ຂ່າວພາຍໃນປະເທດ
 

 

ມອບ - ຮັບໜ້າທີ່​ເລຂາ​ພັກ​ແຂວງ- ເຈົ້າ​ແຂວງໆຫົວພັນ​ລະຫວ່າງ​ຜູ້​ເກົ່າ ​ແລະ ຜູ້​ໃໝ່

*(ຂປລ): ຕອນ​ເຊົ້າ​ວັນ​ທີ 11 ກຸມພາ 2010 ນີ້, ແຂວງ​ຫົວພັນໄດ້​ຈັດ​ພິທີ​ມອບ - ​ຮັບໜ້າທີ່​ລະ ຫວ່າງ ​ທ່ານ ດຣ. ພັນ​ຄຳ ວິພາ​ວັນ, ​ເລຂາຄະນະ​ບໍລິ ຫານ​ງານ​ພັກ ​ແຂວງ, ​ເຈົ້າ​ແຂວງໆຫົວພັນ​ຜູ້​ເກົ່າ ​ ແລະ ທ່ານ ດຣ ຄຳ​ຮຸ່ງ ​ເຮືອ​ງວົງ​ສີ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສາທາລະນະ​ສຸກ ​ເປັນຜູ້​ວ່າການ​ເລຂາ​ຄະນະ​ບໍລິຫານ​ ງານ​ພັກ​ແຂວງ​ແລະ​ເຈົ້າ​ແຂວງ​ຜູ້​ໃໝ່, ໂດຍ​ການ​ເຂົ້າ​ຮ່ວມ​ເປັນ ກຽດຂອງ​ທ່ານ ບຸນ​ຍັງ ​ວໍລະ​ຈິດ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ປະທານ​ປະ​ເທດ​ແຫ່ງ ສປປ ລາວ, ທ່ານ​ ໄຊ​ສີ ຂັນ​ຕິ​ວົງ ຮອງ​ຫົວໜ້າຄະນະ​ຈັດຕັ້ງສູນ​ກາງ​ພັກ, ທ່ານ ຄຳ​ສຸກ ​ໄຊ​ຍະ​ສອນ, ຮອງ​ຫົວໜ້າຫ້ອງ​ວ່າການ​ສູນ​ກາງ​ພັກ ພ້ອມ​ດ້ວຍ​ຄະນະ​ບໍລິ ຫານ​ງານ ​ພັກ​ແຂວງ, ບັນດາ ທ່ານເຈົ້າ​ເມືອງ 8 ເມືອງທົ່ວ​ແຂວງ, ​ແລະ​ພະ​ແນ​ກການ​ອ້ອມ​ຂ້າງ​ ແຂວງ​ເຂົ້າ​ຮ່ວມ .
ທ່ານ ດຣ ພັນ​ຄຳ ​ວິພາ​ວັນ ກ່າວ​ມອບ​ຫນ້າ​ທີ່​ວ່າ: ​ການ​ຊີ້ນຳ​ - ນຳພາ​ຮອບດ້ານ ​ຂອງ​ຄະ ນະ​ບໍລິ ຫານ​ງານ​ພັກ​ແຂວງ​ເກືອບ 5 ປີຜ່ານມາ ສາມາດ​ເຮັດ​ໃຫ້​ແຂວງ ​ຫົວ ພັນ​ມີ​ສະຖຽນ ລະ​ພາບ​ທາງ​ດ້ານ​ການ​ເມືອງ, ມີ​ຄວາມ​ສະຫງົບ ​ແລະ ຄວາມ​ເປັນ​ລະບຽບຮຽບຮ້ອຍ​. ເສດ ຖະກິດ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​ດີ​ຂຶ້ນ, ບັນຍາ ກາດ​ໃນ​ ການ​ສ້າງສາ​ພັດ ທະນາ​ເປັນ​ຂະ​ ບວນການ​ຟົດຟື້ນ, ລະບົບ​ການ​ເມືອງ​ຢູ່​ຂັ້ນຮາກ​ຖານນັບ​ມື້​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ, ຄວາມ​ສາມັກຄີ​ໄດ້​ເປັນ​ປຶກ​ແຜ່ນ​ຂອງ​ ປະຊາ ຊົນ ​ບັນດາ​ເຜົ່າ​ນັບ​ມື້​ແໜ້ນ ໜາ.
ຂະນະ​ທີ່​ທ່ານ​ ຄຳ​ຮຸ່ງ ​ເຮືອງວົງ​ສີ ​ໄດ້​ມີ​ຄຳ​ເຫັນ​ກ່າວ​ຮັບໜ້າທີ່ວ່າ ​ຈະ​ສືບຕໍ່ສົມທົບກັບ​ບັນດາ​ສະຫາຍ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ​ຊີ້ນຳ​ - ນຳພາເຮັດ​ໃຫ້​ວຽກ ງາ​ນ ການ​ເມືອງ​ ແນວ​ຄິດ​ໃຫ້​ເລິກ​ເຊິ່ງ​​ກວ່າ​ເກົ່າ​, ສືບຕໍ່ສູ້​ຊົນ​ແກ້​ໄຂ 3 ກະ​ແສ​ແນວ​ຄິດ​ເຊັ່ນ: ຄອງ​ເດີມ, ຄັບ​ແຄບ ​ແລະ ​ເອື່ອຍອິງ, ສະກັດ​ກັ້ນ ແລະ ທັບ​ມ້າງທຸກ ​ກົນອຸ ບາຍ​ມ້າງ​ເພ​ທຳລາຍ​ການ ແບ່ງ​ແຍກ​ຄວາມ​ສາມັກ ຄີ​ຂອງ​ກຸ່ມ​ຄົນ​ບໍ່ດີ. ສືບຕໍ່​ເພີ​ມທະວີ​ຄວາມ​ສາມັກຄີ​ເປັນ​ນ້ຳໜຶ່ງ​ໃຈ ດຽວພາຍ​ໃນ​ພັກ ​ແລະ ປະຊາຊົນ​ ບັນດາ ​ເຜົ່າ ​ເຮັດ​ວຽກງານ​ປ້ອງ​ກັນຊາ​ດປ້ອງ​ກັນ​ ຄວາມ​ສະຫງົບ​ໃຫ້ໜັກ​ແໜ້ນ. ສືບຕໍ່ກັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ, ປັບປຸງ​ຄະນະ​ພັກ​ອຳນາດ​ການ​ປົກຄອງ ​ແລະ ອົງການ​ຈັດຕັ້ງມະຫາຊົນ​ຢູ່​ຮາກ​ຖານ​ໃຫ້​ເຂັ້ມ​ແຂງ. ສູ້​ຊົນ​ເຮັດໃຫ້​ເຮັດ​ໃຫ້​ຈັງຫວະ​ການ​ຂະ ຫຍາຍ​ຕົວທາງ​ດ້ານ​ເສດຖະກິດ​ໃຫ້​ໄດ້ 9 -10% ຕໍ່ປີ ແລະ ພັດ ທະນາ ​ເສດຖະກິດ - ສັງຄົມ​ໃຫ້​ສຳ​ເລັດ​ຕາມ​ທີ່ ​ຄາດໝາຍ​ໄວ້.
​ ໃນ​ໂອກາດ​ນີ້ ທ່ານ ​ບຸນ​ຍັງ ວໍລະ​ຈິດ ​ໄດ້​ກ່າວ​ໄດ້​ໂອ​້ລົມ ​ແລະ​ແນະນຳ​ຄະນະ​ນຳ​ແຂວງ​ດັ່ງກ່າວ ​ແລະໄດ້​ຮຽກຮ້ອງ​ໃຫ້​ບັນດາ​ສະຫາຍ​ການ​ນຳ​ທຸກຂັ້ນ ຕ້ອງ ​ເປັນ​ເອກະ​ພາບ​ໃນ ​ການຈັດ ຕັ້ງປະຕິບັດ​ແຜນ​ການ​ຕ່າງໆ​ ໃຫ້​ເກີດ​ດອກ ​ອອກ​ຜົນ​,ພ້ອມ​ທັງ​ເອົາ​ໃຈ​ໃສ່​ຍູ້ແຮງການ​ພັດທະນາ​ເສດຖະກິດ​ສັງຄົມ​ໃຫ້​ເປັນ​ຂະ​ບວນ ຟົດຟື້ນ, ປັບປຸງ​ລະບົບ​ການ​ເມືອງ​ໃຫ້​ມີ​ ຄວາມໜັກ​ແໜ້ນ​ເຂັ້ມ​ແຂງ. ເຮັດ​ວຽກງານ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ດີ​ຍົກ​ລະດັບ​ການ​ສຶກສາ, ສາທາລະ ນະ ​ສຸກ ​ໃຫ້​ທົ່ວ​ເຖິ່ງ./.

ກັບສາລະບານ

ຂ່າວສານປະເທດລາວ ( ຂປລ ) - 80 ຖະໜົນເສດຖາທິລາດ, ນະຄອນຫລວງວຽງຈັນ, ສປປລາວ ໂທ: ( 856-21 ) 215402, ແຟັກ: 212446