ມອບລາງວັນໂຄງການດີເດັ່ນປະຈຳປີ 2009
*(ຂປລ): ພີທີມອບລາງວັນດີເດັ່ນ ສຳລັບໂຄງການທີ່ທາງທະນາຄານ ພັດທະນາອາຊີໃຫ້ການສະ ໜັບສະໜູນ ໄດ້ຈັດຂຶ້ນ ໃນວັນທີ 25 ກຸມພາ 2010 ທີ່ກະ ຊວງ ແຜນການ ແລະ ການລົງທຶນ, ນະຄອນຫລວງວຽງຈັນ ໂດຍມີ ທ່ານ ທອງມີ ພົມມີໄຊ, ລັດຖະມົນຕີຊ່ວຍວ່າການ ກະຊວງແຜນການ ແລະ ການລົງທຶນ, ມີ ທ່ານ ກູ ນິໂອະ ເຊັນກະ, ຫົວໜ້າ ກົມ ອາຊີຕາເວັນອອກສຽງໃຕ້ ພ້ອມດ້ວຍບັນດາຂະແໜງການ ແລະ ທ້ອງຖິ່ນທີ່ຕິດຕາມ ແລະ ຄຸ້ມຄອງໂຄງການຮ່ວມ ມືເພື່ອການ ພັດ ທະ ນາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ທອງມີ ພົມມີໄຊ, ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນໄດ້ເປັນກຽດຂຶ້ນມອບ ຂັນລາງວັນ ໂຄງການດີເດັ່ນປະຈຳປີ 2009 ນີ້ ອັນດັບໜຶ່ງ ແມ່ນໂຄງການ ຊົນລະປະທານຂະໜາດນ້ອຍປະຊາຊົນຄຸ້ມຄອງພາກເໜືອ ທີ່ໄດ້ຈັດ ຕັ້ງ ປະຕິບັດຢູ່ ຊົນນະບົດ 11 ຕົວເມືອງ,ໃນ 5 ແຂວງພາກເໜືອ ໂດຍປະຕິບັດວຽກງານກະ ສິ ກຳ ແບບຍືນຍົງ, ເພີ່ມຜະ ລິດ ຕະພັນທາງດ້ານກະສິກຳໃຫ້ຫລາຍຂຶ້ນ ເພື່ອເພີ່ມລາຍຮັບໃຫ້ປະຊາ ຊົນ ໃນເຂດພື້ນທີ່ໂຄງການ ໃນມູມ ຄ່າທັງໝົດ 12,9 ລ້ານໂດລາສະຫະລັດ. ອັນດັບສອງແມ່ນໂຄງ ການປັບປຸງຄຸນນະພາບ ການສຶກສາ ໄລ ຍະ II ໄດ້ເລັ່ງໃສ່ປັບປຸງຄຸນນະພາບການຮຽນ-ການ ສອນ, ການ ເພີ່ມໂອກາດເຂົ້າຮຽນການມີສ່ວນຮ່ວມໃນການສຶກສາແລະການເພີ່ມຄວາມສາມາດໃນ ການ ຄຸ້ມຄອງ ແລະປະຕິບັດໂຄງການກວມເອົາ ຂອບ ເຂດ 9 ແຂວງ ມີ 72 ເມືອງ ແລະ ສະຖາບັນ ສ້າງ ຄູ 8 ແຫ່ງທົ່ວປະເທດ ໂດຍ ລວມມູນຄ່າ 49 ລ້ານກວ່າ ໂດລາສະຫະລັດ. ສຳລັບອັນດັບທີສາມ ແມ່ນໂຄງການ ນ້ຳ ປະ ປາ ແລະ ສຸຂະພິບານພາກເໜືອ ພາກ ກາງ ເພື່ອຍົກລະດັບຄວາມ ສາມາດ ຂອງຂະແໜງນ້ຳປະປາ ແລະ ສ້າງລະບົບນ້ຳປະປາ ເພື່ອສະໜອງນ້ຳ ດື່ມ ແລະ ນ້ຳ ໃຊ້ທີ່ປອດໄພ ໄດ້ປະຕິບັດຢູ່ 8 ແຂວງກວມເອົາ 12 ເມືອງ ມີມູນຄ່າທັງໝົດ 25 ລ້ານກວ່າໂດລາສະຫະລັດ. ນອກນີ້ຍັງມີອີກ 4 ໂຄງການໄດ້ຮັບໃບຍ້ອງ ຍໍ ຂອງ ກະຊວງແຜນການ ແລະ ການລົງທຶນຄື: ໂຄງການສົ່ງເສີມການຜະລິດ ເປັນ ສິນຄ້າ, ໂຄງການພັດທະນາອ່າງຮັບນ້ຳ ນ້ຳງື່ມ, ໂຄງການທາງເລືອກ ເພື່ອ ປັບ ປຸງຊ ີວິດການເປັນຢູ່ຂອງຊົນເຜົ່າເຂດເນີນສູງ ແຂວງຫົວພັນ ແລະ ໂຄງການປັບ ປຸງຊີວິດການເປັນຢູ່ຂອງຊາວກະສິກອນຜູ້ລ້ຽງສັດໃນເຂດພາກເໜືອຂອງ ສປປ ລາວ. ບັນດາໂຄງການທີ່ໄດ້ຮັບລາງວັນດີເດັ່ນປະຈຳປີໃນຄັ້ງນີ້ ເປັນໂຄງການທີ່ໄດ້ຕັ້ງໜ້າປະຕິບັດວຽກງານຢ່າງຂະຫຍັນ, ຫ້າວຫັນ, ມີຜົນສຳເລັດສູງ, ສາມາດບັນລຸ ໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍຂອງໂຄງການ ພ້ອມທັງຮັບປະກັນຜົນໄດ້ຮັບ ແລະ ຜົນກະທົບດ້ານບວກຕໍ່ກຸ່ມເປົ້າໝາຍຂອງໂຄງການໂດຍອີງໃສ່ 7 ເງື່ອນໄຂກ່ຽວກັບຄຸນະພາບຂອງການຄຸ້ມຄອງໂຄງການທີ່ກຳນົດໄວ້./.
ກັບສາລະບານ