ຂ່າວພາຍໃນປະເທດ
 

 

ລັດ​ວິ​ສາ​ຫະກິດ​ນ້ຳ​ປະປາ​ລາວ​ຢືນຢັນ ອາທິດນີ້​ຈະ​ສະໜອງ​ນ້ຳ
​ໃຫ້​ປະຊາຊົນ​ໄດ້​ປົກກະຕິ

*(ຂປລ): ຊາວ​ນະຄອນຫລວງ​ວຽງ​ຈັນຈະ​ໄດ​້​ຊົມໃຊ້​ນ້ຳ​ປະປາ​ເປັນ​ປົກກະຕິ​ພາຍ​ໃນ​ອາທິດ​ນີ້ ​ເມື່ອ​ລັດ​ວິ​ສາ​ຫະກິດ​ນ້ຳ​ປະປາ​​ໄດ້​ໃຫ້ການຢືນຢັນໃນ​ວັນ​ທີ 19 ກຸມພາ 2010 ນີ້ ວ່າ: ສະ​ຖາ​ນີນ້ຳ​ປະປາ​ໃນ​ເຂດ​ບ້ານ​ຈິ​ນາຍ​​ໂມ້​ທີ່​ມີ​ບັນຫາ​ກ່ຽວ​ກັບ​ນ້ຳຂອງ​ບົກ​ແຫ້ງກາຍ​ເປັນ​ເຫດ ​ເຮັດ​ໃຫ້​ຈັກ​ດູດ​ນ້ຳ​ບໍ່​ສາມາດ​ດູດ​ ນ້ຳຂອງ​ຂຶ້ນ ​ມາ​ ຜະລິດ​ ເປັນ​ນ້ຳ​ປະປາ​ໄດ້​ຕາມ​ຄວາມ​ຕ້ອງການ​ນັ້ນ ເຊິ່ງທາງ​ລັດ​ວິ​ສາ​ຫະກິດ​ນ້ຳ​ປະປາ​ລາວ​ໄດ້​ສົ່ງ​ໜ່ວຍ​ງານ​ລົງ​ໄປ​ກວດກາ ​ແລະ ​ໃຊ້​ລົດ​ຈົກ​ໄປ​ຈົກ​ເອົາ ​ດິນ ຊາຍ​ອອກ​ເພື່ອ​ຮັບປະກັນ​ ເຮັດ​ໃຫ້​ຈັກສູບ​ນ້ຳ​ສາມາ​ດສູບ ​ນ້ຳ​ໄດ້​ປົກກະ ຕິ​ຄື​ກັບ​ລະດູຝົນ​ແລ້ວ, ຂະນະ​ທີ່ ສະຖານີນ້ຳ​ປະປາ​ໃນ​ເຂດ​ບ້ານ​ເກົ້າ​ລ້ຽວນັ້ນ ທາງ​ລັດ ​ວິ​ສາ​ ຫະ ກິດ​ນ້ຳ​ປະປາ​ລາວ​ຈະ​ໄດ້ເລີ່​ມດຳ​ ເນີນ​ການ​ເຊັ່ນ​ດຽວ​ກັນ​ດວ້ຍການ​ເຊົ່າ​ແພ ຫລື ເຮືອ​ບັກ​ຂອງ​ກອງ​ຊົນ​ລະ​ປະທານ, ກະຊວງ​ກະສິກຳ ​ແລະ ປ່າ​ໄມ້​ເພື່ອ​ ນຳ​ມາ​ຕິດ​ຕັ້ງ​​ຈັກ​ສູບ​ນ້ຳຢູ່​ກາງ​ນ້ຳຂອງ ​ເຊິ່ງຄາດ​​ວ່າ​ຈະ​ສຳ​ເລັດ​ ພາຍ​ໃນ​ອາທິດ​ນີ້​ແນ່ນອນ.
ອີງ​ຕາມ​ການ​ເປີດ​ເຜີຍ​ຂອງ ທ່ານ ຄຳ​ເຜີຍ ວົງສາ​ຄຳ​ຜຸຍ, ຮອງ​ຫົວໜ້າ​ລັດ​ວິ​ສາ​ຫະກິດ​ນ້ຳ​ປະປາ​ລາວ​​ ໄດ້​ກ່າວ​ວ່າ: ທາງ​ບໍລິສັດ​ລັດ​ວິ​ສາ​ຫະກິດ ​ນ້ຳ​ປະປາ​ ລາວ ​ໄດ້​ ນ້ຳ​ເອົາ​ລົດ​ ຈົກ​ຈຳນວນ​ໜຶ່ງ​ໄປ​ຂຸດ ເອົາ​ດິນ ຊາຍ​ອອກຈາກ​ບ່ອນ​ທີ່​ຈະ​ສູບ​ນ້ຳ​​ແລ້ວ​​ໃນ​ສະຖາ​ນີນ້ຳ​ປະປາ​ຈີ​ນາຍ​​ໂມ້ ໃນ​ວັນ​ທີ 19 ກຸມພາຜ່ານມາ ເພື່ອ ​ເປີດ​ທາງ​ໃຫ້​ນ້ຳ​ເຂົ້າ​ມາ​ໄດ້​ປົກກະຕິ​ ເຊິ່ງຈະ​​ຕອບ​ສະໜອງ​ໃຫ້​ຈັກສາມາ​ດ ສູບ​ນ້ຳ​ໄດ້ເພື່ອ​ນຳ​ມາ​ຜະລິດ​ນ້ຳ​ປະປາ​ໃຫ້​ໄດ້​ຕາມ​ປົກກະຕິ ຫລັງ​ນ້ຳຂອງ​ບົກ ​ແຫ້ງ ​ໄວ ຜິດ ​ປົກກະ ຕິ​ເຮັດ​ໃຫ້​ຈັກ​ບໍ່​ສາມາດ​ສູບ​ນ້ຳ​ໄດ້​. ສ່ວນ ສະຖານ​ນີນ້ຳ​ປະປາ​ເກົ້າ​ລ້ຽວນັ້ນ ຄາດ​​ວ່າ​ ລັດ​ວິ​ສາ​ຫະກິດ​ນ້ຳ​ປະປາ​ລາວ​ຈະ​ເຊົ່າ ຫລື ຢືມ​ເອົາ​ເຮືອ​ແພ ຫລື ເຮືອ​ບັກ​ຈາກ​ກອງ​ຊົນລະປະທານ​ຂອງ​ບ້ານ​ທ່າ​ງ່ອນ ເພື່ອ​ນຳ​ມາ​ຕິດ​ຕັ້ງ​ໃສ່​ກາງ​ນ້ຳ ຂອງ​ໃນ​ອາທິດ​ນີ້​ໃຫ້​ສຳ​ເລັດ​ໂດຍ​ໄວ​ເພື່ອ​ຮັບປະກັນ​ໃຫ້​ພໍ່​ແມ່​ປະຊາຊົນ, ທະ ຫານ, ຕຳ​ຫລວດ ​ ສາມາດ​ນຳໃຊ້​ນ້ຳ​ເປັນ​ປົ​ກກະຕິ.
ທ່ານ ຄຳ​ເຜີຍ​ຍັງ​ຊີ​້​ແຈງ​ວ່າ: ມາຮອດ​ປະຈຸ​ບັນ​ນີ້ ລັດ​ວິ​ສາ​ຫະກິດ​ນ້ຳ​ປະປາ​ລາວ ກຳລັງ​ກະກຽມ​​ແຜນສະໜອງ​ນ້ຳ​ໃຫ້​ພຽງພໍເພື່ອ​ຕອບ​ສະໜອງ ​ໃຫ້​ຫລາຍ​ວັນ ​ສຳຄັນ​ເຊັ່ນ: ວັນຄົບຮອບ 450 ປີ ນະຄອນຫລວງ​ວຽງຈັນ, ກອງ​ປະຊຸມ​​ໃຫຍ່​ຄັ້ງທີ 9 ຂອງ​ພັກ ​ແລະ ບັນດາ​ກອງ​ປະຊຸມ​ຕ່າງໆ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະ ນາຄົດ​ດ້ວຍ ​ການ​​ເພີ່ມ​ຂີດ​ ຄວາມ ​ສາມາດ​ຂອງການ​ ຜະລິດ​ໃຫ້​ຫລາຍ​ຂຶ້ນ​ຕື່ມ​ອີກ​ ໂດຍ​ສະ ​ເພາະ​ໂຄງການ ​ກໍ່ສ້າງ​ສະຖານີນ້ຳ​ປະປາ​ລາວ​ໃນ​ບ້ານ​ດົງ​ບັງ​ ໃຫ້​ສຳ​ເລັດ​ພາຍ​ໃນ​ປີ​ນີ້ເຊິ່ງຄາດ ​​ວ່າຈະ​ສະ ໜອງ ​ນ້ຳ​ປະປາ​​ໃນ​ໄວໆ​ນີ້​ໂດຍ​ເບື້ອຕົ້ນຈະ​ແບ່ງ​ມາ​ໃຊ້​ໃນນະຄອນຫລວງ​ປະມານ 10.000 ແມັດ​ກ້ອນ.
​ ໄລຍະ​ຜ່ານມາ ລັດ​ວິ​ສະຫະ​ກິດ​ນ້ຳ​ປະປາ​ລາວ​ສາມາດ​ສະໜອງ​ນ້ຳ​ປະປາ​ທົ່ວ​ນະຄອນ​ຫລວງ​ຈັນ​ໄດ້​ປະມາ​ນ 160.000 ແມັດ​ກ້ອນ/ມື້ ແຕ່​ໃນ​ອະນາຄົດ​ຈະ ​ເພີ່ມ​ຂຶ້ນ ​ເປັນ ​ປະມານ 170.000 ແມັດ​ກ້ອນ/ມື້./.

ກັບສາລະບານ

 

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446