ຂ່າວພາຍໃນປະເທດ
 

 

ຜູ້ນຳຂັ້ນສູງລາວຕ້ອນຮັບຄະນະຜູ້ແທນຫວຽດນາມ

*(ຂປລ): ສະຫາຍ ບຸນຍັງ ວໍລະຈິດ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ຊວນ ຝຸກ, ກຳມະການສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 4 ມີນາ 2010 ທີ່ສຳນັກງານປະທານປະເທດ (ຫໍຄຳ) ໃນໂອ ກາດທີ່ຄະນະດັ່ງກ່າວ ໄດ້ເດີນມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 3​-6 ມີນາ 2010 ຢ່າງເປັນທາງການ.

ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄະນະຜູ້ແທນຫວຽດ ນາມ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການ​ເພີ່ມ​ພູນ​ຄູນ​ສ້າງ ສາຍພົວພັນ ມິດຕະພາບ ຄວາມ​ສາມັກຄີແບບພິເສດ ແລະ​ ການ​ຮ່ວມ​ມືຮອບ ດ້ານ ລະຫວ່າງ ລາວ-ຫວຽດນາມ ​ໂດຍ​ສະ​ເພາະ ​ແມ່ນ​ການສື​ບຕໍ່​ຮັດ​ແໜ້ນສາຍ​ພົວພັນ​ ຮ່ວມ​ມືທີ່ດີງາມ ລະຫວ່າງ ຫ້ອງ​ວ່າການ​ສຳນັກງານ​ຍາ​ຍົກ​ລັດຖະມົນຕີ ແລະ​ ຄະນະ​ເລຂາທິການ​ລັດ ຖະບານ ​ແຫ່ງ​ ສປປ ລາວ​ ກັບ​ຫ້ອງ​ວ່າການລັດຖະບານ​ແຫ່​ງ ສສ ຫວຽດນາມ ໃຫ້ນັບມື້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ສະຫາຍ ຫງວຽນ ຊວນ ຝຸກ ໄດ້ລາຍງານໃຫ້ສະຫາຍຮອງປະເທດ ແຫ່ງ ສປປ ລາວ ໄດ້ຮັບຊາບ ເຖິງຈຸດປະສົງການເດີນທາງມີຄັ້ງນີ້ ແລະ ​ແຈ້ງຜົນຂອງ ການພົບປະຄະນະວິຊາການ ທີ່ກ່ຽວຂ້ອງຂອງ ທັງສອງຝ່າຍ ລາວ-ຫວຽດນາມ ຊຶ່ງຈັດ​ຂຶ້ນໃນ​ຕອນ​ເຊົ້າຂອງ​ວັນ​ດຽວ​ກັນ ​ທີ່​ສຳນັກງານ​ນາຍົກລັດຖະມົນ ຕີ. ທັງ​ສອງ​ຝ່າຍ​ໄດ້​ມີ​ການພົບ​ປະ ​ແລກປ່ຽນ​ບົດຮຽນ​ ການ​ຄຸ້ມ​ຄອງ​ວຽກ​ງານ​ຂອງ​ລັດຖະບານ, ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ຕ່າງໆ, ວຽກ​ງານ​ພົວພັນ​ຕ່າງ ປະ​ເທດ​ກັບ​ບັນດາ​ປະ​ເທດ​ຕ່າງໆ, ອົງການ​ຈັດຕັ້ງ ສາກົນ ແລະ ​ການ​ພົວພັນ​ ລະຫວ່າງ​ ສອງ​ຫ້ອງ​ວ່າການ, ພ້ອມ​ນີ້ ຍັງ​ໄດ້​ຫາລື​ການ​ປັບປຸງ ​ແລະ​ ບູລະນະ​ການ​ປົກຄອງ​ ຂອງ​ລັດຖະບານ, ​ໂຄງ​ຮ່າງ​ການຈັດຕັ້ງ, ສິດ-ໜ້າ​ທີ່, ພາລະ​ບົດບາດ​ຂອງ​ຫ້ອງ​ວ່າການ, ວຽກ​ງານ​ການ​ຈໍລະ​ຈອນ​ເອກະສານ, ການ​ສຳ​​ເນົາ​ເອກະສານ, ການ​ບໍລິຫານ​ທົ່ວ​ໄປ ​ແລະ​ ວຽກ​ງານອື່ນໆ​ອີກ.​

​ໃນ​ການ​ພົບ​ປະກັນ​ຄັ້ງນີ້ ທັງ​ສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ລົງ​ນາມ​ ໃນ​ບົດ​ບັນທຶກ​ການ​ຮ່ວມ​ມື​ ລະຫວ່າງ​ຫ້ອງ​ວ່າການ​ ສຳນັກງານ​ນາຍົກລັດຖະມົນຕີ​ ແຫ່ງ​ ສປປ ລາວ ​ແລະ ​ຫ້ອງ​ວ່າການ​ລັດຖະບານ​ ສສ ຫວຽດ​ນາມ ທີ່​ໄດ້​ລະບຸ​ກ​ເຖິງ​ແຜນການ​ຮ່ວມ​ມື​ ຂອງ​ທັງ​ສອງ​ຝ່າຍ​ໃນ​ແຕ່ລະ​ປີ ເພື່ອ​ແລກປ່ຽນ​ຄະນະ ​ຜູ້​ແທນ​ຂອງ​ຕົນ​ໄປ​ຢ້ຽມຢາມ ​ແລະ ​ແລກ​ປ່ຽນບົ​ດຮຽນຮ່ວມ​ກັນ, ການ​ຍົກ​ລະດັບ​ພະນັກງານ​ ໃນ​ຮູບ​ແບບ​ການ​ຝຶກ​ອົບຮົມ​ໄລຍະ​ເສັ້ນ ແລະ​ ການ​ສືບຕໍ່​ສ້າງ​ລະ ບົບ​ສູນ​ຂ່າວສານ ແລະ ​ເວັບ​ໄຊ ຮ່ວມ​ກັນ ແລະ ​ວຽກ​ງານ​ອື່ນ​ອີກ ​ຊຶ່ງ​ເປັນ​ກຽດ​ລົງ​ນາມ​ໃນ​ສັນຍາ​ດັ່ງກ່າວ​ ລະຫວ່າງ ສະຫາຍ ​ເຈືອງ ສົມບູນ​ຂັນ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ອົງຄະ​ນະ​ພັກ​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ປະຈຳ​ສຳນັກ ງານ ນາຍົກລັດຖະມົນຕີ, ຫົວໜ້າ​ຄະນະ​ເລຂາທິການ​ລັດຖະບານ​ ແຫ່ງ​ ສປປ ລາວ ​ແລະ ສະຫາຍ ຫງວຽນ ຊວນ ຝຸກ, ກຳມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າ ການລັດຖະບານ ແຫ່ງ ສສ ຫວຽດນາມ ​ໂດຍ​ມີ​ພາກສ່ວນ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າຮ່ວມ. ໃນ​ໂອກາດ​ດຽວ​ກັນນີ້ ຄະນະ​ຜູ້​ແທນ​ຫວຽດນາມ ກໍ​ໄດ້​ມອບ​ເຄື່ອງ​ ຄອມ​ພີ​ວ​ເຕີ​ຈຳນວນ 54 ຊຸດ​ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນວຽກ​ງານສຳນັກງາ​ນ ນາຍົກ ລັດຖະມົນຕີ​ແຫ່ງ ​ສປປ ລາວ ຢ່າງ​ມີ​ປະສິດທິ​ຜົນ​ຍິ່ງ​ຂຶ້ນ.

​ໃນ​ວັນ​ດຽວ​ກັນ​ນີ້ ຄະນະ​ຜູ້​ແທນ​ຫ້ອງ​ວ່າການ​ລັດຖະບານ​ແຫ່ງ​ ສສ ຫວຽດນາມ ນຳ​ໂດຍ​ສະ ຫາຍ ຫງວຽນ ຊວນ ຝຸກ, ກຳມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ ​ກໍ​ໄດ້​ເຂົ້າຢ້ຽມ​ຂ່ຳນັບ ສະຫາຍ ບົວ​ສອນ ບຸບຜາ​ວັນ, ກຳມະການ​ກົມ​ການ ​ເມືອງ​ສູນ​ກາງ​ພັກ, ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ ຢູ່​ທີ່​ສຳນັກງານ​ນາ​ຍົດ​ລັດຖະມົນຕີ, ນະ​ຄອນ​ຫລວງ​ວຽງ​ຈັນ ເຊັ່ນດຽວກັນ./.

 

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446