຽດ​ໃຫ້​ແກ່​ລັດຖະບານ​ ​ພິຈາລະນາ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ອະນຸມັດ​ງົບປະມານ​ ໃນ​ການຈັດ​ຕັ້ງ​ປະຕິບັດ​ສຳລັບ​ວຽກ​ງານ​ການ​ກໍ່​ສ້າງ ​ແລະ ປັບປຸງ​ຄືນໃໝ່.

ທ່ານ​ ຢາກ​ົວ​ ໄດ້​ອະທິ​ບາຍ​ຕື່ມ​ວ່າ: ​ໂຄງການ​ກໍ່ສ້າງ ​ແລະ ປັບປຸງ​ສະໜາມ​ບິນ​ໃໝ່​ນັ້ນ ແມ່ນ​ຈະ​ໄດ້​ຂະຫຍາຍ​ສະໜາມ​ບິນທົ່ງ​ໄຫ​ຫີນ​ເກົ່າ​ ໃຫ້​ມີ​ຄວາມ​ສາມາດ​ ຮອງ​ຮັບ​ເຮືອບິນ​ຂະໜາດ​ນ້ອຍ ​ແລະ ​ໃຫຍ່​ໄດ້​ຕາມ​ຄວາມ​ເໝາະ​ສົມ​ ໂດຍ​ຄາດ​ການ​ວ່າ ​ໂຄງການ​ປັບປຸງ​ສະໜາ​ມບິນ​ດັ່ງກ່າວ​ນີ້​ ຈະ​ມີ​ຄວາມ​ຍາວ 3 ກິ​ໂລ​ແມັດ ​ແລະ ກວ້າງ​ປະມານ 35 ແມັດ ຂະນະ​ທີ່​ສະໜາມ​ບິນ​ເກົ່າ​ນັ້ນ​ມີ​ຄວາມ​ຍາວ​ພຽງ 2 ກິ​ໂລ​ແມັດ​ກວ່າ ແລະ ຄວາມ​ກວ້າງ 35 ແມັດ./.

ກັບສາລະບານ

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446