ຂ່າວພາຍໃນປະເທດ
 

 

ນັກທຸລະກິດ​ລາວ ​ເຫັນ​ພ້ອມ​ການ​ນຳ​ໃຊ້​ເງິນ​ກີບ

*(ຂປລ): ໃນ​ເວ​ທີ​ການ​ປຶກສາ​ຫາລື ກ່ຽວກັບສົ່ງເສີມ ແລະ ນຳໃຊ້ເງິນກີບ ຊຶ່ງຈັດຂຶ້ນໂດຍທະ ນາ ຄານ ແຫ່ງ ສປປ ລາວ ເມື່ອບໍ່ດົນມານີ້, ໂດຍການເປັນປະທານ ຂອງ ທ່ານນາງ ດາລີ ພົນເສນາ, ຫົວໜ້າ ກົມ ນະ ໂຍ ບາຍເງິນຕາ ແລະ ໄດ້ເຊື້ອເຊີນບັນດານັກທຸລະກິດຊັ້ນນຳ ຂອງປະເທດລາວ ທັງພາກລັດ ແລະ ເອກ ກະ ຊົນເຂົ້າ ຮ່ວມ.
ການປຶກສາຫາລືຄັ້ງນີ້ ໄດ້ມີການຄົ້ນຄວ້າລົງເລິກໃນຫລາຍບັນຫາ ປິ່ນອ້ອມລັດຖະບັນຍັດ ຂອງປະ ທານປະເທດ ແລະ ດຳລັດຂອງນາຍົກລັດຖະມົນຕີ ກ່ຽວກັບ ການຄຸ້ມຄອງເງິນຕາຕ່າງປະເທດ ແລະ ສົ່ງເສີມ ການນຳໃຊ້ເງິນກີບ, ໃນໂອກາດນີ້ ບັນດາປະທານທານສະມາຄົມ, ປະທານກຸ່ມການຜະລິດ ແລະ ຜູ້ປະກອບ ການສົ່ງອອກ-ນຳເຂົ້າ ມີຄວາມສົນໃຈປະກອບຄຳຄິດຄຳເຫັນທີ່ສ້າງສັນ ແລະ ເປັນປະໂຫຍດຊຶ່ງພ້ອມທີ່ຈະໃຫ້ການສະໜັບສະໜູນຮ່ວມມື ແລະ ນຳໃຊ້ເງິນ ກີບ. ໃນຂະນະດຽວກັນ ກໍໄດ້ມີການປະກອບຄຳຄິດ ຄຳເຫັນ ທີ່ສະແດງເຖິງຄວາມມີນ້ຳໃຈຮັກຊາດຂອງຫລາຍປະເທດ ທີ່ມີການປະຕິເສດ ຕໍ່ການນຳໃຊ້ເງິນ ຕາ ຕ່າງ ປະ ເທດແບບຊະຊາຍ ແລະ ມີພຽງການນຳໃຊ້ສະກຸນເງິນພາຍໃນປະເທດຂອງຕົນ ເທົ່ານັ້ນ.
ທ່ານ ສີໜຸກ ສີສົມບັດ, ປະທານຜູ້ສົ່ງອອກກາເຟລາວ ໄດ້ໃຫ້ ທັດສະນະເຖິງສະພາບການແຂງຄ່າ ຂອງເງິນກີບ ນັບທັງຄວາມເຊື່ອໝັ້ນຂອງສັງຄົມ ໃນການນຳ ໃຊ້ເງິນກີບ ແລະ ບັນຫາອື່ນໆ. ຕົວ ແທນຈາກບໍລິສັດເບຍລາວ ໄດ້ຊີ້ໃຫ້ເຫັນວ່າ: ຕະຫລອດໄລຍະຜ່ານມາ ບໍລິສັດໄດ້ນຳໃຊ້ແຕ່ເງິນກີບ ໃນການຮັບ-ຈ່າຍ ຜ່ານ ລະບົບທະນາຄານ, ການຕິດລາຄາ-ແຈ້ງລາຄາ ກໍເປັນເງິນກີບ, ເມື່ອລູກຄ້ານຳເອົາເງິນຕາມາຊື້ເບຍ ທາງພະ ແນກກ່ຽວຂ້ອງ ໄດ້ມີການແນະນຳ ໃຫ້ນຳໃຊ້ເງິນ ກີບ. ເຊັ່ນດຽວກັບທ່ານນາງ ບຸນທະວີ ຈຸນລະ ມະນີ, ປະທານ ກຸ່ມຜະລິດເກືອລາວ ກໍໄດ້ສະແດງການຍ້ອງຍໍນະໂຍບາຍສົ່ງເສີມການນຳໃຊ້ເງິນກີບ ຂອງລັດ ຖະ ບານ ຊຶ່ງປະ ຈຸບັນເຫັນວ່າ ທົ່ວສັງຄົມໄດ້ມີການຊົມໃຊ້ເງິນກີບຢ່າງຫລວງຫລາຍ, ແຕ່ພ້ອມດຽວກັນ ກໍ ຄວນມີມາດຕະການ ອັນເໝາະສົມ, ສັກສິດ ແລະ ທັນ ການ ຕໍ່ຜູ້ລະເມີດ. ນອກນີ້ ຍັງມີຫລາຍຂໍ້ຄິດເຫັນ ທີ່ສ່ອງ ແສງໃຫ້ເຫັນຄວາມ ເປັນຈິງ ຊຶ່ງມີທັງທັງຜົນດີ, ຜົນເສຍ ແລະ ສິ່ງທີ່ເປັນປະໂຫຍດ ທີ່ຈະໄດ້ຮັບ ການ ແກ້ໄຂ ໃນພາລະກິດສົ່ງເສີມ ການນຳໃຊ້ເງິນກີບ.
ຫົວໜ້າກົມນະໂຍບາຍເງິນຕາ ໄດ້ຊົມເຊີຍຕໍ່ໝາກຜົນຂອງການມີສ່ວນຮ່ວມ ຈາກຫລາຍຝ່າຍ ທົ່ວສັງ ຄົມ ໂດຍທະນາຄານແຫ່ງ ສປປ ລາວ ເປັນໃຈກາງ ແລະ ພາຍໃຕ້ການຊີ້ນຳຂອງພັກ ແລະ ລັດຖະບານ, ພ້ອມ ນັ້ນ ໄດ້ເນັ້ນໃຫ້ທຸກພາກສ່ວນກ່ຽວຂ້ອງ ພ້ອມກັນຕິດຕາມ ແລະ ກວດກາ ການຕິດ-ການປະກາດ, ການ ຮັບ- ຊຳລະລາຄາສິນຄ້າ ແລະ ການບໍລິການຕ່າງໆ ໃຫ້ເປັນເງິນກີບ, ທັງມີມາດຕະການ ຕໍ່ຜູ້ລະເມີດລະ ບຽບກົດ ໝາຍຢ່າງເຂັ້ມງວດ./.

ກັບສາລະບານ

 
ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446