ຜູ້ປະຈຳການລັດຖະບານຕ້ອນຮັບທູດຈີນອຳລາ
*(ຂປລ): ທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາ ຂອງທ່ານ ພັນ ກວາງ ສຽວ, ເອກອັກຄະລັດຖະທູດ ວິສາ ມັນ ຜູ້ມີອຳ ນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ ໃນຕອນເຊົ້າວັນທີ 19 ກຸມພາ 2010 ນີ້ ຢູ່ທີ່ຫ້ອງຮັບແຂກ ລັຖະ ບານ ໃນໂອກາດທີ່ທ່ານໄດ້ສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ. ທ່ານຜູ້ປະຈຳການລັດຖະບານ ສົມສະຫວາດ ເລັ່ງສະຫວັດ ໄດ້ສະແດງຄວາມຕ້ອນ ຮັບ ອັນ ອົບອຸ່ນ ແລະ ຊົມເຊີຍ ຕໍ່ທ່ານເອກອັກຄະລັດຖະທູດ ສປ ຈີນ ທີ່ໄດ້ ປະຕິບັດໜ້າ ທີ່ ການທູດ ຢູ່ ສປປ ລາວ ຊຶ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການພັດທະ ນາເສດ ຖະກິດສັງຄົມຂອງ ສປປ ລາວ ກໍຄື ໃນການເສີມຂ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ຂະຫຍາຍ ຕົວຍິ່ງໆຂຶ້ນ ພ້ອມນີ້ ທ່ານຍັງໄດ້ອວຍພອນໃຫ້ທ່ານທູດ ຈົ່ງເດີນທາງກັບປະເທດດ້ວຍຄວາມ ສະຫວັດ ດີພາບ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ໃໝ່ ອັນມີກຽດຂອງທ່ານດ້ວຍ. ທ່ານ ພັນ ກວາງສຽວ ກໍໄດ້ສະແດງຄວາມຮູ້ບຸນຄຸນ ແລະ ສະແດງຄວາມຂອບໃຈ ຕໍ່ ລັດ ຖະບານລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະຊ່ວຍເຫລືອອຳນວຍຄວາມສະ ດວກໃນ ໄລ ຍະທີ່ປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຈົນສຳເລັດເປັນຢ່າງດີ. ໃນວັນດຽວກັນ ທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳ ການ ລັດຖະ ບານ ກໍໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ລີ ແຈ ສຸກ, ຜູ້ຕາງໜ້າກະຊວງອຸດສະຫະກຳ-ການຄ້າລາວ ປະຈຳ ສ ເກົາຫລີ ໃນ ໂອກາດທີ່ທ່ານ ແລະ ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 15-20 ກຸມພາ 2010 ນີ້./.
ກັບສາລະບານ