ທ່ານ ສະຫມານ ວິຍະເກດ ແນະນຳຄະນະນຳ ບັນດາແຂວງພາກເຫນືອ ເອົາໃຈໃສ່ປັບປຸງກໍ່ສ້າງພັກ
*(ຂປລ) : ທ່ານ ສະຫມານ ວິຍະເກດ, ກຳມະການກົມການເມືອງສູນກາງພັກ, ຜູ້ຊີ້ນຳວຽກ ງານ ແນວ ຄິດ ທິດສະດີ ແລະ ວັດທະນະທຳ ສູນກາງພັກ ໄດ້ໃຫ້ ກຽດໂອ້ລົມຄະນະນຳ, ພະແນກການ ແລະ ພະ ນັກງານ 5 ແຂວງພາກເຫນືອ ເຊັ່ນ ແຂວງຜົ້ງສາລີ, ຫລວງນ້ຳທາ, ບໍ່ແກ້ວ, ຫລວງພະບາງ ແລະ ແຂວງໄຊຍະບູລີ ໃນໂອ ກາດທີ່ທ່ານໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ບັນດາແຂວງດັ່ງກ່າວ ໃນວັນລະຫວ່າງວັນທີ 14-18 ກຸມພາ 2010 ນີ້ ໂດຍເນັ້ນໃຫ້ເຫັນ ຄວາມ ຫມາຍຄວາມສຳຄັນ ຂອງວັນສ້າງຕັ້ງພັກ ຄົບຮອບ 55 ປີ ແລະ ພ້ອມກັນປຶກສາຫາລື ກະກຽມການຈັດຕັ້ງສຳມະນາ ກ່ຽວກັບການສ້າງຕັ້ງຄະນະ ກຳມະການ ຕໍ່ຕ້ານເຂດຕາເວັນຕົກສ່ຽງເຫນືອຂອງລາວ ເພື່ອທົບທວນຄືນມູນເຊື້ອຕໍ່ສູ້ອັນພິລະອາດຫານ, ບໍ່ຍອມຈຳນົນ ຂອງປະຊາຊົນບັນດາເຜົ່າພາກ ຕາເວັນຕົກສ່ຽງ ເຫນືອ ຂອງລາວ ຕ້ານຈັກກະພັດຜູ້ຮຸກຮານ . ທ່ານ ສະຫມານ ວິຍະເກດ ໄດ້ເນັ້ນໃຫ້ຄະນະພັກ, ພະແນກການ ແລະ ພະນັກງານ ແຕ່ລະແຂວງ ໃຫ້ເອົາໃຈໃສ່ປັບປຸງກໍ່ສ້າງພັກ ລວມທັງແກ້ໄຂປະ ກົດການ ຫຍໍ້ທໍ້ຕ່າງໆ ບໍ່ວ່າຈະເປັນບັນຫາການຫລິ້ນກິນຟຸມເຟືອຍ, ປະກົດການສວຍໃຊ້ໂອກາດ ຫນ້າທີ່ຕ່ຳແຫນ່ງ, ການສໍ້ລາດບັງຫລວງ ເຊັ່ນດຽວກັນ ຕ້ອງໄດ້ເອົາໃຈ ໃສ່ກ່ຽວກັບບຸກຄະລາກອນ ເຮົາຕ້ອງໄດ້ເບິ່ງ ແລະ ໃຫ້ເອົາມາດຕະຖານເປັນສິ່ງສຳຄັນ ບໍ່ແມ່ນຈະເອົາແຕ່ຄວາມສາມາດພຽງຢ່າງດຽວ, ຕ້ອງໄດ້ເບິ່ງທັງສອງດ້ານ ຄ ື: “ຟັງ, ເບິ່ງຕົວຈິງ“. ດັ່ງນັ້ນ ຢາກເບິ່ງພະນັກ ງານຕ້ອງເບິ່ງ 3 ດ້ານ ເຊັ່ນ: ຕ້ອງຕິດແທດກັບແນວທາງນະໂຍບາຍຂອງພັກ, ເປົ້າຫມາຍ ແລະ ອຸດົມການຂອງ ພັກ, ຕ້ອງຕິດພັນກັບການຈັດຕັ້ງປັບປຸງລະບຽບວິໄນ ແລະ ສຸດທ້າຍຕ້ອງຕິດແຫນ້ນກັບຂະບວນການ ແລະ ໃຫ້ ຫລີກເວັ້ນທີ່ສຸດ ເລື່ອງເຊື້ອສາຍລາຍລ່ອງ, ຈຸ້ມ ເຈື້ອ, ຄົນເຈົ້າຄົນຂ້ອຍ. ທັງນີ້ ກໍເພື່ອຍົກສູງພາລະບົດບາດຂອງພັກ ກໍຄືຮັບຮູ້ເຖິງຄວາມສະຫລາດສ່ອງໃສ ຂອງແນວທາງນະໂຍບາຍຂອງພັກ ທີ່ຮູ້ຈັກສ້າງກາ ລະໂອ ກາດ, ກຳແຫນ້ນກາລະໂອກາດ ແລະ ຮູ້ຈັກໃຊ້ກາລະໂອກາດ. ຂະນະດຽວກັນ, ທ່ານນາງ ວຽງແກ້ວ ພົມມະຫາໄຊ, ຫົວຫນ້າຫ້ອງການປະສານງານໂຄງການຮຽບ ຮຽງປະຫວັດສາດການພົວພັນພິເສດ ແລະ ສາມັກຄີສູ້ຮົບ ລາວ-ຫວຽດນາມ ໄດ້ໃຫ້ຮູ້ວ່າ: ຈຸດປະສົງການສ້າງ ຕັ້ງຄະນະນຳຕ້ານເຂດຕາເວັນຕົກສ່ຽງເຫນືອນັ້ນກໍເພື່ອທົບທວນຄືນມູນເຊື້ອຕໍ່ສູ້ອັນພິລະອາດຫານ, ບໍ່ຍອມ ຈຳ ນົນ ຂອງປະຊາຊົນບັນດາເຜົ່າພາກຕາເວັນຕົກສ່ຽງເຫນືອຂອງລາວ ຕ້ານຈັກກະພັດຜູ້ຮຸກຮານ, ຍົກໃຫ້ເຫັນມູນເຊື້ອຄວາມສາມັກຄີແບບພິເສດ ລະຫວ່າງ ລາວ-ຫວຽດນາມ ນັບແຕ່ຊຸມປີຕົ້ນ ຂອງການປະຕິ ວັດລາວ ຈົນຮອດປະຈຸບັນ ແລະ ເປັນການສຶກສາອົບຮົມພະນັກງານ, ສະມາຊິກພັກ ແລະ ປະຊາຊົນໂດຍ ສະເພາະຄົນລຸ້ນຫນຸ່ມ ໃຫ້ຮູ້ບຸນຄຸນຕໍ່ພະນັກງານ, ນົກຮົບ ລາວ-ຫວຽດນາມ ທີ່ໄດ້ສາມັກຄີກັນຕໍ່ສູ້ ເພື່ອປົດປ່ອຍຊາດ ປົດປ່ອຍປະຊາຊົນ ຈົນໄດ້ຮັບໄຊຊະນະ ແລະ ເພື່ອເສີມຂະຫຍາຍມູນເຊື້ອວິລະຊົນ ແລະ ຄວາມສາມັກຄີຮ່ວມພົວພັນສູ້ຮົບ ລາວ-ຫວຽດນາມ ຈາກສະໄຫມສົງຄາມຕໍ່ສູ້ກູ້ຊາດ ຫັນມາສູ່ລັດທິວິລະຊົນ ໃນການອອກແຮງງານ, ການສ້າງສາພັດທະນາໃນເງື່ອນໄຂໃຫມ່, ແກ້ໄຂຄວາມທຸກຍາກໂດຍການບຸກບືນ, ກຸ້ມຕົນເອງ, ເອກະພາບ, ເປັນເຈົ້າຕົນເອງ, ສ້າງ ຄວາມຮັ່ງມີເຂັ້ມແຂງດ້ວຍຕົນເອງ ແລະ ເພື່ອສ້າງເງື່ອນໄຂໃຫ້ພະຍານປະຫວັດສາດ 2 ຝ່າຍພົບປະກັນ, ທົບທວນຄືນມູນເຊື້ອສາມັກຄີສູ້ຮົບ ລະຫວ່າງສອງຊາດ ລາວ-ຫວຽດນາມ ຕື່ມອີກ./.
ກັບສາລະບານ