ຂ່າວພາຍໃນປະເທດ
 

 

ບັນດາຜູ້ນຳ ຕ້ອນຮັບທູດ ສ​.ເກົາຫລີ​ ອຳລາ

*(ຂປລ): ທ່ານຮອງ​ປະທານ​ປະ​ເທດ ​ບຸນ​ຍັງ​ ວໍລະ​ຈິດໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຂ່ຳນັບ​ອຳ​ລາ​ ຂອງ​ ທ່ານ ປັກ ​ແຈ ຮຸນ (Park Jae hyun), ​ເອກ​ອັກຄະ​ລັດຖະ ທູດ ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ ແຫ່ງ ສ. ເກົາ ຫລີ ປະຈຳ ສປປ ລາວ ​ໃນ​ວັນ​ທີ 17 ກຸມພາ 2010 ທີ່ສຳນັກງານປະທານປະເທດ ໃນໂອກາດທີ່ທ່ານ​ໄດ້ ສຳເລັດ ການ​ປະຕິ ບັດໜ້າທີ່ການທູດ ຢູ່ ສປປ ລາວ.
ທ່ານຮອງປະທານປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ທ່ານທູດ ຍາດ ມາໄດ້ ໃນໄລ ຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຊຶ່ງທ່ານໄດ້ ປະ ກອບສ່ວນ ອັນສຳຄັນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ ແລະ ເພີ່ມທະວີສາຍພົວພັນ ມິດ ຕະ ພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ. ເກົາຫລີ ໃຫ້ນັບມືຂະຫຍາຍ ຕົວຍິ່ງໆຂຶ້ນ ຊຶ່ງຜ່ານມາລັດຖະບານສ.ເກົາຫລີ ກໍໄດ້ໃຫ້ການສະໜັບສະໜູນແລະ ຊ່ວຍ ເຫລືອລາວ ຫລາຍດ້ານ ໂດຍສະເພາະ ແມ່ນດ້ານການສຶກສາ, ສາທາລະນະສຸກ ແລະ ດ້ານອື່ນໆ ພ້ອມນີ້ ທ່ານຮອງປະທານປະເທດ ຍັງໄດ້ອວຍພອນໃຫ້ທ່ານທູດ ຈົ່ງກັບຄືນ ປະເທດດ້ວຍ ຄວາມສະ ຫວັດດີພາບ ແລະ ປະສົບຜົນສຳເລັດ ໃນການປະຕິບັດ ໜ້າ ວຽກ ງານໃໝ່ອັນມີກຽດ ຂອງ​ທ່ານ​ດ້ວຍດ້ວຍ.
ທ່ານເອກອັກຄະລັດຖະທູດສ.ເກົາຫລີ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທ່ານ ຮອງ ປະທານປະ ເທດ ແຫ່ງ ສປປ ລາວ ກໍຄື ລັດຖະບານລາວ ແລະ ທຸກ​ ພາກ ສ່ວນ​ທີ່​ກ່ຽວຂ້ອງ ​ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບ ອຸ່ນ ພ້ອມທັງໃຫ້ການສະໜັບສະໜູນ ຊ່ວຍເຫລືອ ແລະ ອຳນວຍຄວາມສະດວກ ໃນໄລຍະການປະຕິບັດ ໜ້າທີ່ ການທູດ ຢູ່ ສປປ ລາວ ຈົນປະສົບຜົນສຳເລັດເປັນຢ່າງດີ ພ້ອມທັງ ສະແດງຄວາມ ເຊື່ອໝັ້ນວ່າ ສາຍ ພົວ ພັນມິດ ຕະພາບອັນດີງາມຂອງສອງປະເທດ ກໍຄື ປະຊາຊົນ ສ. ເກົາຫລີ ແລະ ປະຊາຊົນ ສປປ ລາວ ຈະນັບ ມື້ ຂະຫຍາຍ ຕົວ ມີບາດ ກ້າວ ອັນໃຫມ່ທີ່ຈົບງາມຍິ່ງໆຂຶ້ນ.
ໃນແລງວັນດຽວກັນ ທ່ານນາຍົກລັດຖະມົນຕີ ບົວ​ສອນ ບຸບຜາ​ວັນ ກໍໄດ້ຕ້ອນຮັບການ ເຂົ້າຢ້ຽມຂ່ຳ ນັບອຳລາ ທ່ານ ປັກ ​ແຈ ຮຸນ, ​ເອກ​ອັກຄະ​ລັດຖະທູດ​ ວິສາ ມັນ ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສ. ເກົາຫລີ ປະຈຳ ສປປ ລາວ ເຊັ່ນດຽວກັນ./.

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446