ຂ່າວພາຍໃນປະເທດ
 

 

ກຽມຈັດ​ສຳ​ມະ​ນາ​ການ​ສ້າງ​ຄະນະ​ຕໍ່ຕ້ານ ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເຫນືອ​
ຢູ່​ແຂວງ​ໄຊ​ຍະ​ບູລ
 

*(ຂປລ): ຄະນະ​ຊີ້​ນຳ​ວຽກງານ​ແນວ​ຄິດ​ ທີ​ດສະ​ດີ​ ແລະ ​ວັດທະນະທຳ​ສູນ​ກາງ, ຄະນະຮຽບ ຮຽງ ປະ ຫວັດສາດ​ ລາວ- ຫວຽດນາມ ​ຮ່ວມ​ກັບ​ຄະນະ​ນຳ ​ແຂວງ​​ໄຊ ​ຍະ​ ບູລີ ​ໄດ້​ຮ່ວມ​ກັນ​​ປຶກສາ​ຫາລື ກ່ຽວກັບ​ແຜນ ການ​ຈັດ​ສຳ​ມະ​ນາ​ການ​ສ້າງຕັ້ງ ຄະ ນະຕໍ່ຕ້ານ ​​ເຂ​ດຕາ​ເວັນ​ຕົກ​ສຽງ​ເຫນືອ ​ຢູ່ແຂວງ​ໄຊຍະບູລີ​ ​ໃນທ້າຍ​ເດືອນ ​ມີ ນາ ຫລື ເມສາ 2010 ທີ່ຈະເຖິງນີ້ ໃນໂອກາດທີ່ ທ່ານ ສະຫມານ ວິຍະເກດ, ກຳມະການກົມການ ເມືອງ ສູນ​ກາງພັກ, ຫົວຫນ້າຄະນະຊີ້ນຳວຽກງານແນວ ຄິດທິດ ສະດີ ແລະ ວັດ ທະນະທຳສູນກາງ ແລະ ຫົວຫນ້າ ຄະນະ ຊີ້ນຳໂຄງການຮຽບຮຽງປະຫວັດສາດ ການພົວພັນພິເສດ ລາວ-ຫວຽດນາມ ພ້ອມ​ຄະນະ ​ໄດ້​ເດີນ​ທາງ​ ໄປ​ ເຄື່ອນ​ໄຫວ, ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ບັນດາ​ແຂວງ​ພາກ​ເຫນືອ ​ໃນ​ລະຫວ່າງ​ວັນ​ທີ 14-18/2/2010.
ທ່ານນາງ ວຽງແກ້ວ ພົມມະຫາໄຊ, ຫົວຫນ້າຫ້ອງການປະສານງານ ໂຄງການຮຽບຮຽງ ປະ ຫວັດສາດ ​ການ​ພົວພັນ​ພິ​ເສດ ​ແລະ​ ສາ​ມັກ​ຄີ​ສູ້​ຮົບ​ລາວ-ຫວຽດນາມ​ ກ່າວວ່າ: ການ​ທີ່​ເລືອກ​ເອົາ​ ແຂວງ​ໄຊ​ຍະ​ບູລີ​ ເປັນ​ສະຖານ​ທີ່​ຈັດ​ກອງ​ປະຊຸມ​ດັ່ງກ່າວ​ ກໍ​ຍ້ອນ​ວ່າ: ​ແຂວງໄຊ​ຍະ​ບູລີ​ ເປັນ​ຈຸດ​ສ້າງ​ຕັ້ງ​ສຳນັກ ຂອງ​ຄະນະ​ຕໍ່ຕ້ານ​ເຂດ 2​ ໂດຍ​ແມ່ນ​ທ່ານ ພູມີ​ ວົງ​ວິຈິດ​ ເປັນ​ຫົວຫນ້າ.​ໃນ​ປະ​ຫວັດ​ສາດການ​ພົວພັນ​ພິ​ເສດ ​ລາວ-ຫວຽດນາມ ນັ້ນ,​ ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເຫນືອ​ຂອງ​ລາວ ​ແມ່ນ​ສະຖານ​ທີ່​ ແຫ່ງ​ ຫນຶ່ງ​ ທີ່​ມີ​ຫລາຍ​ເຫດການ​ສຳ ຄັນ​ເກີດ​ຂຶ້ນ ​ຊຶ່ງ​ເປັນ​ຂີດ​ຫມາຍ​ສຳຄັນ​ຂອງ​ການ​ຮ່ວມ​ສຳພັນ​ສູ້​ຮົບ ​ແລະ​ ສາມັກ​ຄີ​ ລາວ-​ຫວຽດນາມ ​ເຊັ່ນ: ການ​ສ້າງຕັ້ງ ຄະ ນະ ​ກຳມະການ​ຕໍ່ຕ້ານ​ເຂດ​ຕາ​ເວັນ​ຕົກສ່ຽງ​ເຫນືອ​ເຂດ 1,​ ເຂດ 2 ​ໃນ​ເດືອນ 10 ​ປີ 1947 ​ເພື່ອ​ນຳພາ​ປະຊາຊົນ​ລາວ​ບັນ ດາ​ເຜົ່າ​ບັນດາ​ແຂວງ​ພາກ ​ເຫນືອ​ລຸກ​ຂຶ້ນ​ ຕໍ່ ສູ້​ກູ້​ຊາດ​ ຊຶ່ງ​ມີ​ສູນ​ບັນຊາ​ການ​ຢູ່​ແຂວງ​ຫລວງ​ພະ​ບາງ, ການ​ສົມທົບ​ກັນ​ຮ່ວມ​ສຳພັນ​ສູ້​ຮົບ​ ລາວ-ຫວຽດນາມ​ ຕ້ານ​ການ​ກັບ​ຄືນ​ມາ​ຮຸກ​ຮານ ເທື່ອທີ 2​ ຂອງ​ພວກ ​ລ່າ​ ເມືອງ​ ຂຶ້ນ​ຝຣັ່ງ ເພື່ອປ້ອງ​ກັນ​ບັນດາ​ທ້ອງ​ຖິ່ນ​ ທາງ​ພາກ​ຕາ​ເວັນ​ຕົກສ່ຽງ​ເຫນືອ​ຂອງ​ລາວ, ຂະ​ບວນການ​ຕໍ່ສູ້​ຂອງ​ບັນດາ​ແຂວງ​ພາກ​ເຫນືອ​ ເພື່ອ​ສົມທົບ​ກັບ​ສະ ຫນາມ ຮົບ​ດຽນບຽນຝູປີ 1953-1954.
ທ່ານນາງ​ ວຽງ​ແກ້ວ ພົມ​ມະຫາ​ໄຊ​ ກ່າວ​ຕື່ມ​​ວ່າ: ກອງ​ປະຊຸມ​ດັ່ງກ່າວ​ ປະກອບ​ມີ 3 ​ເນື້ອ​ໃນຕົ້ນຕໍ ເຊັ່ນ: ການ​ສຳ​ມະ​ນາ​​ລະຫວ່າງ​ລາວ-ຫວຽດນາມ ​ໃນ​ຫົວ​ຂໍ້ ”ຄວາມ​ສາມັກຄີ​ລາວ​-ຫວຽດນາມ ​ເພື່ອ​ສ້າງຕັ້ງຄະນະ​ກຳມະການ​ເຂດ​ຕໍ່ຕ້ານ​ຢູ່​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເຫນືອ​ລາວ” ເວລາ 1​ ມື້ ພາຍ​ໃຕ້​ຮູບ​ແບບ​ຜັດ​ປ່ຽນກັນກ່າວ ​ຄຳ​ເຫັນ, ​ກອງ​ປະຊຸມ​ສະຫລຸບ 1 ​ປີ​ການ​ປະຕິບັດ​ໂຄງ ການຮຽບຮຽງປະຫວັດສາດ​ສາມັກຄີ​ພິ​ເສດ ລາວ-ຫວຽດ ນາມ ​ແລະ ​ວາງ​ທິດ​ທາງ​ຫນ້າ​ທີ່​ປີ 2010​ ເວລາ 1​ ມື້ ​ ແລະ ພົບ​ປະ​ກັບ​ຜູ້​ພະຍານ​ປະຫວັດສາດ, ສົນທະນາ​ເນື້ອ​ໃນ​ຮ່າງ​ບົດ​ຂອງ​ແຕ່​ລະ​ຜະ​ລິດ​ຕະພັນ​ປະຫວັດສາດ 6 ​ຜະລິດ​ຕະພັນ ແບ່ງ​ຫນ່ວຍ​ຄົ້ນຄວ້າ​​ເວລາ 1-2 ມື້. ພ້ອມທັງ​ຢ້ຽມຢາມ​ບາງ​ສະຖານ​ທີ່​ປະຫວັດສາດ​ຢູ່​ແຂວງ​ໄຊ​ຍະ​ບູລີ 1​ ມື້,​ແຂວງ​ຫລວງ​ພະ​ບາງ 1​ ມື້. ທັງ​ນີ້ກໍ​ເພື່ອຍົກ​ໃຫ້​ເຫັນ​ມູນ​ເຊື້ອ​ຄວາມ ​ສາມັກຄີ​ແບບ ​ພິ​ ເສດ ​ລະຫວ່າງ​ ລາວ-ຫວຽດນາມ ນັບ​ແຕ່​ຊຸມ​ປີຕົ້ນຂອງ​ການ​ປະຕິວັດ​ລາວ​ຈົນ​ຮອດ​ປະຈຸ​ບັນ. ກອງ​ປະຊຸມ ​ການ​ສ້າງຕັ້ງຄະນະ​ຕໍ່ຕ້ານ​ເຂດ​ຕາ ​ເວັນ​ຕົກ​ ສ່ຽງ​ເໜືອ ດັ່ງກ່າວ​ນີ້ ຄາດ​ວ່າ​ຈະ​ມີ​ຜູ້ເຂົ້າຮ່ວມ ທັງ​ຫມົດກວ່າ 100 ​ຄົນ,​ ໃນ​ນີ້ ຝ່າຍລາວມີ​ 100 ຄົນ ແລະ ຝ່າຍ​ຫວຽດນາມ 20 ​ຄົນ ​ອັນ​ປະກອບ​ມີຜູ້​ຕາງຫນ້າ​ການ​ນຳ​ພັກ, ລັດ​ຖະ​ບານ ​ລາວ-ຫວຽດນາມ, ຄະນະ​ຮັບຜິດຊອບ​ໂຄງການ​ຮຽບຮຽງປະຫວັດສາດ ລາວ-ຫວຽດນາມ, ຜູ້​ແທນ​ຂອງ​ບາງ​ກະຊວງ, ຂະ​ແຫນງ​ການ​ທີ່​ກ່ຽວຂ້ອງ, ຕາງ​ຫນ້າ​ສະຫະພັນ​ນັກຮົບ​​ເກົ່າ ​ລາວ-ຫວຽດນາມ, ການ​ນຳ​ຂອງ​ບັນດາ​ທ້ອງ​ຖິ່ນ​ເຂດ 2, ຜູ້​ແທນ​ອະ​ດີດ​ຊ່ຽວຊານ​ ແລະ​ ທະຫານ​ອາສາ​ສະຫມັກ​ຫວຽດນາມ, ຜູ້​ ພະ ຍານ​ປະຫວັດສາດ, ບັນດາ​ນັກວິທະຍາສາດ, ສຳນັກງານ​ຂ່າວສານ​ສອງ​ປະ​ເທດ, ທູດ​ລາວ​ປະຈຳ​ ຫວຽດນາ​ມ ແລະ​ ທູດ​ຫວຽດນາມ​ປະຈຳ​ ສປປ ລາວ./.

ກັບສາລະບານ

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446