ຄຳຕອບສຳພາດ ຂອງທ່ານນາຍົກລັດຖະມົນຕີ ບົວສອນ ບຸບຜາວັນ ຕໍ່ນັກຂ່າວ ໜັງສືພິມ Maeil Business ຈາກ ສ ເກົາຫລີ
* ທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໄດ້ຕອບຄຳສຳພາດ ຕໍ່ນັກຂ່າວໜັງສືພິມ “ ມາເອນ ບິ ຊີແນດ ນິວສເປເປີ ” (Maell Business Newspaper ) ຈາກ ສາທາລະນະລັດ ເກົາຫລີ ໃນຕອນບ່າຍວັນທີ 10 ກຸມພາ 2010 ນີ້ ຊຶ່ງມີເນື້ອໃນລະ ອຽດ ດັ່ງນີ້: ຕໍ່ຄຳຖາມທີ່ວ່າ: “ອາຊີຈະການເປັນມະຫາອຳນາດຂອງໂລກ ແລະ ໄລ່ທັນບັນດາປະເທດ ຕາເວັນ ຕົກ” ທ່ານນາຍົກລັດຖະມົນຕີ ບົວສອນ ບຸບຜາວັນ ໄດ້ມີຄຳ ເຫັນວ່າ: ບໍ່ວ່າໃນອະດີດ ກໍຄືປະຈຸບັນ ການຈະ ເລີນຮຸ່ງ ເຮືອງ ແລະ ຂະຫຍາຍຕົວຂອງ ປະເທດໃດໜຶ່ງ ແມ່ນບໍ່ສາມາດເກີດຂຶ້ນດ້ວຍຕົວຂອງມັນເອງໄດ້ ມັນລ້ວນ ແລ້ວ ແຕ່ຜ່ານ ຂະບວນວິວັດແຫ່ງການຮ່ວມມືກັນ, ເພິ່ງພາອາໄສ ເຊິ່ງກັນ ແລະ ກັນ ແລະ ຕື່ມເຕັມ ໃຫ້ ກັນ ແລະ ກັນ. ພິເສດໃນຍຸກແຫ່ງໂລກາພິວັດ, ຍຸກແຫ່ງການຂຶ້ນຕໍ່ກັນ (Interdepen dence World ) ແລະ ຍຸກເສດຖະກິດຕະຫລາດ, ບັນດາປະເທດພວກເຮົາ ທັງໃຫຍ່ ແລະ ນ້ອຍທັງໃກ້ ແລະ ໄກ, ທັງພັດທະນາແລ້ວ ແລະ ພວມພັດ ທະນາ, ທັງທະ ວີບອາ ຊີ, ເອີຣົບ, ອາເມລິກາ ແລະອາຟຣິກກາໄດ້ກາຍເປັນສ່ວນໜຶ່ງ ຂອງກັນ ແລະ ກັນບໍ່ສາ ມາດ ຕັດຂາດຈາກກັນໄດ້ ແລະ ຕ້ອງພັດທະນາຄຽງຄູ່ກັນໄປ ເພື່ອພ້ອມກັນຮັບມື ແລະ ແກ້ໄຂ ບັນຫາ ແລະ ສິ່ງທ້າທາຍທີ່ກວມລວມລະດັບໂລກ ເປັນຕົ້ນ: ວິກິດການທາງດ້ານ ການ ເງິນ ແລະ ເສດຖະກິດໂລກ, ການປ່ຽນແປງຂອງດິນຟ້າອາກາດ, ການລະບາດ ຂອງ ພະ ຍາດຕິດຕໍ່ ແລະ ບັນຫາໄພ ທຳມະຊາດຕ່າງໆ. ແນ່ນອນ, ປະເທດສະຫະລັດອາເມລິກາ ແລະ ປະເທດໃນແຖບເອີຣົບ ຍ່ອມໄດ້ຮັບຜົນກະທົບຮຸນແຮງ ກວ່າ ຈາກວິກິດການດ້ານການເງິນ ແລະ ເສດຖະກິດ ໂລກໃນ ປະຈຸບັນ ເຖິງຂັ້ນ ຕົວເລກການຈະເລີນເຕີບໂຕ ທາງດ້ານເສດຖະກິດ ຫລື GDP ຕິດລົບ ຍ້ອນວ່າວິກິດການດັ່ງກ່າວກຳເນີດຂຶ້ນຢູ່ກະໂຕສະຫະລັດເອງ ແລະ ທັງສະຫະລັດ ແລະ ເອີຣົບ ບໍ່ເຄີຍມີບົດຮຽນໃນການຮັບມືກັບວິກິດການດັ່ງກ່າວ. ກົງກັນຂ້າມ ຫລາຍປະເທດ ໃນພາກພື້ນອາຊີ ພັດໄດ້ຮັບຜົນກະທົບນ້ອຍ ເພາະມີວິທີການຮັບມື ແລະ ແກ້ໄຂທີ່ຄ່ອງແຄ້ວ ແລະ ເຄີຍມີບົດ ຮຽນມາກ່ອນແລ້ວ ໃນປີ 1997-1998, ຈຶ່ງສາມາດຮັກສາຈັງຫວະການຂະຫຍາຍຕົວ GDP ຂອງຕົນໄວ້ໃນ ເກນບວກ. ຂ້າພະເຈົ້າເຊື່ອໝັ້ນວ່າ: ການຂະຫຍາຍຕົວຂອງ GDP ຂອງບັນດາປະເທດອາຊີຕາເວັນອອກ ລວມ ທັງບົດບາດທາງດ້ານການ ເມືອງ, ເສດຖະກິດ ແລະ ສັງຄົມ ຂອງປະເທດເຫລົ່ານີ້ ໄດ້ພົ້ນເດັ່ນຂຶ້ນ ໃນເວ ທີໂລກ, ບໍ່ໝາຍຄວາມວ່າ ຈະເປັນສັນຍານເຕືອນເປັນໄພຂົ່ມຂູ່ (Threat ) ຫຼື ກາຍ ເປັນ ຄູ່ແຂ່ງແຊງໜ້າລື່ນທະວີບອື່ນ (Compitito r) ແຕ່ມັນແມ່ນກາລະໂອກາດທີ່ດີຂອງກັນ ແລະ ກັນຫລາຍກວ່າ (OPPortunities) ໂດຍ ສະເພາະ ຖ້າປະເທດ ອາຊີພັດທະນາຂຶ້ນ, ເສດຖະກິດຂະຫຍາຍຕົວດີ ມີຖານການຜະລິດເຂັ້ມແຂງ, ປະຊາຊົນມີລາຍຮັບ ເພີ່ມຂຶ້ນ ກໍຈະກາຍເປັນຄູ່ຄ້າທີ່ມີກຳລັງຊື້ ຫລື ສະໜອງ ສິນຄ້າ ໃຫ້ແກ່ທະວີບອື່ນຫລາຍຂຶ້ນ, ຄຽງ ຄູ່ກັນນີ້, ບັນ ດາປະເທດຕາເວັນຕົກ ໃນນາມເປັນປະເທດພັດທະນາແລ້ວ ແລະ ມີເຕັກໂນໂລຊີສູງ ກໍຄວນຈະ ເປັນຜູ້ ຖ່າຍ ໂອນເຕັກໂນໂລຊີ ແລະ ໂນຮາວ (Know how ) ຊ່ວຍບັນດາປະເທດເສດຖະກິດກຳລັງເກີດໃໝ່ (Emerginng economies ) ເພື່ອພ້ອມກັນພັດທະນາ ແລະ ອູ້ມຊູຍູ້ໜູນ ເຊິ່ງກັນ ແລະ ກັນ ຈະ ເປັນການ ປະກອບສ່ວນ ເຮັດໃຫ້ ໂລກຂອງພວກເຮົາ ມີສັນຕີພາບ ແລະ ວັດທະນາຖາວອນ. ຕໍ່ຄຳຖາມທີ່ວ່າ: ”ການປະຕິບັດນະໂຍບາຍພັດທະນາ ທີ່ເລັ່ງໃສ່ເຮັດໃຫ້ເສດຖະກິດເພີ່ມຂຶ້ນ ມັກຈະ ມີບັນຫາ ທີ່ກ່ຽວພັນກັບການກະຈາຍລາຍໄດ້ຢ່າງທົ່ວເຖິງ ແລະ ບັນຫາສິ່ງແວດລ້ອມຕາມມາ”. ທ່ານ ນາຍົກ ລັດຖະມົນຕີໄດ້ໃຫ້ທັດສະນະຕໍ່ຄຳຖາມນີ້ເປັນສອງພາກຄື: ນະໂຍບາຍພັດທະນາທີ່ເລັ່ງໃສ່ເຮັດໃຫ້ GDP ເພີ່ມ ຂຶ້ນເປັນຫຼັກ ແລະ ບັນຫາຕາມມາມີຄືແນວໃດແດ່ ແລະ ອຸປະສັກຕົ້ນຕໍທີ່ກີດກັ້ນອາຊີ ເພື່ອກ້າວຂຶ້ນເປັນສູນ ກາງ ຂອງໂລກ ແລະ ວິທີແກ້ໄຂ, ທ່ານເຫັນ ດີທີ່ວ່າ: ນະໂຍບາຍການພັດທະນາ ທີ່ເລັ່ງໃສ່ແຕ່ການເພີ່ມຂຶ້ນ ຂອງ GD P ຈະມີບັນຫາການກະຈາຍລາຍໄດ້ຢ່າງທົ່ວເຖິງ ແລະ ບັນຫາສິ່ງແວດລ້ອມຕາມມາ ຢ່າງແນນອນ, ຕໍ່ບັນຫານີ້ ເຮົາຄວນສົ່ງເສີມການພັດທະນາແບບຍືນຍົງທີ່ວ່າ: ພັດທະນາເສດຖະກິດ ຕິດແໜ້ນການ ພັດທະນາຄົນ, ພັດທະນາສັງຄົມ ແລະ ປົກ ປັກຮັກສາສິ່ງແວດລ້ອມໄປຄຽງຄູ່ກັບການເຕີບໂຕກໍຄື: ການ ພັດ ທະນາເສດຖະກິດ ລວມ ຄວາມແລ້ວ ພວກເຮົາຕ້ອງພະຍາຍາມ ສົ່ງເສີມການມີສ່ວນຮ່ວມ ຂອງ ທຸກ ພາກ ສ່ວນ ໃນສັງຄົມ ໃນການພັດ ທະນາ, ລວມທັງການກະຈາຍພັດທະນາ ອອກສູ່ເຂດຊົນນະບົດ-ຫ່າງໄກສອກ ຫລີກ ເພື່ອໃຫ້ເກີດຄວາມສະເໝີ ພາບ ແລະ ຕ້ອງເຮັດໃຫ້ຄົນສ່ວນໃຫຍ່ ໄດ້ຮັບຜົນປະໂຫຍດຈາກການ ພັດທະ ນາດັ່ງກ່າວ, ຕໍ່ອຸປະສັກຕົ້ນຕໍທີ່ກີດ ກັ້ນອາຊີ ໃນການກ້າວຂຶ້ນເປັນສູນກາງຂອງໂລກ ທ່ານໄດ້ຍົກໃຫ້ ເຫັນ ສາມອຸປະສັກຫຼັກຄື: (1) ລະດັບການພັດ ທະນາ ລະຫວ່າງ ບັນດາປະເທດອາຊີດ້ວຍກັນຍັງສູງ ແລະ ຫ່າງ ໄກ ກັນຫລາຍ; (2) ເຕັກໂນ ໂລ ຊີຂອງບັນດາ ປະເທດໃນອາຊີຍັງຕ່ຳ ແລະ ບໍ່ມີປະສິດທິພາບສູງ ຖ້າທຽບ ໃສ່ເຕັກໂນໂລຊີຂອງປະເທດຕາເວັນຕົກ ຫລື ສະຫະ ລັດອາເມລິກາ; (3) ຊັບພະ ຍາ ກອນທຳມະຊາດ ມີຢູ່ ຢ່າງຈຳກັດ, ລະດັບການພັດທະນາຂອງບັນດາປະເທດ ໃນອາຊີມີຄວາມແຕກໂຕນກັນຫລາຍ, ໃນນັ້ນມີທັງປະເທດພັດທະນາແລ້ວ, ພວມ ພັດທະນາ ແລະ ທຸກຍາກ ດ້ອຍພັດທະນາ, ຫລາຍປະເທດຍັງມີເສດຖະກິດ ທຳມະຊາດ ແລະ ເຄິ່ງທຳມະຊາດ ແລະ ປະຊາຊົນສ່ວນໃຫຍ່ ຢຶດຖືອາຊີບ ກະ ສິກຳເປັນຫຼັກ, ທັງໝົດນີ້ ຕ້ອງໃຊ້ເວລາອີກປະມານ 2-3 ທົດສະວັດ ຈຶ່ງຈະແກ້ໄຂໄດ້; ລະດັບເຕັກໂນໂລຊີ ແລະ ໂນຮາວ (Know -how) ຂອງອາຊີຍັງຕ່ຳ ແລະ ຕ້ອງໃຊ້ເວລາອີກໄລຍະໜຶ່ງ ຈຶ່ງຈະນຳທັນເຕັກໂນໂລຊີຂອງຕາເວັນຕົກ, ໃນນີ້ ປະເທດອາຊີຈະຕ້ອງສຸມໃສ່ ທັງກຳລັງມັນສະໝອງ ແລະ ກຳລັງທຶນ ເຂົ້າ ໃນ ການຄົ້ນຄວ້າວິໄຈ ເພື່ອເຮັດໃຫ້ຕົ້ນທຶນການຜະລິດຕ່ຳ ແລະ ນຳໃຊ້ຊັບພະຍາກອນທຳມະຊາດທີ່ມີຢູ່ຢ່າງຈຳກັດ ໃຫ້ເກີດຜົນປະໂຫຍດສູງສຸດ ລວມທັງ ການ ນຳ ກັບມາໃຊ້ຄືນໃໝ່. ໂດຍລວມແລ້ວ ອາຊີມີຊັບພະຍາ ກອນມະນຸດ ທີ່ມີຄວາມຮູ້, ຄວາມສາມາດສູງ ແຕ່ບັນດາປະເທດອາຊີສ່ວນໃຫຍ່ ຍັງຂາດແຄນຊັບພະ ຍາ ກອນທຳມະຊາດ ທີ່ເປັນວັດຖຸດິບຫລັກ ໃຫ້ແກ່ອຸດສາຫະກຳຂອງຕົນ ຊຶ່ງຕ້ອງອາໄສການນຳເຂົ້າຈາກທະວີບອື່ນ ເປັນຕົ້ນ: ພະລັງງານເຊື້ອໄຟ ແລະ ແຮ່ທາດ ຕ່າງໆ. ສຳລັບມາດຕະການແກ້ໄຂ ທ່ານເຫັນວ່າ: ການຮ່ວມມືກັນ ແລະ ການເພິ່ງພາອາໄສ ຊຶ່ງກັນ ແລະ ກັນ ລະຫວ່າງປະເທດອາຊີດ້ວຍກັນ ແລະ ລະຫວ່າງ ບັນດາປະເທດອາຊີ ກັບປະເທດອື່ນ ກໍຄືທະວີບອື່ນ ແມ່ນຄວາມຈຳເປັນພາວະວິໃສ ເພື່ອເຮັດໃຫ້ໝົດທັງໂລກ ມີສັນຕິພາບ ແລະ ຈະເລີນຮຸ່ງເຮືອງ; ໃນນີ້ ຂ້າພະ ເຈົ້າສະໜັບສະໜູນຢ່າງເຕັມສ່ວນ ການຮ່ວມຕົວເຂົ້າກັນ ແລະ ເຊື່ອມໂຍງເຂົ້າກັນເປັນກຸ່ມປະເທດ ຫລື ເປັນປະຊາຄົມຕ່າງໆ ໂດຍສະເພາະໃນຍຸກໂລກາພິວັດ ແລະ ຍຸກແຫ່ງການຂຶ້ນຕໍ່ກັນ ເພື່ອຮັບມື ແລະ ແກ້ໄຂບັນຫາ ແລະ ສິ່ງທ້າທາຍກວມໂລກ ເປັນຕົ້ນ: ວິກິດການທາງດ້ານການເງິນ ແລະ ເສດຖະກິດໂລກ, ບັນຫາ ໂລກຮ້ອນ, ການລະບາດຂອງພະຍາດຕ່າງໆ ແລະ ໄພທຳມະຊາດຂົ່ມຂູ່. ຕໍ່ຄຳຖາມກ່ຽວກັບ ”ການເຊື່ອມໂຍງກັນຂອງທະວີບອາຊີ ໂດຍສະເພາະກ່ຽວກັບການສ້າງກອງທຶນອາຊີ ຫລື ການນຳໃຊ້ເງິນຕະກຸນດຽວ” ທ່ານນາຍົກລັດຖະ ມົນຕີ ໄດ້ໃຫ້ທັດສະນະວ່າ: ສືບເນື່ອງມາຈາກວິກິດການ ການເງິນຂອງອາຊີ ໃນປີ 1997, ປະເທດຍີ່ປຸ່ນ ຈຶ່ງໄດ້ສະເໜີແນວຄວາມຄິດ ໃນການສ້າງຕັ້ງກອງທຶນ ເງິນແຫ່ງອາຊີຂຶ້ນ ໃນປີດັ່ງກ່າວ ໂດຍມີຈຸດປະສົງຫລັກ ເພື່ອໃຫ້ຄວາມຊ່ວຍເຫລືອ ແລະ ຊ່ວຍໃຫ້ການ ໝູນ ວຽນທາງການເງິນ ລະຫວ່າງ ບັນດາປະເທດອາຊີ ດ້ວຍກັນ. ແຕ່ຍ້ອນຫລາຍປະເທດ ຍັງຂາດຄວາມພ້ອມ ທາງດ້ານການເງິນ ຈຶ່ງເຮັດໃຫ້ການສ້າງຕັ້ງກອງທຶນດັ່ງກ່າວເລື່ອນອອກໄປ. ຈົນມາເຖິງກອງປະຊຸມລັດ ຖະມົນຕີການເງິນອາຊຽນ+3 (ຍີ່ປຸ່ນ, ຈີນ ແລະ ສ.ເກົາຫລີ) ໃນວັນທີ 6 ພຶດສະພາ 2000 ຢູ່ຊຽງໃໝ່ ປະເທດໄທ,ແນວຄວາມຄິດດັ່ງກ່າວ ໄດ້ຖືກນຳ ມາປຶກ ສາ ຫາລື ແລະ ຈົບລົງດ້ວຍການລົງນາມໃນຂໍ້ຕົກລົງທີ່ເອີ້ນວ່າ: ‘’ຂໍ້ລິເລີ່ມຊຽງໃໝ່’’ (Chiang Mai Initiative/CMI ), ຊຶ່ງຂໍ້ລິເລີ່ມດັ່ງກ່າວ ໄດ້ກາຍເປັນບາດ ກ້າວ ທຳອິດ ແລະເປັນບາດກ້າວທີ່ສຳຄັນ ຂອງການຮ່ວມມືທາງດ້ານການເງິນໃນຂົງເຂດອາຊີ. ເຖິງແມ່ນວ່າ ຂໍ້ສະເໜີໃນການສ້າງຕັ້ງກອງທຶນການເງິນແຫ່ງອາຊີ ຈະໄດ້ຮັບການປະຕິເສດຈາກກອງທຶນການເງິນສາກົນ (IMF ) ແລະ ກຸ່ມ G7 ກໍຕາມ ແຕ່ກໍຍັງມີນ້ຳໜັກໜ້ອຍ, ບັນດາປະເທດອາຊຽນ+3 ລ້ວນແຕ່ມີຄວາມ ມຸ້ງ ຫວັງສູງທີ່ຈະ ເຮັດໃຫ້ແນວຄວາມຄິດດັ່ງກ່າວ ປະສົບຜົນເປັນຈິງ ແລະ ການຮ່ວມມືທາງດ້ານການເງິນ ຂອງບັນດາປະເທດອາຊີຕາເວັນອອກ ໄດ້ສືບຕໍ່ມີ ຄວາມ ຄືບໜ້າເປັນກ້າວໆມາ. ຂ້າພະເຈົ້າເຫັນວ່າ: ເຖິງວ່າ ບັນ ດາປະເທດຕ່າງໆ ຈະມີ ຄວາມແຕກຕ່າງກັນ ທາງດ້ານການເງິນ ແລະ ສະກຸນເງິນ ແຕ່ດ້ວຍຄວາມ ມຸ້ງ ມາດປາຖະໜາອັນດຽວກັນ ຂ້າ ພະເຈົ້າກໍຫວັງວ່າ: ແນວຄວາມຄິດດັ່ງກ່າວ ຈະກ້າວໄປສູ່ຜົນສຳ ເລັດ ຢ່າງແນ່ນອນ. ພ້ອມກັນນີ້ ອາຊຽນໄດ້ມີ ການຕົກລົງ ສ້າງ ຂົງເຂດການຄ້າເສລີ ກັບບັນດາປະເທດ ຄູ່ເຈລະຈາ ເຊັ່ນ: ຈີນ, ຍີ່ປຸ່ນ, ສ ເກົາຫລີ ແລະ ອິນ ເດຍ ຊຶ່ງມັນໄດ້ຢັ້ງຢືນເຖິງຈຸດປະສົງ ແລະ ຄວາມພະຍາຍາມ ຮ່ວມ ກັນ ຂອງບັນດາປະເທດອາຊີ ເພື່ອບັນລຸເປົ້າ ໝາຍແຫ່ງການເຊື່ອມໂຍງກັນ. ຕໍ່ຄຳຖາມກ່ຽວກັບ ”ການສ້າງທະວີບອາຊີໃຫ້ເປັນໜຶ່ງດຽວ” ນັ້ນ ທ່ານນາຍົກລັດຖະມົນຕີ ຕອບວ່າ: ອາຊີອັນໜຶ່ງອັນດຽວ (One Asia) ມີຄວາມໝາຍເຖິງ ຄວາມ ເປັນເອກະລັກ, ເອກະພາບໃນທຸກໆດ້ານ ຂອງ ບັນດາປະເທດອາຊີ ບໍ່ວ່າຈະເປັນທາງດ້ານການເມືອງ, ເສດຖະກິດ-ສັງຄົມ ແລະ ວັທະນະທຳ. ອາຊີ ເປັນຂົງ ເຂດທີ່ກວ້າງໃຫຍ່ ປະກອບດ້ວຍຫລາຍປະເທດທີ່ມີລະບອບການເມືອງທີ່ແຕກຕ່າງກັນ, ມີເສດຖະກິດແຕກໂຕນກັນ, ມີລະບອບສັງຄົມແລະ ວັດທະນະທຳ ຂອງ ໃຜລາວ. ອີງຕາມສະພາບຕົວຈິງທີ່ມີຢູ່ປະຈຸບັນ ເຫັນວ່າ: ສະພາບອາດຍັງບໍ່ທັນສຸກງອມ ແລະ ບໍ່ທັນກຽມພ້ອມເທື່ອ ໃນການສ້າງອາຊີເປັນອັນໜຶ່ງອັນ ດຽວ ກັນ ໃນອະ ນາຄົດອັນໃກ້ນີ້. ຂ້າພະເຈົ້າເຫັນວ່າ: ບັນຫານີ້ ຕ້ອງໄດ້ມີການພິຈາລະນາ, ວິໄຈ ຢ່າງລະອຽດ ຖີ່ ຖ້ວນ ກ່ອນຈະ ດຳເນີນການຮ່ວມ ກັນໃນຮູບ ໃດ ຮູບໜຶ່ງ. ຕໍ່ຄຳຖາມກ່ຽວກັບ ”ສາຍພົວພັນລະຫວ່າງຈີນ ແລະ ບັນດາປະເທດທີ່ກຳລັງພັດທະນາ ໃນຂົງເຂດ ອາ ຊີ” ທ່ານຕອບວ່າ: ສປ ຈີນ ເປັນປະເທດໃຫຍ່ ມີການຂະ ຫຍາຍຕົວໄວ, ມີສະເຖຍລະພາບທາງດ້ານ ການ ເມືອງ ແລະ ຢຶດໝັ້ນໃນແນວທາງສັງຄົມນິຍົມ, ສປ ຈີນ ມີເສດຖະກິດໃຫຍ່ເປັນອັນດັບ 2 ຂອງໂລກ ຊຶ່ງມີ ຄວາມຫວັງວ່າ ປະເທດຕົນຈະມີສະເຖຍລະພາບທາງດ້ານການເງິນ, ການຂະຫຍາຍຕົວຂອງຈີນ ເປັນກຸນແຈ ສຳ ຄັນໃນ ການພັດທະນາຂອງໂລກ ກໍຄື ຂອງ ບັນ ດາປະເທດໃນຂົງເຂດອາຊີ. ບົນພື້ນຖານຂອງການ ເປັນ ຜູ້ ນຳໜ້າຂອງ ບັນດາປະເທດອາຊີດັ່ງກ່າວນັ້ນ, ບັນດາປະເທດຕ່າງໆໃນຂົງເຂດ ກໍມີຄວາມຫວັງວ່າ ສປ ຈີນ ຈະເປັນຫລັກ ແຫລ່ງໃນການເຂົ້າຮ່ວມແກ້ໄຂບັນຫາຕ່າງໆໃນຂົງເຂດ ກໍຄືໃນໂລກ ບໍ່ວ່າຈະເປັນ ທາງດ້ານ ການເມືອງ, ຄວາມໝັ້ນຄົງ ແລະ ບັນ ຫາ ທາງດ້ານເສດຖະກິດ. ໃນຂະນະທີ່ບັນດາປະເທດອາຊີ ມີຄວາມຕ້ອງ ການຈີນ ຄືດັ່ງ ຈີນມີຄວາມຕ້ອງການບັນດາປະເທດອາຊີ, ການພົວພັນຮ່ວມມືດັ່ງກ່າວ ຈະ ສົ່ງເສີມເຮັດໃຫ້ ທັງສອງຝ່າຍ ສາ ມາດຢືນຢູ່ໃນເວທີສາກົນ ທຽບເທົ່າກັບຂົງເຂດອື່ນໆ. ເຖິງແມ່ນວ່າ ສປ ຈີນ ຈະເປັນປະ ເທດໃຫຍ່ ແລະ ມີການ ຂະຫຍາຍ ຕົວ ໄວກວ່າບັນດາປະເທດອື່ນໆໃນຂົງເຂດອາຊີ, ປັດຊະຍາການເມືອງ ຂອງຈີນ ແມ່ນຢຶດໝັ້ນ ໃນ ການເສີມສ້າງສັນຕິພາບ, ຄວາມສາມັກຄີ ແລະ ການເປັນ ເພື່ອນ ບ້ານທີ່ດີ. ຂ້າ ພະເຈົ້າເຊື່ອໝັ້ນວ່າ: ດ້ວຍ ຄວາມເປັນປະເທດໃຫຍ່ ເປັນປະເທດສັງຄົມນິຍົມ. ສປ ຈີນ ຈະບໍ່ປະຖິ້ມ ບັນດາ ປະເທດທີ່ກຳລັງພັດທະນາ ໃນ ຂົງເຂດ ອາຊີ ກໍຄືຂົງເຂດອື່ນໆ ແລະ ເຊື່ອໝັ້ນວ່າ: ສປ ຈີນ ຈະກາຍເປັນປະ ເທດທີ່ໃຫ້ການຊ່ວຍເຫລືອລາຍ ໃຫຍ່ ໃຫ້ແກ່ບັນດາປະເທດອາຊີ. ກ່ຽວກັບໂຄງປະກອບການເຊື່ອມໂຍງຂອງອາຊີ ບັນດາອົງການທີ່ມີແລ້ວນັ້ນ ຈະມີບົດບາດຄືແນວ ໃດ? ທ່ານນາຍົກລັກຖະມົນຕີ ໄດ້ໃຫ້ທັດສະນະວ່າ: ນີ້ແມ່ນ ຄຳຖາມທີ່ໜ້າສົນໃຈ ແລະ ມີວິໄສທັດທີ່ດີ. ດັ່ງທີ່ ທ່ານໄດ້ກ່າວ ປະຈຸບັນມີຫລາຍກົນໄກການຮ່ວມມື ແລະ ຫລາຍເວທີໃນຂົງເຂດອາຊີ, ແຕ່ຂ້າພະເຈົ້າຄິດວ່າ ບາງ ກົນໄກການຮ່ວມມື ກວມເອົາຫລາຍປະເທດໃນຂົງເຂດອາຊີ-ປາຊີຟິກ. ເມື່ອທຽບກັບພູມສາດ ແລະ ສະ ພາບຄວາມເປັນຈິງ ກັບສະຫະພາບຢູໂຣບແລ້ວ ອາ ຊີ ເປັນຂົງເຂດທີ່ກວ້າງໃຫຍ່ ຊຶ່ງກວມເອົາຫລາຍປະເທດ ທີ່ແຕກຕ່າງກັນທາງດ້ານການເມືອງ, ເສດຖະກິດ-ສັງຄົມ ແລະ ວັດທະນະທຳ ຄືຂ້າພະເຈົ້າໄດ້ ມີ ຄວາມ ເຫັນ ມາກ່ອນນີ້ແລ້ວ. ຕໍ່ສະພາບຄວາມເປັນຈິງດັ່ງກ່າວນັ້ນ ຂ້າພະເຈົ້າມີຄວາມເຫັນວ່າ ອາຊີຍັງບໍ່ທັນສຸກງອມ ຫລື ຍັງບໍ່ທັນພ້ອມ ທີ່ຈະດຳເນີນຕາມ ຮູບ ແບບ ຂອງສະຫະພາບຢູໂຣບ ໃນອະນາຄົດອັນໃກ້ນີ້ ແລະ ອາຊີຈະຕ້ອງ ໃຊ້ ເວລາ ເພື່ອພັດທະນາອາຊີໄປຕາມຮູບແບບຂອງອີຢູ. ຢ່າງໃດກໍຕາມ, ຂ້າພະ ເຈົ້າ ຄິດ ວ່າ: ບັນດາກຸ່ມ ຫລື ອົງ ການຮ່ວມມືຕ່າງໆ ຍັງມີບົດບາດສຳຄັນ ແລະ ມີບົດບາດເສີມສ້າງ ເຊິ່ງກັນ ແລະ ກັນ ໃນການສ້າງ ຕັ້ງ ກຸ່ມ ເພື່ອການ ເຊື່ອມ ໂຍງ ອາຊີ ໃຫ້ກວ້າງຂວາງອອກ. ສິ່ງສຳຄັນກວ່ານັ້ນ ອາຊຽນ ກໍເປັນອົງການພາກພື້ນໜຶ່ງ ຊຶ່ງ ປະຈຸບັນ ກຳລັງສຸມທຸກຄວາມພະຍາຍາມ ໃນການສ້າງຕັ້ງປະ ຊາຄົມ ອາຊຽນ ທີ່ປະກອບດ້ວຍ 3 ເສົາຄ້ຳ ໃຫ້ ສຳເລັດພາຍໃນປີ 2015. ເພື່ອບັນລຸເປົ້າໝາຍດັ່ງກ່າວນີ້, ການຮ່ວມມື ແລະ ການສະໜັບສະໜູນ ຂອງ ບັນດາ ຄູ່ເຈ ລະຈາ ຊຶ່ງ ລວມທັງ ສ. ເກົາຫລີ ແມ່ນມີຄວາມສຳຄັນຕໍ່ອາຊຽນ ໃນການບັນລຸເປົ້າ ໝາຍດັ່ງກ່າວ. ເນື່ອງ ຈາກອາຊຽນເປັນອົງການເປີດກວ້າງ, ກວມລວມ ແລະ ເບິ່ງໄປ ທາງ ໜ້າ (outward-looking ), ພາຍຫລັງ ສຳເລັດການສ້າງປະຊາຄົມອາຊຽນແລ້ວ ພວກເຮົາຈະກ້າວໄປສູ່ການສ້າງປະຊາຄົມ ອາຊີຕາເວັນ ອອກ ຫລື ກົນໄກອື່ນ ທີ່ເໝາະສົມ, ຊຶ່ງຕອບສະໜອງຕໍ່ຜົນປະໂຫຍດລວມ ຂອງປະຊາຊາດຢູ່ໃນພາກພື້ນ ໂດຍຜ່ານກົນໄກ ອາຊຽນ+3 ຊຶ່ງປະກອບມີ 10 ປະເທດອາຊຽນ, ຈີນ, ຍີ່ ປຸ່ນ ແລະ ສ. ເກົາຫລີ ບົນພື້ນຖານ ອາຊຽນ ມີບົດ ບາດ ສຳຄັນ ເປັນແກນກາງກຳລັງຂັບເຄື່ອນ ສຳລັບການຮ່ວມມືໃນພາກພື້ນທັງໝົດ./.
ກັບສາລະບານ