ຂ່າວພາຍໃນປະເທດ
 

 

ກອງ​ປະ​ຊຸມ​ສາມັນ​ຄົບ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ
​ຄັ້ງທີ 5 ສະ​ໄໝ​ທີ 8

*(ຂປລ): ກອງ​ປະຊຸມ​ສາມັນ​ຄົບ​ຄະນະ​ ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງຊາດ​ ຄັ້ງທີ 5 ສະ​ໄໝ​ທີ 8​ ໄດ້​ຈັດ​ຂຶ້ນ​ໃນ​​ວັນ​ທີ 16 ກຸ​ມພາ 2010 ນີ້ ທີ່ຫ້ອງ​ປະຊຸມໃຫຍ່​ ແຂວງ​ຫຼວງພະ​ບາງ ​ໂດຍ​ການ​​ເປັນ​ປະທານ​ຂອງ​ທ່ານ ສີສະ​ຫວາດ ​ແກ້ວ​ບຸນ​ພັນ, ​ກຳມະການ​ກົມ​ການ​ເມື​ອງສູນ​ກາງ​ພັກ, ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ​ຜູ້​ຊີ້ ນຳ​ອົງການ​ຈັດຕັ້ງມະຫາຊົນ​ຂັ້ນສູນ​ກາງ, ມີ​ທ່ານ ບຸນ​ເຮືອງ ດວງ​ພະຈັນ​, ກຳມະການ​ສູນ​ກາງ​ພັກ, ​ເລຂາ​​ພັກ​ແຂວງ, ​ເຈົ້າ​ແຂວງ​ໆຫຼວງພະ​ບາງ, ທ່ານ ຕົງ​ເຢີ​ທໍ, ​ກຳມະ ການ​ສູນ​ກາງ​ພັກ, ຮອງ​ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ມີ​ບັນດາ​ປະທານ, ຮອງ​ປະທານ​ແນວ​ລາວ​ສ້າງຊາດ ນະຄອນຫຼວງ ແລະ 16 ແຂວງ​ທົ່ວ​ປະ​ເທດ​, ​ແຂກ​ ຖືກ ​ເຊີນ​​ ແລະ ພາກສ່ວນ​ທີ່​ກ້ຽວ​ຂ້ອງ​ ເຂົ້າ​ຮ່ວມ.
ກອງ​ປະຊຸມ​ຄັ້ງນີ້ ໄດ້ມີການ​ສັງ​ເກດ​ຕີ​ລາຄາ​ ສະພາບ​ການຈັດ​ຕັ້ງປະຕິບັດ​ ມະຕິ​ກອງ​ປະຊຸມ​ຄົບ​ຄະ ນະ​ຄັ້ງທີ 4 ສະ​ໄໝ​ທີ 8 ຮອດປັດຈຸບັນຢ່າງຮອບດ້ານ, ກຳນົດ ໜ້າທີ່ຈຸດສຸມຂອງແນວລາວສ້າງຊາດໃນຕໍ່ໜ້າ, ຮັບຮອງການແຕ່ງຕັ້ງ ກຳມະການສູນກາງແນວລາວສ້າງຊາດເພີ່ມຕື່ມ ຈຳນວນໜຶ່ງ, ແນະນຳສ້າງຂະບວນ ການ ດ້ານຕ່າງໆ ໂດຍແນໃສ່ປຸກລະດົມຈິດໃຈ ຍົກສູງຄວາມຮັບຜິດຊອບ ແລະ ຄວາມສາມັກຄີ ເປັນເອກະ ພາບພາຍໃນໃຫ້ແໜ້ນແຟ້ນ ເພື່ອພ້ອມກັນຈັດຕັ້ງປະຕິບັດ ບັນດາວຽກງານຈຸດສຸມຕົ້ນຕໍ ທີ່ໄດ້ວາງອອກ ໂດຍສະເພາະແມ່ນການສ້າງຂະບວນການເພື່ອຂ່ຳນັບຮັບຕ້ອນການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງ ຊາດ ຄົບຮອບ 60 ປີ, ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກ, ກອງປະຊຸມໃຫຍ່ຄັ້ງທີ 9 ຜູ້ແທນແນວລາວ ສ້າງຊາດ ທົ່ວປະເທດ ແລະ ວັນບຸນສຳຄັນຕ່າງໆຂອງຊາດ ໃຫ້ ຟົດຟື້ນຕໍ່ເນື່ອງ./.

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446