ລັດຖະມົນຕີ ຖວ ເນັ້ນແຂວງບໍ່ແກ້ວຍົກສູງວິຊາສະເພາະ
*(ຂປລ): ໃນລະຫວ່າງການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍ່ແກ້ວ ຂອງທ່ານ ໝູນແກ້ວ ອໍລະບູນ, ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ ແລະ ວັດ ທະນະທຳ ( ຖວ ) ພ້ອມດ້ວຍຄະນະ ແຕ່ວັນທີ 9-10 ກຸມພາ 2010 ນີ້ ທ່ານໄດ້ເນັ້ນໃຫ້ພະນັກງານການນຳ ພະແນກຖະແຫລງຂ່າວ ແລະ ວັດທະນະທຳ ແຂວງ ບໍ່ແກ້ວ ສືບຕໍ່ເຮັດໜ້າທີ່ວຽກງານວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ ເອົາໃຈໃສ່ໂຄສະນາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ລວມທັງຜົນງານການຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງ ຄະ ນະພັກແຂວງ ຢູ່ແຕ່ລະຂົງເຂດວຽກງານ ອອກທາງສື່ມວນຊົນພາຍໃນແຂວງ ແລະ ສູນກາງ ເປັນປະຈຳໃຫ້ມີປະສິດທິພາບ ແລະ ມີຄວາມສາມັກ ຄີເປັນ ເອກະພາບ ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕາມແບບແຜນວິທີເຮັດວຽກໃຫ້ສອດ ຄ່ອງຕາມມາພາລະບົດບາດຂອງຕົນ. ໃນໂອກາດການເຄື່ອນໄຫວເຮັດວຽກຢູ່ແຂວງບໍ່ແກ້ວຄັ້ງນີ້ ທ່ານ ລັດຖະມົນຕີ ຍັງໄດ້ຮັບຟັງການລາຍງານ ຈາກທ່ານ ອຳພອນ ຈັນທະສົມບູນ, ຮອງເຈົ້າແຂວງໆ ບໍ່ແກ້ວ ກ່ຽວກັບສະພາບການພັດທະນາເສດຖະ ກິດ-ສັງຄົມຂອງແຂວງໂດຍຫຍໍ້ ເປັນຕົ້ນແມ່ນ ການເຄື່ອນໄຫວວຽກງານ ຂອງບັນດາອະນຸກຳມະການຫ້າງ ຫາ ກະ ກຽມຈັດຕັ້ງປະຕິບັດ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງ ແລະ ການຫ້າງຫາກະກຽມທຸກເງື່ອນໄຂໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະ ພັກ ແຂວງບໍ່ແກ້ວ ທີ່ຈະໄຂຂຶ້ນໃນກາງປີ 2010 ນີ້ ແລະ ການກະກຽມຂະບວນການ ເພື່ອສະເຫລີມສະຫລອງວັນສຳຄັນຂອງຊາດ ໂດຍສະເພາະແມ່ນການ ໂຄ ສະນາປາຖະກະຖາໃຫ້ແກ່ວັນສ້າງຕັ້ງພັກ ຄົບຮອບ 55 ປີ ພ້ອມກັບວັນສຳຄັນຕ່າງໆຂອງຊາດ. ທ່ານ ບຸນສີ ບຸນຍາວົງ, ຫົວໜ້າພະແນກຖະແຫລງຂ່າວ ແລະ ວັດທະນະທຳ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ແລະ ແຕ່ລະຂະແໜງການ ກໍໄດ້ລາຍງານ ສະ ພາບການເຄື່ອນວຽກງານໃຫ້ ທ່ານ ລັດຖະມົນ ຕີ ຖວ ໄດ້ຮັບຊາບ ແລະ ໄດ້ສົນທະນາປຶກສາຫາລືວຽກງານດ້ານຕ່າງໆ ເພື່ອພ້ອມກັນຈັດຕັ້ງປະຕິບັດແຕ່ຂັ້ນ ສູງ ກາງ ລົງຮອດຂັ້ນທ້ອງຖິ່ນໃຫ້ເປັນເອກະພາບ, ສອດຄ່ອງກັບແນວທາງ ເພື່ອເຮັດໃຫ້ວຽກງານຖະແຫລງ ຂ່າວ ແລະ ວັດທະນະທຳ ດຳເນີນໄປດ້ວຍດີ ແລະ ມີປະ ສິດທິຜົນດີຂຶ້ນກວ່າເກົ່າ./.
ກັບສາລະບານ