ຂ່າວພາຍໃນປະເທດ
 

 

ລາວແລະເອດີ​ບີ ປຶກສາ​ຫາລື​ທິດ​ທາງ​ໃຫມ່​ສຳລັບ​ແຜນ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​

*(ຂປລ): ລັດຖະບານ ສປປ ລາວ ​ແລະ ທະນາຄານ​ພັດທະນາ​ອາຊີ (ADB)ໄດ້​ຮ່ວມ​​ປຶກສາ​ຫາລື ເພື່ອ​ລິ​ເລີ່​ມການ​ກະກຽມ​ແຜນ​ຍຸດ​ທະ​ສາດ ​ການ​ຮ່ວມ​ມື​ໄລ ຍະ​ໃໝ່​ໃນ​ລະຫວ່າງປີ 2012-2016, ​ແຜນ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ໄລຍະ​ໃໝ່ຈະ​ໄດ້​ວາງ​ແຜນ​ໃຫ້​ຖືກຕ້ອງຕາ​ມ​ເປົ້າ​ໝາຍການ​ພັດທະນາ​ອັນ​ເປັນ​ບູລິມະ​ສິດ ຂອງ ​ລັດ​ຖະບານ ແລະ​ ຍັງ​ໃຫ້ການ​ສະໜັບ​ໜູນ​ໂດຍ​ກົງ ສຳ​ລັບ​ລັບ​ການຈັດຕັ້ງ​ປະຕິບັດ​ແຜນ​ຍຸດ​ທະ​ສາດ ການ​ພັດທະນາ​ເສດ​ຖະກິດ-​ສັງຄົມ​ແຫ່ງ​ຊາດ​ຄັ້ງທີ 7 ຂອງ​ລັດຖະບານ.
ກອງ​ປະຊຸມ​ປຶກສາ​ຫາລື ​ໄດ້​ຈັດ​ຂຶ້ນ​ ໃນວັນ​ທີ 22 ກຸມພາ 2010, ທີ່ນະຄອນຫລວງ​ວຽງ​ຈັນໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ບຸນ​ທະວີ ສີ​ສຸພັນ​ທອງ, ລັດຖະ ມົນຕີຊ່ວຍ​ວ່າການ ກະຊວງ​ແຜນການ ແລະ ການ​ລົງທຶນ, ມີທ່ານ ກຽວ​ຮົງ ກີ​ມ, ຜູ້ຕາງໜ້າ ADB ປະຈ​ຳ ລາວ ​ແລະ ກະຊວງ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ກອງ​ປະຊຸມ ​ໄດ້​ປຶກສາຫາລື​ກ່ຽວ​ກັບ​ບັນດາ​ສິ່ງທ້າ​ທາຍ​ຕ່າງໆ​ໃນ​ການ​ພັດທະນາ​ຢູ່ ສປປລາວ ພວມ​ປະ​ເຊີນ​ຢູ່. ​ເພື່ອ​ຮັບປະກັນ​ເຮັດ​ໃຫ້​ແຜນ​ ຍຸດ​ທະ​ສາດ​ການ​ ຮ່ວມ​ມື​ດັ່ງກ່າວ​ຖືກຕ້ອງ​ກັບ​ອັນ​ທີ່​ເປັນ​ບູລິມະ​ສິດ ທີ່​ນອນ​ຢູ່​ໃນ​ແຜນ​ຍຸດ​ທະ​ສາດ ການພັ​ດທະນາ​ເສດຖະກິດ-​ສັງຄົມ​ແຫ່ງ​ຊາດຄັ້ງທີ 7ຂອງ​ລັດຖະບານ ​ແລະ​ ວາງ​ ທິດ​ທາ​ງການ​ສະໜັບສະໜູນ​ຂອງ ADB ໃນ​ໄລຍະ 5 ປີ​ຕໍ່​ໜ້າ.
ຜູ້​ເຂົ້າຮ່ວມ​ໄດ້​ຮ່ວມ​ກັນ​ວາງ​ທິດ​ທາງ ​ແລະ ປຶກສາຫາລື​ກ່ຽວ​ກັບ​ບັນດາ​ຂໍ້​ຜູກ​ມັດ ​ແລະ ຂໍ້​ຫຍຸ້ງ​ຍາກ​ຕ່າງໆ ຂອງ​ການ​ພັດທະນາ ​ໃນ​ລະດັບ​ມະຫາ​ພາກ, ລະດັບ​ຂັ້ນ ຂະ​ແໜງ​ການ​ຕ່າງໆ ເພື່ອ​ເຮັດ​ແນວ​ໃດ ​ແຜນ​ຍຸດ​ທະ​ສາດການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ​ຄັ້ງທີ 7 ຂອງ​ລັດຖະບານ ​ແລະ ​ແຜນ​ຍຸດ​ທະ​ສາດ​ການ​ ຮ່ວມ​ມື​ສຳລັບ​ປະ​ເທດ ລະຫວ່າງ​ລັດຖະບານ ກັບ ​ເອດີ​ບີ ​ຈະ​ໄປ​ໃນ​ທິດ​ທາງ​ອັນ​ດຽວ​ກັນ ໃນ​ການ​ແກ້​ໄຂ​ບັນດາ​ຂໍ້​ຜູກ​ມັດ ​ແລະ ຫຍຸ້ງ​ຍາກ​ດັ່ງກ່າວ.​
ກອງ​ປະຊຸມ​ໄດ້​ຍົກ​ໃຫ້​ເຫັນທິດ​ທາງ​ຍຸດ​ທະ​ສາດການ​ພັດທະນາ​ເສດຖະກິດ-​ສັງ​ຄົມ​ ​ແຫ່ງ​ຊາດຄັ້ງທີ 7 ເພື່ອ​ຫາລື​ກ່ຽວກັບ​ຂໍ້​ຫຍຸ້ງຍາກ ອັນ​ສຳຄັນ ທີ່ ສປປ ລາວ ກ​ຳ ລັງ​ປະ​ເຊີນ​ຢູ່, ຜົນ​ຂອງ​ການ​ປະຕິບັດ​ງານ​ຂອງ​​ແຜນ​ຍຸ​ດທະ​ສາດ ການ​ຮ່ວມ​ມື​ສຳລັບ​ປະ​ເທດ ທີ່​ພວມ​ດຳ​ເນີນ​ຢູ່​ໃນ​ໄລຍະ​ປະຈຸ​ບັນ, ຜົນ​ທີ່​ໄດ້​ຮັບ​ໃນ​ຂະ​ແໜງ ​ການ ແລະ ວຽກ​ງານ​ທີ່​ຫລາກ​ຫລາຍ ຂອງ​ຂະ​ແໜງ​ການ​ຕ່າງໆ, ການ​ປະ​ເມີນ​ຜົນ​ຂະ​ແໜງ​ການ, ບັນດາ​ຍຸດ​ທະ​ສາດ ​ແລະ ​ແຜນ​ທິດ​ທາງ ລວມທັງ​ວຽກ​ ງານ​ໃນ​ຂະ ​ແໜງ​ ການ​ ກະສິກຳ ​ແລະ ຊັບພະຍາກອນ​ທຳ​ມະ​ຊາດ, ພື້ນຖານ​ໂຄງ​ລ່າງ​, ການ​ເງິນ ແລະ ການ​ພັດທະນາ​ເອກະ​ຊົນ, ການ​ຄຸ້ມ​ຄອງ​ບໍລິຫານ​ການ​ເງິນພາກ​ລັດ ບັນ ດາ​ຂະ​ແໜງ​ການ​ສັງຄົມ​ມີ ສາທາ, ສຶກສາ,​ສິ່ງ​ແວດ​ລ້ອມ ​ແລະ ການ​ປ່ຽນ​ແປງ​ດິນ ຟ້າ​ອາກາດ ​ແລະອື່ນໆ.
ຜົນ​ຂອງ​ການ​ຫາລື ຈະ​ໄດ້້​ກຳນົດ​ທິດ​ທາງ​ຍຸດ​ທະ​ສາດ​ທີ່​ຊັດ​ເຈນສຳລັບ​ການ​ຮ່ວມ​ມື​ລະຫວ່າງ​ລັດ ຖະບານກັບ ​ເອດີ​ບີ ເພື່ອ​ຈະ​ດຳ​ເນີນ​ຕາມ​​ແຜນ​ຍຸດ​ທະ​ສາດ ການ ​ຮ່ວມ​ມື​ໃນ​ໄລຍະ 5 ປີຂ້າງ​ໜ້າ. ກອງ​ປະຊຸມ​ຄັ້ງນີ້ ​ເປັນ​ການເລີ່​ມຕົ້ນ​ເພື່ອ​ກະກຽມ​ແຜນ​ຍຸດ​ທະ​ສາດ 5 ປີ ຂອງ​ການ​ຮ່ວມ​ມື ສຳລັບ​ປະ​ເທດ​ຂອງ ADB ແລະ ​ແຜນ​ ຍຸດ​ທະ​ສາດ​ດັ່ງກ່າວ ຄາດ​ວ່າ​ຈະ​ໄດ້​ຮັບ​ການ​ຮັບຮ​ອງຈາກ​ສະພາບໍລິຫານ ADB ໃນ​ທ້າຍ​ປີ 2011, ຫລັງ​ຈາກ​ທີ່​ແຜນ​ຍຸດ​ທະ​ສາດ​ ການ​ພັດທະນາ​​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ​ຄັ້ງທີ 7 ຂອງ​ລັດຖະບານ​ ໄດ້​ຮັບ​ອະນຸມັດ​ຈາກ​ສະພາ​ແຫ່ງ​ຊາດ./.

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446