ນະຄອນຫລວງຂະຫຍາຍຕາຫນ່າງສະຫນອງນ້ຳປະປາໄລຍະ 2
*(ຂປລ) :ອົງການຝຣັ່ງເສດເພື່ອການພັດທະນາໄດ້ໃຫ້ການຊ່ວຍເຫລືອລ້າສຳລັບໂຄງການຂະຫຍາຍຕາໜ່າງສະໜອງນ້ຳປະປານະຄອນຫລວງວຽງຈັນຊຶ່ງ ກວມ ເອົາໄລຍະໜຶ່ງ ແລະ ໄລຍະສອງ. ສຳ ລັບໂຄງ ການໄລຍະສອງໂດຍໄດ້ໃຊ້ ເວລາ 12 ເດືອນ ໃນການຈັດຕັ້ງປະຕິບັດ ແລະ ໄດ້ສຳເລັດເປັນທີ່ຮຽບຮ້ອຍ ແລ້ວ ໃນປະຈຸບັນນີ້ ດ້ວຍທຶນຊ່ວຍເຫລືອລ້າ ຈຳນວນ 5,5 ລ້ານເອີໂຣ. ໂຄງການຂະຫຍາຍລະບົບທໍ່ສົ່ງ ແລະ ທໍ່ແຈກນ້ຳປະປາເປັນໂຄງການຂະຫຍາຍຕາຫນ່າງນ້ຳປະປາເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ນ້ຳເພີ່ມຕື່ມປະມານ 20 ພັນຄົນ ສຳລັບ 9 ເຂດ ໃນ 7 ຕົວເມືອງ ອ້ອມຂ້າງນະ ຄອນຫລວງວຽງຈັນຄື : ເມືອງນາຊາຍທອງ, ສີໂຄດຕະບອງ, ຈັນທະບູລີ, ໄຊເສດຖາ, ໄຊທານີ, ສີສັດຕະນາກ ແລະ ຫາດຊາຍຟອງ. ການວາງທໍ່ສົ່ງ ແລະ ທໍ່ແຈກນ້ຳ ໃນຄວາມຍາວປະມານ 105 ກິໂລແມັດ, ພ້ອມທັງສ້າງອ່າງເກັບນ້ຳ 400 ແມັດກ້ອນ ຈຳນວນໜຶ່ງໜ່ວຍ ຢູ່ເຂດບ້ານວຽງຄຳ, ການກໍ່ສ້າງສະຖານີສູບສົ່ງນ້ຳ, ຊຶ່ງທັງຫມົດເປັນຫນ້າວຽກທີ່ສຳຄັນຂອງໂຄງການ ແລະ ໄດ້ຮັບການຈັດຕັ້ງປະຕິບັດຢ່າງສຳເລັດຜົນ. ທ່ານ ດາວເພັດ ບົວພາ, ຜູ້ອຳນວຍການໃຫຍ່ ລັດວິສາຫະກິດນ້ຳປະປານະຄອນ ຫລວງ ກ່າວວ່າ ໂຄງການຂະຫຍາຍຕາໜ່າງນ້ຳປະປາດັ່ງກ່າວ ແມ່ນ ຈະປະ ກອບສ່ວນ ອຳນວຍຄວາມສະດວກໃນການຊົມໃຊ້ນ້ຳໃຫ້ພຽງພໍ ທັງຮັບປະກັນການສະໜອງນ້ຳກິນ, ນ້ຳໃຊ້ທີ່ສະອາດປອດໄພຂອງປະຊາຊົນໃນເຂດນະຄອນ ຫລວງວຽງຈັນ . ໃນວັນທີ 19 ກຸມພາ 2010 ຢູ່ບໍລິເວນອ່າງເກັບນ້ຳສູງ ບ້ານວຽງຄຳ ເມືອງສີໂຄດຕະບອງ ນະຄອນ ຫລວງວຽງຈັນ ໄດ້ມີການເປີດນຳໃຊ້ ໂຄງການດັ່ງກ່າວ ຊຶ່ງມີ ທ່ານ ສົມມາດ ພົນເສນາ ລັດ ຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ, ບັນດາຄະນະນຳນະຄອນຫລວງ, ທ່ານ ຝຣັງຊົວ ເຊເນໂມ ເອກອັກຄະ ລັດ ຖະ ທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຝຣັ່ງຈຳລາວ ໄດ້ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວ../
ກັບສາລະບານ