ທ່ານສະຫມານ ວິຍະເກດ ຮ່ວມສະຫລອງບຸນກິນຈຽງທີ່ແຂວງຜົ້ງສາລີ
*(ຂປລ): ທ່ານ ສະຫມານ ວິຍະເກດ, ຜູ້ຊີ້ນຳວຽກງານແນວຄິດທິດສະດີ ແລະ ວັດທະນະທຳ ສູນ ກາງ ພັກ ໄດ້ໃຫ້ກຽດເຂົ້າຮ່ວມງານບຸນກິນຈຽງ ຂອງປະຊາ ຊົນ ບັນດາເຜົ່າ ພາຍໃນແຂວງຜົ້ງສາລີ ໃນໂອ ກາດໄປເຄຶ່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງພາກເຫນືອ ໃນລະຫວ່າງວັນທີ 14-18 ກຸມພານີ້ ໂດຍ ໄດ້ຮັບ ການຕ້ອນຮັບຈາກຄະນະນຳແຂວງ ກໍຄືຜູ້ນຳບັນດາເຜົ່າພາຍໃນແຂວງຢ່າງອົບອຸ່ນ. ທ່ານ ສະຫມານ ວິຍະເກດ ໄດ້ກ່າວສະແດງຄຳຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນດັ່ງກ່າວ ພ້ອມທັງ ສະແດງຄວາມຍ້ອງຍໍຊົມເຊີຍ ພໍ່ແມ່ປະຊາຊົນບັນດາ ເຜົ່າພາຍໃນແຂວງ ທີ່ຮັກສາໄວ້ໄດ້ວັດທະນະທຳ, ຂະນົບ ທຳນຽມ, ຮີດຄອງປະເພນີອັນ ດີ ງາມຂອງຕົນ ກໍຄືການປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະ ເທດຊາດ ໃນແຕ່ລະໄລຍະໄດ້ເປັນຢ່າງດີ, ຂະນະດຽວກັນ ທ່ານ ສະຫມານ ວິຍະເກດ ພ້ອມດ້ວຍຄະ ນະ ກໍໄດ້ເດີນທາງໄປຊົມ ຕົ້ນຊາທີ່ມີ ອາຍຸ ຫລາຍກວ່າ 450 ປີ ທີ່ກຸ່ມບ້ານ ໂກແມນ. ໂອກາດນີ້ ທ່ານ ສະຫມານ ວິຍະເກດ ໄດ້ແນະນຳໃຫ້ພໍ່ແມ່ປະຊາຊົນ, ຄູອາຈານພາຍ ໃນກຸ່ມບ້ານດັ່ງ ກ່າວ ຈົ່ງຕື່ນຕົວສະຫມັກໃຈ ແລະ ຖືສຳຄັນດ້ານການ ສຶກ ສາ ນອກຈາກ ດ້ານເສດຖະກິດ ທັງນີ້ ກໍຍ້ອນວ່າເສດ ຖະກິດ ຈະມີການຂະຫຍາຍໂຕ ຫລືບໍ່ນັ້ນ ກໍແມ່ນ ເລື່ອງຂອງຄວາມຮູ້ ໃນເມື່ອເຮົາມີຄວາມ ຮູ້ຄວາ ສາມາດ ແລ້ວ ການທຳການຜະລິດ ກໍຈະ ມີເຕັກນິກທີ່ດີກວ່າ ອັນຈະເຮັດໃຫ້ສະມັດຕະພາບຂອງການຜະລິດເພີ່ມສູງຂຶ້ນ ເຊັ່ນດຽວ ກັນ ບັນຫາເລື່ອງສິ່ງແວດລ້ອມ ກໍ ຕ້ອງໄດ້ເອົາໃຈໃສ່ຕື່ມ ໃນການປົກປັກຮັກສາໄວ້ໃຫ້ດີ ເພາະ ໃນທຸກ ມື້ນ້ີ ສະພາບດິນຟ້າອາກາດ ແມ່ນມີການປ່ຽນແປງ ໂດຍສະເພາະຢ່າງຍິ່ງ ແມ່ນບັນຫາ ໂລກ ຮ້ອນ. ທ່ານເລຂາຄະນະພັກຮາກຖານກຸ່ມບ້ານໂກແມນ ໄດ້ແຈ້ງໃຫ້ຊາບວ່າ: ກຸ່ມບ້ານໂກແມນ ແຂວງຜົ້ງ ສາລີ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2006, ປະກອບມີ 7 ບ້ານ, ລວມມີສອງຊົນເຜົ່າຄື: ເຜົ່າຜູ້ນ້ອຍ ແລະ ເຜົ່າ ໂກ, ປະຊາກອນທັງຫມົດມີ 17,00 ກວ່າຄົນ, ປະຊາຊົນສ່ວນໃຫຍ່ແມ່ນຢືດຖືເອົາການຜະລິດກະສິກຳ ຄື ການ ປູກຊາເປັນອາຊີບຫລັກ, ການປູກເຂົ້າ ແລະ ລ້ຽງສັດເປັນສຳຮອງ, ໃນນີ້ມີເນື້ອທີ່ປູກຊາທັງຫມົດ 400 ກວ່າ ເຮັກຕາ, ປູກແລ້ວ 200 ກວ່າເຮັກຕາ, ຂະ ຫຍາຍໃຫມ່ 140 ກວ່າເຮັກຕາ, ໃນປີຫນຶ່ງໆສາມາດ ເກັບຜົນ ຜະ ລິດ ໄດ້ຊາດິບ 35 ໂຕນ, ຊາແຫ້ງໄດ້ 3 ໂຕນ, ເນື້ອທີ່ປູກເຂົ້າມີ 60 ກວ່າເຮັກຕາ, ສະມັດ ຕະ ພາບ ການຜະ ລິດເຂົ້າແມ່ນ 140 ກວ່າໂຕນ/ປີ ແລະ ມີສັດລ້ຽງປະເພດສັດໃຫຍ່ເກືອບ 200 ໂຕ ຄິດເປັນເງິນ ໃນປີ ຫນຶ່ງໆ ມີລາຍຮັບ 5 ຕື້ກວ່າກີບ, ສະເລ່ຍ ລາຍຮັບໃສ່ຫົວຄົນໄດ້ປະມານ 2-3 ລ້ານກີບຕໍ່ຄົນ/ປີ ແລະ ສິ່ງສຳຄັນ ເດັກ ນ້ອຍໃນ ເກນອາ ຍຸເຂົ້າຮຽນ ແມ່ນໄດ້ຮັບການສຶກສາ 100%, ພ້ອມທັງ ສາມາດ ລົບລ້າງການກືກ ຫນັງສື ໃນຊັ້ນປະຖົມໄດ້ 100% ອີກດ້ວຍ./.
ກັບສາລະບານ