ອິນເດຍ ສົນໃຈສິນຄ້າ ແລະ ຢາກລົງທຶນໃນລາວ
*(ຂປລ): ອິນເດຍ ມີຄວາມສົນໃຈສິນຄ້າ ທີ່ຜະລິດຈາກ ສປປ ລາວ ແລະ ຢາກລົງທຶນໃນ ສປປ ລາວ ໂດຍສະເພາະ ໃນຂົງເຂດກະສິກຳ, ອຸດສາຫະກຳປຸງແຕ່ງ ແລະ ອຸດສາຫະກຳໜັກ. ທ່ານ ຂັນທະວົງ ດາລາວົງ, ເລຂາທິການສະພາອຸດສາຫະກຳ-ການຄ້າ ແຫ່ງຊາດລາວ ໄດ້ກ່າວ ຕໍ່ ຜູ້ສື່ຂ່າວ ໃນໂອກາດທີ່ໄດ້ນຳພາຄະນະສາມາຄົມ ສະຫະພັນ ອຸດສາ ຫະກຳອິນເດຍ ຊຶ່ງນຳໂດຍ ທ່ານ Suresh K.Goel, ເອກອັກຄະລັດຖະທູດ ອິນເດຍ ປະຈຳລາວ ທີ່ໄດ້ເຂົ້າຢ້ຽມຊົມໂຮງງານອັດກະປ໋ອງ ຂອງທ່ານ ຫຼຸມ ຄຳ ວົງໄຊ ຫຼື Lao Ago Industry Co.L.t..d. ທີ່ເມືອງທຸລະຄົມ ແຂວງວຽງຈັນ ໃນວັນທີ 23 ກຸມ ພາ 2010 ນີ້ວ່າ: ຄະນະສະມາຄົມສະຫະພັນອຸດ ສາຫະ ກຳອິນເດຍ ມີຄວາມສົນໃຈຢາກລົງທຶນໃນລາວ ກໍຄື ແຂວງວຽງຈັນ ຊຶ່ງເປັນແຂວງທີ່ມີທ່າແຮງ ໃນຂົງເຂດອຸດສາຫະກຳປຸງແຕ່ງຜົນຜະລິດກະສິກຳ, ການປູກໄມ້ ອຸດສາຫະ ກຳບາງປະເພດ, ອຸດສາຫະກຳໜັກ ກ່ຽວກັບວັດສະດຸກໍ່ສ້າງ ໂດຍສະເພາະແມ່ນ ຈຳພວກເຫຼັກ; ພ້ອມນັ້ນ ອິນເດຍ ຍັງມີ ຄວາມຕ້ອງການນຳເອົາ ສິນຄ້າປະເພດ IT ມາຈຳໜ່າຍໃນລາວ, ພິເສດ ອິນເດ ຍຍັງ ມີຄວາມຍິນດີ ຮັບຊື້ສິນຄ້າທຸກປະເພດ ທີ່ລາວມີຄວາມສາມາດສົ່ງອອກໃນຂອບ ອາຊຽນ+ອິນເດຍ (Asian + india). ໂຮງງານດັ່ງກ່າວ ເປັນໂຮງງານອຸດສາຫະກຳປຸງແຕ່ງ ຜົນຜະລິດກະສິກຳ ຊຶ່ງມີຜະລິດຕະພັນ 5 ຢ່າງຄື: ສາລີອັດກະປ໋ອງ, ໜໍ່ໄມ້ອັດກະປ໋ອງ, ໝາກມ່ວງອັດ ກະ ປ໋ອງ, ໝາກຕາວອັດກະປ໋ອງ ແລະ ຜັກທຽມ ອັດກະປ໋ອງ ຊຶ່ງປີໜຶ່ງສາມາດຜະລິດໄດ້ 400 ຕູ້ຄອນເທນເນີ ແລະ ສິນຄ້າສ່ວນຫຼາຍ ແມ່ນສົ່ງໄປ ຂາຍທີ່ສະ ຫະ ພາບເອີຣົບ. ເຂົ້າຮ່ວມໃນການຢ້ຽມຢາມ ໂຮງງານກັບຄະນະຄັ້ງນີ້ ມີທ່ານ ສຽວສະຫວາດ ສະແຫວງສຶກສາ, ລັດ ຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ-ການຄ້າ, ທ່ານ ພູວຽງ ສີປະເສີດ, ຫົວໜ້າພະແນກອຸດສາ ຫະ ກຳ- ການຄ້າ ແຂວງວຽງຈັນ ແລະ ພະນັກງານກ່ຽວຂ້ອງ ອີກຈຳນວນໜຶ່ງ./.
ກັບສາລະບານ