ຂ່າວພາຍໃນປະເທດ
 

 

ສົ່ງ​ເສີມ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ​ໃນ​ທຸກ​ຂະ​ແໜງ​ການ

*(ຂປລ) : ການຈັດຕັ້ງປະຕິບັດ​ ແຜນ​ນະ​ໂຍບ​າຍ​ແຫ່ງ​ຊາດ ​ເພື່ອ​ສົ່ງ​ເສີມ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ​ໃນໄລຍະ​ຜ່ານ​ມາ​ເຫັນ​ວ່າ ​ໄດ້​ຮັບ​ຜົນສຳ​ເລັດ​ຫລາຍ​ດ້ານ ເປັນຕົ້ນ​ແມ່ນຄະນະ​ກຳມາ​ທິການ ​ເພື່ອ​ຄວາມ​ກ້າວ ໜ້າ ຂອງ​ແມ່ຍິງ ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ໃນ​ທຸກ​ລະດັບ ນັບ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ ພ້ອມ​ນັ້ນ ກໍ​ໄດ້​ສ້າງ ​ກົນ​ໄກ​ປະສານ​ງານ​​ໃນທຸກຂະ​ແໜງ​ການ ນັບ​ແຕ່​ຂ້ັນກະຊວງ, ອົງການ, ​ແຂວງ, ​ເມືອງ ​ແລະ ຂະຫຍາຍ​ໄປ​ເຖິງ​ບ້ານ. ໃນ​ກອງ​ປະຊຸມ​ຄົບ​ຄະນະ ຂອງ​ຄະນະ​ກຳ ມາ​ທິການ​ ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ​ແຫ່ງ​ຊ​າດ (ຄກມຊ) ທີ່​ໄຂ​ຂຶ້ນ​ໃນ​ຕອນ ​ເຊ້ົາວັນ ​ທີ 17 ກຸມພາ 2010 ທີ່​ນະຄອນຫລວງ​ວຽງ​ຈັນ​ໂດຍ​ການ​ໃຫ້​ກຽດ​ເຂົ້າຮ່ວມ​ເປັນ​ທານ​ ກ່າວ ​ເປີດ​ຂອງ ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ, ຮອງ​ນາຍົກລັດຖະມົນຕີ, ຜູ້​ປະຈຳການ ​ລັດ ຖະບານ ທັງ​ເປັນ​ປະທານ ຄກມຊ ​ໄດ້​ສະຫລຸບ ​ແລະ ຕີ​ລາ​ຄືນສະພາບ​ການ​ເຄື່ອນ ​ໄຫວ​ ວຽກ​ງານ​ ສົ່ງ​ເສີມ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ປະຈຳ​ສົກ​ປີ 2008-2009. ບັນຫາ​ສຳຄັນ ​ແມ່ນ​ໄດ້​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ​ໃນ ​ການ​ເຊື່ອມ​ບົດບາດ​ຍິງ​-ຊາຍ ກໍ​ຄື​ການ​ຜັນ​ຂະ ຫຍາຍ ​ແຜນ​ນະ​ໂຍບາຍ​ແຫ່ງ​ຊາດ ​ເພື່ອ​ສົ່ງ​ເສີມ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ 2006-2010​ ເຂົ້າ​ ໃນ ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ. ພ້ອມ​ນີ້ ກອງ​ປະຊຸມ​ຍັງ​ໄດ້​ສະຫລຸບຕີ​ລາຄາ​ຄືນ ຜົນ​ ສຳ​ເລັດ​ການ​ເຂົ້າ ຮ່ວມກອງປະຊຸມ​ຄັ້ງທີ 44 ຂອງ​ຄະນະ​ກຳມະການ ຊີ​ດໍ ສາກົນ ເພື່ອ ​ປ​້ອງ ກັນ​ບົດ​ລາຍ​ງານ​ແຫ່ງ​ຊາດ ສະບັບ​ທີ 6 ແລະ 7 ກ່ຽວ​ກັບ​ການຈັດຕັ້ງປະ ຕິບັດ​ສົນທິ ສັນຍາ ຊີ​ດໍ ໃນ ສປປ ລາວ ​ເມື່ອ​ເດືອນ ກໍລະກົດ 2009 ຜ່ານ​ມາ ທີ່​ນິວຢອກ, ສະຫະລັດ​ອາ​ເມ​ລິ​ກາ ​ແລະ​ ການ​ເຜີຍ​ແຜ່​ບົດ​ປະກອບ​ຄຳ​ເຫັນ​ມ້ວນທ້າຍ ​ຕໍ່​ບົດ ​ລາຍ​ງານ​ແຫ່ງ​ຊາດ ສະບັບ​ທີ 6 ແລະ 7 ຂອງ ສປປ ລາວ ​ໃນ​ການຈັດ ຕັ້ງປະຕິ ບັດ​ສົນທິສັນຍາ ຊີ​ດໍ ຊຶ່ງ​ລວມທັງ​ໝົດ 60 ຂໍ້​ແນະນຳ.
​ ກອງ​ປະຊຸມ​ຍັງ​ໄດ້​ຮັບ​ຟັງ​ລາຍ​ງານ ​ສະພາບ​ການ​ເຄື່ອນ​ໄຫວ​ວຽກ​ງານ ​ສົ່ງ​ເສີມ​ຄວາມ​ໜ້າ​ຂອງ​ແມ່ ຍິງ ​ໃນ​ສົກ​ປີຜ່ານມາ ຈາກ​ຄະນະ​ກຳມາ​ທິການ​ສົ່ງ​ເສີມ ​ຄວາມ ​ກ້າວໜ້າ​ຂອງ​ແມ່ຍິງ ​ໃນຂະ​ແໜງ​ການ ແລະ ທ້ອງ​ຖິ່ນ ​ຈຳນວນ​ໜຶ່ງ, ພ້ອມທັງໄດ້ພ້ອມ​ກັນ​ຄົ້ນຄວ້າ​ປຶກສາ​ຫາລື ແລະ ປະກອບ​ຄຳຄິດ ຕໍ່​ສະພາບ​ການ​ເຄື່ອນ​ໄຫວ​ ຈັດຕ້ັງປະຕິບັດ​ວຽກ​ງານ ​ສົ່ງ​ເສີມ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ຮ່ວມ​ກັນ​ວາງ​ທິດ​ທາງ​ການ​ເຄື່ອນ​ໄຫວ​ວຽກ​ງານ​ໃນສົກ​ປີ 2009-2010 ​ເປັນຕົ້ນ : ການຄ້ົນຄວ້າ​ປະກອບ​ຄຳ​ເຫັນ​ ຕໍ່​ຮ່າງ​ແຜນ​ນະ​ໂຍບາຍ​ແຫ່ງ​ຊາດ ​ເພື່ອ​ສົ່ງ​ເສີມ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ (2011-2015) ແລະ ຄົນຄວ້າ​ກຳນົດ​ທິດ​ ທາງ​ຜັນ​ຂະຫຍ​າຍ 60 ຂໍ້​ແນະນຳ​ ຂອງ​ບົດ​ປະກອບ​ຄຳ​ເຫັນ​ມ້ວນທ້າຍ ​ຕໍ່​ບົດ​ລາຍ​ງານ​ປະຈຳ​ໄລຍະ​ທີ 6 ແລະ 7 ໃນ​ການຈັດຕັ້ງປະຕິບັດ​ສົນທິສັນຍາ ຊີ​ດໍ ຂອງ ສປປ ລາວ./.

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446