ທ່ານນາຍົກລັດຖະມົນຕີ ເນັ້ນການກໍ່ສ້າງຮາກຖານ ຕິດພັນກັບການສ້າງກຸ່ມບ້ານພັດທະນາ
*(ຂປລ): ໃນອາທິດທີ່ຜ່ານມາ ທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເຂດຈຸດສຸມພັດ ທະນາຜາລະແວກ ເມືອງຮົ່ມ, ຈຸດສຸມພັດທະນາກຸ່ມບ້ານເມືອງອາວ, ເມືອງໄຊສົມບູນ ແລະ ເຂດຈຸດສຸມພັດທະນາລ່ອງແຈ້ງ ແຂວງວຽງຈັນ ໂດຍຜ່ານຈາກການ ຢ້ຽມຢາມເຮັດວຽກ ພ້ອມກັບພົບປະໂອ້ລົມພະນັກງານການນຳ ແລະ ຕົວແທນອຳນາດການປົກຄອງ ແຕ່ລະເຂດ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ເອົາ ໃຈໃສ່ ສືບຕໍ່ກຫັນລົງກໍ່ສ້າງຮາກຖານຢ່າງໜັກແໜ້ນ ໂດຍຕິດພັນກັບການກໍ່ສ້າງບ້ານ ແລະ ກຸ່ມບ້ານພັດທະນາ ຢ່າງຮອບດ້ານ. ໃນລະຫວ່າງການລົງຢ້ຽມຢາມ ແລະ ເຮັດວຽກກັບປະຊາຊົນຢູ່ເຂດຈຸດສຸມດັ່ງກ່າວ ເປັນເວລາສອງວັນ ຄືນັບແຕ່ວັນທີ 18-19 ກຸມພາ 2010 ທ່ານນາຍົກ ລັດ ຖະມົນຕີ ໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານຕ່າງໆທີ່ທາງຄະນະນຳ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຍາດມາໄດ້ ໃນພາລະກິດສ້າງສາພັດທະ ນາເຂດຈຸດ ສຸມ ຂອງຕົນ ໃນໄລຍະຜ່ານມາ ອັນໄດ້ເຮັດໃຫ້ເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ດີຂຶ້ນແລະ ສືບຕໍ່ມີໃບໜ້າໃໝ່ເທື່ອລະກ້າວ. ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຖືໂອກາດນີ້ແນະນຳໃຫ້ຄະນະນຳ ແລະພະນັກງານຫລັກແຫລ່ງທຸກຂັ້ນ ຈົ່ງເອົາໃຈໃສ່ເພີ່ມທະວີວຽກງານກໍ່ສ້າງພັກໃຫ້ຮອບດ້ານ, ສຶກສາອົບ ຮົມໃຫ້ລູກຫລານລຸ້ນສືບທອດ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ແນວທາງນະໂຍບາຍຂອງລັດ ເຮັດໃຫ້ແຕ່ລະເຂດມີຄວາມຈະເລີນກ້າວໜ້າ ແລະ ອຸດົມຮັ່ງມີເທື່ອລະກ້າວ ພ້ອມນີ້ ກໍໃຫ້ສືບຕໍ່ເອົາໃຈໃສ່ປະຕິບັດຄຳສັ່ງແນະນຳ ວ່າດ້ວຍການກໍ່ສ້າງຮາກຖານການເມືອງ ໃຫ້ຕິດພັນກັບການກໍ່ສ້າງບ້ານ ແລະ ກຸ່ມບ້ານພັດທະນາ ໂດຍໃຫ້ຈັດສົ່ງພະນັກງານ ລົງສືບຕໍ່ຊຸກຍູ້ປະຊາຊົນດຳເນີນການປູກຝັງ-ລ້ຽງສັດ ດ້ວຍການນຳໃຊ້ເຕັກນິກໃໝ່ ເພື່ອເພີ່ມປະສິດທິພາບ ແລະ ຂະຫຍາຍການຜະລິດອອກເປັນສິນຄ້າ ໃຫ້ນັບມື້ຫລາຍຂຶ້ນ, ສືບຕໍ່ປັບປຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນຕົ້ນ ຈັດຕັ້ງກຳລັງກອງຫລອນ, ປກສ ບ້ານໃຫ້ມີຄວາມເຂັ້ມແຂງ ໄປຄວບຄູ່ກັບການກໍ່ສ້າງຂະບວນການ ຊຸກຍູ້ໃຫ້ປະຊາຊົນບັນດາເຜົ່າ ເຂົ້າຮ່ວມການເຄື່ອນໄຫວໃນວຽກງານດັ່ງ ກ່າວ ຢ່າງ ກວ້າງຂວາງ ແລະ ໜັກແໜ້ນ, ສືບຕໍ່ເອົາໃຈໃສ່ຕີຕ້ານປະກົດການຫຍໍ້ທໍ້ຕ່າງໆ, ສະກັດກັ້ນ, ຕອບຕ້ານການໂຄສະນາບິດເບືອນ ຂອງກຸ່ມຄົນບໍ່ວັງດີຕໍ່ແນວ ທາງ ນະໂຍບາຍຂອງພັກ ພ້ອມນັ້ນ ກໍຕ້ອງໄດ້ສຶກສາອົບຮົມລູກຫລານ ຂອງປະຊາຊົນແຕ່ລະກຸ່ມບ້ານ ໃຫ້ຮັບຮູ້ຜົນຮ້າຍຂອງຢາເສບຕິດ ແລະ ພ້ອມກັນສະກັດກັ້ນ ການ ລະ ບາດຂອງຢາເສບຕິດ ໃນເຂດຮັບຜິດຊອບຂອງຕົນຢ່າງເຂັ້ມງວດ. ທ່ານນາຍົກລັດຖະມົນຕີ ຍັງໄດ້ແນະນຳໃຫ້ຄະນະນຳແຕ່ລະເຂດ ກໍຄືຄະນະພັກເມືອງ ຕ້ອງຖືສຳຄັນ ວຽກງານແກ້ໄຂຄວາມທຸກຍາກ ຂອງປະຊາຊົນເປັນຕົ້ນຕໍ ແລະ ຢືນຢູ່ແຖວໜ້າຂອງແຜນການ ການເຄື່ອນ ໄຫວ ໃນແຕ່ລະໄລຍະ ໂດຍໃຫ້ຖືວ່າມີການຜະລິດ ຕ້ອງຕິດພັນກັບການປຸງແຕ່ງ ແລະ ມີການບໍລິການຄົບຊຸດ ພິເສດແມ່ນໃຫ້ເອົາໃຈໃສ່ ເດັກນ້ອຍທີ່ມີອາຍຸເກນຮອດກະສຽນ ກໍຕ້ອງໄດ້ເຂົ້າໂຮງຮຽນ, ສ່ວນວຽກງານດ້ານສາທາລະນະສຸກ ກໍຕ້ອງໄດ້ປຸກລະດົມ ປະຊາ ຊົນ ເຮັດອະ ນາໄມ 3 ສະອາດ ເພື່ອຮັບປະກັນສຸຂະພາບ ແລະ ພະ ລານາໄມສົມບູນ ແລະ ສືບຕໍ່ເຮັດແຜນການຜະລິດໃນແຕ່ລະເຂດ ໃຫ້ນັບມື້ຫລາຍ ບົນຈິດໃຈ ສ້າງຄອບຄົວຮັ່ງມີ ປະເທດຊາດ ກໍຈະເລີນຮັ່ງມີເຊັ່ນດຽວກັນ./.
ກັບສາລະບານ