ຂ່າວພາຍໃນປະເທດ
 

 

ການລົງສຳຫລວດຊາຍແດນ ລາວ-ກຳປູເຈຍ  

* (ຂປລ)​: ​ທ່ານບຸນ​ເກີດ ສັງ​ສົມ​ສັກ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການຕ່າງປະ​ເທດ​ແຫ່ງ ສປ ປ ລາວ ໄດ້ຮ່ວມກັບ ທ່ານ ລອງ ວິສະໂລ, ລັດຖະມົນ ຕີ​ ຊ່ວຍ​ ວ່າການ​ກະຊວງ​ການຕ່າງປະ​ເທດ​ ແລະ ຮ່ວມ ມືສາ ກົນ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ​ໄດ້ລົງໄປສຳຫລວດ ພູມີປະເທດຕົວຈິງ ຢູ່ບໍລິ ເວນແກ້ງ ຕໍມໍຄອຍ -ຫ້ວຍຕະເງົາ ລະຫວ່າງແຂວງ ອັດຕະປື ແລະ ແຂວງຣັດຕະນະຄີຣີ ຊຶ່ງບໍລິເວນ ດັ່ງກ່າວ ຍັງເປັນຈຸດ ຄົງຄ້າງ ຊາຍແດນ ທີ່ທັງສອງຝ່າຍ ມີຄຳເຫັນ ແຕກ ຕ່າງກັນ.
ການລົງໄປສຳຫລວດ ໃນ​ວັນ​ທີ 15 ກຸມພາ 2010ນີ້ ແມ່ນປະຕິບັດຕາມເຈດຕະນາລົມ ຂອງການ ນຳ ລະຫວ່າງສອງ​ປະ​ເທດທີ່ວາງເປົ້າໝາຍ ແນ່ໃສ່ໃຫ້ສຳເລັດ ການ ສຳ ຫລວດ ແລະ ປັກຫຼັກໝາຍຊາຍແດນ ລາວ- ກຳປູເຈຍ ໃນປີ 2010 .
ການສຳຫລວດພູມີປະເທດຕົວຈິງຂອງສອງຝ່າຍໃນຄັ້ງນີ້ ກໍເພື່ອປະກອບຂໍ້ມູນຫຼັກຖານໃຫ້ແກ່ການ ພິຈາລະນາແກ້ໄຂຈຸດຄົງຄ້າງທີ່ເປັນບໍລິເວນສຸດທ້າຍ ໃນການ ສຳ ຫລວດ ແລະ ປັກຫຼັກໝາຍລະຫວ່າງ ສອງ ປະເທດ.
ການໄປສຳຫລວດຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດ ແຫ່ງສາຍພົວພັນ ມິດຕະພາບ ຖານບ້ານໃກ້ ເຮືອນຄຽງ ທີ່ດີຕໍ່ກັນ ຊຶ່ງເປັນມູນເຊື້ອອັນດີງາມ ທີ່ມີມາ ແຕ່ ບູຮານນະການ ລະຫວ່າງສອງປະເທດ./.

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446