ຄະນະປະຈຳສະພາແຫ່ງຊາດພິຈາລະນາບັນຫາສຳຄັນ
*(ຂປລ) : ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດກອງປະຊຸມ ປະຈຳເດືອນກຸມພາຂຶ້ນໃນວັນທີ 22/2/2010 ຢູ່ທີ່ຫ້ອງປະຊຸມສະພາແຫ່ງຊາດ ໂດຍການເປັນປະ ທານ ຂອງ ທ່ານ ທອງສິງ ທຳມະວົງ ປະ ທານສະພາແຫ່ງຊາດ ແລະ ມີບັນດາຮອງປະ ທານ ພ້ອມ ຄະນະປະຈຳ ເຂົ້າຮ່ວມຄົບຄະນະ. ໃນວາລະກອງປະຊຸມດັ່ງກ່າວ ໄດ້ມີການປະກອບຄຳຄິດເຫັນຄົ້ນຄວ້າພິຈາລະນາບັນຫາສຳຄັນ ເປັນ ຕົ້ນ ໄດ້ພິຈາລະ ນາການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານ ການນຳຂັ້ນສູງ ໄປຮັບໜ້າທີ່ໃໝ ; ຂໍອະນຸມັດ ຍົກຍ້າຍ ແລະ ແຕ່ງຕ້ັງປະທານສານປະຊາຊົນແຂວງອັດຕະປືຜູ້ໃໝ່ ແລະ ສະເໜີຍົກ ຍ້າຍ ຮອງປະທານສານປະ ຊາຊົນແຂວງອຸດົມໄຊ./.
ກັບສາລະບານ