ສະຫະກອນສິນເຊື່ອ ຫລວງພະບາງ ມີທຶນໝູນວຽນ 1 ຕື້ກວ່າກີບ
*(ຂປລ): ຕາມຂໍ້ມູນທີ່ໄດ້ຮັບການລາຍງານ ໃນກອງປະຊຸມສະມາຊິກສະຫະກອນສິນເຊື່ອ ແລະ ເງິນ ຝາກປະຢັດ ຂອງສະຫະກອນສິນເຊື່ອ ຫລວງພະບາງ ໃນ ທ້າຍອາທິດຜ່ານມາ ຊຶ່ງທຽບໃສ່ປີຜ່ານມາ ເຫັນວ່າ ມີທ່າອ່ຽງເພີ່ມຂຶ້ນ. ໃນກອງປະຊຸມ ຊຶ່ງຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ໄກສອນ ຈັນທະຍົດ, ຫົວໜ້າຫ້ອງວ່າ ການປົກຄອງແຂວງ, ມີທ່ານ ສົງຄາມ ມະນີວົງ, ປະທານ ສະ ຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມນັ້ນ, ໄດ້ພ້ອມກັນສະຫລຸບຕີລາຄາ ສະພາບການຈັດຕັ້ງປະຕິບັດ ວຽກງານປະ ຈຳປີ 2009 ແລະ ທິດທາງແຜນການປີ 2010 ການຍາດແຍ່ງເອົາທຶນຊ່ວຍເຫລືອຈາກໂຄງການ ເພື່ອພັດທະນາ ພ້ອມທັງຂະຫຍາຍສະມາຊິກລະດົມເງິນຝາກ. ມາຮອດປະຈຸບັນ ມີສະມາຊິກທັງໝົດ 866 ຄົນ ຍິງ 508 ຄົນ, ມີ ຫຸ້ນຂອງສະຫະກອນທັງໝົດ 1.643 ຫຸ້ນ ໃນຈຳນວນເງິນ 164 ລ້ານກວ່າກີບ, ການປ່ອນສິນ ເຊື່ອ ແລະ ເງິນ ຝາກປະຢັດ ທີ່ສະມາຊິກບໍ່ທັນຊຳລະ ກໍຕ້ອງໄດ້ນຳເຖິງທີ່, ສະຫະກອນສິນເຊື່ອ ແລະ ຝາກປະຢັດ ມີທຶນໜູນ ວຽນທັງໝົດ 1 ຕື້ກວ່າກີບ, ທຽບ ໃສ່ປີ ຜ່ານມາເພີ່ມຂຶ້ນ 54% ລວມຍອດເງິນກູ້ໄດ້ທັງໝົດ 1,2 ຕື້ກວ່າກີບ ເພີ່ມ ຂຶ້ນ 2,2%. ໂອກາດດຽວກັນ ສະມາຊິກສະຫະກອນ ໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ແລະ ປະກາດແຕ່ງຕັ້ງ ໃຫ້ມີຄະນະສະຫະກອນຊຸດໃໝ່ ໃຫ້ໝັ້ນຄົງໃນການຂະ ຫຍາຍ ສະມາຊິກ, ການປຸກລະດົມເງິນຝາກ, ການປ່ອຍ ສິນເຊື່ອມີການເພີ່ມຂຶ້ນ. ສະຫະກອນສິນເຊື່ອໄດ້ຊ່ວຍໃຫ້ຊີວິດການເປັນຢູ່ຂອງ ສະມາຊິກທີ່ໄດ້ມາ ນຳ ໃຊ້ບໍລິ ການເງິນກູ້ໄປພັດທະນາເສດຖະກິດຄອບຄົວ ຕາມຄວາມສາມາດຂອງແຕ່ລະຄອບຄົວເຊັ່ນ: ການຄ້າຂາຍ, ການປຸງແຕ່ງ, ການບໍລິການ, ປູກຝັງ, ລ້ຽງ ສັດ ແລະ ອື່ນໆ ເຮັດໃຫ້ສະມາຊິກສະຫະກອນ ມີວຽກເຮັດງານທຳ, ສ້າງເສດຖະກິດຄອບຄົວໃຫ້ນັບມື້ດີຂຶ້ນ ແລະ ກ້າວໄປເຖິງການແກ້ໄຂຫລຸດຜ່ອນ ຄວາມທຸກ ຍາກ ພາຍໃນຄອບ ຄົວ ໃຫ້ນັບມື້ດີຂຶ້ນ./.
ກັບສາລະບານ