ຈະມີຂະບວນລົດໄຟທ່ອງທ່ຽວເຂົ້າມາລາວ
*(ຂປລ): ໃນວັນທີ 25 ກຸມພາ 2010 ຈະມີຂະບວນລົດໄຟທ່ອງທ່ຽວເຂົ້າມາລາວ ຄື ມາສະຖານນີ ທ່ານາແລ້ງ ຊຶ່ງແມ່ນລົດໄຟທ່ອງທ່ຽວ ຂອງ ສິງກະໂປ ຊື່ວ່າ: EASTERN AND ORIENTAL EXPRESS ຈະນຳພາຜູ້ໂດຍສານທ່ອງທ່ຽວ ຈາກປະເທດ ອາຊີ ແລະ ເອີຣົບ ຊຶ່ງມີຈຳນວນນັກທ່ອງທ່ຽວທັງໝົດ 110 ຄົນ. ນອກຈາກນັ້ນ ມີຜູ້ບໍລິການຮັບໃຊ້ຈຳນວນ 50 ຄົນ ທີ່ມາຈາກ 14 ປະເທດ. ສຳລັບປະເທດທີ່ມາຫລາຍກວ່າໝູ່ ແມ່ນປະເທດອາເມລິກາ ມີ 20 ຄົນ, ປະເທດທີ 2 ແມ່ນ ອັງກິດ 18 ຄົນ ແລະ ປະເທດທີ 3 ແມ່ນເຢຍລະມັນ 13 ຄົນ. ສຳລັບໃນເຂດອາຊີ ປະເທດທີ 1 ແມ່ນ ມາຈາກປະເທດໄທ ມີ 14 ຄົນ, ປະເທດທີ 2 ຟິລິບ ປິນ 9 ຄົນ ແລະ ປະເທດທີ 3 ມາຈາກຍີ່ປຸ່ນ 13 ຄົນ. ນອກຈາກນັ້ນ ຍັງມາຈາກທະວີບໂອເຊອານນີ ເຊັ່ນ: ປະເທດອົດສະຕຣາລີ 15 ຄົນ. ລົດໄຟຄັນດັ່ງກ່າວ ຈະ ມາຮອດສະຖານນີ ທ່ານາແລ້ງໃນວັນທີ 25/02/2010 ເວລາ 9:15 ໂມງ ແລະ ຈະອອກຈາກສະຖານນີທ່ານາແລ້ງໃນວັນທີ 25/02/2010 ເວລາ 18:30 ໂມງ ຮອດໜອງຄາຍເວລາ 18:45 ໂມງ. ລົດໄຟຂະບວນດັ່ງກ່າວ ຈະນຳນັກທອງທ່ຽວເຂົ້າມາລາວໃນເບື້ອງຕົ້ນ ປີໜຶ່ງ 1 - 2 ຂະບວນ ເທົ່າ ນັ້ນ ຂຶ້ນກັບລູກຄ້າທ່ອງທ່ຽວຜູ້ໂດຍສານຈະຈອງ ຊຶ່ງເປັນການລິ ເລີ່ມ ທີ່ຈະນຳພານັກທ່ອງທ່ຽວ ມາຈາກຫລາຍທະວີບໃນໂລກ ເຂົ້າມາ ສປປ ລາວ ດ້ວຍທາງລົດໄຟທ່ອງທ່ຽວລະດັບສູງ ມີຄວາມສະອາດສວຍງາມ. ຄິດວ່າບັນດາທ່ານຄວນຈະໃຫ້ຄວາມສົນໃຈຕໍ່ລົດໄຟຂະບວນດັ່ງກ່າວ ຊຶ່ງໄປຊົມຄວາມສວຍງາມຂອງລົດໄຟຂະບວນດັ່ງກ່າວ ໃນວັນທີ 25/02/2010 ເວລາ 9:15 ໂມງ ທີ່ສະຖານນີທ່ານາແລ້ງ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ. ສຳລັບປີ້ໂດຍສານລົດໄຟ ບາງກອກ-ວຽງຈັນ (ຊັ້ນໜຶ່ງ) 2.800 ໂດລາສະ ຫະລັດ/ຄົນ, ສິງກະໂປ-ວຽງຈັນ 4.800 ໂດລາສະຫະລັດ/ຄົນ./.
ກັບສາລະບານ