ເຜີຍແຜ່ການຮ່ວມມືອາຊຽນໃຫ້ 8 ແຂວງພາກເໜືອ
*(ຂປລ): ກະຊວງການຕ່າງປະເທດ ຮ່ວມກັບຫ້ອງວ່າການ ແຂວງອຸດົມໄຊ ໄດ້ເຜີຍແຜ່ວຽກງານການຮ່ວມມືອາຊຽນ, ຜົນກອງປະຊຸມສຸດຍອດອາຊຽນຄັ້ງທີ 15 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ຊຶ່ງໄດ້ຂຶ້ນໃນລະຫວ່າງວັນທີ 18-19 ກຸມພາ 2010 ນີ້ ຢູ່ຫ້ອງວ່າການປົກຄອງແຂວງດັ່ງກ່າວ ໂດຍມີທ່ານ ອາລຸນ ແກ້ວ ກິດຕິຄຸນ, ຜູ້ຊ່ວຍລັດຖະມົນຕີວ່າການກະຊວງການຕ່າງປະເທດ, ທັງເປັນຫົວໜ້າ ເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ, ທ່ານ ບຸນປອນ ວັນນະຈິດ, ຮອງ ເຈົ້າແຂວງໆອຸດົມໄຊ ແລະ ມີບັນດາຜູ້ຕາງ ໜ້າຈາກ 8 ແຂວງພາກເໜືອ ເຂົ້າຮ່ວມ. ບັນດາຜູ້ເຂົ້າຮ່ວມ ໄດ້ຮັບຟັງການເຜີຍແຜ່ສະພາບການໃໝ່ໆ ພາຍໃນອາຊຽນ ແລະ ລະຫວ່າງ ອາຊຽນກັບຄູ່ເຈລະຈາ, ທິດທາງການເຄື່ອນໄຫວວຽກງານ ອາ ຊຽນ ຂອງ ສປປ ລາວ ໃນຕໍ່ໜ້າ, ປັບປຸງການຈັດ ຕັ້ງ ແລະ ການປະສານງານພາຍໃນ ກ່ຽວກັບວຍກງານອາຊຽນ ຂອງ ສປປ ລາວ. ນອກຈາກ ນັ້ນຍັງ ໄດ້ສຸມ ໃສ່ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍກົດບັດອາຊຽນ ເພື່ອສ້າງຕັ້ງປະຊາຄົມອາຊຽນ ອັນປະກອບດ້ວຍສາມເສົາຄ້ຳຄື: ປະຊາຄົມສັງຄົມ ແລະ ຄວາມໝັ້ນ ຄົງອາ ຊຽນ, ປະຊາຄົມເສດຖະກິດ ແລະ ປະຊາຄົມສັງຄົມ-ວັດທະ ນະທຳ ອາຊຽນ ໃຫ້ສຳເລັດຕາມເປົ້າໝາຍ ໃນປີ 2015. ສຳມະນາກອນ ໄດ້ປຶກສາສາ ຫືແລກປ່ຽນຄຳ ຄິດຄຳ ເຫັນ ເພື່ອຮັບປະກັນໃຫ້ ສປປ ລາວ ສາມາດເຂົ້າຮ່ວມຂະບວນການເຊື່ອມໂຍງອາຊຽນໄ ດ້ຢ່າງມີປະສິດທິຜົນ ແຕ່ສູນກາງລົງຫາທ້ອງຖິ່ນ ໃນໄລຍະເວ ລາ ແຕ່ປີ 2010-2015 ໂດຍສະເພາະແມ່ນຊອກຫາວີທີການ ເພື່ອນຳຜົນປະໂຫຍດອັນສູງ ຈາກການຮ່ວມມືດ້ານເສດຖະກິດ ກໍຄືຈາກການຄ້າເສລີອາຊຽນ ຫລື AFTA ແລະ ຂອບການຮ່ວມມືການຄ້າເສລີ ລະຫວ່າງ ອາຊຽນ ກັບບັນດາຄູ່ເຈລະຈາ ເປັນຕົ້ນແມ່ນ ສປ ຈີນ ທີ່ບັນດາແຂວງພາກເໜືອ ມີຊາຍແດນຕິດ ຈອດກັນ. ນອກນີ້ຍັງໄດ້ປຶກສາຫາລື ກ່ຽວກັບການປັບປຸງ ຂອດການປະສານງານພາຍໃນ ໃຫ້ມີປະສິດທິຜົນ, ກະກຽມດ້ານບຸກຄະລາກອນ ແລະ ການປະ ຕິບັດ ພັນທະຕ່າງໆ ຂອງ ສປປ ລາວ ໃນອາຊຽນ. ຂ່າວແຈ້ງໃຫ້ຮູ້ອີກວ່າ: ເມື່ອມໍ່ໆມານີ້ ແຂວງຊຽງຂວາງ ໄດ້ຈັດຊຸດອົບຮົມໃຫ້ແກ່ເອື້ອຍນ້ອງແມ່ຍິງອ້ອມຂ້າງເທດສະບານເມືອງແປກ ຈຳນວນ 15 ບ້ານ ກ່ຽວກັບ ໂພສະນາການ, ອາຫານ, ການປຸງແຕ່ງອາ ຫານຫວານ, ປຸງແຕ່ງອາຫານຄາວ, ການແກະສະຫລັກໝາກໄມ້, ຕັດຫຍິບ ແລະ ອື່ນໆຈຳນວນຫນຶ່ງ./.
ກັບສາລະບານ