ລາວ-ມຽນມາ ຫາລືດ້ານວຽກງານຊາຍແດນ
*(ຂປລ): ກອງປະຊຸມຄັ້ງທີ IX ຂອງຄະນະກຳມະການຊາຍແດນ ລາວ-ມຽນມາ ຂັ້ນສູນກາງ ໄດ້ ຈັດ ຂຶ້ນໃນວັນທີ 23 ກຸມພາ 2010 ທີ່ໂຮງແຮມລາວພລາຊາ, ນະຄອນຫລວງວຽງຈັນ, ຄະນະຜູ້ແທນ ຝ່າຍລາວ ນຳໂດຍທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ປະທານ ຄະນະກຳ ມະ ການຊາຍແດນ ລາວ-ມຽນມາ ຂັ້ນສູນກາງ ແລະ ຄະນະຜູ້ແທນຊາຍແດນຝ່າຍມຽນມາ ນຳ ໂດຍທ່ານ ມອງ ມິນ (Maung Myint), ລັດຖະມົນຕີຊ່ວຍວ່າ ການກະຊວງການຕ່າງປະເທດ, ປະທານຄະນະກຳມະການຊາຍແດນມຽນມາ-ລາວ ຂັ້ນ ສູນ ກາງ, ມີຜູ້ຕາງໜ້າຈາກຂະແໜງການສູນກາງທີ່ກ່ຽວຂ້ອງ ແລະ ແຂວງ ທີ່ມີຊາຍ ແດນ ຮ່ວມກັບສະຫະພາບມຽນມາ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ຄະນະຜູ້ແທນທັງສອງຝ່າຍ ໄດ້ສັງເກດຕີລາຄາຄືນ ກ່ຽວກັບຜົນການ ຈັດຕັ້ງປະຕິ ບັດເນື້ອໃນບົດບັນທຶກກອງປະຊຸມຄັ້ງທີ 8 ຂອງຄະນະກຳ ມະການຊາຍ ແດນ ລາວ-ມຽນມາ ຂັ້ນສູນກາງ ສະ ບັບລົງວັນທີ 30 ພະຈິກ 2008 ທີ່ເນປີດໍ ສະຫະ ພາບ ມຽນມາ ໂດຍສະເພາະແມ່ນການຮ່ວມມື ລະຫວ່າງ ເຈົ້າ ໜ້າທີ່ຊາຍແດນສອງຝ່າຍ, ການນຳໃຊ້ບັດຜ່ານແດນ, ດ່ານຊາຍແດນ, ການເດີນເຮືອຕາມ ລຳແມ່ນ້ຳ ຂອງ, ການ ຮ່ວມມືໃນການຄວບຄຸມ ແລະ ປາບປາມ ຢາເສບຕິດ, ການກວດກາ ແລະ ສ້ອມແປງ ຫລັກ ໝາຍ ທີ່ເປ້ເພ ຄືນໃໝ່ ລວມທັງການນຳໃຊ້ເຮືອລັກລອບຂຸດຄົ້ນແຮ່ຄຳ ຕາມລຳແມ່ ນ້ຳຂອງ ແລະ ບັນຫາອື່ນໆ ທີ່ກ່ຽວຂ້ອງ, ພ້ອມນີ້ ທັງສອງຝ່າຍກໍໄດ້ພ້ອມກັນທີ່ຈະສືບຕໍ່ ປະສານສົມທົບກັນເປັນຢ່າງດີ ໃນການຄຸ້ມຄອງ ແລະ ຮ່ວມມືຢູ່ ຕາມ ບໍລິເວນຊາຍແດນ ໃຫ້ມ ີປະສິດທິຜົນດີກວ່າເກົ່າ. ນອກນີ້ ທັງສອງ ຝ່າຍ ໄດ້ຕີລາຄາ ວ່າ ຊາຍແດນ ລະ ຫວ່າງສອງປະເທດ ມີຄວາມສະຫງົບໂດຍພື້ນຖານ ແລະ ມີຄວາມເປັນ ລະ ບຽບ ຮຽບຮ້ອຍດີ ຊຶ່ງເປັນເງື່ອນໄຂ ເອື້ອອຳນວຍ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ປະຊາຊົນ ຜູ້ທີ່ຢູ່ອາໄສ ຕາມບໍລິເວນ ຊາຍ ແດນ ແລະ ເປັນການ ປະ ກອບສ່ວນອັນສຳຄັນ ເຂົ້າໃນການພົວພັນຮ່ວມມື ລະ ຫວ່າງ ສອງ ປະເທດໃຫ້ນັບມື້ແຕກ ດອກອອກຜົນຢ່າງບໍ່ຢຸດຢັ້ງ ໂດຍສະ ເພາະ ການພົວພັນຮ່ວມມື ໃນ ຂົງເຂດ ວຽກ ງານຊາຍແດນ ຂອງສອງປະ ເທດ ລາວ-ມຽນ. ໃນກອງປະຊຸມດັ່ງກ່າວ ທັງສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນຂໍ້ມູນຂ່າວສານນຳກັນ ກ່ຽວກັບບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນຕາມບໍລິເວນ ຊາຍ ແດນລະຫວ່າງສອງປະເທດຊຶ່ງທັງ ສອງ ຝ່າຍໄດ້ຕົກລົງເຫັນດີ ໃຫ້ເຈົ້າໜ້າທີ່ຊາຍແດນທ້ອງຖິ່ນຂອງສອງຝ່າຍ ເພີ່ມທະວີໃນການປະສານງານ ແລະ ແລກ ປ່ຽນຂໍ້ມູນຂ່າວສານນຳກັນຢ່າງໃກ້ຊິດ ເພື່ອແກ້ໄຂ ແລະ ສະກັດກັ້ນບັນ ຫາທີ່ເກີດຂຶ້ນໃຫ້ຫັນສະ ພາບ ການ. ສປປ ລາວ ແລະ ສະຫະ ພາບ ມຽນມາ ໄດ້ມີຊາຍ ແດນ ຮ່ວມກັນຕາມລຳແມ່ນ້ຳຂອງ ມີຄວາມຍາວທັງ ໝົດປະມານ 236 ກິໂລແມັດ, ມີຫລັກໝາຍ ຄູ່ 86 ຫລັກ ສ່ວນໃຫຍ່ເປັນເຂດຫ່າງໄກສອກຫລີກ./.
ກັບສາລະບານ