ກອງປະຊຸມເປີດກວ້າງຄົບຄະນະພັກ ທົ່ວຂະແໜງຖະແຫລງຂ່າວ-ວັດທະນະທຳ
*(ຂປລ): ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫົວໜ້າກົມ, ກອງ ອ້ອມຂ້າງກະຊວງ ຖ/ວ ແລະ ຫົວໜ້າພະແນກຖະແຫລງຂ່າວ ແລະ ວັດທະນະທຳນະ ຄອນ ຫລວງ ແລະ ແຂວງຕ່າງໆໃນທົ່ວປະເທດ ໄດ້ເຂົ້າຮ່ວມກອງປະຊຸມເປີດກວ້າງຄົບຄະນະ ຄັ້ງທີ 15 ສະໄໝທີ II ຂອງຄະນະພັກກະຊວງຖະແຫລງຂ່າວ ແລະ ວັດທະນະທຳ (ຖ/ວ) ໃນລະຫວ່າງວັນທີ 25-26 ກຸມພາ 2010 ທີ່ຫໍວັດທະນະທຳແຫ່ງຊາດ ເພື່ອ ປຶກ ສາຫາ ລື ແລະ ປະກອບຄຳເຫັນ ໃສ່ຮ່າງບົດລາຍງານ ການ ເມືອງ ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ III ຂອງ ອົງ ຄະນະພັກກະຊວງ ດັ່ງກ່າວ ຊຶ່ງ ຈະມີຂຶ້ນໃນຕໍ່ໜ້າ. ໃນກອງປະຊຸມ ຊຶ່ງພາຍໃຕ້ການເປັນປະທານຂອງ ສະຫາຍ ໝູນແກ້ວ ອໍລະບູນ, ກຳມະ ການສູນ ກາງ ພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີວ່າການ ກະ ຊວງ ຖະແຫລງ ຂ່າວ ແລະ ວັດທະນະທຳ ໂດຍມີ ຜູ້ ແທນ ຂະແໜງຖະແຫລງຂ່າວ ແລະ ວັດທະນະທຳ ໃນທົ່ວປະເທດເຂົ້າຮ່ວມນັ້ນ, ທີ່ປະຊຸມຍັງໄດ້ຜ່ານຮ່າງບົດສະຫລຸບຕີລາຄາສະພາບ ການ ເຄື່ອນໄຫວວຽກງານຖະແຫລງຂ່າວ-ວັດທະນະທຳ ໃນໄລຍະ 5 ປີ (2006-2010), ທິດ ທາງວຽກງານຖະແຫລງຂ່າວ ແລະ ວັດທະນະທຳໄລຍະ 5 ປີຕໍ່ໜ້າ (2011-2015). ພ້ອມນີ້ ຍັງໃຫ້ທິດຊີ້ນຳ ສຳລັບການຈັດຕັ້ງປະຕິບັດ ວຽກງານຖະແຫລງຂ່າວ-ວັດທະນະ ທຳໃນປີ 2010 ຕື່ມອີກ. ສະຫາຍ ໝູນແກ້ວ ອໍລະບູນ ໄດ້ແຈ້ງຈຸດປະສົງຕົ້ນຕໍຂອງກອງປະຊຸມເປີດກວ້າງຄັ້ງນີ້ ເພື່ອເຊີດຊູ ແລະ ເສີມຂະຫຍາຍສະຕິປັນຍາລວມໝູ່, ຢືນຢູ່ບົນພື້ນ ຖານ ຄວາມເປັນຈິງ, ຢຶດໝັ້ນກົດເກນພາວະວິໄສ ເພື່ອເບິ່ງບັນຫາ, ມີການຕີລາຄາໃຫ້ຖືກຕ້ອງແທດເໝາະກັບຕົວຈິງ. ພ້ອມກັນນີ້ ກໍຕ້ອງຢືນຢູ່ໃນຈິດໃຈສູ້ຊົນສູງສຸດ ເທົ່າທີ່ຈະສູງໄດ້ ເພື່ອຂຸດຄົ້ນເສີມຂະຫຍາຍກຳລັງແຮງພາຍໃນຂະແໜງການ ແລະ ປະເທດຢ່າງສຸດຂີດ ສົມ ທົບການຍາດແຍ່ງກາລະໂອກາດອຳນວຍ ຈາກ ພາຍ ນອກຢ່າງຕັ້ງໜ້າ ແລະ ເປັນເຈົ້າການ; ຢືນຢູ່ບົນຈິດໃຈ ເຊີດຊູມານະຈິດປະຕິວັດບຸກ, ກ້າເຮັດ, ກ້າຮັບຜິດຊອບ, ເຮັດດ້ວຍຄວາມປະດິດສ້າງ ເພື່ອເບິ່ງ ບັນ ຫາ ແລະ ຄົ້ນ ຄວ້າ ມີຄຳເຫັນຕໍ່ເນື້ອໃນຕ່າງໆຂອງກອງປະຊຸມ ຈະແມ່ນບົດລາຍງານການເມືອງ-ການສະຫລຸບຕີ ລາ ຄາ ສະ ພາບວຽກງານຖະແຫລງຂ່າວ-ວັດ ທະ ນະທຳໃນ 5 ປີຜ່ານມາ, ທິດທາງ 5 ປີຕໍ່ໜ້າ ກໍຄືວຽກງານ ໃນ ປີ 2010. ສະຫາຍເລຂາພັກກະຊວງ ໄດ້ເນັ້ນອີກວ່າ: ປີ 2010 ເປັນປີສຸດທ້າຍ ຂອງການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກ ກໍຄືມະຕິກອງປະຊຸມ ໃຫຍ່ຄັ້ງທີ II ຂອງອົງຄະນະພັກ ກະຊວງຖະ ແຫລງຂ່າວ ແລະ ວັດທະນະທຳ, ເປັນປີທີ 2 ຂອງການກະກຽມແກ່ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ, ທັງ ເປັນປີກະ ກຽມດຳເນີນກອງປະຊຸມໃຫຍ່ຄັ້ງທີ III ອົງຄະນະພັກກະຊວງຖ/ວ, ເປັນປີຈະໄດ້ສະເຫລີມສະຫລອງ ວັນປະຫວັດສາດສຳຄັນຂອງພັກ ແລະ ຂອງຊາດຄື: ວັນສ້າງ ຕັ້ງພັກ ຄົບຮອບ 55 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 35 ປີ, ວັນສ້າງຕັ້ງນະຄອນຫລວງວຽງຈັນ 450 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິ ຫານ ຄົບຮອບ 90 ປີ ແລະ ວັນສ້າງຕັ້ງແນວໂຮມແຫ່ງຊາດ ຄົບຮອບ 60 ປີ./.
ກັບສາລະບານ