ປຶກສາຫາລືໂຄງການກໍ່ສ້າງຫໍເສົາຫຼັກເມືອງ
*(ຂປລ): ກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວໂຄງການ ວາງສີລາລືກ ກໍ່ສ້າງຫໍເສົາຫຼັກເມືອງຢູບ້ານເພຍວັດ ເມືອງ ສີ ສັດຕະນາກ ນະຄອນຫລວງວຽງຈັນ ຊຶ່ງຈະໄດ້ຈັດຂຶ້ນໃນວັນທີ 24 ກຸມພາ 2010 ນີ້ ເພື່ອ ປຶກສາຫາລືຄົ້ນຄ້ວາ ແລະ ປະກອບຄຳຄິດຄຳເຫັນ ໃນການລົງມືກໍ່ ສ້າງໂຄງການ ພາຍ ຫຼັງທີ່ໄດ້ຄົ້ນພົບເສົາຫຼັກເມືອງຢູ່ໃນບໍລິເວນດັ່ງກ່າວ. ການປຶກສາຫາລືການກໍ່ສ້າງໂຄງການດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 17 ກຸມພາ 2010 ຢູ່ທີ່ ຫໍວັດທະ ນະທຳແຫ່ງຊາດ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ໝູນແກ້ວ ອໍລະ ບູນ, ກຳມະການສູນກາງພັກ, ລັດ ຖະມົນຕີວ່າການກະຊວງຖະແຫລງຂ່າວ ແລະ ວັດທະ ນະ ທຳ, ມີບັນດາເຈົ້າເມືອງຈາກ 4 ຕົວເມືອງ, ຫົວ ໜ້າ ພະແນກຖະແຫລງຂ່າວ ແລະ ວັດ ທະນະທຳນະຄອນຫລວງແລະຈາກ 4 ຕົວເມືອງ, ບັນດາຫົວໜ້າກົມ, ຮອງ ກົມ ອ້ອມຂ້າງ ກະຊວງຖະແຫລງຂ່າວ ແລະ ວັດທະ ນະທຳ ແລະ ຕ່າງໜ້າບໍລິສັດຮັບເໝົາກໍ່ສ້າງເຂົ້າ ຮ່ວມ./.
ກັບສາລະບານ