ຂ່າວພາຍໃນປະເທດ
 

 

ໂຄງການ​ຂຸດ​ຄົ້ນທອງ​ເຊ​ໂປ​ນ ຈະ​ເພີ່ມ​ການ​ຜະລິດ​ໃຫ້​ສູງ​ຂຶ້ນ

*(ຂປລ) : ​ໂຄງການ​ຂຸດ​ຄ້ົນບໍ່​ແຮ່ຄຳ-ທອງ​ເຊ​ໂປ​ນ ຈະ​ເພີ່ມ​ກຳລັງ​ການ​ຜະລິດ​ທອງ ໃຫ້ໄດ້​ໃນ​ລະດັບ 70-80 ພັນໂຕນໃນ​ປີ 2010, ພາຍຫລັງ​ທີ່​ມີ​ ການ​ຂະຫຍາຍ​​ ໂຮງງານ​ຜະລິດ​ທອງ ​ແລະ ​ເນື້ອທີ່​ການ​ຂຸດ​ຄົ້ນຈາກ 28 ກິ​ໂລ​ຕາ​ແມັດ ເປັນ 90 ກິ​ໂລ​ຕາ​ແມັດ ຂະຫຍາຍໄປ​ທາງ​ເຂດ​ພູ​ແທ່ງ​ຄຳ ໃນເຂດສຳ​ປະທານ​ຂອງ​ ໂຄງ ການ ໂດຍມີ​ມູນ​ຄ່າ​ການ​ລົງທຶນ​ ປະມານ 160 ລ້ານ​ກວ່າໂດ​ລາສະຫະລັດ, ​ມາ​ຮອດ​ປະ ຈຸ​ ບັນ ​ການ​ກໍ່ສ້າງ​ສາມາດປະ ຕິບັດໄດ້​​ແລ້ວ​ 60-70% ຄາດ​ວ່າ​ໃນ​ທ້າຍ​ປີ 2010 ຈະ​ ສຳ ​ເລັດ​ການ​ກໍ່ສ້າງຢ່າງ​ແນນ​ອນ ແລະ ​ຈະ​ສາມາດ​ຍົກ​ລະ ດັບ​ກຳລັງ​ການ​ຜະລິດ​ທອງ ​ໃຫ້​ສູງ​ ຂຶ້ນ.
ການ​ຜະລິດ​ທອງ​ ຂອງໂຄງການ​ຂຸດ​ຄົ້ນບໍ່​ແຮ່ຄຳ-ທອງ​ເຊ​ໂປ​ນ​ ແມ່ນ​ທອງ​ທີ່​ມີ​ຄຸນະພາບ ​ໃນ​ລະດັບ 99,9% ຊຶ່ງເລີ່​ມຕົ້ນຜະລິດມາ​ແຕ່​ປີ 2005 ມີ​ກຳລັງ​ການ​ຜະ ລິດ​ໃນ​ເບື້ອງຕ້ົນ ປະມານ 30 ພັນ​ໂຕນ ແລະ ມີ​ອັດຕາ​ການ​ຜະລິດ​ເພີ່ມ​ຂຶ້ນ​ເລື້ອຍໆ. ສະ​ເພາະ​ໃນ​ປີ 2009 ຜ່ານ​ມາ​ ສາມາດ​ຜະລິດ​ໄດ້ 67.500 ໂຕນ, ຄາດ​ຄະ​ ເນ​ວ່າ​ໃນ​ປີ 2010 ຖ້າ​ມີ​ການ​ຂະ ຫຍາຍ​ ໂຮງງານຈະ​ສາມາດ​ເພີ່ມ​ຂຶ້ນ​ເປັນ 70-80 ພັນໂຕນຕໍ່ປີ. ໂຄງການ​ຂຸດ​ຄົ້ນບໍ່​ແຮ່​ຄຳ-ທອງເຊ​ໂປ​ນ ​ມີ​ຫວັງທີ່​ຈະ​ເພີ່ມ​ກຳ ລັງ​ ການ ​ຜະລິດ​ທອງ​ໃຫ້​ສູງ​ຂຶ້ນ​ເລື້ອຍໆ ເພາະວ່າ​ລາຍ​ ຮັບ​ເກືອບ 75% ຂອງ​ໂຄງການ​ແມ່ນ​ມາ​ຈາກ​ການ​ຜະລິດ ​ແລະ ຂາຍ​ທອງ; ຕາມ​ການ​ສຳ​ຫລວດ​ພົບ​ວ່າ ​ແຫ​ລ່ງ​ ແຮ່​ສະ​ສົມ​ທີ່​ຄ້ົນພົບ​ໃນ​ເຂດ​ໂຄງການ ປະກອບ​ ມີ​ໂລຫະ​ຄຳ​ປະມານ 3 ລ້ານ​ກວ່າ​ອອນ ແລະ ​ໂລຫະ​ທອງ 1 ລ້ານ​ກວ່າ​ໂຕນ ທາງ​ບໍລິສັດ​ຍັງ​ຈະ​ສືບຕໍ່​ສຳ​ຫລວດ ​ເພື່ອ​ເພີ່ມ​ປະລິມານ​ສະ​ສົມ​ແຮ່​ທາດ​ຂອງ​ໂຄງການ ​ໃຫ້​ຢູ່​ໃນ​ລະດັບ​ທີ່​ແນ່ ນ​ອນ. ຄຽງ​ຄູ່​ກັນນັ້ນ ທາງໂຄງການ​ຍັງ​ໄດ້​ເອົາ​ໃຈ​ໃສ່​ຕໍ່​ບັນຫາ​ສິ່ງ​ແວດ​ລ້ອມ ດ້ວຍ​ລະບົບ​ການ​ຄຸ້ມ​ ຄອງ​ສິ່ງ​ແວດ​ລ້ອມ​ທີ່​ເຂັ້ມ​ແຂງ ​ເພື່ອ​ຮັບ ປະ ກັນ​ ວ່າ​ວຽກ​ງານ​ຂຸດ​ຄົ້ນ​ແຮ່​ ຈະ​ສົ່ງ​ຜົນ​ກະທົບ​ໜ້ອຍ​ທີ່​ສຸດ​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ​ແລະ ຊຸມ​ຊົນ​ທ້ອງ​ຖິ່ນ, ພ້ອມ​ນີ້​ໂຄງການ ຍັງ​ໄດ້​ປະກອບ ສ່ວນ​ຢ່າງ​ ຕັ້ງ ໜ້າ​ເຂ້ົາ​ໃນ​ການ​ພັດທະນາ​ຊຸມ​ຊົນ​ທ້ອງ​ຖິ່ນ ເປັນ ຕ້ົນ​ແມ່ນ ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​, ສ້າງ​ວຽກ​ເຮັດ​ງານ ​ທຳ​ ໃຫ້​ຄົນ​ໃນ​ທ້ອງ​ຖິ່ນ, ການ​ເກັບ​ກູ້​ລະ​ເບີດ​ທີ່​ບໍ່​ ທັນ ​ແຕກ, ປະກອບສ່ວນ​ພັດທະນາ​ດ້ານ​ການ​ສຶກສ​າ, ສາທາ ​ແລະ ອື່ນໆ ​ເພື່ອ​ຍົກ​ລະດັບ​ມາດຕະຖານ ​ຊີວິດ​ການ ​ເປັນ​ຢູ່ ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ./.

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446