ຫລວງພະບາງໄດ້ຮັບລາງວັນເມືອງຍອດນິຍົມ ອັນດັບທີ 1 ຂອງໂລກ ເປັນເທື່ອທີ 2
*(ຂປລ): ແຂວງຫລວງພະບາງ ໄດ້ລາງວັນເມືອງຍອດນິຍົມທີ່ສຸດຂອງໂລກ ທີ່ສາມາດດຶງດູດ ຄວາມ ສົນໃຈ ແລະ ເຮັດໃຫ້ນັກທ່ອງທ່ຽວໄຝ່ຝັນຢາກມາທອ່ງທ່ຽວ ພາຍຫລັງວາລະສານທ່ອງທ່ຽວ ທີ່ມີ ຊື່ ສຽງ ຂອງ ສາກົນ (Wanderlust Travel) ໄດ້ໃຫ້ຄະແນນຄວາມນິຍົມ ໂດຍຜ່ານ 200 ກວ່າປະເທດ ທົ່ວ ໂລກ ພົບວ່າ: ສປປ ລາວ ໄດ້ອັນດັບທີ 1 ດ້ວຍຄະແນນ 94,75%, ອັນດັບທີ 2 ແມ່ນເມືອງເຊຍນາ ຂອງ ປະ ເທດ ອີຕາລີ ດ້ວຍຄະ ແນນ 94,67%, ອັນດັບທີ 3 ແມ່ນ ນະ ຄອນຫລວງ ແບັກແລັງ ຂອງປະເທດ ສາທາ ລະນະລັດ ສະຫະພັນ ເຢຍລະ ມັນ ດ້ວຍຄະ ແນນ 94,15%. ທ່ານ ຄຳຕັນ ສົມພັນວິໄລ, ຮອງຫົວໜ້າພະແນກທ່ອງທ່ຽວ ແຂວງຫລວງພະ ບາງ ກ່າວວ່າ: ໃນວັນທີ 4 ກຸມພາ 2010 ນີ້ ທາງອຳນາດການປົກຄອງ ແຂວງ ຫລວງ ພະບາງ ພ້ອມອົງ ການທ່ອງທ່ຽວແຫ່ງຊາດ ໄດ້ຮັບແຈ້ງການ ຈາກອົງການສາກົນທີ່ເຮັດວຽກ ກ່ຽວກັບວາລະ ສານ ທ່ອງທ່ຽວ ”ວັນເດີລັສທ໌” ວ່າ: ໃຫ້ ສປປ ລາວ ໄປ ຮັບລາງວັນ ຫລື ໃບຢັ້ງຢືນ ກ່ຽວ ກັບ ເມືອງຍອດນິຍົມທີ່ສຸດໃນໂລກ ສຳລັບນັກທ່ອງທ່ຽວໃຫ້ຄວາມ ສົນໃຈຍາກມາສຳພັດ ແລະ ພັກຜ່ອນດ້ວຍມົນສະເໜ່ບໍ່ ຄື ປະເທດໃດໃນໂລກ ທີ່ຍັງຄົງຄວາມເກົ່າແກ່ປະ ກອບ ມີປັດຕິຍາກຳເກົ່າແກ່, ວິຖີຊີວິດຂອງປະຊາຊົນຫລວງພະບາງແບບດັ້ງເດີມ, ສະຖານ ທີ່ ທຳມະຊາດ ທີ່ງົດ ງາມ, ມີ ຄວາມສະຫງົບ, ຄວາມສະອາດ ແລະ ນ້ຳໃຈໄມຕີຈິດມິດ ຕະ ພາບ ຂອງຄົນທ້ອງຖິ່ນ. ແຕ່ຍອ້ນເວລາສັ້ນໃນການກະກຽມ ແລະ ຄວາມຍຸ້ງບາງຢ່າງ ສະ ນັ້ນ ທາງອົງການດັ່ງກ່າວ ຈະສົ່ງມາໃຫ້ ສປປ ລາວ ໃນວັນທີ 14 ມີນາ 2010 ທີ່ຈະມາເຖິງນີ້ ຊຶ່ງໄດ້ສ້າງຄວາມພາກພູມໃຈ ແລະ ດີໃຈເປັນຢ່າງຍິ່ງໃຫ້ແກ່ປະຊາ ຊົນ ລາວ ທັງຊາດ ກໍຄື: ປະຊາຊົນຊາວຫລວງພະບາງ ຊຶ່ງລາງວັນດັ່ງ ກ່າວ ນີ້ ຫລວງພະບາງໄດ້ ຮັບ ເປັນເທື່ອທີ 2 ຊຶ່ງລະ ຫວ່າງປີ 2007-2008 ກໍເຄີຍໄດ້ຮັບ ລາງວັນນີ້ອັນດັບທີ 1 ເຊັ່ນດຽວກັນ ແລະ ໃນປີ 2009 ເມືອງມໍລະ ດົກ ໂລກໄດ້ຮັບລາງວັນອັນດັບທີ 7. ນະຄອນກຽວໂຕ ປະເທດຍີ່ປຸ່ນ ໄດ້ອັນດັບທີ 1. ທ່ານ ຄຳຕັນ ຍັງກ່າວຕື່ມວ່າ: ການທີ່ເມືອງຫລວງພະບາງ ໄດ້ລາງວັນເມືອງຍອດນິຍົມທີ່ສຸດຂອງ ໂລກ ຍິ່ງຈະເພີ່ມບົດບາດ ແລະຄວາມເຊື່ອ ໝັ້ນໃຫ້ນັກ ທ່ອງ ທ່ຽວ ມີຄວາມຕ້ອງການຢາກມາສຳພັດ ແລະ ຮຽນຮູ້ກ່ຽວກັບ ສປປ ລາວຫລາຍຂຶ້ນ ທັງຈະເປັນການສ້າງພາບພົດທີ່ດີ ແລະ ສາມາດຍົກບົດບາດຂອງ ສປປ ລາວໃຫ້ໂລກພາຍນອກ ຮູ້ຄວາມເປັນມາຂອງລາວຫລາຍຂຶ້ນກວ່າເກົ່າໃນເວທີສາກົນ ແລະ ຈະເປັນການສ້າງເງື່ອນໄຂເອື້ອອຳນວຍ ໃຫ້ແກ່ພາກອຸດສາຫະ ກຳ ທ່ອງ ທ່ຽວ ຂະຫຍາຍຕົວຢ່າງວ່ອງໄວໃນອະນາ ຄົດ. ທ່ານ ຄຳຜຸຍ ພົມມະວົງ, ຫົວໜ້າພະແນກທ່ອງທ່ຽວ ແຂວງຫລວງພະບາງ ກໍໄດ້ໃຫ້ສຳພາດຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວ ວ່າ: ລາຍໄດ້ຫລັກຂອງແຂວງ ຫລວງພະບາງ ສ່ວນໃຫຍ່ແມ່ນມາຈາກພາກອຸດສາຫະກຳການທ່ອງທ່ຽວປະມານ 70%. ໃນປີ 2009 ມີນັກທ່ອງທ່ຽວເຂົ້າມາທ່ຽວຢູ່ແຂວງຫລວງພະບາງ ບໍ່ຕ່ຳ ກວ່າ 400.000 ຄົນ ແລະ ຄາດວ່າປີ 2010 ຈະເພີ່ມຂຶ້ນເປັນກວ່າ 500.000 ຄົນ. ສະເລັ່ຍລາຍຮັບຂອງນັກທ່ອງທ່ຽວຄົນຕ່າງປະເທດ ທີ່ໃຊ້ຈ່າຍໃນໄລຍະພັກ ເຊົາປະມານ 70 ໂດລາສະຫະລັດ/ມື້/ຄົນ ແລະ ນັກທ່ອງທ່ຽວພາຍໃນສະເລັ່ຍປະມານ 15 ໂດລາ/ມື້/ຄົນ, ປະຈຸບັນ ແຂວງຫລວງພະບາງ ມີຮ້ານອາຫານ, ໂຮງ ແຮມ ແລະ ເຮືອນພັກ ປະມານ 296 ແຫ່ງ, ໃນນັ້ນໂຮງແຮມ 41 ຫລັງ ແລະ ເຮືອນພັກ 255 ຫລັງ ເພື່ອຮອງຮັບນັກທ່ອງທ່ຽວຈະເພີ່ມຂຶ້ນ./.
ກັບສາລະບານ