ລັດຖະບານລາວ ປະດັບຫລຽນກາມິດຕະພາບໃຫ້ ທູດ ສ.ເກົາຫລີ
*(ຂປລ): ທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການ ຕ່າງປະເທດ ໄດ້ຕາງໜ້າລັດຖະບານລາວ ປະດັບຫລຽນ ກາມິດຕະພາບ ໃຫ້ທ່ານ ປັກ ແຈ ຮຸນ (Park Jae hyun), ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ. ເກົາຫລີ ປະຈຳ ສປປ ລາວ ໃນວັນທີ 17 ກຸມພາ 2010 ທີ່ກະຊວງການຕ່າງປະເທດ ເນື່ອງຈາກທ່ານທູດໄດ້ມີຜົນງານຫລາຍດ້ານ ໃນການປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢູ່ລາວ ໃນໄລຍະ ການ ປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໄລຍະເວລາ 3 ປີເຕັມ. ທ່ານ ດຣ. ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ທູດ ທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ເພີ່ມ ທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສປປ ລາວ ແລະ ສ. ເກົາຫລີ ໃຫ້ນັບມືແຕກດອກອອກຜົນຍິ່ງຂຶ້ນ, ໄລຍະຜ່ານ ມາລັດຖະບານ ສ.ເກົາຫລີ ໄດ້ໃຫ້ການ ສະ ໜັບສະໜູນ ແລະ ຊ່ວຍເຫລືອລາວ ໃນຫລາຍດ້ານໂດຍສະ ເພາະ ແມ່ນດ້ານ ການ ສຶກສາ, ສາທາລະນະສຸກ ແລະ ດ້ານອື່ນໆ ພ້ອມນີ້ ທ່ານລັດຖະມົນຕີ ວ່າການກະ ຊວງ ການ ຕ່າງປະເທດ ຍັງໄດ້ອວຍພອນໃຫ້ທ່ານທູດ ຈົ່ງກັບຄືນປະເທດດ້ວຍຄວາມສະຫວັດ ດີພາບ ແລະ ປະສົບ ຜົນສຳເລັດ ໃນການ ປະຕິບັດໜ້າທີ່ວຽກງານໃໝ່ ອັນມີກຽດ ຂອງທ່ານດ້ວຍ./.
ກັບສາລະບານ