ລັດຖະບານ ປະດັບຫລຽນໄຊມິດຕະພາບ ໃຫ້ທ່ານທູດ ຈີນ
*(ຂປລ): ທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ປະດັບຫລຽນໄຊມິດຕະພາບ ໃຫ້ແກ່ ທ່ານ ພັນ ກວາງສຽວ (Pan Guangxue), ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະ ຈຳ ສປປ ລາວ ທີ່ມີຜົນງານ ໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເປັນເວລາ 3 ປີ. ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບອົກຂອບໃຈຢ່າງຈິງໃຈ ຕໍ່ການ ປະກອບສ່ວນຢ່າງຫ້າວຫັນ ແລະ ດ້ວຍຄວາມຮັບ ຜິດຊອບ ສູງ ຂອງທ່ານເອກອັກຄະລັດຖະທູດ ສປ ຈີນ ເຂົ້າ ໃນການພົວພັນ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ມີບາດກ້າວຂະຫຍາຍ ຕົວ ດີງາມຕະຫລອດມາ ຊຶ່ງການປະດັບຫລຽນໄຊມິດຕະພາບ ໃຫ້ທ່ານທູດຄັ້ງນີ້ ໄດ້ສະແດງ ໃຫ້ເຫັນ ເຖິງ ຄວາມ ຊົມເຊີຍ ແລະ ການຕີລາຄາສູງ ຂອງພັກ ແລະ ລັດຖະບານ ສປປ ລາວ ຕໍ່ຜົນງານ ແລະ ການປະ ກອບສ່ວນອັນ ສຳຄັນຂອງທ່ານທູດ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມື ຍຸດທະສາດຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ແຕກດອກອອກ ຜົນຢ່າງບໍ່ຢຸດຢັ້ງ. ພິທີປະດັບຫລຽນໄຊມິດຕະພາບ ໄດ້ຈັດຂຶ້ນໃນວັນທີ 24 ກຸມພາ 2010 ທີ່ກະຊວງການຕ່າງປະເທດ ໂດຍມີພະນັກງານຂັ້ນສູງຂອງກະຊວງການຕ່າງປະເທດ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂອງສະຖານທູດຈີນ ປະຈຳ ສປປ ລາວ ເຂົ້າຮ່ວມ./.
ກັບສາລະບານ