ການເຂົ້າເປັນສາມະຊິກອົງການການຄ້າໂລກ ຂອງລາວ ຢັບເຂົ້າ ໃ ກ້ແລ້ວ
*(ຂປລ): ສປປ ລາວ ຢືນຢັນໃນວາລະກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບການເຂົ້າເປັນສະມາຊິກອົງການ ການຄ້າໂລກ ລະຫວ່າງຄະນະຜູ້ແທນລາວ ແລະ ຈີນວ່າ: ວຽກງານກະກຽມຄວາມພ້ອມຂອງລາວ ທີ່ຈະກ້າວເຂົ້າເປັນສະມາຊິກຂອງອົງການການຄ້າ ໂລກ ແມ່ນມາຮອດ ໃກ້ຂັ້ນສຸດທ້າຍແລ້ວ ແຕ່ວຽກງານບາງ ຢ່າງທີ່ ຄົງຄ້າງນັ້ນ ຍັງຈະປັບປຸງເພີ່ມຕື່ມ ເພື່ອໃຫ້ສອດຄອງ ແລະ ຮັດກຸມຂຶ້ນກວ່າເກົ່າ ແລະ ຄາດວ່າຈະສຳເລັດໃນໄວໆນີ້. ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບການເຂົ້າເປັນສະມາຊິກອົງການການຄ້າໂລກ ລະຫວ່າງຄະນະຜູ້ແທນລາວ ແລະ ຈີນ ໄດ້ຈັດຂຶ້ນໃນວັນທີ 11 ກຸມພາ 2010 ຢູ່ທີ່ໂຮງແຮມລາວພລາຊາ ນະຄອນ ຫລວງ ວຽງຈັນ ໂດຍການເປັນປະທານຂອງ ທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນ ວ່າ ການກະຊວງການຕ່າງປະເທດ, ປະທານຄະນະກຳມະການປະສານງານລະດັບຊາດ ວ່າດ້ວຍການເຊື່ອມໂຍງເສດ ຖະກິດສາກົນ (ຄປຊ), ມີ ທ່ານ ດຣ. ນາມ ວິຍະເກດ, ລັດຖະມົນວ່າການກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ດຣ. ຈັງ ຊຽງເສິນ ( Zhang Xiangchen), ຮອງຜູ້ຕ່າງໜ້າຖາວອນຂອງ ສປ ຈີນ ປະ ຈຳ ອົງການການຄ້າໂລກ ແລະ ບັນດາເຈົ້າໜ້າທີ່ກ່ຽວຂ້ອງ ເຂົ້າຮ່ວມ. ກ່ອນວາລະກອງປະຊຸມ ດັ່ງກ່າວ ຈະເລີ່ມຂຶ້ນ ຢ່າງ ເປັນທາງການ ທ່ານ ດຣ. ຈັງ ຊຽງເສິນ ໄດ້ເຂົ້າຢ້ຽມຂ ຳ່ ນັບພົບປະ ທ່ານ ດຣ. ທອງລຸນ ສີສຸລິ ດ. ໃນການພົບ ປະຄັ້ງນີ້ ທ່ານ ດຣ. ທອງລຸນ ສີສຸລິດ ໄດ້ສະແດງການຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ ການມາເຮັດວຽກ ຢູ່ ສປປ ລາວ ຂອງທ່ານ ດຣ. ຈັງ ຊຽງເສິນ ໃນຄັ້ງ ນີ້ ຊຶ່ງເປັນການປະກອບສ່ວນສຳຄັນ ໃນ ການຖອດຖອນບົດຮຽນ ການເຂົ້າເປັນສາມະຊິກອົງການການຄ້າໂລກ ຂອງ ສປ ຈີນ, ເປັນການ ສະໜັບໜູນ ແລະ ໃຫ ້ການຊ່ວຍເຫລືອດ້ານວິຊາການ ໃຫ້ແກ່ ສປປ ລາວ ທັງເປັນ ການຍົກສູງສາຍສຳພັນ ມິດຕະພາບລາວ-ຈີນ ໃຫ້ກ້າວ ຂຶ້ນສູ່ການພົວພັນ ແບບຄູ່ຮ່ວມ ຍຸດທະ ສາດ ຮອບ ດ້ານ. ຂະນະທີ່ ດຣ. ນາມ ວິຍະເກດ ໄດ້ໃຫ້ສຳພາດ ຕໍ່ ນັກຂ່າວ ຈາກສຳນັກຂ່າວສານປະເທດລາວ ລະ ຫວ່າງ ກອງຊຸມ ຄັ້ງນີ້ ວ່າ: ການກະກຽມວຽກງານ ການເຂົ້າ ເປັນສາມະຊິກອົງການການຄ້າໂລກ ຂອງ ສປປ ລາວ ໄດ້ດຳເນີນມາຮອດຂັ້ນຕອນສຸດທ້າຍແລ້ວ ໂດຍສະແດງໃຫ້ເຫັນຢ່າງຊັດເຈນຄື ວຽກງານການເຈລະຈາ ແລະ ຕໍ່ລອງນັ້ນປະກອບດ້ວຍ 2 ພາກດ້ວຍກັນເຊັ່ນ: ພາກທີ 1 ວ່າດ້ວຍການເຈລະຈາດ້ານສິນຄ້າ ແມ່ນສຳເລັດແລ້ວ, ແຕ່ຍັງຄົງຄ້າງພຽງພາກທີ 2 ວ່າດ້ວຍ ການເຈລະ ຈາດ້ານການບໍລິການເທົ່ານັ້ນ ຊຶ່ງ ສປປ ລາວເຮົາເອງຈະຕ້ອງສືບຕໍ່ດຳເນີນການເພີ່ມຕື່ມອີກ. ຮອດປະຈຸບັນນີ້ ວຽກງານໂດຍລວມຂອງ ການກະ ກຽມເປັນສາມະຊິກອົງການການຄ້າໂລກ ຂອງ ສປປ ລາວ ໄດ້ຮັບຮອງ ແລະ ເຫັນດີແລ້ວຈາກ ສປ ຈີນ ແລະ ສະພາບເອີ ຣ ົບຊ ຶ່ງມັນກຳລັງສົ່ງສັນ ຍ ານທີ່ດີ ຂຶ້ນ ນັບມື້ ໃຫ້ແກ່ ສປປ ລາວ ທີ່ຈະມີຄວາມຫວັງ ໃ ກ້ເຂົ້າມາແລ້ວ. ການໄດ້ເຂົ້າເປັນສາມະຊິກຂອງອົງການການຄ້າໂລກນັ້ນ ຈະເຮັດໃຫ້ ສປປ ລາວ ໄດ້ຍົກ ບົດ ບາດຂອງຕົນເອງສູງຂຶ້ນກວ່າເກົ່າ ໃນເວທີສາກົນດ້ານການຄ້າ, ທອງທ່ຽວ, ບໍ ລິການ ແລະ ການລົງທຶນ ສະນັ້ນ ສາມາດເວົ້າໄດ້ວ່າ ການໄດ້ເຂົ້າເປັນສາມະ ຊິກ ຂອງອົງການການຄ້າໂລກ ມີແຕ່ ສປປ ລາວ ຈະໄດ້ຜົນປະໂຫຍດ. ທ່ານ ດຣ.ຈັງ ຊຽງເສິນ ໄດ້ເປີດເຜີຍວ່າ: ການກະກຽມເຂົ້າເປັນສາມະຊິກອົງການການຄ້າໂລກ ຂອງ ສປປ ລາວ ແມ່ນມີຄວາມຄືບໜ້າຫລາຍ ແລະ ເປັນ ສິ່ງທີ່ ໜ້າພາກພູມໃຈຢ່າງຍິ່ງ ແຕ່ ມີ ບາງບັນຫາ ຍັງ ຕ້ອງໄດ້ປັບປຸງ ເພື່ອໃຫ້ແທດເໝາະກັບສະພາບການ. ໃນອະນາຄົດອັນ ໃ ກ້ນີ້ ສປປ ລາວ ພ້ອມຄະນະ ຜູ້ແທນ ທີ່ ກ່ຽວຂ້ອງກຳ ລັງ ຈະເດີນທາງເຂົ້າຮ່ວມກອງຊຸມ ຢູ່ ນະຄອນເຈນ ີ ວາ ປະເທດສະວິດເຊີແລນ ໃນເດືອນມີນາ 2010 ທີ່ຈະມາ ເຖິງ ນີ້ ເພື່ອທົບທວນຄືນການ ກະ ກຽມ ແລະ ຫາລືບາງບັນຫາເພີ່ມຕື່ມ ເພື່ອກ້າວເຂົ້າສູ່ການເປັນສາມະຊິກ./.
ກັບສາລະບານ